spot_img
Homeວິທະຍາສາດ-ວິທະຍາການລະວັງການຊົນກັນໃນກີລາເຕະບານ

ລະວັງການຊົນກັນໃນກີລາເຕະບານ

Published on

ການ​ໃຊ້​ຫົວຫລິ້ນ​ບານເຮັດໃຫ້​ເກີດ​ການ​ກະທົບ​ ແຕ່​ມັນ​ບໍ່ແມ່ນ​ສາ​ເຫດ​ຫລັກ​ຂອງ​ການ​ເກີດ​ອາການ​ບາດ​ເຈັບ​ທາງ​ສະໝອງ

32582c4e3bebc66087e62f2d61db5e20

ກົດ​ຫລັກ​ຂອງ​ກິລາເຕະບານ​ກໍ​ຄື ຫ້າມ​ໃຊ້​ແຂນ​ຫລື​ມື​ໃນ​ການ​ຫລິ້ນ ດັ່ງ​ນັ້ນ​ເມື່ອ​ລູກ​ບານ​ຖືກ​ສົ່ງ​ຂື້ນຢູ່ເທີງ​ອາ​ກາດ ວິທີ​ທີ່​ງ່າຍ​ທີ່ສຸດ​ຂອງ​ຜູ້​ຫລິ້ນ​ທີ່​ຈະ​ທຳການ​ປ່ຽນ​ແປງ​ທິດ​ທາງ​ຂອງ​ລູກ​ບານ​ຄື ການ​ໃຊ້​ຫົວ ຜູ້​ຫລິ້ນ​ທີ່​ໃຊ້​ຫົວ​ໃນ​ການ​ໂໝ່ງ​ບານ​ສາມາດ​ເຮັດ​ໃຫ້​ເກີດ​ການ​ກະທົບ​ກະ​ເທືອນ​ຕໍ່​ສະຫມອງ​ຊຶ່ງ​ເປັນ ຊະນິດ​ໜຶ່ງ​ຂອງ​ອາການ​ບາດ​ເຈັບ​ຂອງ​ສະຫມອງ​ໄດ້

ອົງ​ກອນ​ກີລາ​ຫລາຍໆ ອົງ​ກອນ​ນັ້ນ​ສະໜັບສະໜູນ​ການ​ຫ້າມ​ບໍ່​ໃຫ້​ຜູ້​ຫລິ້ນ​ທຳການ​ໃຊ້​ຫົວໂໝ່ງ​ບານ​ໃນ​ກຸ່ມ​ຂອງ​ຜູ້​ຫລິ້ນ​ເຍົາ​ວະ​ຊົນ ແຕ່​ນັກ​ວິ​ໄຈ​ທີ່ University of Colorado ໃນ Denver ໄດ້​ລາຍ​ງານ​ວ່າ ຜູ້​ຫລິ້ນ​ທີ່​ໃຊ້​ຫົວ​ໃນ​ການ​ຫລິ້ນ​ບໍ່​ໄດ້​ເປັນ​ບັນຫາ​ຫລັກ​ຂອງ​ເລື່ອງ​ນີ້ ການ​ກະທົບ​ກະ​ເທືອນ​ຂອງ​ສະຫມອງ​ນັ້ນ​ເກີດ​ມາ​ຈາກ ຜູ້​ຫລິ້ນ​ບານ​ໃນ​ທີມ​ທຳກາ​ນສະກັດ​ກັ້ນ​ຢ່າງ​ຮຸນແຮງ​ແລະ​ຮ່າງກາຍ​ຂອງ​ຜູ້​ຫລິ້ນ​ຊົນກັນ​ເອງ

ນັກ​ລະ​ບາດ​ວິທະຍາ Dawn Comstock ເປັນ​ຜູ້​ນຳ​ການສຶກສາ​ນີ້ ຊຶ່ງ​ປາກົດ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ JAMA Pediatrics

Comstock ແລະ​ທີມ​ວິ​ໄຈ​ຂອງ​ນາງ​ໄດ້​ທຳການ​ວິ​ເຄາະ​ຂໍ້​ມູນ​ຈາກ ລາຍ​ງານ​ຂໍ້​ມູນ​ອອນ​ໄລນ໌​ຂອງ​ໂຮງຮຽນ​ມັດທະ​ຍົມ​ປາຍ ໂດຍ​ທີ່​ໃນ​ເວັບ​ໄຊຕ໌​ນີ້​ຈະ​ທຳການ​ຕິດ​ຕາມ​ອາການ​ບາດ​ເຈັບ​ທາງ​ກີລາ​ຂອງ​ນັກ​ກີລາ​ໃນ​ໂຮງຮຽນ​ມັດ​ທະຍົມ​ປາຍ​ຂອງ​ປະເທດ​ສະ​ຫາຣັດ​ອາ​ເມ​ຣິ​ກາ ເມື່ອ​ປີ​ທີ່​ແລ້ວ ກຸ່ມ​ວິ​ໄຈ​ຂອງ Comstock ໄດ້​ສະແດງ​ເຖິງ​ການ​ວິ​ເຄາະ​ແບບ​ດຽວ​ກັນ​ກັບ​ອາການ​ບາດ​ເຈັບ​ຂອງ​ກີລາ​ປະ​ເພດ​ໜຶ່ງ​ທີ່​ເອີ້ນວ່າ lacrosse ແລ້ວ ໃນ​ຕອນ​ນີ້ ພວກ​ເຂົາ​ໄດ້​ເນັນ​ໄປ​ທີ່​ອາການ​ການ​ກະທົບ​ກະ​ເທືອນ​ທີ່​ເກີດ​ຈາກ​ກີລາ​ແຕະບານ​ຊຶ່ງ​ມີ​ຫລາຍກວ່າ 600,000 ກໍລະນີ​ທີ່​ລາຍ​ງານ​ໃນ​ໄລຍະ​ປີ 2005 ເຖິງ 2014

ໃນ​ບາງ​ອາການ​ບາດ​ເຈັບ (17% ​ໃນ​ກຸ່ມ​ເດັກ​ຜູ້​ຊາຍ ​ແລະ 29% ​ໃນ​ກຸ່ມ​ເດັກ​ຜູ້ຍິງ) ເກີດ​ມາ​ຈາກ​ລູກ​ບານ ຫລື​ ​ສ່ວນ​ບາງຢ່າງ​ຂອງ​ອຸປະກອນ​ສວມ​ໃສ່ ການ​ກະທົບ​ກະ​ເທືອນ​ອື່ນໆ ເກີດ​ມາ​ຈາກ​ເມື່ອ​ຜູ້​ຫລິ້ນ​ລົ້ມລົງກັບ​ພື້ນ (13.3​% ໃນ​ເດັກ​ຜູ້​ຊາຍ​ແລະ 19.2% ​ໃນ​ເດັກ​ຜູ້ຍິງ) ແຕ່​ການ​ກະ​ແທກ​ກັນ​ລະຫວ່າງ​ຜູ້​ຫລິ້ນ​ສອງ​ຄົນ​ນັ້ນ​ຈະ​ຢູ່​ທີ່ 68.6% ​ໃນ​ເດັກ​ຜູ້​ຊາຍ ແລະ 51.3% ​ໃນ​ເດັກ​ຜູ້ຍິງ​ຊຶ່ງ​ມີ​ອາການ​ບາດ​ເຈັບ​ທາງ​ສະຫມອງ

ນັກ​ວິ​ໄຈ​ຍັງ​ໄດ້​ສຶກ​ສາ​ກ່ຽວກັບ​ການ​ກະທົບ​ເທືອນ​ທີ່​ເກີດ​ຈາກ​ການ​ໃຊ້ຫົວ​ຫລິ້ນ​ອີກ​ດ້ວຍ ປະ​ມານ 30.6% ​ໃນ​ເດັກ​ຜູ້​ຊາຍ​ຈະ​ໄດ້ຮັບ​ການ​ກະທົບ​ກະ​ເທືອນ​ຮູບ​ແບບ​ນີ້ ແລະ 25.3 % ​ຈະ​ເປັນ​ໃນ​ສ່ວນ​ຂອງ​ເດັກ​ຜູ້ຍິງ ແຕ່​ມີ​ເປີ​ເຊັນພຽງ​ເລັກນ້ອຍ​ເທົ່າ​ນັ້ນ​ທີ່​ເກີດ​ອາການ​ບາດ​ເຈັບ​ທາງ​ສະຫມອງ​ທີ່​ມາ​ຈາກ​ໝາກ​ບານ​ກະທົບ​ເຂົ້າ​ທີ່​ຫົວ ຫລາຍກວ່າເ​ຄີ່ງ​ໜຶ່ງ​ຂອງ​ການ​ກະທົບ​ກະ​ເທືອນ​ທີ່​ມີ​ຜົນ​ຕໍ່​ການ​ບາດ​ເຈັບ​ທາງ​ສະຫມອງ​ນັ້ນ​ມາ​ຈາ​ການ​ການ​ຊົນກັນ​ຂອງ​ຜູ້​ຫລິ້ນ​ສອງ​ຄົນ

ການ​ຊົນກັນ​ໃນ​ເກມ​ເຕະບານ​ນັ້ນ​ເປັນເລື່ອງ​ທີ່ເກີດຂື້ນ​ເປັນ​ເລື່ອງ​ປົກກະຕິ​ຢູ່​ແລ້ວ ຊຶ່ງ​ນັ້ນ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ການ​ຫລິ້ນ​ທີ່​ເບິ່ງ​ເຂັມ​ຂົ້ນ​ຫລາຍ​ຂຶ້ນ ທາງ​ອອກ​ທີ່​ດີ​ທີ່ສຸດ​ໃນ​ການ​ຫລຸດ​ຜ່ອນອາການ​ບາດ​ເຈັບ​ທາງ​ສະໝອງ​ບໍ່ແມ່ນ​ການ​ຫ້າມ​ຜູ້​ຫລິ້ນ​ໃຊ້​ຫົວ​ໃນ​ການ​ເຂົ້າ​ຫລິ້ນ ການ​ອອກ​ກົດ​ລະບຽບ​ແລະ​ການ​ປ້ອງ​ກັນ​ການ​ຊົນກັນ​ໜ້າ​ຈະ​ເປັນ​ເລື່ອງ​ທີ່​ເບິ່ງ​ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...