spot_img
Homeວິທະຍາສາດ-ວິທະຍາການວິທີແກ້ອາການເມົາຄ້າງຫຼັງຈາກດື່ມໜັກໄດ້ຜົນແທ້ ຫຼື ບໍ່?

ວິທີແກ້ອາການເມົາຄ້າງຫຼັງຈາກດື່ມໜັກໄດ້ຜົນແທ້ ຫຼື ບໍ່?

Published on

http://www.vcharkarn.com/media/images/

ບາງ​ຄົນ​ມີ​ພູ​ມ​ຕ້ານ​ທານ​ຕໍ່​ອາການ​ເມົາຄ້າງ ແທ້ ຫຼື ​ບໍ່ ການ​ກິນ​ອາຫານ​ ຫຼື ​ດື່ມ​ນ້ຳ​ຫຼັງ​ດື່ມ​ເຫຼົ້າ​ມາ​ໜັກ​ຊ່ວຍ​ປ້ອງ​ກັນ​ການ​ເມົາຄ້າງໄດ້​ ແທ້ ຫຼື ບໍ່ ຄຳ​ຕອບ​ຄື​ບໍ່ແມ່ນ​ເລີຍ

ການ​ດື່ມ​ຂອງມຶນເມົາ​ໃນ​ປະລິມານ​ຫຼາຍ​ມັກ​ຈະ​ມີ​ຜົນ​ຂ້າງ​ຄຽງ​ຕາມ​ມາ​ໂດຍ​ສະເພາະ​ຜົນ​ທີ່​ບໍ່​ດີ ແຕ່​ຫາກ​ຄົນ​ເຮົາ​ບໍ່​ມີ​ອາການ​ເມົາຄ້າງ​ເລີຍ ໂອ​ກາດ​ທີ່​ຈະ​ດື່ມ​ຕໍ່ໄປ​ນັ້ນ​ມີ​ສູງ​ຫຼາຍ​ຊຶ່ງ​ມັກ​ຈະ​ເປັນ​ຜົນ​ບໍ່​ດີ​ຕໍ່​ຮ່າງກາຍ ແລ້ວແມ່ນ​ຫຍັງ​ທີ່​ຢູ່​ເບື້ອງ​ຫຼັງ​ອາການ​ນີ້ ເປັນ​ສິ່ງ​ທີ່​ນັກ​ວິ​ໄຈ​ພະຍາຍາມ​ຄົ້ນ​ຫາ​ມາ​ຕະຫຼອດ

ຫຼ້າ​ສຸດ ນັກ​ວິ​ໄຈ​ຈາກ​ເນ​ເທີ​ແລນ ​ແລະ ​ແຄ​ນາ​ດາ​ ພະຍາຍາມ​ສຳ​ຫຼວດ​ພຶດຕິກຳ​ການ​ດື່ມ​ຂອງ​ນັກ​ດື່ມ ເພື່ອ​ໃຫ້​ເຂົ້າໃຈ​ຕໍ່ໄປ​ວ່າ ເຊົ້າ​ມື້​ຕໍ່​ມາ ນັກ​ດື່ມ​ມີ​ອາການ​ເປັນ​ຢ່າງໃດ

ໃນ​ການສຶກສາ​ເທື່ອ​ນີ້ ມີ​ການ​ເກັບ​ຂໍ້​ມູນ​ຈາກ​ນັກ​ຮຽນ​ແຄ​ນາ​ດາ 789 ຄົນ​ກ່ຽວກັບ​ການ​ດື່ມ​ຂອງມຶນເມົາ​​ໃນ​ຊ່ວງ​ຮອບ​ເດືອນ​ທີ່​ຜ່ານມາ ໂດຍ​ໃນ​ແບບ​ສຳ​ຫຼວດ​ມາ​ຖາມ​ກ່ຽວກັບ​ປະລິມານ​ທີ່​ດື່ມ ໄລຍະ​ເວລາ​ທີ່​ດື່ມ ແລະ ​ຄວາມ​ໜັກ​ຂອງ​ອາການ​ເມົາຄ້າງ ນັກ​ວິ​ໄຈ​ໄດ້​ຄິດໄລ່​ຈົນ​ຄາດ​ການ​ໄດ້​ວ່າ ຄວາມ​ເຂ້ມ​ຂົ້ນໃນ​​ຂອງມຶນເມົາ​​ໃນ​ເລືອດ​ສຳລັບ​ຄົົນທີ່​ມີ​ອາການ​ ແລະ ​ບໍ່​ມີ​ອາການ​ເມົາຄ້າງ​ນັ້ນ​ບໍ່​ເທົ່າ​ກັນ ໃນ​ຈຳນວນ​ຄົົນທີ່​ບໍ່​ໄດ້​ມີ​ອາການ​ເມົາຄ້າງ​ເລີຍ​ເກືອບ 79 ເປີ​ເຊັນນັ້ນ​ຈະ​ມີ​ຄ່າ​ຂອງມຶນເມົາ​ໃນ​ເລືອດ​ຕ່ຳ​ກວ່າ​ປົກກະຕິ​ປະ​ມານ 0.10 ເປີ​ເຊັນ (ຫຼື​ທຽບ​ໄດ້​ເປັນ​ປະລິມານ​ສອງ​ເທົ່າ​ຂອງ​ປະລິມານ​ຂອງມຶນເມົາ​​ທີ່​ອະນຸຍາດ​ໃຫ້​ມີ​ໄດ້​ໃນ​ການ​ຂັບ​ລົດ​ໃນ​ຫຼາຍ​ປະເທດ ເຊັ່ນ ເນ​ເທີ​ແລນ ຝຣັ່ງ ແລະ ​ເຍີຣະມັນ​ ຫຼື ​ຢູ່​ທີ່​ເກືອບ 0.05 ເປີ​ເຊັນ)

ດຣ. ຍໍ​ລິດ ເວິລ໌​ສະ​ເຕີລ໌ ແຫ່ງ​ມະຫາ​ວິທະຍາ​ໄລ​ອູ​ເຊກ ເນ​ເທີແລນໄດ້ເຜີຍ​ວ່າ “ເຮົາ​ກຳ​ລັງ​ເຮັດວຽກ​ຮ່ວມ​ກັບ​ຊາວ​ແຄ​ນາ​ດາ ​ແລະ​ ນັກ​ຮຽນ​ຊາວ​ດັດຊ໌ ໂດຍ​ທົ່ວ​ໄປ​ແລ້ວ​ເຮົາ​ພົບ​ຄວາມ​ສຳພັນ​ທີ່​ກົງ​ໄປ​ກົງ​ມາ​ບາງຢ່າງ ເມື່ອ​ເຮົາ​ດື່ມ ເຮົາ​ກໍ​ຈະ​ເມົາຄ້າງຫຼາຍ​ຂຶ້ນ ຄົນ​ສ່ວນ​ໃຫຍ່​ທີ່​ເຄີຍ​ບອກວ່າ​ບໍ່​ເຄີຍ​ພົບກັບອາການ​ເມົາຄ້າງ​ເລີຍ​ນັ້ນ​ເບິ່ງຄືວ່າ​ຈະ​ດື່ມ​ໜ້ອຍ​ກວ່າ ຫຼື ​ບາງ​ທີ​ອາດຈະ​ດື່ມ​ໜ້ອຍ​ຫຼາຍ​ຈົນ​ບໍ່​ໜ້າ​ຈະ​ເກີດ​ອາການ​ເມົາຄ້າງ​ໄດ້​ເລີຍ”

ໃນ​ການສຶກສາ​ເພີ່ມເຕີມ ນັກ​ວິ​ໄຈ​ສຶກ​ສາ​ວ່າ​ການ​ກິນ​ອາຫານ​ ແລະ​ ດື່ມ​ນ້ຳ​ຫຼັງ​ຈາກ​ດື່ມ​ຂອງມຶນເມົາ​ໄປ​ຫຼາຍໆ​ນັ້ນ​ຊ່ວຍ​ບໍ່​ໃຫ້​ເກີດ​ອາການ​ເມົາຄ້າງໄດ້​ ແມ່ນ ຫຼື ​ບໍ່ ຈຶ່ງ​ໄດ້​ລວມ​ຄຳ​ຕອບ​ຈາກ​ແບບ​ສອບ​ຖາມ​ນັກ​ຮຽນ​ຊາວ​ດັດຊ໌ 826 ຄົົນທີ່​ເຄີຍ​ມີ​ໄລຍະ​ດື່ມ​ໜັກ​ເມື່ອ​ໄວໆ​ນີ້​ ແລະ ​ຖາມວ່າ​ໄດ້​ມີ​ການ​ກິນ​ອາຫານ​ ຫຼື ​ດື່ມ​ນ້ຳ​ຫຼັງ​ຈາກ​ນັ້ນ​ ຫຼື ​ບໍ່ ນັກ​ຮຽນ​ຈຳນວນ 449 ຄົນ​ ຫຼື ​ເກືອບ​ຄຶ່ງ​ໜຶ່ງ​ຕອບ​ວ່າ ກິນ​ອາຫານ​ ຫຼື ​ດື່ມ​ນ້ຳ​ຫຼັງ​ຈາກ​ດື່ມ​ຂອງມຶນເມົາ ຫຼັງ​ຈາກ​ນັ້ນ​ນັກ​ວິ​ໄຈ​ໄດ້​ຖາມ​ເຖິງ​ຄວາມ​ຮຸນແຮງ​ຂອງ​ອາການ​ເມົາຄ້າງ

ດຣ. ຍໍ​ລິດ ເວິລ໌​ສະ​ເຕີລ໌ ເຜີຍ​ວ່າ “ຄົົນທີ່​ກິນ​ອາຫານ​ ຫຼື ​ນ້ຳ​ນັ້ນ​ຈະ​ມີ​ໂອ​ກາດ​ທີ່​ຈະ​ເມົາຄ້າງຫຼຸດລົງ​ໄປ​ໜ້ອຍໜື່ງ​ເທົ່າ​ນັ້ນ ແຕ່​ກໍ​ບໍ່​ໄດ້​ແຕກ​ຕ່າງ​ຢ່າງ​ມີ​ຄວາມໝາຍ​ທາງ​ທິດສະດີໃດໆ ຈາກ​ສິ່ງ​ທີ່​ເຮົາ​ຮູ້​ຈາກ​ແບບ​ສຳ​ຫຼວດ​ຄື ວິທີ​ການ​ດຽວ​ທີ່​ຈະ​ປ້ອງ​ກັນ​ການ​ເມົາຄ້າງໄດ້​ຄື ດື່ມ​ໃຫ້​ມັນ​ໜ້ອຍ​ລົງ”

“ການສຶກສາ​ເທື່ອ​ນີ້​ເປັນ​ການສຶກສາ​ໂດຍ​ໃຊ້​ແບບ​ສອບ​ຖາມ ແລະ ​ຖື​ເປັນ​ເທື່ອ​ທຳອິດ​ເລີຍ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ການ​ວິ​ໄຈ​ເທື່ອ​ນີ້​ຍັງມີ​ຂໍ້​ຈຳ​ກັດ​ຢູ່​ຫຼາຍ ແຕ່​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ວ່າ​ຫຍັງ​ເປັນ​ຫຍັງ ກ້າວ​ຕໍ່ໄປ​ຄື​ການສຶກສາ​ໂດຍ​ມີ​ກຸ່ມ​ຕົວ​ຢ່າງ​ຄວບ​ຄຸມ​ທີ່​ຫຼາຍກວ່າ​ນີ້”

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...