Homeວິທະຍາສາດ-ວິທະຍາການຫອມກິ່ນເຂົ້າເໝົ້າ-ເຂົ້າຮາງ (ວິທີເຮັດເຂົ້າເໝົ້າ-ເຂົ້າຮາງ)

ຫອມກິ່ນເຂົ້າເໝົ້າ-ເຂົ້າຮາງ (ວິທີເຮັດເຂົ້າເໝົ້າ-ເຂົ້າຮາງ)

Published on

ກາງພັນສາ ຖືວ່າເປັນໄລຍະທີ່ ປະຊາຊົນຊາວກະສິກອນທຳການຜະລິດ ໂດຍສະເພາະແມ່ນຂະແໜງປູກຝັງ ນັ້ນກໍຄືເຂົ້າ ແລະໃນລະດູການນີ້ເອງ ທີ່ເຮົາມັກຈະໄດ້ຊິມລົດຂອງ ເຂົ້າເໝົ້າເຂົ້າຮາງ ອັນຫອມຫວນແລະລົດຊາດແຊບຊ້ອຍ. ແຕ່ຫຼາຍຄົນຮູ້ຫຼືບໍ່ວ່າ ຂະບວນການການເຮັດເຂົ້າເໝົ້າ ແລະເຂົ້າຮາງນັ້ນມີຂັ້ນຕອນຈັ່ງໃດ ມື້ນີ້ ແອັດມິນຊຽງ ຈະນຳສະເໜີຂໍ້ມູນດັ່ງກ່າວ ຕໍ່ທ່ານຜູ້ອ່ານໄດ້ຮັບຮູ້ນຳກັນ.

ກ່ອນອື່ນຕ້ອງຂໍບອກກ່ອນວ່າ ເຂົ້າເໝົ້າກັບເຂົ້າຮາງ ແມ່ນຄົນລະຢ່າງກັນ ແຕ່ເຮັດມາຈາກເຂົ້າຂຽວເຊັ່ນດຽວກັນ:

ເຂົ້າເໝົ້າ ມີວິທີການ ຫຼືຂັ້ນຕອນການເຮັດດັງນີ້: ພໍເມັດເຂົ້າຂຽວຫວິດຈາກການເປັນນ້ຳນົມ ເຂົ້າສູ່ການເປັນເມັດເຂົ້າ ຫຼືວ່າການເປັນເມັດເຂົ້າໃນໄລຍະທຳອິດ ປະຊາຊົນຈະໄປເກັບກ່ຽວເຂົາເຂົ້າດັ່ງກ່າວ ມາຜ່ານຂະບວນການນວດ ຫຼືໃຊ້ບ່ວງຂູດໃຫ້ເມັດເຂົ້າຫຼຸດອອກຈາກຮວງ ຈາກນັ້ນກໍເອົາເຂົ້າດັ່ງກ່າວໄປຂົ້ວ ໃຫ້ຈົນສຸກດີ ປະໄວ້ໃຫ້ເຢັນແດ່ແລ້ວ ຈຶ່ງນຳໄປໃສ່ຄົກຕຳ ແລະຝັດ ເພື່ອໃຫ້ເປືອກເຂົ້າຫຼຸດອອກຈາກເມັດເຂົ້າ ແລ້ວກໍຈະໄດ້ເຂົ້າເໝົ້າໃຫ້ໄດ້ກິນແລ້ວ. ແຕ່ເພື່ອເປັນການຮັກສາສະພາບເຂົ້າເໝົ້າ ໃຫ້ມີຄວາມນຸ່ມຢູ່ດົນນັ້ນ ເພິ່ນນິຍົມເອົາຕອງຂຽວມາຫໍ່ໄວ້ ຫຼືດີແທ້ແມ່ນເພິ່ນໃຊ້ໃບບົວຫໍ່ ຈະຮັກສາຄວາມຫອມແລະຄວາມນຸ່ມ ຂອງແມັດເຂົ້າເໝົ້າໄດ້ດີ. ສ່ວນການກິນນັ້ນ ຈະເອົາມາເໝົ້າກິນສົດໆກໍໄດ້, ຫຼືບາງຄົນກໍເອົາໝາກກ້ວຍງ້າວສຸກມາຈ້ຳກິນ ຫຼືບາງຄົນກໍແຊ່ນ້ຳໃຫ້ອ່ອນເຮັດເປັນເຂົ້າໜົມກໍໄດ້ ກໍສຸດແລ້ວແຕ່ວິທີການຂອງໃຜລາວ.

ສ່ວນເຂົ້າຮາງ ເພິ່ນຈະເອົາເຂົ້າຂຽວ ທີ່ເມັດໃຫຍ່ເຕັມໃຫ້ຈະແກ່ ຫຼືມີສີຂຽວແດ່ເຫຼືອງແດ່ແລ້ວ ເມື່ອເພິ່ນຕານເອົາເຂົ້ານັ້ນມາ ແລ້ວໃສ່ໝໍ້ຕົ້ມໃຫ້ສຸກ ຫຼັງຈາກສຸກແລ້ວກໍເອົາອອກມາຕາກ ຫຼືຢ້າງໄຟໃຫ້ແຫ້ງ ແລ້ວນຳເອົາໄປຕຳເຮັດເປັນເຂົ້າສານທົ່ວໄປ ຕ່າງແຕ່ເມັດເຂົ້າສານ(ເຂົ້າຮາງ) ຈະມີສີຂຽວ ແລະອາຍຸເຂົ້າຍັງອ່ອນ ດັ່ງນັ້ນ ເວລາກິນເພິ່ນຈະໝ່າເຂົ້າ ດ້ວຍການເອົານ້ຳໃສ່ພໍປະມານ (ໃສ່ຫຼາຍຈະເຮັດໃຫ້ເຂົ້າປຽກເປື່ອຍ) ປະໄວ້ໄລຍະໜຶ່ງເພື່ອໃຫ້ນ້ຳຊຶມເຂົ້າເມັດເຂົ້າ ແລ້ວເອົາໄປໜຶ້ງໃຫ້ສຸກ ແລ້ວເອົາມາກິນ ເຊິ່ງການໝ່າແລະໜຶ້ງເຂົ້າຮາງນີ້ ຈະຕ້ອງເປັນຜູ້ຮູ້ຈັກເປັນຢ່າງດີ ບໍ່ດັ່ງນັ້ນ ກໍອາດຈະເຮັດໃຫ້ເຂົ້າຮາງເລະໄດ້. ນອກຈາກການໜຶ້ງກິນແລ້ວ ເພິ່ນກໍມັກຈະເອົາໄປໜຶ້ງເຮັດ ເຂົ້າສັງຂະຫຍາ ຫຼືເອົາໄປຕົ້ມເຮັດເຂົ້າປຽກ ຫຼືນ້ຳຫວານ ຫຼືເຮັດເຂົ້າໜົມກໍໄດ້ ຕາມແຕ່ກຳມະວິທີຂອງໃຜລາວ.
11868714_1688064024757403_1129968161_n

11910868_1688966631333809_507826692_n

11938098_1688966621333810_618964181_n

11931705_1687348374828968_1299156948_n11897036_1687348368162302_1507280677_n 11913394_1687348358162303_748988269_n   11940191_1688565284707277_1698566227_n

ຮູບຈາກ Lounthong Lao , ບົດໂດຍ: ແອັດມິນຊຽງ

ພາຍຫຼັງທີ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...