spot_img
Homeຂ່າວພາຍ​ໃນທີມຊາດລາວຊຸດໃຫຍ່ໄປບໍ່ລອດອີກຕາມເຄີຍ

ທີມຊາດລາວຊຸດໃຫຍ່ໄປບໍ່ລອດອີກຕາມເຄີຍ

Published on

ການແຂ່ງຂັນບານໂລກ 2018 ຮອບຄັດເລືອກ ໂຊນອາຊີ ກຸ່ມ G ນັດລະຫວ່າງ ທີມຊາດລາວ ພົບກັບ ທີມຊາດຄູເວດ ໃນວັນທີ 8 ກັນຍາ 2015 ເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ ຜົນການແຂ່ງຂັນນັດນີ້ແມ່ນທີມຊາດລາວເສຍໃຫ້ທີມຊາດຄູເວດຄາບ້ານ 0-2 ປະຕູ

ສ່ວນຜົນງານທີ່ຜ່ານມາຂອງທີມຊາດລາວ ຊຸດໃຫຍ່ໃນລາຍການນີ້ ສະເໝີ ມຽນມາ 2-2 ປະຕູ , ເສຍໃຫ້ ເລບານອນ 0-2 ປະຕູ, ເສຍໃຫ້ ສ.ເກົາຫຼີ 0-8 ປະຕູ ແລະ ຫຼ້າສຸດເສຍໃຫ້ ຄູເວດ 0-2 ປະຕູ.

ສຳລັບ ຕາຕະລາງແຂ່ງຂັນນັດຕໍ່ໄປຂອງທີມຊາດລາວ ໃນວັນທີ 13 ຕຸລາ 2015 ພົບກັບ ມຽນມາ (ບໍ່ລະບຸສະໜາມ ແລະ ເວລາ ເຈົ້າບ້ານຂອງມຽນມາ), ໃນວັນທີ 12 ພະຈິກ 2015 ພົບກັບ ເລບານອນ ທີ່ສະໜາມກິລາຄາມິລເລ ຊາມຸນ ເລບານອນ ເວລາ 17:00 ໂມງ, ໃນວັນທີ 17 ພະຈິກ 2015 ພົບກັບ ສ ເກົາຫຼີ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສປປ ລາວ ເວລາ 18:00 ໂມງ ແລະ ໃນວັນທີ 24 ມີນາ 2016 ພົບກັບ ຄູເວດ ທີ່ສະໜາມກິລາອາ-ຮາມາດິ ຄູເວດ ເວລາ18:35 ໂມງ

11990542_1640678546149664_7942638045918680837_n

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...