Homeຂ່າວການສຶກສາລາວໂທລະຄົມມອບທຶນການສຶກສາ ໃຫ້ມູນນິທິການສຶກສາຜູ້ທຸກຍາກ

ລາວໂທລະຄົມມອບທຶນການສຶກສາ ໃຫ້ມູນນິທິການສຶກສາຜູ້ທຸກຍາກ

Published on

thu12sep1

ພິທີມອບ-ຮັບທຶນການສຶກສາໃຫ້ມູນນິທິການສຶກສາຜູ້ທຸກຍາກຢູ່ມະຫາວິທະຍາ ໄລແຫ່ງຊາດ ໄດ້ຈັດຂຶ້ນໃນ ວັນທີ 10 ກັນຍາ 2013 ນີ້ ຢູ່ ທີ່ມະຫາວິທະຍາໄລແຫ່ງ ຊາດ ໂດຍແມ່ນທ່ານ ພູຂົງ ຈິດຮູບໂລກ, ຮອງຜູ້ອຳນວຍ ການໃຫຍ່ລາວໂທລະຄົມ, ທ່ານ ປີຢະວັດ ຈະຣິຍະເສດ ຖະພົງ, ຮອງຜູ້ອຳນວຍການ ໃຫຍ່ລາວໂທລະຄົມເປັນຜູ້ ໃຫ້ກຽດມອບ ແລະ ເປັນກຽດ ຮັບໂດຍທ່ານລຳໄມ ພິພັກຂະ ວົງ, ຮອງອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ, ເຊິ່ງມີ ບັນດາແຂກທ່ີຖືກເຊີນພ້ອມ ດ້ວຍພະນັກງານຄູອາຈານ ແລະ ນັກສຶກສາທ່ີກ່ຽວຂ້ອງ ເຂົ້າຮ່ວມ.
ການປະກອບສ່ວນຊ່ວຍ ເຫລືອທຶນການສຶກສາແກ່ມູນ ນິທິການສຶກສາຜູ້ທຸກຍາກ ຂອງລາວໂທລະຄົມ ໃນ ຄັ້ງນີ້ ຖືເປັນການປະກອບ ສ່ວນທ່ີສຳຄັນຫນຶ່ງເຂົ້າໃນ ການປະຕິບັດແນວທາງຍຸດ ທະສາດຂອງພັກເພື່ອກໍ່ສ້າງ ແລະ ພັດທະນາຊັບພະຍາ ກອນມະນຸດນັກຮຽນຮູ້ປັນຍາ ຊົນອອກຮັບໃຊ້ໃນການສ້າງ ສາພັດທະນາປະເທດຊາດ ເຊິ່ງໃນຂະບວນການດັ່ງກ່າວ ນີ້ ລັດວິສາຫະກິດລາວໂທລະ ຄົມມະນາຄົມ ໄດ້ໃຫ້ການອຸ ປະຖຳຊ່ວຍເຫລືອແກ່ນັກສຶກ ສາທ່ີມາຈາກຄອບຄົວທຸກ ຍາກຂາດເຂີນທຶນຮອນໃນ ການຄົ້ນຄ້ວາຮ່ຳຮຽນໂດຍສະ ເພາະແມ່ນນັກສຶກສາທີ່ມາ ຈາກ 53 ຕົວເມືອງທີ່ທຸກຍາກ ທົ່ວປະເທດ ໂດຍໂຄງການ ດັ່ງກ່າວແມ່ນໄດ້ເລີ່ມຈັດຕັ້ງ ປະຕິບັດມາແຕ່ສົກຮຽນ 2009-2010 ເປັນຕົ້ນມາ ເຊິ່ງລັດວິສາຫະກິດລາວໂທ ລະຄົມມະນາຄົມໄດ້ໃຫ້ທຶນ ຊ່ວຍເຫລືອແກ່ນັກສຶກສາຜູ້ ທຸກຈົນທ່ີເຂົ້າມາສຶກສາຮຳ່ ຮຽນຢູ່ມະຫາວິທະຍາໄລແຫ່ງ ຊາດປີລະ 50 ລ້ານກີບ, ຊຶ່ງ ລວມແລ້ວ 4 ປີເປັນຈຳນວນ ເງິນທັງຫມົດ 200 ລ້ານກີບ. ເງິນຊ່ວຍເຫລືອດັ່ງກ່າວນີ້ ທາງມະຫາວິທະຍາໄລແຫ່ງ ຊາດແມ່ນໄດ້ນຳໃຊ້ເບີກຈ່າຍ ເປັນເບ້ຍລ້ຽງໃຫ້ແກ່ນັກສຶກ ສາທ່ີທຸກຈົນປີລະ 30 ຄົນ, ເຊິ່ງສັງລວມແລ້ວມາຮອດປັດ ຈຸບັນນີ້ຜູ້ທ່ີໄດ້ຮັບທຶນດັ່ງກ່າວ ແລ້ວຈຳນວນ 51 ຄົນ ( ຍິງ 14 ຄົນ ) ມີຜູ້ທ່ີຮຽນຈົບແລ້ວ 29 ຄົນ ຍິງ 8 ຄົນ. ນອກຈາກ ທຶນດັ່ງກ່າວນີ້ແລ້ວຜ່ານມາ ລັດວິສາຫະກິດລາວໂທລະ ຄົມມະນາຄົມ ຍັງໄດ້ປະກອບ ສ່ວນທາງດ້ານວັດຖຸ ແລະປັດ ໄຈຕ່າງໆຊ່ວຍມະຫາວິທະຍາ ໄລແຫ່ງຊາດ ໃນງານສຳຄັນ ຕ່າງໆອີກດ້ວຍ, ຖືວ່າເປັນ ການປະກອບສ່ວນອັນໃຫຍ່ ຫລວງຕໍ່ກັບການພັດທະນາ ຊັບພະຍາກອນມະນຸດໃຫ້ແກ່ ສັງຄົມ ແລະປະເທດຊາດ.
ນອກຈາກນີ້ແລ້ວໄລຍະ ຜ່ານມາຈົນເຖິງປັດຈຸບັນ, ລາວໂທລະຄົມ ຍັງໄດ້ໃຫ້ ຄວາມສຳຄັນ ແລະ ເອົາໃຈ ໃສ່ປະກອບສ່ວນຊ່ວຍເຫລືອ ສັງຄົມ ໂດຍສະເພາະແມ່ນ ການມີສ່ວນຮ່ວມໃນກິດຈະ ກຳດ້ານຕ່າງໆຂອງທັງພາກ ລັດ ແລະ ຊຸມຊົນໃນຫລາຍໆ ດ້ານເຊັ່ນ: ອຸປະຖຳທາງດ້ານ ການສຶກສາ, ກີລາ, ການປຸກ ລະດົມຂັບຂີ່ປອດໄພ, ການ ລະດົມທຶນເພື່ອຊ່ວຍເຫລືອຜູ້ ປະສົບໄພນ້ຳຖ້ວມ, ການປ້ອງ ກັນພະຍາດ ແລະ ດ້ານອື່ນໆ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...