Homeຂ່າວພາຍ​ໃນສຳມະນາ ຫົວຂໍ້ “ລະບຽບແຈ້ງ​ໃຫ້ຊາບປຶກສາ​ຫາລື​ເຮັດ​ຂໍ້​ຕົກລົງ​ ຂອງ​ສັ​ນ​ຍາ​ແມ່​ນ້ຳຂອງ​ ປີ 1995”

ສຳມະນາ ຫົວຂໍ້ “ລະບຽບແຈ້ງ​ໃຫ້ຊາບປຶກສາ​ຫາລື​ເຮັດ​ຂໍ້​ຕົກລົງ​ ຂອງ​ສັ​ນ​ຍາ​ແມ່​ນ້ຳຂອງ​ ປີ 1995”

Published on

 ກອງ​ເລຂາ​ຄະນະ​ກຳມະການ​ແມ່​ນ້ຳຂອງ​ແຫ່ງ​ຊາດ​ລາວ (ກຄມຊ)ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ຊຸດສຳມະນາ ​ພາຍ​ໃຕ້​ຫົວ​ຂໍ້ “ ລະບຽບ​ວ່າ​ດ້ວຍ​ການ​ແຈ້ງ​​ໃຫ້​ກັນຊາ​ບ, ການ​ປຶກສາ​ຫາລືກັນກ່ອນ ​ແລະ​ ການ​ເຮັດ​ຂໍ້​ຕົກລົງ​ຂອງ​ສັ​ນຍາ​ແມ່​ນ້ຳຂອງ​ ປີ 1995 ” ໃນ​ວັນ​ທີ 19 ກັນຍາ 2013 ທີ່​ສູນການຮ່ວມມືສາກົນແລະຝຶກອົບຮົມ (ICTC)ເພື່ອໃຫ້ກອງເລຂາຄະນະກຳມະການແມ່ນນ້ຳຂອງສາກົນ (ກຄມສ)ຖ່າຍ ທອດຄວາມຮູ້ ແລະ ປະສົບການກ່ຽວກັບການແຈ້ງໃຫ້ກັນຊາບໃຫ້ແກ່ ກຄມຊ.ແລະ ຂະແໜງການທີ່ກ່ຽວຂ້ອງ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບວິ ທີການ ແລະ ຈຸດປະສົງຫລັກ ຂອງການແຈ້ງໃຫ້ກັນຊາບ ເພື່ອຄວາມເປັນເອກະພາບ ລະຫວ່າງ ກຄມຊ.,ຂະແໜງການກ່ຽວຂ້ອງ ແລະ ກຄມສ.ໂດຍ​ມີທ່ານ ນາງ ມອນ​ມະນີ ຍອຍ​ບົວ​ກ່ອງ ຫົວໜ້າ ກຄມຊ, ມີ​ຫົວໜ້າ ກຄມສ,ຮອງ​ຫົວໜ້າ ພ້ອມ​ດ້ວຍ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ນາງ ມອນ​ມະນີ ຍອຍ​ບົວ​ກ່ອງ ກ່າວ​ວ່າ:ລັດຖະບານ ສປປ.ລາວ ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການ ປະຕິບັດສັນຍາແມ່ນ້ຳຂອງ ປີ 1995 ໂດຍສະເພາະແມ່ນການນຳໃຊ້ຂັ້ນຕອນການແຈ້ງໃຫ້ຊາບ ພາຍໃຕ້ລະບຽບວ່າດ້ວຍການແຈ້ງໃຫ້ກັນຊາບ, ປືກສາ​ຫາລືກັນ​ກ່ອນ ​ແລະ ການ​ເຮັດ​ ຂໍ້ຕົກລົງເຂົ້າໃນຂັ້ນຕອນການສ້າງເຂື່ອນໄຟຟ້າພະລັງງານນ້ຳ ຕາມລຳແມ່ນ້ຳຂອງ ແລະ ແມ່ນ້ຳສາຂາຂອງແມ່ນ້ຳຂອງ ທັງສ້າງຈິດສຳນຶກໃຫ້ມວນຊົນ ຢ່າງກວ້າງຂວາງ ໃຫ້ເຂົ້າໃຈເຖິງຄວາມສຳຄັນ ຂອງຊັບພະຍາກອນນ້ຳ ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມ ແລະ ຄວາມຕ້ອງການນຳໃຊ້, ວິທີການຄຸ້ມຄອງ ຊັບພະຍາກອນນ້ຳ ແບບປະສົມປະສານ.

ທ່ານ ນາງ ມອນ​ມະນີ ຍອຍ​ບົວ​ກ່ອງ ກ່າວຕື່ມ​ວ່າ:ແມ່​ນ້ຳຂອງ​ເ​ປັນ​ແມ່​ນ້ຳ​ສາຍ​ຫລັກ ​ແລະ ສຳຄັນ​ຕໍ່​ການ​ພັດທະນາເສດຖະກິດ ສປປ.ລາວ ແລະ ລາວ​ກໍ​ເປັນ​ປະ​ເທດ​ທີ່​ມີ​ແຫ​ລ່ງອຸດົມສົມ​ບູນດ້ານ​ຊັບພະຍາກອນ​ນ້ຳ ​ຊຶ່ງແມ່ນ​ປັດ​ໄຈ​ອັນ​ສຳ​ຄັນ ແລະ ເປັນທ່າ​ແຮງ​ອັນ​ໃຫຍ່​ຫລວງ ​ໃນ​ການ​ພັດທະນາ​ພະ​ລັງ​ ງານ​ໄຟຟ້ນ້ຳຕົກ ​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ເພື່ອຮັບປະກັນການພັດທະນາ ​ແລະ ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ ໂດຍມີການປະສານງານ ໃຫ້​ໄດ້ຜົນ​ປະ​ໂຫຍ​ດສູງ​ສຸດ ​ແລະ ມີ​ຄວາມ​ຍືນ​ຍົງ ​ໂດຍ​ສະ​ເພາະ​ຂັ້ນ​ຕອນ, ລະບຽບວ່າ​ດ້ວຍ​ການ​ແຈ້ງ​ໃຫ່ກັນຊາ​ບ, ການ​ປືກ ສາ​ຫາລືກັນ​ກ່ອນ ​ແລະ ການ​ເຮັດ​ຂໍ້ຕົກລົງ​ຂອງ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ ເພື່ອພັດທະນາ​ອ່າງ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ ຊຶ່ງ​ແມ່ນ​ຂັ້ນ​ຕອນໜຶ່ງ​ທີ່​ສຳຄັນ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໂປ່​ງ​​ໃສ ໃນ​ການ​ຮ່ວມ​ມື​ອັນ​ດີ​ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ໄຟຟ້າ​ນ້ຳຕົກ​ ຂອງ​ບັນດາ​ປະ​ເທດ​ພາຄີ​ແມ່​ນ້ຳຂອງ​ຊຶ່ງ​ປະ ກອບ​ດ້ວຍ: ກຳປູ​ເຈຍ, ລາວ,​ໄທ ​ແລະ ຫວຽດນາມ ​ບົນ​ພື້ນຖານ​ຈິດ​ໃຈ​ຮ່ວມ​ມື​ກັນ ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ການ​ນຳ​ໃຊ້​ນ້ຳ​ຢ່າງ​ເປັນ​ທຳ ​ແລະ ສົມ​ເຫດ​ສົມ​ຜົນ ບົນຫລັກການສະເໝີພາບ,ເຄົາລົບນັບຖືອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ ຊຶ່ງໄດ້ຮ່ວມ ກັນລົງນາມ ໃນວັນທີ 5 ເມສາ 1995 ທີ່ແຂວງຊຽງລາຍ ປະເທດໄທ.ສັນຍາ​ດັ່ງກ່າວ​ປະກອບ​ມີ​ຫ້າ​ລະບຽບ​ການ ​ຄື: ລະບຽບ​ວ່າ​ດ້ວຍ​ການ​ແລກປ່ຽນ​ຂໍ້​ ມູນ​ຂ່າວສານ, ລະບຽບ​ວ່າ​ດ້ວຍ​ການ​ແຈ້ງ​ໃຫ້​ກັນຊາ​ບ,ການ​ປືກສາ​ຫາລື​ກັນ​ກ່ອນ ​ແລະ ການ​ເຮັດ​ຂໍ້​ຕົກລົງ, ລະບຽບ​ວ່າ​ດ້ວຍ​ການ​ຕິດ ຕາມການ​ກວດກາ​ການ​ນຳ​ໃຊ້​ນ້ຳ,ລະບຽບ​ວ່າ​ດ້ວຍ​ການ​ຮັກສາ​ລະດັບ​ການ​ໄຫລ​ຂອງ​ນ້ຳ​ຢູ່​ໃນ​ລຳ​ແມ່​ນ້ຳຂອງ ​ແລະ ລະບຽບ​ວ່າ​ດ້ວຍ​ຄຸນ​ນະພາບ​ນ້ຳ.

ການແຈ້ງໃຫ້ກັນຊາບພາຍໃຕ້ລະບຽບ​ວ່າ​ດ້ວຍ​ການ​ແຈ້ງ​​ໃຫ້​ກັນຊາ​ບ, ການ​ປຶກສາ​ຫາລືກັນກ່ອນ ​ແລະ​ ການ​ເຮັດ​ຂໍ້​ຕົກລົງ​ຂອງ​ສັ​ນຍາ​ແມ່​ນ້ຳຂອງ​ ປີ 1995 ເປັນ​ບ່ອນ​ອີງ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ, ເປັນ​ເຄື່ອງມື​ດ້ານ​ນິຕິ​ກຳ​ໃນ​ການ​ຄຸ້ມ​ຄອງ ຊັບພະຍາກອນ​ນ້ຳ​ໃນ​ອ່າງ​ແມ່​ນ້ຳຂອງ​ ໂດຍ​ຢັ້ງຢືນ​ຄືນ​ກ່ຽວ​ ກັບ​ການ​ຕັດສິນ​ໃຈ ​ເພື່ອ​ສຶບຕໍ່​ຮ່ວມ​ມື ​ແລະ ສົ່ງ​ເສີມ​ດ້ວຍ​ວິທີ​ການ​ອັນສ້າງສັນ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ເພື່ອ​ ປ້ອງ​ກັນຮັກສາ,ເສີມ​ຂະຫຍາຍ ​ແລະ ຄຸ້ມ​ຄອງ​ເງື່ອນ​ໄຂ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ສິ່ງ​ທີ່​ມີ​ຊິວິດ​ຢູ່​ໃນ​ນ້ຳ ​ແລະ ບໍ​າລຸງຮັກສາ​ຄວາມ​ດຸ່ນດ່ຽງ​ທາງ ​ດ້ານ​ນິ​ເວດ​ວິທະຍາ.

ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...