Homeຂ່າວພາຍ​ໃນລາວ ຍັງຂາດມາດຕະຖານສີມືແຮງງານ ເພື່ອຕອບສະໜອງໃຫ້ໂຄງການອຸດສາຫະກຳໃຫຍ່

ລາວ ຍັງຂາດມາດຕະຖານສີມືແຮງງານ ເພື່ອຕອບສະໜອງໃຫ້ໂຄງການອຸດສາຫະກຳໃຫຍ່

Published on

onchan

ການນຳໃຊ້ກຳລັງແຮງງານລາວ ແລະ ຕ່າງປະເທດ ໃນໂຄງການລົງທຶນໃຫຍ່ຢູ່ໃນ ສປປ.ລາວ ຍັງບໍ່ທັນສອດຄ່ອງ ກັບກົດໝາຍແຮງງານ ທີ່ໄດ້ລະບຸວ່າ:ສາມາດນຳເຂົ້າແຮງງານຕ່າງປະເທດ ທີ່ມີລະດັບສີມືຂັ້ນຕ່ຳ 10% ແລະ 20% ສຳລັບແຮງງານຕ່າງປະເທດ ທີ່ມີລະດັບວິຊາການສູງ ແຕ່ຕົວຈິງແມ່ນແຮງງານຕ່າງປະເທດ ຍັງມີຫລາຍກວ່າ.

ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງແຮງງານ-ສະຫວັດດີການ-ສັງຄົມ ໄດ້ຊີ້ແຈງຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມ ເປີດກວ້າງຂອງລັດຖະບານ ປະຈຳປີ 2013 ລະຫວ່າງ ວັນທີ 16-20ກັນຍາ ທີ່ນະຄອນຫລວງວຽງຈັນ ວ່າ:ຄວາມຫວັງຂອງລັດຖະບານແມ່ນ ທຸກໆໂຄງການລົງທຶນ ຕ້ອງໃຫ້ພົນລະເມືອງລາວ ໄດ້ຮັບຜົນປະໂຫຍດສູງສຸດ ໂດຍສະເພາະການນຳໃຊ້ກຳລັງແຮງງານລາວ.ໃນແຜນດຸ່ນດ່ຽງແຮງ ງານຊີ້ໃຫ້ເຫັນວ່າ ແຕ່ປີ 2011-2015ແຮງງານລາວ ຈະຂາດດ້ານປະລິມານເຖິງ 9ໝື່ນຄົນ.ສະນັ້ນ ຈະຕ້ອງໄດ້ປະຕິບັດນະໂຍບາຍດຸ່ນດ່ຽງ ໂດຍ ການນຳເຂົ້າແຮງງານຕ່າງປະເທດ ແລະ 2ປີຜ່ານມາ ໄດ້ນຳເຂົ້າແຮງງານຕ່າງປະເທດ 2ໝື່ນກວ່າຄົນ ຄາດຄະເນໃນອະນາຄົດອັນໃກ້ນີ້ ຈະນຳເຂົ້າ ອີກ 7ໝື່ນຄົນ.ສິ່ງທີ່ທ້າທາຍອີກຢ່າງໜຶ່ງ ແມ່ນມາດຕະຖານ,ສະຕິ,ຄວາມອົດທົນ ແລະ ລະບຽບວິໄນຂອງກຳລັງແຮງງານລາວ ທຽບກັບປະເທດອື່ນ ແມ່ນຍັງຢູ່ໃນລະດັບຈຳກັດໂດຍສະເພາະເມື່ອໝູນໃຊ້ເຂົ້າໃນວຽກງານດ້ານອຸດສາຫະກຳ ເຊັ່ນ:ໂຄງການຜະລິດໄຟຟ້າຂະໜາດໃຫຍ່ ທີ່ຕ້ອງໃຊ້ເຕັກນິກ ວິຊາການສູງ ແຕ່ແຮງງານລາວທີ່ຄວາມສາມາດໄດ້ມາດຕະຖານຍັງມີຈຳກັດ ຈຶ່ງຈຳເປັນຕ້ອງໄດ້ນຳໃຊ້ແຮງງານຕ່າງປະເທດ ທີ່ມີຄວາມຊຳນິຊຳນານ ສະເພາະເປັນສ່ວນໃຫຍ່.ສ່ວນໂຄງການອື່ນໆ ກໍປະສົບບັນຫາກັບແຮງງານລາວ ທີ່ມັກພັກວຽກເປັນອາທິດເວລາມີບຸນບ້ານ,ບາງໂຮງງານ ໄດ້ໂຈະ ການດຳເນີນການຜະລິດໄວ້ຊົ່ວຄາວ ຍ້ອນລະດູເຮັດນາ,ກຳມະກອນພັກວຽກໄປເຮັດນາ. ຢ່າງໃດກໍຕາມ,ການນຳເຂົ້າ ຫລື ສົ່ງອອກແຮງງານ ໄປຕ່າງ ປະເທດ ແມ່ນກົດເກນໜຶ່ງ ເຊິ່ງບໍ່ມີປະເທດໃດສາມາດກຳນົດວ່າ ບໍ່ໃຫ້ແຮງງານຕ່າງປະເທດເຂົ້າປະເທດຕົນ ຫລື ຈຳກັດ ບໍ່ໃຫ້ແຮງງານຕົນອອກ ຕ່າງປະເທດ.ປະເທດເຮົາກໍເຊັ່ນກັນ,ບໍ່ສາມາດບັງຄັບບໍ່ໃຫ້ແຮງງານລາວ ອອກໄປເຮັດວຽກຢູ່ປະເທດບ້ານໃກ້ເຮືອນຄຽງໄດ້ ເຖິງວ່າ ພວກເຮົາໄດ້ ພະຍາຍາມ ໃນການດຶງດູດສຶກສາອົບຮົມ ເພີ່ມທະວີການລົງທຶນສົ່ງເສີມອາຊີບອິດສະລະຢູ່ເຂດຊົນນະບົດໃຫ້ຫລາຍຂຶ້ນ ແຕ່ກໍບໍ່ປະຕິເສດໄດ້ການຫລັ່ງ ໄຫລໄປຕ່າງປະເທດ.

ທ່ານ ນາງ ອ່ອນຈັນ ທຳມະວົງ ຍັງອະທິບາຍຕື່ມກ່ຽວກັບ ການສ້າງມາດຕະຖານໃຫ້ສີມືແຮງງານລາວ ເພື່ອສາມາດແຂ່ງຂັນໄດ້ເທົ່າທຽມກັບແຮງງານ ໃນປະເທດອາຊຽນວ່າ: ເພື່ອກຽມໃສ່ການເຂົ້າເປັນປະຊາຄົມເສດຖະກິດອາຊຽນ AECກໍໄດ້ມີຄວາມຕັ້ງໜ້າໃນການສືບຕໍ່ປັບປຸງກົດໝາຍວ່າດ້ວຍແຮງ ງານ,ດຳລັດວ່າດ້ວຍການສ້າງ ແລະ ພັດທະນາສີມືແຮງງານ ໂດຍລົງເລິກພາກຄຸ້ມຄອງ ແລະ ພັດທະນາກຳລັງແຮງງານ ໃຫ້ມັນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການ ຂອງການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ ໃຫ້ແຮງງານລາວມີຄຸນນະພາບ ສາມາດເຊື່ອມໂຍງກັບເສດຖະກິດ ອາຊຽນ ໃຫ້ໄດ້.ຄຽງຄູ່ກັນນີ້ ກໍໄດ້ສືບຕໍ່ກັບການປັບປຸງໂຄງລ່າງ ຄວາມເຂັ້ມແຂງຂອງບັນດາສູນພັດທະນາສີມືແຮງງານ ໂດຍສະເພາະ ສູນພັດທະນາ ສີມືແຮງ ງານຢູ່ໂພນພະເນົາ ໃຫ້ເປັນສູນຕົວແບບເທື່ອລະກ້າວ,ຍົກລະດັບສູນພັດທະນາ ສີມືແຮງງານມິດຕະພາບລາວ-ສ.ເກົາຫລີ ຢູ່ນະຄອນຫລວງວຽງຈັນ ໃຫ້ກາຍເປັນສະຖາບັນພັດທະນາສີມື ແລະ ທົດສອບມາດຕະຖານສີມືແຮງງານແຫ່ງຊາດ. ສົກປີ 2012-2013 ກະຊວງ ຮສສ ໄດ້ປະສານກັບ ພາກສ່ວນກ່ຽວຂ້ອງ ສຳເລັດກ່ຽວ ກັບການສ້າງມາດຕະຖານ ສີມືແຮງງານແຫ່ງຊາດໃນ 2 ສາຂາລວມ 17 ວິຊາຊີບຄື ສາຂາກໍ່ສ້າງເຄຫາສະຖານ 10 ວິຊາຊີບ  ແລະ ສາຂາວິຊາຊີບລົດຍົນ 7 ວິຊາຊີບ ທີ່ມີມາດຕະຖານສີມືແຮງງານແຫ່ງຊາດ. ຕໍ່ໄປຈະສືບຕໍ່ຝຶກສີມື ແລະ ກ້າວເຂົ້າສູ່ການດຳເນີນການ ທົດສອບມາດຕະຖານສີມືແຮງງານແຫ່ງຊາດ ໃຫ້ໄດ້ຫລາຍຂຶ້ນທັງດ້ານຈຳນວນ ແລະ ຮັບປະກັນ ຄຸນນະພາບ.ສົກປີ 2013-2014ສືບຕໍ່ສ້າງມາດ ຕະຖານສີມືແຮງງານແຫ່ງຊາດ ດ້ານການບໍລິການ ໂດຍສະເພາະຂະແໜງ ທ່ອງທ່ຽວ ແລະ ໄອທີ ເມື່ອມີຄວາມຊຳນານງານແລ້ວ ກໍກ້າວໄປສູ່ການ ທົດສອບ ຈຶ່ງສາມາດເຊື່ອມໂຕເຂົ້າກັບແຮງງານອາຊຽນໄດ້ ເມື່ອແຮງງານມີມາດຕະຖານເທົ່າກັບແຮງງານຂອງປະເທດອື່ນໆເທື່ອລະກ້າວ ຈຶ່ງຈະສາມາດ ຄ້ຳປະກັນ ກ່ຽວກັບສະຫວັດດີການ-ສັງຄົມ ຂອງກຳລັງແຮງງານ ເຊັ່ນ ເງິນເດືອນ ຫລື ຄ່າແຮງງານຂອງກຳມະກອນ.ເພາະຜ່ານມາເງິນເດືອນຂອງ ແຮງງານຕ່າງປະເທດແມ່ນສູງກວ່າແຮງງານລາວ ກໍຍ້ອນເຮົາບໍ່ທັນໄດ້ມາດຕະຖານສີມືແຮງງານ ແຫ່ງຊາດ ແລະ ບໍ່ທັນໄດ້ຮັບການທົດສອບສີມືແຮງ ງານຈຶ່ງບໍ່ມີຄວາມຍຸຕິທຳໃນການໃຫ້ ເງິນເດືອນລະຫວ່າງລາວ ແລະ ຕ່າງປະເທດ
ທີ່ມາhttp://www.kpl.net.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...