spot_img
Homeຂ່າວການພັດທະນາອພບ ນະຄອນຫລວງວຽງຈັນຊີ້ ວຽກ ສໍ ສະອາດໄປຝືດ ຍ້ອນຂາດຫລາຍປັດ​ໄຈ!

ອພບ ນະຄອນຫລວງວຽງຈັນຊີ້ ວຽກ ສໍ ສະອາດໄປຝືດ ຍ້ອນຂາດຫລາຍປັດ​ໄຈ!

Published on

way

ໃນກອງປະຊຸມຄັ້ງທີ V ຂອງອົງຄະນະພັກນະຄອນຫລວງວຽງຈັນ, ໄດ້ກຳນົດນະໂຍບາຍ 6 ສ ຄື: ສ ສະຫງົບ, ສ ສະອາດ, ສ ສີຂຽວ, ສ ສະຫວ່າງ, ສ ສະເໜ່ ແລະ ສ ສີວິໄລ, ເພື່ອເປັນບ່ອນອີງໃນການພັດທະນາໃນຕົວເມືອງນະ ຄອນຫລວງວຽງຈັນ ເປັນຕາໜ້າຢູ່ອາ​ໄສ, ໃຫ້ສົມເປັນສູນກາງທາງດ້ານການເມືອງ, ເສດຖະກິດຂອງປະ ເທດ ແລະ ຜ່ານການຈັດຕັ້ງນະໂຍບາຍດັ່ງກ່າວໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ສ ສີຂຽວ, ສ ສະອາດເຫັນວ່າຍັງເຮັດບໍ່ທັນໄດ້ດີ ແລະ ດຳເນີນໄປຊັກຊ້າຫລາຍ.

ທ່ານ ຄຳປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ໃຫ້ຮູ້ວ່າ: ສຳລັບ ອພບ ແມ່ນໄດ້ລົງເລິກປະຕິບັດຕົວຈິງມີ ສ ສີຂຽວ ແລະ ສ ສະອາດ ແລະ ເຫັນວ່າການຈັດຕັ້ງປະຕິບັດໃນຜ່ານມາຍັງພົບຄວາມຫຍຸ້ງຍາກຫລາຍດ້ານຈາກຫລາຍປັດ​ໄຈຄື: ພວກເຮົາຍັງຂາດນິຕິກຳໃຫ້ຄົນຢູ່ຕົວເມືອງປະກອບພັນທະຮັກສາຄວາມສະອາດຂອງຕົວເມືອງ, ການຄຸ້ມຄອງ, ຕິດຕາມກວດກາລົດຂົນສົ່ງຫີນ-ຊາຍ, ວັດສະດຸເຂົ້າ-ອອກສະຖານທີ່ກໍ່ສ້າງ

ຕ່າງໆທີ່ເປັນສາເຫດຕົ້ນຕໍ່ພາໃຫ້ເສັ້ນທາງເປີະເປື້ອນຍັງບໍ່ທັນເຮັດໄດ້ດີ, ກຳລັງແຮງງານອະນາ ໄມທາງສ່ວນຫລາຍແມ່ນຜູ້ມີອາຍຸສູງ, ພາຫະນະຂົນສົ່ງຂີ້ເຫຍື້ອມີຈຳນວນຈຳກັດ ແລະ ສ່ວນຫລາຍແມ່ນບໍ່ໄດ້ມາດຕະ ຖານ, ຈຸດດູດນ້ຳມາຮັບໃຊ້ການສີດລ້າງທາງ, ຫົດດອກໄມ້ແມ່ນພົບຄວາມຫຍຸ້ງຍາກໃນລະດູແລ້ງ, ຂະນະດຽວກັນກໍບໍ່ມີຈຸດດູດນ້ຳຖາວອນ, ປັດຈຸບັນມີພຽງໜອງນ້ຳສວນສີໂຄດບ່ອນດຽວແຕ່ມີສະພາບບັນຫາກິນເໝັນ, ນອກຈາກນີ້ງົບປະ ມານໃນການນຳໃຊ້ເຂົ້າໃນວຽກງານດັ່ງກ່າວແມ່ນມີຈຳກັດ, ນອກຈາກນີ້, ຄວາມເຂົ້າໃຈຂອງພະນັກງານຍັງບໍ່ທັນສູງ ແລະ ຂາດຄວາມຮັບຜິດຊອບຕໍ່ຄວາມສະອາດຂອງຕົວເມືອງ, ສ່ວນຫລາຍພາກັນເຂົ້າໃຈວ່າວຽກງານຮັກສາຄວາມສະອາດຂອງຕົວເມືອງເປັນຄວາມຮັບຜິດຊອບຂອງພາກລັດຝ່າຍດຽວ, ເຊິ່ງສະແດງອອກຄື: ປະຊາຊົນທີ່ອາ​ໄສຢູ່ຕາມແຄມທາງ, ແຄມຮ່ອງລະບາຍນ້ຳມີຫລາຍຄອບຄົວຍັງບໍ່ທັນມີຄວາມຕື່ນຕົວໃນການອະນາໄມເສັ້ນທາງ ແລະ ຮ່ອງລະບາຍນ້ຳໃຫ້ສະອາດດີ. ແນວໃດກໍຕາມ ເພື່ອເຮັດໃຫ້ນະໂຍບາຍ ສ ສະອາດ ແລະ ສ ສີຂຽວ ໄດ້ຮັບການປະຕິບັດຢ່າງເປັນຮູບປະທຳດີຂຶ້ນໃນຕໍ່ໜ້າ, ເຮັດໃຫ້ນະຄອນຫລວງເປັນຕົວເມືອງສະອາດ, ຖະໜົນສະອາດ, ບໍ່ມີຂີ້ຝຸ່ນ, ຂີ້ເຫຍື້ອ, ບໍ່ເປິະເປື້ອນ, ບໍ່ມີສິ່ງກີດຂວາງ ແມ່ນຈະສູ້ຊົນເຮັດອະນາໄມຄວາມສະອາດ ແລະ ຂີ້ເຫຍື້ອ ຕາມສາຍທາງຫລັກໃນຕົວເມືອງ, ສືບຕໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອໃຫ້ບັນລຸ 100% ໃນຂອບເຂດ 4 ເມືອງໃນ ແລະ ກວມເປັນສ່ວນຫລາຍໃນ 5 ຕົວເມືອງນອກ, ຍາດແຍ່ງໂຄງການຊ່ວຍເຫລືອດ້ານວິຊາການໃນການຄຸ້ມຄອງຂີ້ເຫຍື້ອເພື່ອປູກຈິດສຳນຶກໃຫ້ສັງຄົມ, ຊຸມຊົນ ແລະ ສະຖາບັນການສຶກສາຕ່າງໆ, ຊຸກຍູ້ດຶງດູດການລົງທຶນພາກເອກະຊົນໃນການສ້າງຕັ້ງໂຮງງານຫັນ ປ່ຽນຂີ້ເຫຍື້ອເປັນພະລັງານໃຫ້ສຳເລັດ, ປັບປຸງຮ່ອງລະບາຍນ້ຳ, ບຶງໜອງໃນເຂດຊຸມຊົນບໍ່ໃຫ້ມີກິ່ນເໝັນ ແລະ ມີສະພາບແວດລ້ອມທີ່ດີ, ສ້າງສວນສາທາລະນະໃນຕົວເມືອງ, ໃນຊຸມຊົນຕ້ອງມີຕົ້ນໄມ້ສີຂຽວສວຍງາມຮົ່ມເຢັນກາຍເປັນຕົວເມືອງທີ່ມີສະພາບແວດລ້ອມ ແລະ ອາກາດຊົດຊື່ນດີ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...