spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມເຈົ້າເປັນລັກສະນະເປັນຄົນຫູຕຶງຫລືບໍ່?

ເຈົ້າເປັນລັກສະນະເປັນຄົນຫູຕຶງຫລືບໍ່?

Published on

158542148

ຮ້ອງກັນ​ເຂົ້າໄປ​ ຮ້ອງ​ອີກ ຮ້ອງແຮງໆ ແຕ່​ກໍ​ຍັງ​ລົມ​ກັນ​ບໍ່​ຮູ້​ເລື່ອງເຖິງແມ່ນວ່າ​ຕົ້ນ​ສຽງ​ຈະ​ຄ່ອຍໆຫລື​ສະພາບ​ແວດ​ລ້ອມ​ຈະ​ອຶກ​ທຶກ​ຄຶກ​ໂຄມແຕ່​ເປັນ​ເພາະ​ປາຍ​ທາງ“ຫູ​ຕຶງ”

ສຳລັບ​ມື້​ນີ້​ມາ​ເຮັດ​ຄວາມ​ຮູ້​ຈັກ​ກັບ​ພະຍາດຫູ​ຕຶງຊຶ່ງ​ເມື່ອ​ຄົນ​ເຮົາ​ແກ່​ໂຕ​ການ​ໄດ້ຍິນ​ອາດ  ຫ​ລຸດ​ຫນ້ອຍ​ລົງແຕ່​ຖ້າ​ອາ​ຍຸ​ຍັງ​ນ້ອຍ​ແລ້ວເປັນຫຍັງ​ຍັງ​ບໍ່​ຄ່ອຍ​ຈະ​ໄດ້ຍິນ​ອີກເອົາ​ເປັນ​ວ່າ ເລື່ອງ​ນີ້​ຕ້ອງ​ຂະ​ຫຍາຍເພີ່ມ

ຫູ​ຕຶງ

ເມື່ອ​ສຽງ​ຈາກ​ພາຍນອກ​ຜ່ານ​ຮູຫູ​ເຂົ້າ​ມາຄື້ນ​ສຽງ​ຈະ​ເຮັດໃຫ້​ແກ້ວ​ຫູ​ສັ່ນຈັງ​ຫວະ​ການ​ສັ່ນ​ຂອງ​ແກ້ວ​ຫູ​ຈະ​ຖືກ​ສົ່ງ​ຜ່ານ​ຈາກ​ຫູ​ຊັ້ນ​ກາງ​ເຂົ້າ​ສູ່​ຫູ​ຊັ້ນ​ໃນພາຍ​ໃນ​ບໍລິເວນ​ຫູ​ຊັ້ນ​ໃນ​ຈະ​ມີ​ເຊລຂົນ (Hair cell) ປະມານ 30, 000 ເຊລ ເຮັດ​ຫນ້າທີ່​ປ່ຽນ​ພະລັງ​ງານ​ສຽງ​ເປັນ​ສັນຍາ​ນໄຟ​ຟ້າແລ້ວ​ສົ່ງ​ຕໍ່ໄປ​ຫາ​ສະຫມອງເພື່ອ​ແປ​ຄວາມຫມາຍ​ຂອງ​ສັນຍາ​ນະ​ທີ່​ໄດ້​ຮັບ

ການ​ສູນ​ເສຍ​ການ​ໄດ້ຍິນ​ເນື່ອງ​ຈາກ​ປະສາດ​ຫູ​ເສື່ອມ​ນັ້ນຄື້ນ​ສຽງ​ສາມາດ​ເດີນທາງ​ໄປ​ເຖິງ​ຫູ​ຊັ້ນ​ໃນ​ໄດ້ແຕ່​ເຊລ​ຂົນ​ໃນ​ຫູ​ຕາຍ​ໄປ​ແລ້ວດັ່ງ​ນັ້ນ​ສັນຍາ​ນ​ຕ່າງໆຈຶ່ງ​ບໍ່​ສາມາດ​ເດີນທາງ​ໄປ​ສູ່​ສະຫມອງ​ໄດ້ຊຶ່ງ​ນີ້ເປັນ​ໜຶ່ງ​ໃນ​ສາ​ເຫດ​ຂອງ​ອາການຫູ​ຕຶງ

ຫູ​ຕຶງໝາຍ​ເຖິງຄວາມ​ສາມາດ​ໃນ​ການ​ຮັບ​ຟັງ​ສຽງ​ຫລຸດລົງຈະ​ຕຶງ​ຫລາຍ​ຕຶງ​ນ້ອຍ​ຂຶ້ນ​ຢູ່​ກັບ​ສາ​ເຫດໂດຍ​ຄົນ​ປົກກະຕິ​ຈະ​ມີ​ລະ​ດັບ​ການ​ໄດ້ຍິນ​ທີ່25ເດ​ຊິ​ເບລຫລື​ນ້ອຍ​ກວ່າຂະນະ​ທີ່​ຄົນ ຫູ​ຕຶງລະ​ດັບ​ການ​ໄດ້ຍິນ​ຈະ​ມີ​ຄ່າ​ສູງ​ກວ່າ​ນັ້ນ

ສຳລັບ​ສາ​ເຫດ​ກໍ່ເກີດ​ຂຶ້ນ​ໄດ້​ຈາກ​ຫລາຍ​ປັດ​ໄຈສ່ວນ​ໃຫຍ່​ເນື່ອງ​ມາ​ຈາກ​ບັນຫາ​ທີ່​ຫູ​ຊັ້ນ​ນອກ​ຫລື​ຫູ​ຊັ້ນ​ກາງເຊັ່ນ:ເກີດ​ຈາກ​ເປັນ​ພະຍາດ​ຫູ​ນ້ຳ​ໜວກ,ຫູ​ຊັ້ນ​ກາງ​ອັກ​ເສບ,ຂີ້​ຫູ​ອຸດ​ຕັນ ກະດູກ​ພາຍ​ໃນ​ຫູຄືກະດູກ​ຄ້ອນ,ທັ່ງ,ໂກນ,ມີ​ຫີນ​ປູນ​ມາ​ເກາະ​ຫລື​ແຍກ​ຫລຸດ​ອອກຈາກ​ກັນ ທີ່​ຍູດ​ເຕ​ຊ່ຽນຊຶ່ງ​ເປັນ​ທໍ່​ທີ່​ເຮັດ​ຫນ້າທີ່​ປັບ​ຄວາມ​ດັນ​ໃນ​ຫູ​ຊັ້ນ​ກາງ​ເກີດ​ການ​ອຸດຕັນແລະ​ແກ້ວ​ຫູ​ທະ​ລຸເປັນ​ຕົ້ນຊຶ່ງ​ບັນຫາ​ເຫລົ່າ​ນີ້​ສາມາດ​ໃຫ້​ຢາ​ຫລື​ຜ່າ​ຕັດ​ປິ່ນປົວໄດ້

ອາການຫູ​ຕຶງ

ອາການຫູ​ຕຶງອາດ​ເກີດ​ຂຶ້ນ​ໄດ້​ຈາກ​ບັນຫາ​ທີ່​ຫູ​ຊັ້ນ​ໃນຄື​ບ່ອນປະສາດ​ຫູເຊັ່ນການ​ຕິດ​ເຊື້ອ ພະຍາດ​ນ້ຳ​ໃນ​ຫູ​ບໍ່​ເທົ່າ​ກັນຊຶ່ງ​ອາດ​ມີ​ອາການ​ອື່ນ​ຮ່ວມ​ນໍາເຊັ່ນ:ວິນຫົວ​ເຮືອນ​ໝຸນ,ມຶນ​ງົງ ຫລື​ມີ​ສຽງ​ດັ່ງ​ໃນ​ຫູ,ອາການຫູ​ຕຶງໃນ​ລັກສະນະ​ນີ້ບາງ​ຊະນິດ​ສາມາດ​ປິ່ນປົວ​ໄດ້​ໂດຍ​ການ​ກິນ​ຢາບາງ​ຊະນິດ​ປິ່ນປົວ​ໄດ້​ໂດຍ​ການ​ຜ່າ​ຕັດ

ອາການຫູ​ຕຶງອາດ​ເກີດ​ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ເທື່ອລະ​ນ້ອຍສ່ວນ​ໃຫຍ່​ເກີດ​ຈາກ​ການເຮັດວຽກງານ​ໃນ​ທີມີ​ສຽງ​ດັງ​ຢູ່​ຕະຫລອດ​ເວລາຫລື​ສຳ​ຜັດ​ກັບ​ສຽງ​ທີ່​ດັງ​ເກີນ​ມາດຕະຖານ​ຄວາມ​ປອດ​ໄພ85ເດ​ຊິ​ເບລ​ຢ່າງ​ຕໍ່​ເນື່ອງນອກ​ຈາກ​ນີ້ຜູ້​ສູງ​ອາ​ຍຸ​ກໍ​ມັກ​ຈະ​ມີ​ອາການຫູ​ຕຶງ ແບບ​ຄ່ອຍ​ເປັນ​ຄ່ອຍ​ໄປ​ເຊັ່ນ​ກັນໂດຍ​ເກີດ​ຈາກ​ປະສາດ​ຫູ​ເສື່ອມຫູ​ຕຶງຈາກ​ສາ​ເຫດ​ລັກສະນະ​ນີ້​ບໍ່​ສາມາດ​ປິ່ນປົວ​ໃຫ້​ຫາຍ​ຂາດ​ໄດ້ແຕ່​ສາມາດ​ໃຊ້​ອຸປະກອນ​ຊ່ວຍ​ຟັງ​ໄດ້​ໂດຍ​ທົ່ວ​ໄປ

ສຳລັບ​ບັນຫາ​ການ​ໄດ້ຍິນ​ໃນ​ເດັກ​ຈະ​ມີ​ລະ​ດັບ​ຄວາມ​ຮຸນແຮງ​ກວ່າ​ໃນ​ຜູ້ໃຫຍ່ສາ​ເຫດ​ຂອງ ຫູ​ຕຶງໃນ​ເດັກ​ສ່ວນ​ຫລາຍ​ເກີດ​ຈາກ​ແມ່​ຕິດ​ເຊື້ອ​ຫັດ​ເຍ​ອົນ​ມັນ​ຂະນະ​ຖືພາເດັກນ້ອຍ​ແຮກ​ເກີດ​ມີ​ນ້ຳ​ໜັກ​ນ້ອຍ​ກວ່າ1, 500 ກຣາມເດັກນ້ອຍ​ມີ​ອາການ​ໂຕ​ເຫລືອງ​ຕ້ອງ​ເຂົ້າ​ຕູ້​ອົບ ຂາດ​ອອກ​ຊິ​ເຈນ​ຊົ່ວ​ຄາວ​ຂະນະ​ເກີດຫລື​ເກີດ​ຈາກ​ກຳມະພັນທີ່​ມີ​ຍາດພີ່ນ້ອງຫູ​ຕຶງຫລື​ຫູ​ຫນວກ

ເດັກ​ທີ່ຫູ​ຕຶງມາ​ແຕ່​ກຳ​ເນີດສ່ວນ​ຫລາຍ​ຈະ​ສູນ​ເສຍ​ການ​ໄດ້ຍິນ​ໃນ​ລະ​ດັບ​ຮຸນແຮງຄື​ຕ້ອງ​ໃຊ້​ສຽງ​ດັ່ງ​ຫລາຍ​ຫລື​ຮ້ອງ​ຈຶ່ງ​ຈະ​ໄດ້ຍິນແຕ່​ເຖິງ​ຈະ​ໄດ້ຍິນ​ກໍ​ຈະ​ໄດ້ຍິນ​ບໍ່​ແຈ້ງເນື່ອງ​ຈາກ​ຈຸລັງປະສາດ​ທີ່​ເຮັດ​ຫນ້າທີ່​ແຍກ​ສຽງ​ບົກຜ່ອງເດັກ​ທີ່ຫູ​ຕຶງຈະ​ເວົ້າ​ບໍ່​ແຈ້ງເພາະ​ຈະ​ເວົ້າ​ຕາມ​ສຽງ​ທີ່​ໄດ້ຍິນແລະ​ຈະ​ເວົ້າ​ໄດ້​ນ້ອຍ​ຫລື​ມີ​ພັດທະນາ​ການ​ທາງ​ພາສາ​ຊ້າ​ກວ່າ​ເດັກ​ໄວ​ດຽວ​ກັນເດັກ​ຕ້ອງ​ຮຽນ​ຮູ້​ການ​ອ່ານ​​ປາກ​ປະກອບ​ກັບ​ສຽງ​ທີ່​ໄດ້ຍິນຫລື​ອາດ​ຕ້ອງ​ໃຊ້​ທ່າ​ທາງ​ປະກອບ​ເພື່ອ​ຄວາມ​ເຂົ້າໃຈເດັກຫູ​ຕຶງມັກ​ຈະ​ດື້ເນື່ອງ​ຈາກ​ມີ​ບັນຫາ​ໃນ​ການ​ສື່​ສານພໍ່​ແມ່​ຈຶ່ງ​ຄວນ​ສັງເກດ​ການ​ຮັບ​ຟັງ​ຂອງ​ເດັກ​ຕັ້ງ​ແຕ່​ເກີດຖ້າ​ສົງ​ໄສ​ວ່າ​ລູກ​ມີ​ບັນຫາ​ກ່ຽວກັບ​ການ​ໄດ້ຍິນ​ຄວນ​ຮີບ​ປຶກ​ສາ​ແພດ​ທັນ​ທີແຕ່​ປະຈຸບັນ​ນີ້​ກໍ​ມີ​ການ​ກວດ​ການ​ໄດ້ຍິນ​ໃນ​ເດັກ​ນ້ອຍແລະ​ສາມາດ​ໃສ່​ເຄື່ອງ​ຊ່ວຍ​ຟັງ​ໄດ້​ຕັ້ງ​ແຕ່​ເກີດການ​ກະຕຸ້ນ​ການ​ໄດ້ຍິນ​ຕັ້ງ​ແຕ່​ນ້ອຍ​ນັ້ນຈະ​ເຮັດໃຫ້​ເດັກ​ມີ​ພັດທະນາ​ການ​ທາງ​ພາສາ​ທີ່​ໃກ້​ຄຽງ​ກັບ​ໄວ

ນອກ​ຈາກ​ນີ້ຄວນ​ໃຫ້​ເດັກ​ເຂົ້າ​ຮັບ​ການ​ຝຶກ​ເວົ້າໂດຍ​ນັກ​ແກ້​ໄຂ​ການ​ເວົ້າການ​ຝຶກ​ຢ່າ​ງສະ​ມ່ຳ​ສະເໝີ​ຈະ​ເຮັດໃຫ້​ເດັກ​ສາມາດ​ເວົ້າ​ໄດ້ການ​ທີ່​ພໍ່​ແມ່​ຝຶກ​ເວົ້າ​ໃຫ້​ເດັກ​ດ້ວຍ​ຕົນເອງອາດ​ໄດ້​ຜົນ​ບໍ່​ດີ​ເທົ່າໃດເນື່ອງ​ຈາກ​ການ​ຝຶກ​ເວົ້າ​ນັ້ນ​ມີ​ເຕັກ​ນິກ​ແລະ​ຂັ້ນ​ຕອນ​ຕ່າງໆໂດຍ​ສະ    ເ​ພາະ

ສ່ວນ​ການ​ໃສ່ເຄື່ອງ​ຊ່ວຍ​ຟັງໃນ​ເດັກ​ໂດຍ​ຜູ້​ບໍ່​ຊຳ​ນານ​ຫລື​ຫາ​ຊື້​ມາ​ໃສ່​ເອງ​ຕາມ​ຄຳ​ໂຄສະນາເດັກ​ອາດ​ໄດ້​ເຄື່ອງ​ຊ່ວຍ​ຟັງ​ທີ່​ບໍ່​ເໝາະ​ສົມເຊັ່ນ:ເຄື່ອງ​ຊ່ວຍ​ຟັງ​ທີ່​ເບົາ​ເກີນ​ໄປ ເດັກ​ຈະ​ບໍ່​ຍອມ​ໃຊ້​ເຄື່ອງ​ເພາະ​ບໍ່​ໄດ້​ປະໂຫຍດ​ຈາກ​ການ​ຟັງຫລື​ເຄື່ອງ​ຊ່ວຍ​ຟັງ​ທີ່​ດັງ​ເກີນ​ໄປເດັກ​ກໍ​ຈະ​ບໍ່​ຍອມ​ໃຊ້​ເຊັ່ນ​ກັນເນື່ອງ​ຈາກ​ຟັງ​ແລ້ວ​ບໍ່​ສະບາຍ​ຫູ​ຫລື​ປວດ​ຫູແລະ​ທີ່​ສຳຄັນ​ຈະ​ຍິ່ງ​ເຮັດໃຫ້​ສູນ​ເສຍ​ການ​ໄດ້ຍິນ​ຫລາຍ​ຂຶ້ນ​ໄປ​ອີກ

ການ​ໃຊ້​ເຄື່ອງ​ຊ່ວຍ​ຟັງ​ໃນ​ຜູ້ໃຫຍ່​ກໍ​ເຊັ່ນ​ກັນຄວນ​ພາ​ຜູ້​ປ່ວຍ​ໄປ​ກວດ​ວັດ​ລະ​ດັບ​ການ​ໄດ້ຍິນ​ກ່ອນ​ວ່າຫູ​ຕຶງຫລາຍ​ຫນ້ອຍ​ພຽງ​ໃດແລະ​ຈະ​ໄດ້​ປະໂຫຍດ​ຈາກ​ການ​ໃຊ້​ເຄື່ອງ​ຊ່ວຍ​ຟັງ​ຫລື​ບໍ່ເຖິງວ່າ​ປະຈຸບັນ​ຈະ​ມີ​ເຄື່ອງ​ຊ່ວຍ​ຟັງ​ຫລາຍ​ແບບຕັ້ງ​ແຕ່​ຂະໜາດ​ນ້ອຍ​ທີ່​ເຊື່ອງໃນ​ຮູ​ຫູ​ໄດ້​ແບບ​ແນບ​ນຽນແບບ​ມີ​ໂປ​ແກມ​ແຍກ​ຫລາຍ​ຊ່ອງ​ການເຮັດວຽກງານຊຶ່ງ​ຈະ​ຊ່ວຍ​ແກ້​ບັນຫາ​ການ​ຮັບ​ຟັງ​ສຽງ​ໄດ້​ດີກວ່າ​ເຄື່ອງ​ໃນ​ລຸ້ນ​ກ່ອນໆຫລາຍຢ່າງໃດ​ກໍ​ຕາມບໍ່​ຄວນ​ຟ້າວຕັດ​ສິນ​ໃຈ​ຊື້​ຕາມ​ຄຳ​ໂຄສະນາ

ຫູ​ຕຶງ​ໃນ​ຕອນເຖົ້າ

ເມື່ອ​ຄົນ​ເຮົາ​ອາ​ຍຸ​ຫລາຍ​ຂຶ້ນທຸກ​ຢ່າງ​ໃນ​ຮ່າງກາຍ​ຈະ​ຢ່ອນຍານ​ລົງຍົກ​ເວັ້ນ​ຫູ​ເທົ່າ​ນັ້ນ​ທີ່​ຕຶງ​ຂຶ້ນບັນຫາ​ຫູ​ຕຶງ​ໃນ​ຜູ້​ສູງ​ອາ​ຍຸ​ມັກ​ຈະ​ຄ່ອຍ​ໆເກີດ​ຂຶ້ນໂດຍ​ໂຕຜູ້​ສູງ​ອາ​ຍຸ​ເອງ​ມັກ​ຈະ​ບໍ່​ຮູ້ວ່າ​ຕົວ​ເອງ​ຫູ​ຕຶງແຕ່​ຄົນ​ຮອບ​ຂ້າງ​ຈະ​ຮູ້​ໄດ້​ເປັນ​ຢ່າງ​ດີເພາະ​ໃນ​ການ​ສົນທະນາ​ຕ້ອງ​ໃຊ້​ສຽງ​ດັງ​ຂຶ້ນເປີດ​ໂທລະພາບ​ດັງ​ຂຶ້ນໃນ​ບາງ​ຄົນ​ອາດຈະ​ມີ​ບັນຫາ​ສຽງ​ລົບກວນ​ໃນ​ຫູຊຶ່ງ​ກໍ່ໃຫ້​ເກີດ​ຄວາມ​ລຳ​ຄານ​ຈົນ​ຕ້ອງ​ເຂົ້າ​ພົບ​ໝໍ

ສາ​ເຫດ​ຂອງ​ບັນຫາ​ຫູ​ຕຶງ​ໃນ​ຜູ້​ສູງ​ອາ​ຍຸ​ມີ​ຢູ່​ຫລວງຫລາຍໂດຍ​ສາ​ເຫດ​ນ້ອຍ​ໆມັກ​ເກີດ​ຈາກ​ຄວາມ​ເສື່ອມ​ຂອງ​ລະບົບ​ປະສາດ​ການ​ໄດ້ຍິນໂດຍ​ມັກ​ຈະ​ເລີ່ມ​ເສື່ອມ​ຈາກ​ຄວາມ​ຖີ່​ສູງ​ກ່ອນ​ແລ້ວ​ຄ່ອຍໆເປັນ​ຫລາຍ​ຂຶ້ນປັດ​ໄຈ​ທີ່​ສົ່ງ​ເສີມ​ການ​ເກີດ​ຫູ​ຕຶງ​ໃນ​ຜູ້​ສູງ​ອາ​ຍຸໄດ້​ແກ່ ພະຍາດ​ປະຈຳ​ຕົວ​ຊຳເຮື້ອເຊັ່ນ:ເບົາ​ຫວານ,ຄວາມ​ດັນ​ເລືອດ​ສູງ,ພະຍາດ​ຫົວ​ໃຈ​ແລະ​ຫລອດ​ເລືອດລວມ​ທັງ​ພະຍາດ​ທາງ​ຫມາກໄຂ່ຫລັງ​ທີ່​ຕ້ອງ​ໃຊ້​ຢາ​ຊຳເຮື້ອເຫລົ່າ​ນີ້​ເປັນ​ບັນຫາ​ທີ່​ເຮັດໃຫ້​ຜູ້​ສູງ​ອາ​ຍຸ​ມີ​ໂອ​ກາດ​ທີ່​ຈະ​ເກີດ​ບັນຫາ​ຫູ​ຕຶງໄດ້​ທັງ​ໝົດ

ບັນຫາ​ທີ່​ຕາມ​ມາ

ຄຸນນະພາບ​ຊີວິດ​ຂອງ​ຜູ້​ສູງ​ອາ​ຍຸ​ຮ້າຍກວ່າເກົ່າມີ​ບັນຫາ​ໃນ​ການ​ຕິດ​ຕໍ່​ສື່​ສານ​ກັບ​ບຸກ​ຄົນ​ອື່ນໆອ້ອມຮອບໂຕອາດຈະ​ເກີດ​ຄວາມ​ລຳ​ຄານ​ກັບ​ບຸກ​ຄົນ​ຮອບ​ໂຕໄດ້

ອາດ​ເກີດ​ອັນຕະລາຍ​ຈາກ​ການ​ທີ່​ບໍ່​ໄດ້ຍິນ​ສຽງ​ເຕືອນ​ຕ່າງໆເຊັ່ນ:ເຄື່ອງ​ຕົກ​ໃສ່,ອຸບັດເຫດ​

ອາດຈະ​ເກີດ​ບັນຫາ​ຊຶມ​ເສົ້າ​ໃນ​ຜູ້​ສູງ​ອາ​ຍຸ​ໄດ້

ການ​ເບິ່ງແຍງ​ຮັກ​ສາ

ຄວນ​ກວດ​ສະມັດຖະພາບ​ການ​ໄດ້ຍິນ​ເປັນ​ປະຈຳ​ທຸກ​ປີເມື່ອ​ອາ​ຍຸ​ກາຍ 60 ປີ

ຄວບ​ຄຸມ​ເບິ່ງແຍງ​ພະຍາດ​ປະຈຳ​ຕົວ​ຕ່າງໆຢ່າງ​ໃກ້​ຊິດເພື່ອ​ປ້ອງ​ກັນ​ບັນຫາ​ແຊກ​ຊ້ອນ​ທີ່​ອາດ​ເຮັດໃຫ້​ຫູ​ຕຶງ​ໄດ້ຖ້າ​ພົບ​ວ່າ​ປະສາດ​ຫູ​ເສື່ອມ​ເຖິງ​ລະ​ດັບ​ປານ​ກາງການ​ໃຊ້​ເຄື່ອງ​ຊ່ວຍ​ຟັງ​ກໍ​ເປັນ​ວິທີ​ທີ່​ຈະ​ເຮັດໃຫ້​ຄຸນນະພາບ​ຊີວິດ​ຂອງ​ຜູ້​ສູງ​ອາ​ຍຸ​ດີ​ຂຶ້ນ

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...