spot_img
Homeວິທະຍາສາດ-ວິທະຍາການເປັນຫຍັງ ຄົນເຮົາຄືນອນກົນ

ເປັນຫຍັງ ຄົນເຮົາຄືນອນກົນ

Published on

A19-article-20111222-115920

ການ​ນອນ​ກົນ​ເປັນ​ເລື່ອງ​ຂອງ​ທຳມະຊາດ​ຢ່າງ​ໜຶ່ງແຕ່​ດ້ວຍ​ຄວາມ​ກ້າວ​ໜ້າ​ທາງ​ການ​ແພດເຮັດໃຫ້​ຮັບ​ຮູ້​ວ່າການ “ນອນ​ກົນ” ມີ​ອັນຕະລາຍ​ຕໍ່​ສຸຂະພາບ​ຂອງ​ຕົນເອງ ແລະ ​ຄົນ​ໃກ້​ຊິດ​ຢ່າງ​ຫລາຍ ຈະ​ຮູ້​ໄດ້​ຢ່າງໃດ​ວ່າ​ເປັນ​ຄົນ “ນອນ​ກົນ”ເລື່ອງ​ນີ້​ງ່າຍ​ຫລາຍ​ໆ ນັ້ນ​ຄື ຖາມ​ຄົນ​ໃກ້​ຊິດ (ບໍ່​ວ່າ​ຈະ​ເປັນ ຜົວ ເມຍ ຫລື ​ລູກ​ຫລານ​ກໍ​ໄດ້) ຖ້າ​ບໍ່​ເຊື່ອ​ກໍ​ຄວນ​ໃຫ້​ຄົນ​ໃກ້​ຊິດ​ບັນ​ທຶກ​ສຽງ​ຂະນະ​ຫລັບໄວ້​ເປີດ​ຟັງ​ໃນ​ເວລາ​ຕື່ນ​ນອນ​ວ່າ​ສຽງ “ນອນ​ກົນ”ຂອງ​ຕົນ​ລົບກວນ​ຄົນ​ອື່ນ​ຫລາຍໃດ ວ່າເຮົາ​ນອນ​ກົນ​ ແລະ ​ລົບກວນ​ຄົນ​ໃກ້​ຊິດ​ຫລາຍ​ນ້ອຍ​ຂະໜາດ​ໃດ ແລະ ​ເຮັດ​ຢ່າງໃດ​ເຖິງ​ຈະ​ບໍ່​ນອນ​ກົນ​ອີກ​ຕໍ່ໄປ?..

ນອນ​ກົນ​ຄື​ຫຍັງ??
ນອນ​ກົນ ຄື ຄວາມ​ຜິດ​ປົກກະຕິ​ຂອງ​ການ​ນອນ ມີ 7 ຊະນິດ ດັ່ງ​ນີ້

  1. ຊະນິດ​ບໍ່​ອັນຕະລາຍບໍ່​ເຮັດໃຫ້​ເກີດ​ຜົນ​ເສຍ​ຕໍ່​ສຸຂະພາບພຽງ​ແຕ່​ກໍ່​ຄວາມ​ລຳ​ຄານ​ໃຫ້​ຄົນ​ໃກ້​ຊິດ​ເທົ່າ​ນັ້ນ
  2. ຊະນິດ​ອັນຕະລາຍນັ້ນ​ຄື ຢຸດ​ຫາຍ​ໃຈ​ຂະນະ​ຫລັບອັນ​ເນື່ອງ​ມາ​ຈາກ​ມີ​ການ​ອຸດ​ຕັນ​ຂອງ​ທາງເດີນ​ຫາຍ​ໃຈ​ຂະນະ​ຫລັບພາ​ວະ​ອຸດ​ຕັນ​ທາງເດີນ​ຫາຍ​ໃຈ​ສ່ວນ​ເທິງ ແລະ ​ລະບົບ​ປະສາດ​ສ່ວນ​ກາງ​ຜິດ​ປົກກະຕິ ຈະ​ສັງເກດ​ອາການ​ຕົນເອງ​ໄດ້​ຢ່າງໃດ??
    ບາງເທື່ອ​ຄົົນທີ່​ນອນ​ກົນ ບໍ່​ຮູ້ວ່າ​ມີ​ພາ​ວະ​ຢຸດ​ຫາຍ​ໃຈ​ຂະນະ​ຫລັບ​ຮ່ວມ​ດ້ວຍ​ ຫລື ​ບໍ່ ອາດ​ໃຫ້​ຄົນ​ນອນ​ຂ້າງໆ ສັງເກດ ​ຫລື ​ພິຈາລະນາ​ວ່າ​ມີ​ອາການ​ເຫລົ່າ​ນີ້​ ຫລື​ ບໍ່
  3. 1. ນອນ​ກົນ​ສຽງ​ດັ່ງ
  4. 2. ຮູ້ສຶກ​ນອນ​ບໍ່​ເຕັມ​ຕື່ນ ອ່ອນ​ເພຍ​ຫລັງ​ຕື່ນ​ນອນ ທັງ​ທີ່​ມີ​ເວລາ​ນອນ​ພຽງ​ພໍ
  5. 3. ຕື່ນ​ນອນ​ຕອນ​ເຊົ້າ​ມີ​ອາການ​ປວດ​ຫົວ​ຮ່ວມ​ດ້ວຍ
  6. 4. ຫາວ​ນອນ​ເລື້ອຍໆ ຫລື​ ຫລັບ​ງ່າຍ​ໃນ​ກາງເວັນ ຂະນະ​ເຮັດວຽກ ​ຫລື​ ຮຽນ​ໜັງສື ຈົນ​ເຖິງ​ຂັ້ນ​ມີ​ອັນຕະລາຍ​ເຊັ່ນ​ອຸປະຕິເຫດ​ກ່ຽວກັບ​ລົດ​ (ຫລັບ​ໃນ) ຫລື​ ອຸປະຕິເຫດ​ກ່ຽວກັບ​ເຄື່ອງ​ຈັກ​​ຕ່າງໆ
  7. 5. ຄວາມ​ຄິດ​ການ​ອ່ານ ຄວາມ​ສາມາດ​ໃນ​ການ​ຈົດ​ຈຳ​ຫລຸດລົງ
  8. 6. ຫງຸດ​ຫງິດ​ງ່າຍ ອາລົມ​ເສຍ​ເລື້ອຍ​ກວ່າ​ປົກກະຕິ
  9. 7. ໃນ​ເດັກ​ອາດ​ເຮັດໃຫ້​ມີ​ການ​ປ່ຽນ​ແປງ ຮ່າງກາຍ​ບໍ່​ແຂງ​ແຮງ ຍ່ຽວ​ໃສ່​ບ່ອນນ​ອນ

ໃຜ​ແດ່ທີ່​ນອນ​ກົນ??
ເພດ​ຊາຍ ນອນ​ກົນ​ປະ​ມານ​ຮ້ອຍ​ລະ 25
ເພດ​ຍິງ ນອນ​ກົນ​ປະ​ມານ​ຮ້ອຍ​ລະ 15
ໃນ​ກຸ່ມ​ອາ​ຍຸ​ຫລາຍກວ່າ  40 ປີ ເພດ​ຊາຍ​ນອນ​ກົນ​ຮ້ອຍ​ລະ  50 ໃນ​ຂະນະ​ທີ່​ເພດ​ຍິງ​ນອນ​ກົນ​ຮ້ອຍ​ລະ  40
ໃນ​ກຸ່ມ​ຄົນ​ທົ່ວ​ໄປ​ທີ່ນ​ອນ​ກົນ ພົບ​ວ່າ​ຮ້ອຍ​ລະ  1 ຢຸດ​ຫາຍ​ໃຈ​ຂະນະ​ຫລັບ
ສຳລັບ​ໃນ​ກຸ່ມ​ຜູ້​ຊາຍ​ສູງ​ອາ​ຍຸ​ ແລະ ​ອ້ວນ ພົບ​ຢຸດ​ຫາຍ​ໃຈ​ຂະນະ​ຫລັບ​ຮ້ອຍ​ລະ  10

ປັດ​ໄຈ​ທີ່​ເຮັດໃຫ້​ຄົນ​ເຮົາ​ນອນ​ກົນ

  1. 1. ອາ​ຍຸໃນ​ຄົົນທີ່​ມີ​ອາ​ຍຸ​ຫລາຍ ເນື້ອ​ເຍື່ອ​ຕ່າງໆ ຂາດ​ຄວາມ​ຕຶງ​ຕົວ ກ້າມ​ເນື້ອ​ຢ່ອນຍານ ລວມ​ທັງ​ຊ່ອງ​ທາງເດີນ​ຫາຍ​ໃຈ​ບໍລິເວນ​ຄໍ​ແຄບ​ລົງ ລິ້ນ​ໄກ່​ ແລະ ​ລິ້ນ​ຕົກ​ໄປ​ບັງ​ທາງເດີນ​ຫາຍ​ໃຈ​ໄດ້​ງ່າຍ
  2. 2. ເພດເພດ​ຊາຍ​ມີ​ການ​ນອນ​ກົນ​ ແລະ ​ພາວ​ການ​ຢຸດ​ຫາຍ​ໃຈ​ຂະນະ​ຫລັບ​ຈາກ​ການ​ອຸດ​ຕັນ​ທາງເດີນ​ຫາຍ​ໃຈ​ສ່ວນ​ເທິງ​ຫລາຍກວ່າ​ເພດ​ຍິງ ເຊື່ອ​ວ່າ​ຮໍ​ໂມນ​ຂອງ​ເພດ​ຍິງ​ມີ​ສ່ວນ​ເຮັດໃຫ້​ກ້າມ​ເນື້ອທີ່​ເຮັດ​ຫນ້າທີ່​ຂະຫຍາຍ​ຊ່ອງ​ທາງເດີນ​ຫາຍ​ໃຈ ມີ​ຄວາມ​ຕຶງ​ຕົວ​ທີ່​ດີກວ່າ
  3. 3. ລັກສະນະ​ໂຄງ​ສ້າງ​ຂອງ​ກະດູກ​ໃບ​ໜ້າຄົົນທີ່​ມີ​ຄາງ​ສັ້ນ​ຫລາຍ ກະດູກ​ໃບ​ໜ້າ​ແບນ ຈະ​ມີ​ຜົນ​ເຮັດໃຫ້​ຊ່ອງ​ທາງເດີນ​ຫາຍ​ໃຈ​ສ່ວນ​ເທິງ​ແຄບ​ກວ່າ​ປົກກະຕິ
  4. 4. ຄວາມ​ອ້ວນຜູ້​ທີ່​ມີ​ນ້ຳ​ໜັກ​ຫລາຍ​ຈະ​ມີ​ການ​ສະ​ສົມ​ຂອງ​ໄຂ​ມັນ​ຫລາຍ​ບໍລິເວນ​ລຳ​ຄໍ​ແລະ​ຜົ້ງເອິກ ເຮັດໃຫ້​ຊ່ອງ​ທາງເດີນ​ຫາຍ​ໃຈ​ແຄບ​ລົງ ການ​ເຄື່ອນ​ໄຫວ​ຂອງ​ໜ້າ​ເອິກ​ຮ້າຍກວ່າເກົ່າ
  5. 5. ການ​ດື່ມ​ເຫລົ້າຢາ​ຄາຍ​ຄຽດ ແລະ​ ຢານອນ​ຫລັບເຮັດໃຫ້​ກ້າມ​ເນື້ອ​ມີ​ອາການ​ອ່ອນ​ແຮງ ລວມ​ເຖິງ​ກ້າມ​ເນື້ອ​ໃນ​ລຳ​ຄໍ ເກີດ​ການ​ອຸດ​ຕັນ​ທາງເດີນ​ຫາຍ​ໃຈ​ໄດ້​ງ່າຍ ນອກ​ຈາກ​ນີ້ເຫລົ້າ ​ແລະ​ ຢາ​ຍິ່ງ​ມີ​ຜົນ​ກົດ​ການເຮັດວຽກງານ​ຂອງ​ສະໝອງ​ໃຫ້​ຊ້າ​ກວ່າ​ປົກກະຕິ
  6. 6. ການ​ສູບ​ຢາເຮັດໃຫ້​ລະບົບ​ທາງເດີນ​ຫາຍ​ໃຈ​ມີ​ປະ​ສິດ​ທິ​ພາບ​ຮ້າຍກວ່າເກົ່າ
  7. ກຳມະພັນ

ແນວ​ທາງ​ປ້ອງ​ກັນ​ ແລະ ​ປິ່ນປົວ​ອາການ​ນອນ​ກົນ​ເບື້ອງ​ຕົ້ນ​ດ້ວຍ​ຕົນເອງ
1. ການ​ຄວບ​ຄຸມ​ນ້ຳ​ໜັກ ຫລຸດ​ນ້ຳ​ໜັກ​ລົງ​ເຮັດໃຫ້​ນອນ​ກົນ​ນ້ອຍ​ລົງ

  1. ຫລີກ​ລ້ຽງ​ການ​ດື່ມ​ເຫລົ້າ
  2. ປ່ຽນ​ທ່ານ​ອນການ​ທີ່​ເຮົາ​ນອນ​ຫງາຍ​ຈະ​ມີ​ອາການ​ກົນ​ຂະນະ​ຫລັບ

ໄດ້​ເລື້ອຍ​ກວ່າ​ນອນ​ຕະ​ແຄງ​ ຫລື​ ນອນ​ຄວ່ຳ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...