spot_img
Homeວິທະຍາສາດ-ວິທະຍາການຊົ່ວໂມງເຮັດວຽກທີ່ຫລາຍເກີນໄປອາດເຮັດໃຫ້ເກີດພະຍາດເສັ້ນເລືອດໃນສະຫມອງແຕກໄດ້

ຊົ່ວໂມງເຮັດວຽກທີ່ຫລາຍເກີນໄປອາດເຮັດໃຫ້ເກີດພະຍາດເສັ້ນເລືອດໃນສະຫມອງແຕກໄດ້

Published on

ຕ້ອງ​ການ​ເຫດຜົນ​ອື່ນໆອີກ​ບໍ​ທີ່​ຈະ​ເລີກ​ງານ​ຕາມ​ເວລາ

http://www.vcharkarn.com/media/images/

ຈາກ​ການສຶກສາ​ໃໝ່​ຄົ້ນ​ພົບ​ວ່າ ການເຮັດວຽກງານ​ກວ່າ 55 ຊົ່ວ​ໂມງ​ຫລື​ຫລາຍກວ່າ​ນັ້ນ​ສາມາດ​ກໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ຂອງ​ການ​ເປັນ​ພະຍາດ​ເສັ້ນ​ເລືອດ​ໃນ​ສະຫມອງ​ແຕກ​ໄດ້

ການສຶກສາ​ໄດ້​ຕີ​ພິມ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ The Lancet ຊຶ່ງ​ທຳການ​ວິ​ເຄາະ​ຂໍ້​ມູນ​ຈາກ​ການສຶກສາ 25 ການສຶກສາ​ໂດຍ​ທຳການ​ຕິດ​ຕາມ​ສຸກຂະພາບ​ຂອງ​ຄົນ​ກວ່າ 600,000 ຄົນ​ທັງ​ຜູ້ຍິງ​ແລະ​ຜູ້​ຊາຍ​ຈາກ​ຍຸ​ໂຣບ ສະ​ຫາຣັດ​ອາ​ເມ​ຣິກາ ແລະ ​ອອດສ໌​ເຕ​ເຣຍ ຫລາຍກວ່າ 8 ປີເ​ຄີ່ງ

“ດ້ວຍ​ຂໍ້​ມູນ​ການສຶກສາ​ທີ່​ມີ​ນັ້ນ​ສາມາດ​ເຮັດໃຫ້​ພວກ​ເຮົາ​ເຮັດ​ການສຶກສາ​ກ່ຽວກັບ​ຄວາມ​ສຳພັນ​ລະຫວ່າງ​ຊົ່ວ​ໂມງ​ການເຮັດວຽກງານ​ແລະ​ຄວາມ​ສ່ຽງ​ຂອງ​ພະຍາດ​ທາງ​ຫົວ​ໃຈ​ໄດ້​ຊຶ່ງ​ມີ​ຄວາມ​ແມ່ນ​ຍຳ​ເພີ່ມ​ຂຶ້ນ​ຫລາຍກວ່າ​ແຕ່​ກ່ອນ” ຜູ້​ນຳ​ການສຶກສາ​ໄດ້​ກ່າວ​ໄວ້​ຊຶ່ງ​ກໍ​ຄື ສາດສະ​ດາ​ຈານ Mika Kivimaki ຈາກ Department of Epidemiology and Public Health ໃນ University College London

ຂໍ້​ມູນ​ສະແດງ​ໃຫ້​ເຫັນ​ວ່າ ຄົົນທີ່​ເຮັດວຽກ​ກວ່າ 55 ຊົ່ວ​ໂມງ​ຕໍ່​ອາທິດ​ມີ​ຄວາມ​ສ່ຽງ​ເຖິງ 33 ເປີ​ເຊັນ​ຂອງ​ການ​ເປັນ​ພະຍາດ​ຫລອດ​ເລືອດ​ໃນ​ສະຫມອງ​ແຕກ​ຫລາຍກວ່າ​ຄົົນທີ່​ເຮັດວຽກ​ໃນ​ຊ່ວງ​ເວລາ​ມາດຕະ​ຖານ​ຄື 35-40 ຊົ່ວ​ໂມງ​ຕໍ່​ອາທິດ

ຍິ່ງ​ຄົນ​ເຮົາ​ເຮັດວຽກ​ຫລາຍ​ເກີນ​ກວ່າ​ເວລາ​ປົກກະຕິ​ເທົ່າໃດ ກໍ​ມີ​ໂອ​ກາດ​ທີ່​ຈະ​ເປັນ​ພະຍາດ​ເສັ້ນ​ເລືອດ​ໃນ​ສະຫມອງ​ແຕກ​ໄດ້​ຫລາຍ​ເທົ່າ​ນັ້ນ ຊຶ່ງ​ລວມ​ໄປ​ເຖິງ​ປັດ​ໄຈ​ອື່ນໆ​ດ້ວຍ ເຊັ່ນ ການ​ສູບ​ບຸ​ຢາ ການ​ດື່ມ​ເຄື່ອງ​ດື່ມ​ທີ່ມີທາດເຫລົ້າ ສິ່ຂອງມຶນເມົາຕ່າງໆ ກິດຈະກຳອື່ນໆ ຄວາມ​ດັນ​ເລືອດ​ແລະ​ປະລິມານ​ຄໍ​ເລດ​ເຕີ​ລອນ

ການເຮັດວຽກງານ​ທີ່​ຫລາຍກວ່າ 55 ຊົ່ວ​ໂມງ​ຕໍ່​ອາທິດ​ຍັງມີ​ຄວາມ​ເຊື່ອມ​ໂຍງ​ກັບ​ຄວາມ​ສ່ຽງ​ຕໍ່​ພະຍາດ​ຫົວ​ໃຈ​ອີກ​ດ້ວຍ​ເຖິງ 13 ເປີ​ເຊັນ

“ການ​ຄົ້ນ​ພົບ​ຂອງ​ເຮົາ​ແນະ​ວ່າ ຄວນ​ຈະໃຫ້​ຄວາມ​ສົນ​ໃຈ​ກ່ຽວກັບ​ການ​ຈັດການ​ເລື່ອງ​ຄວາມ​ສ່ຽງ​ຂອງ​ພະຍາດ​ທີ່​ກ່ຽວ​ຂ້ອງ​ກັບ​ຫລອດ​ເລືອດ​ສຳລັບ​ຄົົນທີ່​ມີ​ຊົ່ວ​ໂມງ​ການເຮັດວຽກງານ​ທີ່​ຍາວນານ” ນັກ​ວິ​ໄຈ​ກ່າວ

ນັກ​ວິ​ໄຈ​ກ່າວ​ວ່າ “ຈຳນວນ​ຂອງ​ປັດ​ໄຈ​ອື່ນໆ ເຊັ່ນ ຄວາມ​ຄຽດ ການ​ດື່ມ​ຂອງມຶນເມົາ ຄວາມ​ເສີຍ​ຊາ​ຂອງ​ຮ່າງກາຍ ອາດຈະ​ນຳ​ໄປ​ສູ່​ຄວາມ​ສ່ຽງ​ທີ່​ສູງ​ຂຶ້ນ​ຕໍ່​ການ​ເປັນ​ພະຍາດ​ຫລອດ​ເລືອດ​ໃນ​ສະຫມອງ​ແຕກ​ສຳລັບ​ກຸ່ມ​ຄົົນທີ່​ມີ​ຊົ່ວ​ໂມງ​ເຮັດວຽກ​ເປັນ​ເວລາ​ຍາວນານ”

ສາດສະ​ດາ​ຈານ Dino Pisaniello ຈາກ University of Adelaide ກ່າວ​ວ່າ “ຄວາມ​ເສີຍຊາ​ໃນ​ຊ່ວງ​ເວລາ​ເຮັດວຽກ​ທີ່​ຍືດ​ອອກ​ໄປ​ນັ້ນ​ເປັນ​ປັດ​ໄຈ​ສ່ຽງ​ທີ່​ສຳຄັນ​ຫລາຍ​ທັງ​ພະຍາດ​ຫລອດ​ເລືອດ​ໃນ​ສະຫມອງ​ແຕກ​ແລະ​ພະຍາດ​ຫົວ​ໃຈ”

“ການເຮັດວຽກງານ​ເປັນ​ເວລາ​ຍາວນານ​ເປັນ​ທາງ​ຜ່ານ​ສຳລັບ​ປັດ​ໄຈ​ສ່ຽງ​ອື່ນໆອີກດ້ວຍ ຊຶ່ງ​ອາດຈະ​ກໍ່​ໃຫ້​ເກີດ​ປັນ​​ຫາ​ທາງ​ດ້ານ​ສັງຄົມ” Pisanello ກ່າວ

“ການສຶກສາ​ຄວນ​ຈະ​ມີ​ແຮງ​ກະຕຸ້ນ​ຈາກ​ສະຖານ​ທີ່​ເຮັດວຽກ​ແລະ​ກົດ​ລະບຽບ​ຂອງ​ທີ່​ເຮັດວຽກ​ເຂົ້າໄປ​ດ້ວຍ ແລະ​ທຳການ​ກວດ​ສອບ​ໃໝ່​ອີກ​ເທື່ອ​ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ກຸ່ມ​ຂອງ​ຜູ້​ທີ່​ມີ​ຄວາມ​ເສີຍ​ຊາ​ເປັນ​ເວລາ​ດົນໆ ທີ່​ໄດ້ຮັບ​ເງີນ​ຄ່າ​ແຮງ​ຕ່ຳ”

Tony LaMontagne ສາດ​ສະດາ​ຈານ​ທີ່​ເຮັດວຽກ​ກ່ຽວກັບ​ທາງ​ດ້ານ​ສຸກຂະພາບ​ໃຫ້​ກັບ Deakin University ກ່າວ​ວ່າ “ການສຶກສາ​ເນັ້ນ​ໃຫ້​ເຫັນ​ເຖິງ​ການ​ເຕີບໂຕ​ຂອງ​ງານ​ວິ​ໄຈ​ທີ່​ກ່ຽວ​ຂ້ອງ​ກັບ​ຊົ່ວ​ໂມງ​ການເຮັດວຽກງານ​ແລະ​ຜົນ​ທີ່​ໄດ້ຮັບ​ຂອງ​ສຸກຂະພາບ​ທີ່​ຫລາກ​ຫລາຍ”

ງານ​ວິ​ໄຈ​ກ່ອນ​ໜ້າ​ນີ້​ຂອງ LaMontagne ຄົ້ນ​ພົບ​ວ່າ ການເຮັດວຽກງານ​ທີ່​ຫລາຍ​ເກີນ​ກວ່າ 49 ຊົ່ວ​ໂມງ​ນັ້ນ​ມີ​ຄວາມ​ສຳພັນ​ກັບ​ສຸກຂະພາບ​ຈິດ​ທີ່​ເສື່ອມ​ຖອຍ​ລົງ ໂດຍ​ສະເພາະ​ຢ່າງ​ຍິ່ງ​ໃນ​ກຸ່ມ​ຜູ້ຍິງ​ທີ່​ເຮັດວຽກ​ໃນ​ອາ​ຊີບ​ທີ່​ຕ້ອງ​ໃຊ້​ທັກ​ສະ​ສູງ”

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...