Homeຂ່າວການພັດທະນາລາວ-ຫວຽດນາມ ວາງຍຸດທະສາດ ຮ່ວມມື ດ້ານຄົມມະນາຄົມ-ຂົນສົ່ງ 2016-2025

ລາວ-ຫວຽດນາມ ວາງຍຸດທະສາດ ຮ່ວມມື ດ້ານຄົມມະນາຄົມ-ຂົນສົ່ງ 2016-2025

Published on

15

ຂປລ. ລັດຖະບານ ​ແຫ່ງ ສປປ ​ລາວ ​ແລະ ລັດຖະບານ ​ແຫ່ງ ສສ ຫວຽດນາມ ​ໄດ້ເຊັນບົດ​ບັນທຶກ ຊ່ວຍ​ຈຳ​ ກ່ຽວ​ກັບຍຸດທະ​ສາດ​ ການ​ຮ່ວມ​ມື​ ດ້ານ​ຄົມ ມະນາຄົມ​-ຂົນ​ສົ່ງ ​ແຕ່ປີ 2016-2025 ​ແລະ ວິ​ໄສ​ທັດ​ຮອດ​ປີ 2030 ​ ​ໃນ ວັນ​ທີ 14 ກັນຍາ 2015 ທີ່ຫ້ອງວ່າການ​ລັດຖະບານ ​ໂດຍ​​ເປັນ​ກຽດ​​ ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ ຂອງ ສະຫາຍ ທອງ​ສິງ​ ທຳ​ມະ​ວົງ ນາຍົກ​ລັດ​ຖະມົນຕີ ​ແຫ່ງ ສປປ ລາວ ​ແລະ ສະຫາຍ ຫງຽນ​ ເຕິ​ນ ຢຸງ ນາຍົກ​ລັດ​ຖະມົນຕີ ​ແຫ່ງ ສສ ຫວຽດນາມ ​ແລະ ຜູ້ຕາງໜ້າ​ ລັດຖະບານ ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ.

ຮ່ວມ​ລົງ​ນາມ ບົດ​ບັນທຶກ ຄັ້ງ​ນີ້ ຕາງໜ້າ​ ໃຫ້​ລັດຖະບານ ສປປ ລາວ ​ໂດຍ ສະຫາຍ ດຣ​. ບຸນ​ຈັນ​ ສິນທະວົງ ລັດຖະມົນຕີ​ວ່າ ກະຊວງ ໂຍທາ​ທິການ ​ແລະ ຂົນ​ສົ່ງ ​​ແລະ ຕາງໜ້າ​ ໃຫ້​ລັດຖະບານ ສສ ຫວຽດນາມ ​ໂດຍ ສະຫາຍ ດິງ ລາ ທັງ ລັດຖະມົນຕີ​ ກະຊວງ ​ຄົມມະນາຄົມ ຂົນ​ສົ່ງ ​ແຫ່ງ ສສ ຫວຽດນາມ. ທັງ​ນີ້ ກໍ​​ເພື່ອ​ ໃຫ້​ຂະ​ແໜງ ຄົມມະນາຄົມ-ຂົນ​ສົ່ງ ​ຂອງ​ສອງ​ປະ​ເທດ​ ນຳ​ໃຊ້ ​ເປັນ​ບ່ອນ​ອີງ ໃນ​ການ​ກຳນົດ ​ຍຸດທະ​ສາດ​ ການ​ຮ່ວມມື ​ໄລຍະ​ແຕ່ ປີ 2016-2025 ​ແລະ ວິ​ໄສ​ທັດ ​ຮອດ​ປີ 2030 ​ແລະ ​ເພື່ອ​ເສີມ​ຂະຫຍາຍ ​ທ່າ​ແຮງ​ ດ້ານ​ທີ່​ຕັ້ງ ​ແລະ ​ເງື່ອ​ໄຂ​ ທາງ​ທຳ​ມະ​ຊາດ​ ຂອງ​ສອງ​ປະ​ເທດ ​ໃຫ້​ຫລາຍ​ທີ​່ສຸດ, ພິ​ເສດ ​ແມ່ນ​ທ່າ​ແຮງ​ ທາງ​ດ້ານ​ ທີ່​ຕັ້ງ​ເປັນ​ໃຈກາງ ​ໃນ​ການ​ເຊື່ອມຈອດ ດ້ານຄົມມະນາຄົມ -ຂົນ​ສົ່ງ​ທາງບົກ​ຂອງ ສປປ ລາວ ກັບ​ບັນດາ ​ປະ​ເທດ​ພາກ​ພື້ນ ​ແລະ ທ່າ​ແຮງ​ ດ້ານ​ທາງ​ທະ​ເລ​ ຂອງ ສສ ຫວຽດນາມ ​ໃນ​ການ​ເຊື່ອມ​ຕໍ່​ ກັບ​ສາກົນ; ກຳນົດ​ເອົາ ​ປະ​ເພດ​ ການຄົມ ມະນາຄົມ-ຂົນ​ສົ່ງ ທາງບົກ ລວມທັງ​ ທາງ​ລົດ​ໄຟ ຕາມ​ບັນດາ​ແລວ​ທາງ ​ທີ່​ເ​ໝາະສົມ ກັບ​ສະພາບ ​ເງື່ອນ​ໄຂ​ ທາງ​ທຳ​ມະ​ຊາດ, ສັງ​ຄົມ, ຄວາມ​ອາດ​ ສາມາດ​ ທາງ​ດ້ານ ​ເສດຖະ​ກິດ ຂອງ​ແຕ່ລະ​ແລວ​ທາງ ​ເພື່ອ​ສ້າງ​ໃຫ້​​ ເປັນບຸລິມະສິດ​ຫລັກ ​ໃນ​ການ​ພັດທະນາ​ ຂະ​ແໜງ​ຄົມ ມະນາຄົມ-ຂົນ​ສົ່ງ​ ​ເພື່ອ​ເຊື່ອມ​ຈອດ​ ລະຫວ່າງ​ ສອງ​ປະ​ເທດ; ກຳນົດ​ເສັ້ນທາງ ​ເຊື່​ອມຕໍ່​ລະຫວ່າງ ສອງ​ນະຄອນຫລວງ​ວຽງ​ຈັນ ກັບ​ນະຄອນຫລວງ​ຮ່າ​ໂນ້​ຍ ​ແລະ ບັນດາ​ທ້ອງ​ຖິ່ນ​ ຂອງ​ສອງ​ປະ​ເທດ ລາວ-ຫວຽດນາມ.

ໄປ​ພ້ອມໆ​ກັບ ວາງ​ແຜນ ການ​ພັດທະນາ ​ລະບົບ​ຕາ​ໜ່າ​ງ​ເ ສັ້ນທາງ​ດ່ວນ ​ເຊື່ອ​ມຈອດ​ກັນ​ ໃນ​ອານາ​ຄົດ; ກຳນົດ​ ທິດ​ທາງ​ການ​ພັດທະນາ ​ໃຫ້​ສອດຄ່ອງ​ກັບ ​ຄວາມຕ້ອງການ​ ຂອງ​ການຂະຫຍາຍຕົວ ດ້ານ​ເສດຖະກິດ-ສັງຄົມ​ ແຕ່ລະ​ໄລຍະ, ພ້ອມ​ກັບ​ການ​ ສ້າງ​ໃໝ່ບາ​ງ​ເສັ້ນທາງ ​ທີ່​ມີ​ປະສິດທິ​ຜົນ ​ດ້ານການ​ລົງທຶນ​ ດ້ວຍການ​ສົ່ງ​ເສີມ​ ຮູບ​ການ​ລົງທຶນ ທີ່​ເໝາະ​ ສົມ ​ແບບ​ມີ​ສ່ວນ​ຮ່ວມ ລະຫວ່າງ ພາກລັດ ​ແລະ ພາກ​ທຸລະ​ກິດ(PPP); ອຳນວຍ​ ຄວາມ​ສະດວກ ​ດ້ານ​ການ​ຂົນ​ສົ່ງ​ສິນຄ້າ ​ໂດຍສານຂ້າມ​ແດນ ​ແລະ ຜ່ານ​ແດນ; ກໍານົດ​ຍຸດ​ທະ​ສາດ​ ພັດທະນາ​ ລະບົບ ການ​ຂົນ​ສົ່ງ ​ສິນຄ້າ ​ທາງບົກ ລວມທັງ​ທາ​ງລົດ​ໄຟ ຈາກ​ ລາວ ຫລື ຜ່ານ​ລາວ ​ໄປ​ສູ່​ທ່າ​ເຮືອ​ຢູ່ ຫວຽດນາມ ​ແລະ ການ​ຂົນ​ສົ່ງ​ ຈາກ​ທ່າ​ເຮືອ ຫວຽດນາມ ມາ ລາວ ​ແລະ ຜ່ານ​ໄປ​ ປະ​ເທດ​ອື່ນໆ ​ໃຫ້​ສຳ​ເລັດ ​ເປັນ​ລະບົບທີ່​ເປັນຮູບ​ປະ​ທຳ ​ສາມາດ​ເຊື່ອມ​ເຂົ້າ​ ເປັນ​ລະບົບ​ ການ​ຈໍລະຈອນ​ແຈກ​ຢາ​ຍ ສິນຄ້າ​ ຂອງ​ພາກ​ພື້ນ​ ໃນ​ປີ 2025. ​ໃນ​ນັ້ນ​ ໃຫ້​ເໜັ້ນໜັກ​ໃສ່​ ການນຳ​ໃຊ້​ ທ່າ​ເຮືອ ຮອນລາ, ທ່າ​ເຮືອ​ຫວຸ່ງອ່າງ ​ແລະ ທ່າ​ເຮືອ ​ຊວນ​ຫາ​ຍ ​ເປັນ​ບຸລິມະສິດ​ ການ​ສົ່ງ​ເສີມ ​ການ​ຂົນ​ສົ່ງ ​ສິນຄ້າ​ຈາກ ສປປ ລາວ ​ໄປ​ຍັງ​ປະ​ເທດ​ປາຍທາງ​ອື່ນໆ; ພັດທະນາ​ ລະບົບ​ການ​ຂົນ​ສົ່ງ​ ທາງ​ອາກາດ; ​ເພີ່ມ​ທະວີ​ ການ​ເຊື່​ອມຕໍ່​ ໃຫ້ຫລາ​ຍຂຶ້ນ, ປະ​ສານ​ສົມ​ທົບ​ກັນ​ເພີ່ມ​ຕື່ມ ລະຫວ່າງ ​ອົງການ ​ຄຸ້ມ​ຄອງ​ລັດ ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ແລະ ວາງ​ແຜນ​ ຮ່ວມມື​ກັນ ​ດ້ານ​ການຈັດ​ຕັ້ງ​ປະຕິບັດ ​ການ​ກໍ່ສ້າງ ​ແລະ ຍົກ​ລະດັບ ​ພະນັກງານ​ ຕາມ​ແຜນ​ຍຸດ​ທະ​ສາດ ​ພັດທະນາ​ ບຸກຄະລາ​ກອນ​ ຂອງ​ແຕ່ລະ​ປະ​ເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...