spot_img
Homeຂ່າວການສຶກສາໂຮງຮຽນສາມັນກິນອນຊົນເຜົ່າອຸດົມໄຊໄດ້ຮັບທຶນ 7 ລ້ານກວ່າບາດຈາກສົມເດັດພະເທບພະຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ

ໂຮງຮຽນສາມັນກິນອນຊົນເຜົ່າອຸດົມໄຊໄດ້ຮັບທຶນ 7 ລ້ານກວ່າບາດຈາກສົມເດັດພະເທບພະຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ

Published on

ໂຮງຮຽນສາມັນກິນອນຊົນເຜົ່າອຸດົມໄຊ ໄດ້ຮັບທຶນ 7 ລ້ານກວ່າບາດຈາກ ສົມເດັດພະເທບພະຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ ເພື່ອກໍ່ສ້າງອາຄານຮຽນຫຼັງໃໝ່ ພຶທີເປີດການກໍ່ສ້າງໄດ້ມີຂື້ນໃນຕອນບ່າຍຂອງວັນທີ 3 ກັນຍາ 2015 ນີ້, ເປັນກຽດເຂົ້າຮ່ວມເທປູນຊີມັງເປີດການກໍ່ສ້າງປະຖົມມະເລີກໂດຍ ມີທ່ານຄໍາແພງ ຈິດຕະວົງ ຮອງເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ພິດສະນຸ ຈັນວິທັນ ເອກກັກຄະລັດຊະທູດແຫ່ງຣາຊະອານາຈັກໄທປະຈໍາລາວ ພ້ອມດ້ວຍຫົວໜ້າພະແນກ, ຮອງພະແນກການອ້ອມຂ້າງທີ່ກ່ຽວຂ້ອງ, ພະນັກງານຄູອາຈານ ແລະ ນ້ອງນັກຮຽນຈໍານວນໜຶ່ງ.

ອາຄານຮຽນໄດ້ຮັບການກໍ່ສ້າງໃນເທື່ອນີ້ ເປັນອາຄານແບບຖາວອນ 1 ຫຼັງ, 2 ຊັ້ນ, 8 ຫ້ອງຮຽນ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກທຶນນາງສົມເດັດພະເທບຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາຣີ ແຫ່ງຣາຊະອານາຈັກໄທ ໃນມູນຄ່າ 7 ລ້ານກວ່າບາດ, ເພື່ອສົງເສີມໂຄງການຮ່ວມມືເພື່ອການພັດທະນາດ້ານການສຶກສາໄທ-ລາວ, ຮັບເໜົາການກໍ່ສ້າງໂດຍແມ່ນບໍລິສັດ ກະດິງໄຊ ກໍ່ສ້າງ ຄາດວ່າໃຫ້ສໍາເລັດໃນຕົ້ນປີໜ້ານີ້, ໂຮງຮຽນສາມັນກິນອນຊົນເຜົ່າອຸດົມໄຊ ເປັນໂຮງຮຽນມັດທະຍົມສົມບູນທີ່ເຕົ້າໂຮມເອົາບັນດານັກຮຽນບັນດາເຜົ່າທີ່ຢູ່ຫ່າງໄກສອກຫຼີກ, ຂາດເຂີນ, ເປັນກໍາພ້າກໍາພອຍດ້ວຍໂອກາດເຂົ້າເຖິງການສຶກສາຈາກ 4 ແຂວງພາກເໜືອຂອງລາວໄດ້ແກ່ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງອຸດົມໄຊ ມາເຂົ້າຮຽນຢູ່ທີ່ນີ້ ໂດຍທຶນຈາກລັດຖະບານລາວເປັນຜູ່ດູແລລວມທັງຄ່າກິນຢູ່ພັກເຊົ່າເຄື່ອງນຸ່ງຮົມທັງສະໜອງອຸປະກອນການຮຽນ ເງິນເບ້ຍລ້ຽງ ແລະ ສົ່ງເສີມໄປຮຽນຕໍ່ວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ ຈໍານວນໜຶ່ງ ໃຫ້ບັນດານັກຮຽນຊົນເຜົ່າໄດ້ມີຊີວິດການເປັນຢູ່ດີຂື້ນ ແລະ ໄດ້ຮັບໂອກາດທາງດ້ານການສຶກສາເທົ່າທຽມກັນໃນສັງຄົມ.

1908022_1620154484902039_3683401551229354265_n

10985409_1620154648235356_4929273219441958401_n

11060014_1620153728235448_8996431265168601389_n

11923226_1620154094902078_4647573505586440662_n

11925994_1620154794902008_7695699209954564042_n

11949506_1620153941568760_5094654635165987192_n

11986609_1620155121568642_5853197410637793505_n

11987194_1620154551568699_5980344353674637986_n

11988601_1620154301568724_1789951375901195092_n

ຂອບໃຈຂ່າວແລະພາບຈາກ: ສກຂ ຫົວພັນ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...