Homeປ່ອງຢ້ຽມດວງດາວການເຮັດໃຫ້ຂຸມດຳທີ່ຫລັບຢູ່ ຕື່ນຂື້ນມາ

ການເຮັດໃຫ້ຂຸມດຳທີ່ຫລັບຢູ່ ຕື່ນຂື້ນມາ

Published on

V404 Cygni ເປັນ​ລະບົບ​ດາວ​ຄູ່​ທີ່​ຕື່ນ​ຂຶ້ນ ຄຳ​ວ່າ “ຕື່ນ​ຂຶ້ນ”ໝາຍ​ຄວາມ​ວ່າ​ໃນ​ລະບົບ​ມີ​ການ​ເກີດຂື້ນ​ຂອງ​ຂຸມ​ດຳ​ເກີນ​ຂື້ນຫລາຍກວ່າ 70 ເທື່ອ​ໃນ​ໜຶ່ງ​ອາທິດ ​ແລະ ​ທຸກ​ເທື່ອ​ທີ່​ມີ​ການ​ເກີດ​ອຸປະກອນ​ກວດ​ວັດ​ລັງສີ​ແກມ​ມາ (Gamma-ray Burst Monitor ,GBM) ເທິງ​ກ້ອງ​ໂທລະ​ທັດ​ອາວະ​ກາດ​ເຟີມີ (Fermi gamma-ray space telescope) ໄດ້​ສົ່ງ​ຂໍ້​ມູນ​ກັບ​ມາຫານັກ​ວິທະຍາ​ສາດ​ຜູ້​ເບິ່ງແຍງ​ລະບົບ

V404 Cygni ເປັນ​ລະບົບ​ດາວ​ຄູ່​ຊຶ່ງ​ປະກອບ​ດ້ວຍ​ດາວ​ທີ່​ຄ້າຍ​ກັນ​ກັບ​ດວງ​ອາທິດ​ຂອງ​ເຮົາ​ກັບ​ຂຸມ​ດຳ ໂດຍ​ທັງ​ສອງ​ຈະ​ໂຄຈອນ​ຮອບ​ກັນ​ແລະ​ກັນ ມວນ​​ສານ​ຂອງ​ຂຸມ​ດຳ​ໄດ້ປ່ອຍ​ແກ໊ສ໌​ອອກຈາກ​ດາວ​ຄູ່​ຂອງ​ມັນ​ແລ້ວ​ເກີດ​ການ​ໝຸນ​ວຽນ​ຮອບ​ຂຸມດຳ​ຄືກັບ​ຮູບ​ຈານ ເນື່ອງ​ຈາກ​ກາ​ນອະນຸ​ລັກ​ໂມ​ເມນ ​ເຮັດໃຫ້​ແກ໊ສ​ດັ່ງ​ກ່າວ​ມີ​ວົງ​ໂຄຈອນ​ທີ່​ຄົງ​ຕົວ​ຮອບ​ຂຸມ​ດຳ ແຕ່​ເມື່ອ​ໃດ​ທີ່​ແກສ໌​ເຫລົ່າ​ນັ້ນ​ເລີ່ມ​ບໍ່​ມີການສະຖຽນ​ ມັນ​ຈະ​ເກີດ​ການ​ໄຫລ​ ​ເຂົ້າ​ສູ່​ແກນກາງ​ຂອງ​ຂຸມ​ດຳ ເມື່ອ​ເກີດ​ປາກົດ​ການ​ນີ້​ຈານ​ແກ໊ສ໌​ຈະ​ປ່ອຍ​ລັງສີ​ໃນ​ທຸກໆ​ຊ່ວງ​ຄວາມ​ຍາວ​ຄື້ນ​ອອກ​ມາ ລວມ​ທັງ​ລັງສີ​ເອັກ​ນຳອີກ ລັງສີ​ເຫລົ່າ​ນີ້​ຖືກ​ປ່ອຍ​ອອກ​ມາ​ຈາກ​ແກ໊ສ໌​ທີ່​ໄຫລວຽນ​ຢູ່​ດ້ານ​ໃນ​ສຸດ ທັງ​ໝົດ​ນີ້​ຄື​ສິ່ງ​ທີ່ເກິດຂື້ນ​ກັບ V404 Cygni ໃນ​ວັນທີ່ 15 ມິ​ຖຸ​ນາ ທີ່ຜ່ານມາ

ທີມ​ຂອງ​ນັກ​ວິທະຍາ​ສາດ​ທີ່​ເຝົ້າ​ສັງເກດ​ປະລິມານ​ລັງສີ​ຂອງ​ຂຸມ​ດຳ ນຳ​ໂດຍ Andrew Beardmore (ມະຫາ​ວິທະຍາ​ໄລ​ເລດ​ເຕີ ໃນ​ປະເທດ​ອັງ​ກິດ) ໄດ້​ໃຊ້​ກ້ອງ​ໂທລະທັດ​ລັງສີ​ເອັກ​ເທິງ​ດາວ​ທຽມສະວິບ​ຂອງ​ນາ​ຊ່າ​ໃນ​ການ​ເກັບ​ກຳ​ພາບ​ຂອງ V404 Cygni ຈາກ​ວັນທີ່ 30 ມິ​ຖຸ​ນາ ເຖິງ ວັນທີ່ 4 ກໍລະກົດ ທີ່​ຜ່ານມາ ຈາກ​ນັ້ນ​ນັກ​ວິ​ໄຈ​ກໍ​ນຳ​ພາບ​ທີ່​ບັນ​ທຶກ​ໄດ້​ມາ​ສ້າງ​ເປັນ​ພາບ​ເຄື່ອນ​ໄຫວ​ຂອງ​ສິ່ງ​ທີ່​ລະບົບ​ນີ້​ເຮັດວຽກ

ຄວາມ​ຈິງ​ແລ້ວ​ວົງ​ແຫວນ​ຮອບ​ຂຸມ​ດຳ​ເປັນ​ພາ​ບລວງ​ຕາ ລັງສີ​ເອັກຈາກ​ການ​ເກີດຂື້ນ​ຮອບ​ຂຸມ​ດຳ​ກະທົບ​ກັບ​ຝຸ່ນ​ລະ​ອອງ​ທີ່​ຢູ່​ລະຫວ່າງ​ຂຸມ​ດຳ​ແລະ​ກ້ອງ​ໂທລະທັດສະວິບ (Fermi gamma-ray space telescope) ຝຸ່ນ​ລະ​ລອງ​ເຫລົ່າ​ນັ້ນ​ເຮັດໃຫ້​ລັງສີ​ເອັກ​ກະ​ຈາຍ​ແລະ​ສົ່ງ​ມາ​ຫາ​ກ້ອງ​ໂທລະທັດສະວິບໃນ​ເວລາ​ທີ່​ຕ່າງ​ກັນ​ເຮັດໃຫ້​ເກີດ​ພາ​ບວົງ​ແຫວນ​ຫລາຍ​ວົງ​ທີ່​ຂະຫຍາຍ​ຕົວ​ຮອບ​ແຫລ່ງ​ກຳ​ເນີດ

ວົງ​ແຫວນ​ນີ້​ມີ​ລັກສະນະ​ຄ້າຍ​ກັບ​ແສງ​ຈາກ Circinus X-1 ທີ່​ສັງເກດ​ການ​ໄດ້​ກ່ອນ​ໜ້າ​ນີ້​ຈາກ​ກ້ອງ​ໂທລະທັດ​ອາວະ​ກາດ​ຈັນ​ຊາ (Chandra X-Ray Observatory)  ຢ່າງໃດ​ກໍ​ຕາມ ໄລ​ຍະ​ຫ່າງ​ຈາກ V404 Cygni ເຖິງ​ໂລກ​ມີ​ຄ່າ​ປະ​ມານ 8,000 ປີ​ແສງ ໜ້ອຍ​ກວ່າ​ໄລ​ຍະ​ທາງ​ຈາກ​ໂລກ​ເຖິງ Circinus X-1 ທີ່​ມີ​ຄ່າ​ເຖິງ 30,700 ປີ​ແສງ​ຢູ່​ຫລາຍ ເຮັດໃຫ້​ທີມ​ງານ​ຂອງ​ນັກ​ວິທະຍາ​ສາດ​ສັງເກດ​ເຫັນ​ການ​ຂະຫຍາຍ​ຕົວ​ຂອງ​ວົງ​ແຫວນ​ໄດ້​ງ່າຍ​ຂຶ້ນ ເພາະ​ແຫລ່ງ​ກຳ​ເນີດ​ແສງ​ທີ່​ຢູ່​ໃກ້​ໂລກ​ເບີ່ງແຈ້ງ ​ແລະ​ ໃຫຍ່​ກວ່າ​ແຫລ່ງ​ກຳ​ເນີດ​ທີ່​ຢູ່​ໄກ ເນື່ອງ​ຈາກ​ອັດຕາ​ການ​ຂະຫຍາຍ​ຕົວ​ຂອງ​ວົງ​ແຫວນ​ຈະ​ຫລຸດລົງ​ເມື່ອ​ເວລາ​ຜ່ານ​ໄປ​ແລະ​ທີມ​ນັກ​ວິ​ໄຈ​ຈຶ່ງ​ໄດ້ຮັບ​ອະນຸຍາດ​ໃຫ້​ບັນ​ທຶກ​ພາບ​ຈົນ​ນຳ​ມາ​ສ້າງ​ພາບ​ເຄື່ອນ​ໄຫວ​ຂອງ​ວົງ​ແຫວນ​ທີ່​ກຳ​ລັງ​ຂະຫຍາຍ​ຕົວ​ໄດ້

http://www.narit.or.th/images/AstronomyNews/2015-08/2015-08-11/

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...