Homeວິທະຍາສາດ-ວິທະຍາການຄວາມຄຽດສາມາດທຳລາຍຄວາມຕັ້ງໃຈໃນການຫລຸດຄວາມອ້ວນໄດ້

ຄວາມຄຽດສາມາດທຳລາຍຄວາມຕັ້ງໃຈໃນການຫລຸດຄວາມອ້ວນໄດ້

Published on

ea80d200f4d1f5804be5f3e80c86dc0b

ເຈົ້າ​ກຳ​ລັງ​ຕັ້ງໃຈກັບ​ການ​ສອບ ຫລື​ ກັງ​ວົນ​ກ່ຽວກັບ​ການ​ຊ້ອມ​ດົນຕີຣ ຫລື ​ຮູ້ສຶກ​ວ່າ​ຈະ​ບໍ່​ສຳເລັດ​ງານ​ບາງຢ່າງ​ທີ່​ສຳຄັນ​ໃນ​ເວລາ​ໄດ້ ສິ່ງເຫລົ່ານີ້​ຄື​ຄວາມ​ຄຽດ ແລະ ​ເຈົ້າ​ຈະ​ພົບ​ວ່າ ມັນ​ຍາກ​ຫລາຍ​ທີ່​ຈະ​ບໍ່​ກິນຂອງຫວານ ​ຫລື ​ກະແລ່ນຈັກອັນ​ໜຶ່ງ ຊຶ່ງ​ສິ່ງເຫລົ່ານີ້​ສາມາດ​ອະທິບາຍ​ໄດ້​ໂດຍ​ການສຶກສາ​ຂອງ​ຊາ​ວສະ​ວິ​ດເຊີ​ແລນ​ວ່າ​ເກີດ​ຫຍັງ​ຂຶ້ນ

ແທ້ໆ​ແລ້ວ ການສຶກສາ​ຄົ້ນ​ພົບ​ວ່າ ສະໝອງ​ຂອງ​ພວກ​ເຮົາ​ອາດຈະ​ກຳ​ລັງ​ຄິດ​ຕໍ່​ຕ້ານ​ເຮົາ​ຢູ່ ໃນ​ບາງ​ຄົນ ມັນ​ອາດຈະ​ທຳລາຍ​ຄວາມ​ຕັ້ງ​ໃຈ​ໃນ​ການ​ກິນ​ສິ່ງ​ທີ່​ຖືກ​ຕ້ອງ​ກໍ​ໄດ້

Silvia Maier ເຮັດວຽກ​ໃຫ້​ກັບ University of Zurich ປະເທດ​ສະ​ວິ​ດ​ເຊີ​ແລນ ນາງ​ແລະ​ທີມ​ວິ​ໄຈ​ຂອງ​ນາງ​ໄດ້​ທຳການ​ເຊີນ​ກຸ່ມ​ຜູ້​ຊາຍ​ໄວ​ລຸ້ນ​ຈຳນວນ​ກວ່າ 41 ຄົນ​ເຂົ້າ​ມາ​ໃນ​ຫ້ອງ​ແລັບ​ເພື່ອ​ທຳການ​ທົດສອບ ​ພວກເຂົາ​ເລີ່ມ​ໂດຍ​ການ​ສະແດງ​ອາຫານ​ກວ່າ 180 ຊະນິດ​ເທິງ​ໜ້າ​ຈໍ​ຄອມພິວເຕີ​ໃຫ້​ແຕ່​ລະ​ຄົນ​ເບິ່ງ ໃນ​ແຕ່​ລະ​ເທື່ອ ພວກເຂົາ​ຈະ​ຖາມ​ຜູ້​ຊາຍ​ເຫລົ່າ​ນັ້ນ​ເພື່ອ​ໃຫ້​​ຕັດ​ສິນ​ໃຈ​ວ່າ ມັນ​ດີ​ຕໍ່​ສຸກຂະພາບ​ບໍ ລົດ​ຊາດ​ເປັນ​ຢ່າງໃດ ຄວາມ​ໜ້າ​ກິນ​ຂອງ​ອາຫານ​ເປັນ​ຢ່າງໃດ

ຫລັງ​ຈາກ​ນັ້ນ ນັກ​ວິ​ໄຈ​ໄດ້​ເຮັດ​ການສ້າງ​ຄວາມ​ຄຽດ​ໃຫ້​ກັບ​ຜູ້​ຊາຍ​ຈຳນວນ​ກວ່າ 29 ຄົນ ​ພວກເຂົາ​ສ້າງ​ມັນ​ໂດຍ​ການ​ໃຫ້​ຜູ້​ຊາຍ​ເຫລົ່າ​ນັ້ນ​ນຳ​ມື​ຂ້າງ​ໜຶ່ງ​ວາງ​ໄວ້​ໃນ​ນ້ຳ​ເຢັນ​ເປັນ​ເວລາ​ສາມ​ນາ​ທີ ຖ້າ​ນ້ຳ​ນັ້ນ​ເຮັດໃຫ້​ບໍ່​​​ພໍ​ໃຈ ອາ​ສາ​ສະໝັກ​ເຫລົ່າ​ນັ້ນ​ສາມາດ​ຖອນ​ມື​ອອກ​ມາ​ໄດ້ ແຕ່​ພວກ​ເຂົາ​ຍັງ​ຕ້ອງ​ທຳການ​ເບິ່ງ​ວິ​ດີ​ໂອ​ອີກ​ດ້ວຍ ​ອາ​ສາ​ສະໝັກ​ຈະ​ຖືກ​ໂນ້ມ​ນ້າວ​ໃຫ້​ວາງ​ມື​ເຂົ້າໄປ​ໃນ​ນ້ຳ​ເຢັນ​ອີກ​ເທື່ອ​ ນັກ​ວິ​ໄຈ​ຈະ​ທຳການ​ເບິ່ງ ​ແລະ ​ບັນ​ທຶກ​ພາບ

ຜູ້​ຊາຍ​ອີກ 22 ຄົນ​ຈະ​ເອົາ​ມື​ຂ້າງ​ໜຶ່ງ​ຈຸ່ມ​ລົງ​ໄປ​ໃນ​ນ້ຳ​ອຸ່ນ ແລະ ​ບໍ່​ໄດ້​ທຳການ​ບັນ​ທຶ​ກວິ​ດີ​ໂອ

ຫລັງ​ຈາກ​ນັ້ນ ນັກ​ວິ​ໄຈ​ໄດ້​ສະແດງ​ກຸ່ມ​ຂອງ​ພາບ​ອາຫານ​ສອງ​ຊຸດ​ໃຫ້​ແຕ່​ລະ​ຄົນ​ເບິ່ງ ​ພວກເຂົາ​ເຮັດ​ແບບ​ນີ້​ປະ​ມານ 210 ເທື່ອ ແລະ ​ກ່ອນ​ທີ່​​ພວກເຂົາ​ຈະ​ເລີ່ມ​ທຳການ​ເລືອກ ຜູ້​ຊາຍ​ເຫລົ່າ​ນີ້​ຈະ​ຖືກ​ຖາມ​ໃຫ້​ເລືອ​ກວ່າ​ອັນ​ໃດ​ດີ​ຕໍ່​ສຸກຂະພາບ​ຫລາຍກວ່າ​ກັນ​ໃນ​ສອງ​ອັນ ເມື່ອ​ການ​ທົດສອບ​ຈົບ​ລົງ ນັກ​ວິທະຍາ​ສາດ​ຈະໃຫ້​ຂອງ​ກິນ​ຫລິ້ນ​ແກ່​ອາ​ສາ​ສະໝັກ ແຕ່​ລະ​ຄົນ​ຈະ​ໄດ້ຮັບ​ຂອງ​ກິນ​ຫລິ້ນ​ທີ່​ພວກ​ເຂົາ​ບອກວ່າ​ພວກເຂົາ​ຢາກ​ໄດ້​ມັນ

ທັ້ງໆ​ທີ່​ມີ​ການ​ແນະ​ນຳ​ກ່ຽວກັບ​ການ​ເລືອກ​ອາຫານ​ທີ່​ດີ​ຕໍ່​ສຸກຂະພາບ​ແລ້ວ​ນັ້ນ ກຸ່ມ​ຄົົນທີ່​ມີ​ຄວາມ​ຄຽດ​ມີ​ແນວ​ໂນ້ມ​ທີ່​ຈະ​ເລືອກ​ອາຫານ​ທີ່​ດີ​ຕໍ່​ສຸກຂະພາບ​ນ້ອຍ​ກວ່າ

ນັກ​ວິ​ໄຈ​ຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ສະແກນ​ທາງ​ສະໝອງ​ຂອງ​ອາ​ສາ​ສະໝັກ​ອີກ​ດ້ວຍ ຊຶ່ງ​ມັນ​ສະແດງ​ໃຫ້​ເຫັນ​ເຖິງ​ສ່ວນ​ຂອງ​ສະໝອງ​ສ່ວນ​ໃດ​ທີ່​ຖືກ​ກະຕຸ້ນ​ເມື່ອ​​ພວກເຂົາ​ທຳການ​ເລືອກ “ການ​ຄົ້ນ​ພົບ​ຂອງ​ເຮົາ​ຊີ້​ໃຫ້​ເຫັນ​ວ່າ ຄວາມ​ຄຽດ​ນັ້ນ​ສົ່ງ​ຜົນ​ຕໍ່​ກະ​ບວນ​ການ​ຕັດ​ສິນ​ໃຈ” ທີມ​ຂອງ Maier ໄດ້​ສະຫລຸບ​ໄວ້ ແລະ​ ມັນ​ເຮັດ​ສິ່ງ​ນີ້​ໄດ້​ໂດຍ​ການ​ປັບ​ປ່ຽນ​ທາງເດີນ​ຂອງ​ສະໝອງ​ສອງ​ທາງເດີນ ທາງເດີນ​ໜຶ່ງ​ຈະ​ສົ່ງ​ຜົນ​ຕໍ່​ຂໍ້​ມູນ​ຂອງ​ການ​ຮັບ​ລົດຊາດ ອີກ​ທາງເດີນ​ໜຶ່ງ​ຈະ​ສົ່ງ​ຜົນ​ຕໍ່​ຄວາມ​ສາມາດ​ຂອງ​ບຸກ​ຄົນ​ທີ່​ຕັ້ງ​ເປົ້າ​ໝາຍ​ໄວ້ ​ແລະ ​ທຳການ​ຕັດ​ສິນ​ໃຈ​ທີ່​ຈະ​ຍ່າງ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ເຊັ່ນ​ການ​ເລືອກ​ກິນ​ສິ່ງ​ທີ່​ດີ​ຕໍ່​ສຸກຂະພາບ​ເຮົາ

ການ​ຄົ້ນ​ພົບ​ນີ້​ຖືກ​ຕີ​ພິມ​ໃນ​ວາລະສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Neuron ເມື່ອ​ວັນທີ່ 5 ສິງ​ຫາ

ການສຶກສາ​ທີ່​ຫລາຍກວ່າ​ນີ້​ຍັງ​ເປັນ​ທີ່​ຕ້ອງ​ການ​ຢູ່​ເພື່ອ​ທີ່​ຈະ​ຢືນຢັນ​ການ​ຄົ້ນ​ພົບ​ເທື່ອ​ໃໝ່​ນີ້ ແຕ່​ສັນ​ຍານ​ທີ່ເກີດຂື້ນ​ຊີ້​ໃຫ້​ເຫັນ​ວ່າ ຄວາມ​ຄຽດ​ບໍ່​ພຽງ​ເຮັດໃຫ້​ອາຫານ​ນັ້ນ​ເບິ່ງ​ໜ້າ​ດຶງ​ດູດ​ໃຈ ແຕ່​ມັນ​ຍັງ​ສົ່ງ​ຜົນ​ຕໍ່​ຄວາມ​ສາມາດ​ທາງ​ສະໝອງ​ໃຫ້​ຕໍ່​ຕ້ານ​ການ​ກິນ​ສິ່ງ​ທີ່​ຖືກ​ຕ້ອງ​ອີກດ້ວຍ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...