ນັກວິໄຈທີ່ມະຫາວິທະຍາໄລໂຕລອນໂຕ ແຄນາດາຄົ້ນພົບໂມເລກຸນຕົວໜຶ່ງໃນຊຽວທີ່ເປັນກະແຈສຳຄັນຕໍ່ການພັດທະນາມະນຸດຈົນກາຍເປັນສັດທີ່ສະຫລາດທີ່ສຸດໃນໂລກ
ສາດສະດາຈານ ເບນຈາມິນ ເບຣນໂຄ ແຫ່ງມະຫາວິທະຍາໄລໂຕລອນໂຕ ແລະ ທີມງານໄດ້ຄົ້ນພົບວ່າ ການປ່ຽນແປງໃນໂປຕີນທີ່ຊື່ PTBP1 ຊ່ວຍກະຕຸ້ນການສ້າງຊຽວປະສາດໄດ້ ແລະ ອາດຈະເປັນກະແຈສຳຄັນທີ່ເຮັດໃຫ້ວິວັດທະນາການຂອງສັດລ້ຽງລູກດ້ວຍນົມນັ້ນມີຫລາຍກວ່າສັດຊະນິດອື່ນໆທຽບກັບສັດມີກະດູກສັນຫລັງອື່ນໆ ໂດຍງານວິໄຈນີ້ໄດ້ຮັບການເຜີຍແຜ່ໃນວາລະສານວິຊາການ Science ແລ້ວ
ສັດລ້ຽງລູກດ້ວຍນົມມີຂະໜາດສະຫມອງແລະຄວາມຊັບຊ້ອນທີ່ແຕກຕ່າງກັນ ແຕ່ກໍຍັງບໍ່ມີໃຜຮູ້ຊັດເຈັນວ່າຄວາມແຕກຕ່າງນີ້ມີທີ່ມາທີ່ໄປຢ່າງໃດ ເຊັ່ນ ມະນຸດກັບກົບນັ້ນມີວິວັດທະນາການແຍກກັນມາ 350 ລ້ານປີແລະມີຄວາມສາມາດທາງສະຫມອງທີ່ແຕກຕ່າງກັນຫລາຍ ແຕ່ນັກວິທະຍາສາດກໍໄດ້ຮູ້ວ່າມີຍີນບາງສ່ວນຂອງຄົນກັບກົບທີ່ຄ້າຍໆກັນ ຊຶ່ງກໍເພື່ອການສ້າງອະໄວຍະວະຂອງຮ່າງກາຍນັ້ນເອງ
ຄຳຖາມຄື ຍີນທີ່ຄ້າຍໆກັນເຫລົ່ານັ້ນເຮັດໃຫ້ເກີດໂຄງສ້າງທີ່ແຕກຕ່າງກັນ ທັງຂະໜາດແລະຄວາມຊັບຊ້ອນຂອງອະໄວຍະວະໄດ້ຢ່າງໃດ?
ຂະບວນການທີ່ເປັນກະແຈສຳຄັນຢູ່ໃນງານວິໄຈຂອງ ສ.ເບຣນໂຄ ແລະ ທີມງານ ທີ່ໄດ້ເອີ້ນຂະບວນການນີ້ວ່າ alternative splicing (AS) ຫລືການປະສານທາງເລືອກ ທັງນີ້ ຂະບວນການນີ້ຈະໃຫ້ຜະລິດຕະພັນຂອງຍີນອອກມາຊຶ່ງຈະປະກອບກັນໄປເປັນໂປຕີນ ອົງປະກອບເລີ່ມຕົ້ນຂອງສິ່ງມີຊີວິດຕໍ່ໄປ ໃນຊ່ວງທີ່ເກີດຂະບວນການ AS ນີ້ ເສດສ່ວນຂອງຍີນທີ່ເອີ້ນວ່າ exons ຈະເຮັດໃຫ້ໂປຕີນນັ້ນມີຮູບຮ່າງທີ່ແຕກຕ່າງກັນ
AS ເຮັດໃຫ້ຊຽວສາມາດສ້າງໂປຕີນໄດ້ຫລາຍກວ່າໜຶ່ງຕົວຈາກຍີນຕົວດຽວ ດັ່ງນັ້ນ ຈຳນວນຂອງໂປຕີນທັງໝົດກໍອາດຈະມີຫລາຍກວ່າຍີນທີ່ມີຢູ່ ຊຽວຈະມີຄວາມສາມາດໃນການຄວບຄຸມຄວາມຫລາກຫລາຍຂອງໂປຕີນ ເຮັດໃຫ້ຊຽວນັ້ນໆມີຫນ້າທີ່ທີ່ບໍ່ຄືກັນໃນຮ່າງກາຍ ງານວິໄຈຂອງເບຣນໂຄກ່ອນໜ້ານີ້ຊີ້ວ່າ ເມື່ອຂະບວນການ AS ມີຫລາຍຂຶ້ນກໍຈະເຮັດໃຫ້ສັດມີກະດູກສັນຫລັງມີຄວາມຊັບຊ້ອນຫລາຍຍິ່ງຂຶ້ນ ດັ່ງນັ້ນ ເຖິງວ່າຍີນຈະເຮັດໃຫ້ຮ່າງກາຍຂອງສັດມີກະດູກສັນຫລັງຄືກັນ ແຕ່ໂປຕີນທີ່ເກີດຈາກຍີນເຫລົ່ານີ້ເອງທີ່ເຮັດໃຫ້ສັດແຕ່ລະຊະນິດມີຄວາມແຕກຕ່າງກັນ ລວມເຖິງສັດລ້ຽງລູກດ້ວຍນ້ຳນົມ ຊຶ່ງສັດອື່ນໆ ຈຳພວກນົກ ແລະ ກົບຈະບໍ່ຄ່ອຍມີ
ແລະ ຜົນສະຫລຸບຂອງຂະບວນການ AS ນີ້ກໍສາມາດປະຍຸກໃຊ້ກັບສະຫມອງໄດ້ເຊັ່ນກັນ
“ເຮົາຢາກຈະຮູ້ວ່າຂະບວນການ AS ນີ້ເຮັດໃຫ້ເກີດຄວາມແຕກຕ່າງກັນຂອງສະຫມອງ ຫລື ບໍ່”ເຊີ ກູນລໍຊອບ ນັກສຶກສາໃນໂຄງການນີ້ເຜີຍ ໂດຍກ່ອນໜ້ານີ້ ກູນລໍຊອບໄດ້ຄົ້ນພົບວ່າ PTBP1 ເປັນໂປຕີນທີ່ເຮັດໃຫ້ເກີດຮູບຮ່າງຂອງສິ່ງມີຊີວິດຊຶ່ງແຕກຕ່າງກັບສັດມີກະດູກສັນຫລັງອື່ນໆ
PTBP1 ເປັນຕົວຄວບຄຸມຂະບວນການ AS ຫນ້າທີ່ຂອງໂປຕີນນີ້ຄືຢຸດບໍ່ໃຫ້ຊຽວພັດທະນາໄປເປັນຊຽວປະສາດໂດຍການປິດຂະບວນການ AS ຂອງຜົນຜະລິດຈາກຍີນຕົວອື່ນ ກູນລໍຊອບ ທຳການທົດລອງໃນສັດລ້ຽງລູກດ້ວຍນົມແລະສະແດງໃຫ້ເຫັນວ່າ ການໃຊ້ PTBP1 ແບບທີ່ດັດແປງໃຫ້ສັ້ນລົງຈະມີຜົນກັບຂະບວນການ AS ປັບສົມດຸນຂອງໂປຕີນທີ່ຈະມີຜົນຕໍ່ການພັດທະນາຊຽວໄປເປັນຊຽວປະສາດອີກເທື່ອ
ກູນລໍຊອບຊີ້ວ່າ ເມື່ອຊຽວຂອງໄກ່ມີ PTBP1 ທີ່ສັ້ນລົງຈົນເຫລືອເທົ່າໆກັບໃນມະນຸດ ຂະບວນການ AS ນີ້ກໍມີລັກສະນະຄ້າຍກັບໃນມະນຸດເລີຍ
“ສິ່ງທີ່ໜ້າສົນໃຈຂອງງານເຮົາກໍຄື ເຮົາຄົ້ນພົບວ່າການສັບປ່ຽນກັນຂອງ PTBP1 ສອງຮູບແບບນັ້ນມີຜົນຕໍ່ຈັງຫວະເວລາທີ່ວ່າຊຽວປະສາດຈະຖືກສ້າງຕອນໃດໃນຊ່ວງທີ່ສິ່ງມີຊີວິດຍັງເປັນໂຕອ່ອນຢູ່ ແລະ ພັດທະນາໄປເປັນລະບົບທີ່ຊັບຊ້ອນແລະສະຫມອງທີ່ມີຂະໜາດຕໍ່ໄປຢ່າງໃດ” ເບຣນໂຄ ອະທິບາຍ
“ງານນີ້ເປັນພຽງການສຶກສາໂມເລກຸນຕົວດຽວຈາກທັງໝົດທີ່ມີຜົນກັບຂະບວນການ AS ທີ່ໜ້າຈະມີຫນ້າທີ່ສຳຄັນທີ່ເຮັດໃຫ້ເກີດວິວັດທະນາການທີ່ແຕກຕ່າງກັນ”