spot_img
Homeຂ່າວການສຶກສາຫົວພັນ ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2015-2016

ຫົວພັນ ຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2015-2016

Published on

ໃນຕອນເຊົ້າວັນທີ 1 ກັນຍາ 2015 ນີ້ຢູ່ທີສະໜາມກິລາ ແຂວງຫົວພັນ ໄດ້ມີການຈັດພິທີໄຂສົກຮຽນໃໝ່ ສົກຮຽນ 2015-2016 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ແລະ ເຂົ້າຮ່ວມຂອງ ທ່ານ ວັນໄຊ ແພງຊຸມມາ ຮອງເຈົ້າແຂວງຫົວພັນ ຜູ້ຊີ້ນຳຂົງເຂດວຽກງານວັດທະນາທຳ-ສັງຄົມ, ມີຫົວໜ້າ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າ ພະແນກການອ້ອມຂ້າງແຂວງ, ອ້ອມຂ້າງເມືອງຊຳເໜືອ, ຄະນະພັດທະນາການສຶກສາຂັ້ນແຂວງ, ປະຊາຊົນບັນດາເຜົ່າ 12 ບ້ານທົ່ວເທດສະບານ, ພະນັກງານທະຫານຕຳຫຼວດ, ພະນັກງານຄູ-ອາຈານ ຕະຫຼອດຮອດນ້ອງຫຼານນັກຮຽນຮູ້ປັນຍາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດສົກຮຽນ 2014-2015 ແລະ ທິດທາງແຜນການໃນສົກຮຽນ 2015-2016 ຈາກທ່ານ ມົນທອງ ລຽນຕິຄຸນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ເຊິ່ງເຫັນໄດ້ດ້ານດີຜົນງານໃນຫຼາຍດ້ານ ແລະ ດ້ານອ່ອນຄ້າງຄ້າທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃຫ້ດີຂຶ້ນໃນຕໍ່ໜ້າ ໃນສົກຮຽນຜ່ານມາເປັນສົກຮຽນມ້ວນທ້າຍຂອງແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ 7 ແລະ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາຕາໜ່າງການສຶກສາໄດ້ມີການຂະຫຍາຍຕົວດີຂຶ້ນ ໂດຍສະເພາະແມ່ນວຽກງານການສຶກສາກ່ອນໄວຮຽນ ໃນນັ້ນຈຳນວນເດັກໃນເກນອາຍຸໄດ້ເຂົ້າຮຽນຫຼາຍຂຶ້ນ, ທົ່ວແຂວງຫົວພັນ ມີໂຮງຮຽນທັງໝົດ 1,104 ແຫ່ງ, ໃນນັ້ນມີ ໂຮງຮຽນລ້ຽງເດັກ – ອະນຸບານ 219 ແຫ່ງ, ປະຖົມ 751 ແຫ່ງ, ມັດທະຍົມຕອນຕົ້ນ 88 ແຫ່ງ, ມັດທະຍົມສົມບູນ 43 ແຫ່ງ, ມັດທະຍົມຕອນປາຍ 2 ແຫ່ງ ແລະ ໂຮງຮຽນອະຊີວະ 2 ແຫ່ງ, ອັດຕາເຂົ້າຮຽນແຕ່ລະຊັ້ນບັນລຸໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍຄື: ອັດຕາການເຂົ້າຮຽນຂອງເດັກອາຍຸ 3-4 ປີ ປະຕິບັດໄດ້ 33,6% ທຽບກັບຄາດໝາຍ ປີ 2015 ຕັ້ງໄວ້ແມ່ນ 32% ຖືວ່າລື່ນຄາດໝາຍ 1,6%,ອັດຕາເຂົ້າຮຽນຂອງເດັກອາຍຸ 3-5 ປີ ປະຕິບັດໄດ້ 41,7% ທຽບກັບຄາດໝາຍ ປີ 2015 ຕັ້ງໄວ້ແມ່ນ 39% ຖືວ່າລື່ນຄາດໝາຍ 2,7%, ອັດຕາເຂົາຮຽນຂອງເດັກອາຍຸ 5 ປີ ປະຕິບັດໄດ້ 57,7% ທຽບກັບຄາດມາຍປີ 2015 ຕັ້ງໄວ້ແມ່ນ 55% ຖືວ່າລື່ນຄາດໝາຍ 0,15%,ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ປະຕິບັດໄດ້ 98,15% ທຽບກັບຄາດໝາຍ ປີ 2015 ຕັ້ງໄວ້ແມ່ນ 98% ຖືວ່າລື່ນຄາດໝາຍ 0,15%,ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 94,86% ທຽບກັບຄາດໝາຍ ປີ 2015 ຕັ້ງໄວ້ 98% ຖືວ່າລື່ນຄາດໝາຍ 9,86%,ອັດຕາເຂົ້າຮຽນລວມມັດທະຍົມຕອນປາຍ ປະຕິບັດໄດ້ 55,5% ທຽບກັບຄາດໝາຍ ປີ 2015 ຕັ້ງໄວ້ 43% ຖືວ່າລື່ນຄາດໝາຍ 12,5%,ໄດ້ຈັດການຮຽນ-ການສອນ ຊັ້ນປະຖົມ ແລະ ມັດທະຍົມລະບົບບຳລຸງໃຫ້ກຸ່ມເປົ້າໝາຍຢາງເປັນຂະບວນ ກ້ວາງຂວາງ ແລະ ຊຸກຍູ້ນັກຮຽນຈົບຊັ້ນ ມໍຕົ້ນ-ມໍປາຍ ເຂົ້າຮຽນຕໍ່ວິຊາຊີບທັງພາກລັດ ແລະ ເອກະຊົນ ພາຍໃນແຂວງໄດ້ທັງໝົດ 430 ຄົນ,ໃນສົກຮຽນຜ່ານມາໄດ້ມີຜົນສຳເລັດການສອບເສັງຈົບຊັ້ນປະຖົມໄດ້ 99,99%, ຊັ້ນ ມໍຕົ້ນໄດ້ 99,98% ແລະ ມໍປາຍໄດ້ 99,97%, ສໍາເລັດການສອບເສັງນັກເກັ່ງທົ່ວແຂວງພ້ອມທັງສົ່ງຕົວແທນເຂົ້າຮ່ວມສອບເສັງລະດັບຊາດ 11 ນ້ອງຄື: ປະຖົມ 3 ນ້ອງ,ມໍຕົ້ນ 4 ນ້ອງ ແລະ ມໍປາຍ 4 ນ້ອງ, ພິເສດມີຄູສອນໄດ້ຮັບຕຳແໜ່ງນາມມະຍົດຄູປະສົບການ 2 ຄົນ ແລະ ສຳເລັດກອງປະຊຸມຜູ້ບໍລິຫານຂັ້ນແຂວງຫົວພັນ ໂອກາດດັ່ງກ່າວ ທ່ານ ວັນໄຊ ແພງຊຸມມາ ຮອງເຈົ້າແຂວງຫົວພັນ ຍັງໄດ້ເນັ້ນໃຫ້ນ້ອງ-ຫຼານ ນັກຮຽນໃນທົ່ວແຂວງຫົວພັນ ຈົ່ງພ້ອມກັນສຸມຈິດສຸມໃຈພ້ອມກັນເອົາໃຈໃສ່ຕັ້ງໜ້າຮໍ່າຮຽນໜັງສືໃຫ້ກາຍເປັນນັກຮຽນດີຮຽນເກັ່ງຕາງໜ້າເປັນຕົວແທນນັກຮຽນເກັ່ງຂອງແຂວງໄປຮ່ວມແຂ່ງຂັນສອບເສັງນັກຮຽນໃນລະດັບຊາດ ແລະ ພາກພື້ນສາກົນ ໃຫ້ໄດ້ຮັບຜົນສຳເລັດ, ເປັນນັກຮຽນດີຂອງຄູ-ອາຈານ ແລະ ເປັນລູກທີ່ດີຂອງພໍ່-ແມ່ ກຽມພ້ອມຮັບໃຊ້ຊາດຕາມການມອບໝາຍ.

ທ້າຍພິທີ ທ່ານ ວັນໄຊ ແພງຊຸມມາ ຮອງເຈົ້າແຂວງຫົວພັນ ແລະ ທ່ານ ມົນທອງ ລຽນຕິຄຸນ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ຕາງໜ້າຜູ້ເຂົ້າຮ່ວມທັງໝົດຍັງໄດ້ມີການປ່ອຍປຸມເປົ້າແຂນປ້າຍຄຳຂັວນ ພິທີໄຂສົກຮຽນໃໝ່ ສົກຮຽນ 2015-2016 ຂອງ ແຂວງຫົວພັນ ຂຶ້ນເທິງອາກາດເພື່ອເປັນການບົ່ງບອກເຖິງການໄຂສົກຮຽນໃໝ່ ສົກຮຽນ 2015-2016 ທີ່ ແຂວງຫົວພັນ ຢ່າງເປັນທາງການ.

10984493_1650253428595121_1235460864069380955_n

11148697_1650253941928403_6026128505070943985_n

11924550_1650253975261733_3689712561231097456_n

11951342_1650253768595087_172393473050243467_n

11953101_1650253948595069_4623186503069068505_n

11987023_1650253738595090_7594886268195200322_n

11988605_1650253971928400_8589139118297715602_n

ຂອບໃຈຂ່າວແລະພາບຈາກ: ສກຂ ຫົວພັນ
ໂດຍ: ສີສົມສັກ ພົມມາທຳ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...