spot_img
Homeວິທະຍາສາດ-ວິທະຍາການຢາສູບໄຟຟ້າ ຫົນທາງແຫ່ງການເສບຕິດຢາສູບ

ຢາສູບໄຟຟ້າ ຫົນທາງແຫ່ງການເສບຕິດຢາສູບ

Published on

ການສຶກສາ​ໃໝ່​ຄົ້ນ​ພົບ​ວ່າ ໄວ​ລຸ້ນ​ທີ່​ໃຊ້​ຢາສູບ​ໄຟ​ຟ້າ​ມີ​ແນວ​ໂນ້ມ​ທີ່​ຈະ​ເລີ່ມ​ສູບ​ຢາສູບ​​ຫລາຍກວ່າ​ກຸ່ມ​ໄວ​ລຸ້ນ​ທີ່​ບໍ່​ໄດ້​ໃຊ້​ຢາສູບ​ໄຟ​ຟ້າ

Stanton Glantz ເປັນ​ນັກ​ວິ​ໄຈ​ຄວບ​ຄຸມ​ກ່ຽວກັບ​ຢາສູບ​​ຂອງ University of California ໃນ​ຊານ​ຟານ​ຊິດ​ໂກ ພວກເຂົາ​ແລະ​ພະ​ນັກ​ງານ​ທາງ​ດ້ານ​ສຸກຂະພາບ​ຫລາຍໆ​ຄົນ​ຮູ້ສຶກ​ກັງ​ວົນ​ວ່າ ຢາສູບ​ໄຟ​ຟ້າ​ອາດຈະ​ເປັນ​ຫົນ​ທາງ​ກ້າວ​ໜຶ່ງ​ຂອງ​ການ​ສູບ​ຢາສູບ​ແຕ່​ຈົນມາ​ເຖິງ​ຕອນ​ນີ້ ພວກ​ເຂົາ​ຍັງ​ບໍ່​ມີ​ຂໍ້​ມູນ​ທີ່​ຈະ​ມາ​ສະໜັບສະໜູນ​ຄວາມ​ຄິດ​ນີ້

“ຄຳ​ຖາມ​ນັ້ນ​ມີ​ຢູ່​ວ່າ ຢາສູບ​ໄຟ​ຟ້າ​ນັ້ນ​ສາມາດ​ກະຕຸ້ນ​ໃຫ້​ມີ​ການ​ສູບ​ຢາສູບ​​ໄດ້​ຫລື​ບໍ່ ແລະ​ຄຳ​ຕອບ​ທີ່​ໄດ້​ຄື ແມ່ນ ” Glantz  ກ່າວ ຊຶ່ງ​ພວກເຂົາ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການສຶກສາ​ໃນ​ເທື່ອ​ນີ້

“ນັກ​ວິທະຍາ​ສາດ​ບາງ​ຄົນ​ໂຕ້​ຖຽງ​ວ່າ ການ​ໃຊ້​ຢາສູບ​​ໄຟ​ຟ້າ​ນັ້ນ​ຄວນ​ຈະ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ສູບ​ຢາສູບ​ໃນ​ກຸ່ມ​ໄວ​ລຸ້ນ” Adam Leventhal ກ່າວ ພວກເຂົາ​ເປັນ​ນັກ​ວິທະຍາ​ສາດ​ທາງ​ດ້ານ​ການ​ເສບ​ຕິດ​ທີ່ University of Southern California ໃນ​ລອດ​ແອງ​ເຈີລິດ ໃນ​ການ​ທີ່​ຈະ​ຄົ້ນ​ຫາ​ຄຳ​ຕອບ ທີມ​ວິ​ໄຈ​ຂອງ Leventhal ໄດ້​ທຳການ​ກວດ​ສອບ​ເດັກ​ທີ່​ຢູ່ໃນ​ຊັ້ນ​ຮຽນ​ເກດ 9 ທີ່​ບໍ່​ສູບ​ຢາສູບ​ຈຳນວນ​ກວ່າ 2530 ຄົນ​ຈາກ​ໂຮງຮຽນ​ລັດຖະບານ​ໃນ​ລອດ​ແອງ​ເຈີ​ລິດ​ກວ່າ 10 ແຫ່ງ

ໄວ​ລຸ້ນ​ຕ້ອງ​ຕອບ​ຄຳ​ຖາມ​ຂອງ​ຕົວ​ເອງ ປະຫວັດ​ຄອບຄົວ​ແລະ​ປະຫວັດ​ຖິ່ນ​ທີ່​ພັກ ໃນ​ຈຳນວນ​ຂອງ​ນັກ​ຮຽນ​ກຸ່ມ​ນີ້ ມີ​ເຖິງ 222 ຄົົນທີ່​ໃຊ້ຢາສູບ​ໄຟ​ຟ້າ ຫລັງ​ຈາກ​ນັ້ນ​ນັກ​ວິ​ໄຈ​ໄດ້​ທຳການ​ກວດ​ສອບ​ຊ້ຳ​ອີກ​ເທື່ອ​ຫລັງ​ຈາກ​ຜ່ານ​ໄປ​ຫົກ​ເດືອນ ແລະ​ອີກ​ເທື່ອ​ໜຶ່ງ​ຫລັງ​ຈາກ​ຜ່ານ​ໄປ​ໜຶ່ງ​ປີ ເມື່ອ​ທຳການ​ປຽບທຽບ​ກັບ​ກຸ່ມ​ທີ່​ບໍ່​ໄດ້​ໃຊ້​ຢາສູບ​​ໄຟ​ຟ້າ ກຸ່ມ​ທີ່​ໃຊ້ຢາສູບ​​ໄຟ​ຟ້າ​ນັ້ນ​ຈະ​ມີ​ແນວ​ໂນ້ມ​ຫລາຍກວ່າ​ເຖິງ​ສາມ​ເທົ່າ​ໃນ​ການ​ສູບ​ຜະລິດຕະພັນ​ຢາສູບ​ໃນ​ຊ່ວງ​ໄລ​ຍະ​ເວລາ​ໜຶ່ງ​ປີ

ທີມ​ວິ​ໄຈ​ຂອງ Leventhal ໄດ້​ຕີ​ພິມ​ງານ​ວິ​ໄຈ​ຂອງ​ພວກເຂົາ​ໄວ້​ໃນ​ວາລະສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ JAMA ເມື່ອ​ວັນທີ່ 18 ສິງ​ຫາທີ່ຜ່ານມາ

ອັດຕາ​ການ​ໃຊ້​ຢາສູບ​ໄຟ​ຟ້າ​ຂອງ​ໄວ​ລຸ້ນ​ນັ້ນ​ເພີ່ມ​ຂຶ້ນ​ຢ່າງ​ວ່ອງໄວ

ມັນ​ບໍ່​ຄື​ກັບ​ຜະລິດຕະພັນຢາສູບ​ ຢາສູບ​ໄຟ​ຟ້າ​ສາມາດ​ໂຄສະນາ​ໄດ້​ທັງ​ໃນ​ທີ​ວີ ແລະ​ໃນ​ວິທະ​ຍຸ​ຂອງ​ປະເທດ​ສະ​ຫາຣັດ​ອະ​ເມຣິ​ກາ ຢາສູບ​​ໄຟ​ຟ້າ​ບໍ່​ມີ​ສານ​ນິ​ໂຄ​ຕິນ​ຊຶ່ງ​ເຮັດໃຫ້​ເກີດ​ອາການ​ເສບ​ຕິດ ແຕ່​ໃນ​ບາງ​ຜູ້​ຜະລິດ​ຈະ​ມີ​ການ​ສົ່ງ​ສານ​ນິ​ໂຄ​ຕິນ​ເຂົ້າໄປ​ດ້ວຍ​ເນື່ອງ​ຈາກ​ການ​ຂາຍ​ຜະລິດຕະພັນ​ໄດ້​ໜ້ອຍ

ແຕ່​ນິ​ໂຄ​ຕິນ​ບໍ່​ໄດ້​ເປັນ​ຄວາມ​ສ່ຽງ​ພຽງ​ຢ່າງ​ດຽວ​ຂອງ​ການ​ໃຊ້​ຢາສູບ​ໄຟ​ຟ້າ ກິ່ນ​ທີ່​ລະ​ເຫີຍ​ອອກ​ມາ​ຈາກ​ອຸປະກອນ​ນີ້​ດຶງ​ດູດ​ເຫລົ່າ​ເດັກໆ​ອີກ​ດ້ວຍ ມັນ​ປະກອບ​ໄປ​ດ້ວຍ​ກິ່ນ​ຂອງ​ລູກ​ອົມ ກິ່ນ​ພຸດ​ດິ້ງ​ກ້ວຍ ແລະ​ອື່ນໆ ກິ່ນ​ເຫລົ່າ​ນີ້​ຖືກ​ແນະ​ນຳ​ວ່າ​ມັນ​ມີ​ຄວາມ​ປອດ​ໄພ ແຕ່​ນັກ​ເຄ​ມີ​ກຳ​ລັງ​ຄົ້ນ​ພົບ​ວ່າ ສານ​ລະ​ເຫີຍ​ທີ່​ອອກ​ມາ​ນັ້ນ​ສາມາດ​ທີ່​ຈະ​ປ່ອຍ​ສານ​ເຄ​ມີ​ເຂົ້າໄປ​ໃນ​ອາ​ກາດ​ຊຶ່ງ​ເຮັດໃຫ້​ເກີດ​ອາການ​ລະ​ຄາຍ​ເຄືອງ​ແລະ​ອັກ​ເສບ​ຕໍ່​ປອດ​ໄດ້

ມີ​ກຸ່ມ​ໄວ​ລຸ້ນ​ພຽງ​ເລັກນ້ອຍ​ເທົ່າ​ນັ້ນ​ທີ່ເບີ່ງວ່າ​ຢາສູບ​​ໄຟ​ຟ້າ​ນັ້ນ​ອັນຕະລາຍ ສິ່ງ​ນີ້​ຄື​ຂໍ້​ມູນ​ສຳຄັນ​ທີ່​ໄດ້​ມາ​ຈາກ​ການສຶກສາ​ຂອງ University of Michigan ການສຶກສາ​ຄົ້ນ​ພົບ​ວ່າ ມີ​ພຽງ 14.2 ເປີເຊັນ​ເທົ່າ​ນັ້ນ​ຂອງ​ເດັກ​ນັກ​ຮຽນ​ໃນ​ເກດ 12 ທີ່​ພວກ​ເຂົາ​ທຳການ​ສຳ​ຫລວດ​ຄິດວ່າ ຢາສູບ​​ໄຟ​ຟ້າ​ນັ້ນ​ກໍ່​ໃຫ້​ເກີດ​ອັນຕະລາຍ​ໄດ້

ໃນ​ຂະນະ​ນີ້ Leventhal ໄດ້​ວາງ​ແຜນ​ໄວ້​ວ່າ​ຈະ​ເຮັດ​ການສຶກສາ​ກຸ່ມ​ນັກ​ຮຽນ​ເພິ່ມເຕີມ ເພື່ອ​ເຮັດ​ການສຶກສາ​ວ່າ​ໄວ​ລຸ້ນ​ທີ່​ໃຊ້​ຢາສູບ​​ໄຟ​ຟ້າ​ມີ​ແນວ​ໂນ້ມ​ໃນ​ການ​ເສບ​ຕິດ​ນິ​ໂຄ​ຕິນ​ທີ່​ແພ່​ຢູ່ໃນ​ຢາສູບ​​ໄຟ​ຟ້າ​ຢ່າງໃດ

“ຄວາມ​ຄິດ​ທີ່​ວ່າ ການ​ໃຊ້ຢາສູບ​ໄຟ​ຟ້າ​ຈະ​ຊ່ວຍ​ໃຫ້​ໄວ​ລຸ້ນ​ນັ້ນ​ຫ່າງ​ໄກ​ຈາກ​ຢາສູບ​​ເປັນ​ເລື່ອງ​ທີ່​ບໍ່​ຈິງ” Leventhal ກ່າວ ແລະ​ພວກເຂົາ​ລາຍ​ງານ​ວ່າ “ພວກ​ເຮົາ​ພົບ​ວ່າ​ມັນ​ໃຫ້​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັນ”

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...