spot_img
Homeວິທະຍາສາດ-ວິທະຍາການນ້ຳຕານເຮັດໃຫ້ຢາກນອນ

ນ້ຳຕານເຮັດໃຫ້ຢາກນອນ

Published on

http://www.vcharkarn.com/media/images/

ຄອບຄົວ​ຫລາຍ​ຄອບຄົວ​ຄິດວ່າ​ລູກ​ຂອງ​ໂຕເອງ​ນັ້ນ​ຈະ​ເລີ່ມ​ສະແດງ​ອາການ​ກະ​ຕື​ລື​ລົ້ນ​​ຫລາຍ​ເກີນ​ໄປ​ຫລັງ​ຈາກ​ທີ່​ໄດ້​ຂະໜົມອົມ ​ຫລື​ ຂອງ​ຫວານ​ອື່ນໆ ແຕ່​ທີ່ຈິງ​ແລ້ວ​ນ້ຳ​ຕານ​ອາດຈະ​ເຮັດໃຫ້​ເກີດ​ອາການ​ຢາກ​ນອນ​ໄດ້ ສິ່ງ​ນີ້​ເປັນ​ຂໍ້​ສະຫລຸບ​ທີ່​ໄດ້​ຈາກ​ການສຶກສາ​ໃໝ່​ໃນ​ໜູ​ທົດລອງ “ພວກ​ເຮົາ​ທຸກ​ຄົນ​ມັກ​ພົບ​ກັບ​ເຫດການ​ທີ່​ຮູ້ສຶກ​ຢາກນອນເປັນ​ຢ່າງ​ຫລາຍ​ຫລັງ​ຈາກ​ທີ່​ໄດ້​ກິນ​ອາຫານ​ຈານ​ໃຫຍ່​​ເຂົ້າໄປ” Christophe Varin ກ່າວ ຊຶ່ງ​ພວກເຂົາ​ເປັນ​ນັກ​ປະສາດ​ວິທະຍາ​ທີ່ Lyon Neuroscience Research Center and ESPCI ParisTech ໃນ​ປະເທດ​ຝຣັ່ງ ພວກເຂົາ​ທຳ​ການສຶກສາ​ກ່ຽວກັບ​ສະຫມອງ ງານ​ວິ​ໄຈ​ຂອງ​ທີມ​ພວກເຂົາ​ໄດ້​ແນະນຳ​ໃຫ້​ເຫັນ​ວ່າ ນ້ຳ​ຕານ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ເກີດ​ອາການ​ຢາກນອນ​ຫລັງ​ອາຫານ​ຊຶ່ງ​ເຮົາ​ບໍ່​ສາມາດ​ຕ້ານ​ທານ​ໄດ້​ໃນ​ການສຶກສາ​ຂອງ​ພວກ​ເຂົາ Varin ແລະ​ທີມ​ວິ​ໄຈ​ຂອງ​ພວກເຂົາ​ໄດ້​ທຳການ​ສີດ​ນ້ຳ​ຕານ​ເຂົ້າໄປ​ໃນ​ສະຫມອງ​ຂອງ​ໜູ​ທົດລອງ​ໂດຍ​ກົງ ສິ່ງ​ນີ້​ເປັນ​ການ​ຈຳ​ລອງ​ວ່າ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ທີ່​ໄດ້ຮັບ​ອາຫານ​​ເຂົ້າໄປ ​ອາຫານ​ໂດຍ​ສະເພາະ​ສານ​ອາຫານ​ຈຳ​ພວກ​ຄາ​ໂບ​ໄຮ​ເດຣດ​ ຈະ​ເພີ່ມ​ລະ​ດັບ​ຂອງ​ນ້ຳ​ຕານ​ໃນ​ສະຫມອງ ຄາໂບ​ໄຮ​ເດ​ຣດ​ປະກອບ​ໄປ​ດ້ວຍ​ນ້ຳ​ຕານ​ແລະ​ແປ້​ງ ສິ່ງເຫລົ່ານີ້​ມັກ​ມາ​ຈາກ ນ້ຳ​ຕານ​ກ້ອນ ນ້ຳ​ຫມາກໄມ້ ແປ້ງ ເຂົ້າ​ແລະ​ມັນ​ຝຣັ່ງ​ນັກ​ວິທະຍາ​ສາດ​ໄດ້​ສີດ​ນ້ຳ​ຕານ​​ເຂົ້າໄປ​ໃນ​ພື້ນ​ທີ່​ຂອງ​ສະຫມອງ​ທີ່​ເອີ້ນວ່າ VLPO ຊຶ່ງ​ມັນ​ຫຍໍ້​ມາ​ຈາກ ventrolateral preoptic nucleus ນັກ​ວິ​ໄຈ​ຍັງ​ຮູ້​ອີກ​ດ້ວຍ​ວ່າ ເສັ້ນ​ປະສາດ​ຂອງ VLPO ເປັນ​ຕົວ​ຜັກ​ດັນ​ໃຫ້​ເກີດ​ອາການ​ຢາກນອນ ໃນ​ຄວາມ​ຈິງ​ແລ້ວ ສານ​ເຄ​ມີ​ຫລາກ​ຫລາຍ​ຊະນິດ​ສາມາດ​ທີ່​ຈະ​ນຳ​ສົ່ງ​ສັນ​ຍານ​ເຂົ້າໄປ​ພາຍ​ໃນ​ສະຫມອງ​ເພື່ອ​ຫລຸດ​ການ​ກະຕຸ້ນ​ເສັ້ນປະສາດ​ທີ່ນຳ​ໃຫ້​ເກີດ​ອາການຢາກນອນ ສິ່ງ​ນີ້​ເຮັດໃຫ້​ເກີດ​ອາການ​ຕື່ນ​ຢ່າງ​ເຕັມ​ທີ່ ແຕ່​ໃນ​ການສຶກສາ​ໃໝ່​ໃນ​ເທື່ອ​ນີ້​ສະແດງ​ໃຫ້​ເຫັນ​ວ່າ ນ້ຳ​ຕານ​ມີ​ຜົນ​ກົງ​ກັນ​ຂ້າມ ມັນ​ຊ່ວຍ​ກະຕຸ້ນ​​ໃຫ້​ເກີດ​ອາການ​ຢາກນອນໃນ​ຊ່ວງ​ສອງ​ຊົ່ວ​ໂມງ​ຜ່ານ​ໄປ​ຫລັງ​ຈາກ​ທຳການ​ສີດ​ນ້ຳ​ຕານ​ ໜູ​ທົດລອງ​ຈະ​ຫລັບ​ເລິກ​ຫລາຍ​ຊຶ່ງ​ເອີ້ນວ່າ ໄລຍະ​ຫລັບ​ເລິກ (slow-wave sleep) ສິ່ງ​ນີ້​ຄື​ຊະນິດ​ຂອງ​ການ​ນອນ​ຫລັບ​ທີ່​ແຕກ​ຕ່າງ​ກັບ​ການ​ນອນ​ຫລັບ​ອີກ​ອັນ​ໜຶ່ງ​ທີ່​ເອີ້ນວ່າ rapid eye movement ຫລື REM ໜູ​ທີ່​ໄດ້ຮັບ​ນ້ຳ​ຕານ​​ເຂົ້າໄປ​ຈະ​ເຂົ້າ​ສູ່​ເວລາ​ຂອງ​ການ​ຫລັບ​ເລິກ​ໄດ້​ໄວ​ກວ່າ​ແລະ​ຫລັບ​ໄດ້​ດົນ​ກວ່າ​ໜູ​ທີ່​ໄດ້ຮັບ​ສານ​ລະ​ລາຍ​ທີ່​ບໍ່​ມີ​ນ້ຳ​ຕານ​ເສັ້ນປະສາດ​ຂອງ VLPO ສາມາດ​ທີ່​ຈະ​ຮັບ​ຮູ້​ເຖິງ​ນ້ຳ​ຕານ​​ໄດ້​ໂດຍ​ກົງ​ຈາກ​ເຊວ​ຂ້າງ​ຄຽງ​ຂອງ​ພວກ​ມັນ ແລະ​ຍິ່ງ​ນ້ຳ​ຕານ​ໃນ​​ສະຫມອງ​ມີ​ຫລາຍ​ເທົ່າ​ໃດ ສັນ​ຍານ​ການ​​ນຳ​ໃຫ້​ເກີດ​ການ​ຢາກນອນ​ກໍ​ຈະ​ເພີ່ມ​ຫລາຍ​ຂຶ້ນ ນັກ​ວິທະຍາ​ສາດ​ລາຍ​ງານ​ຜົນ​ການ​ທົດລອງ​ຂອງ​ພວກເຂົາ​ໄວ້​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Journal of Neuroscience ຄວາມ​ຄິດ​ທີ່​ວ່າ ນ້ຳ​ຕານ​ສາມາດ​ເຮັດໃຫ້​ເກີດ​ອາການ​ຢາກນອນ​ອາດຈະ​ບໍ່ແມ່ນ​ເລື່ອງ​ທີ່​ໜ້າ​ປະ​ຫລາດ​ໃຈ​ກັບ​ກຸ່ມ​ຜູ້​ປົກຄອງ​ເທົ່າ​ໃດ ມັນ​ອາດຈະ​ສົ່ງ​ຜົນ​ກັບ​ກຸ່ມ​ຜູ້​ສ້າງ​ເຄື່ອງ​ດື່ມ​ໃຫ້​ພະລັງ​ງານ​ຫລາຍກວ່າ ເຄື່ອງ​ດື່ມ​ເຫລົ່າ​ນີ້​ຫລາຍເທື່ອ​ຈະ​ເຕັມ​ໄປ​ດ້ວຍ​ນ້ຳ​ຕານ ແລະ​ພວກ​ມັນ​ສາມາດ​ທີ່​ຈະ​ກະຕຸ້ນ​ໃຫ້​ເກີດ​ການ​ຕື່ນ​ຕົວ​ໄດ້ ແຕ່​ເມື່ອ​ເວລາ​ຜ່ານ​ໄປ​ດົນ​ໆ ເຄື່ອງ​ດື່ມ​ທີ່​ມີ​ນ້ຳ​ຕານ​ສູງ​ສຳລັບ​ກຸ່ມ​ທີ່​ມີ​ຄາ​ເຟ​ອີນ​ຕ່ຳ ອາດຈະ​ເຮັດໃຫ້​ເກີດ​ອາການ​ຢາກ​ນອນ​ໄດ້ “ມັນ​ອາດຈະ​ເປັນ​ເຫດຜົນ​ທີ່​ດີ​ສຳລັບ​ການ​ນອນ​ຫລັບ​ຈາກທີ່​ໄດ້ຮັບ​ອາຫານ​ທີ່​ມີ​ນ້ຳ​ຕານ​ສູງ​ເຂົ້າໄປ” Denis Burdakov ກ່າວ ພວກເຂົາ​ເປັນ​ນັກ​ປະສາດ​ວິທະຍາ​ທີ່ Francis Crick Institute ໃນ​ລອນ​ດອນ ປະເທດ​ອັງ​ກິດ ການ​ນອນ​ຫລັບ​ຫລັງ​ຈາກ​ການ​ກິນອາຫານ​ເຮັດໃຫ້​ແນ່​ໃຈ​ໄດ້​ວ່າ ຄົນ​ຫລື​ສັດ​ນັ້ນ​ຢູ່​ໃກ້​ກັບ​ອາຫານ​ທີ່​ມີ​ຄຸນນະພາບ​ດີ ນັກ​ວິທະຍາ​ສາດ​ສົງ​ໄສ​ວ່າ ຄົນ​ເຮົາ​ມີ​ເສັ້ນ​ປະສາດ​ທີ່​ຄ້າຍ​ຄື​ກັບ VLPO ທີ່​ມີ​ໃນ​ໜູ​ຫລື​ບໍ່ ການ​ທົດລອງ​ອື່ນໆ​ຍັງ​ເປັນ​ທີ່​ຕ້ອງ​ການ​ຢູ່​ເພື່ອ​ທີ່​ຈະ​ບອກວ່າ​ມະນຸດ​ເຮົາ​ນັ້ນ​ມີ​ການ​ຕອບສະຫນອງ​ຕໍ່​ນ້ຳ​ຕານ​ຄື​ກັບ​ໜູ​ທົດລອງ​ຫລື​ບໍ່

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...