Homeປ່ອງຢ້ຽມດວງດາວNASA ເປີດເຜີຍວ່າ ດາວພູໂຕອຸດົມໄປດ້ວຍແກສ໌ໄນໂຕຣເຈນ

NASA ເປີດເຜີຍວ່າ ດາວພູໂຕອຸດົມໄປດ້ວຍແກສ໌ໄນໂຕຣເຈນ

Published on

http://www.vcharkarn.com/media/images/

ຂໍ້​ມູນ​ຫລ້າ​ສຸດ​ຈາກ​ຍານ​ນິວ​ຮໍ​ໄລ​ຊັນ​ຂອງ​ອົງການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາດ ສະ​ຫາຣັດ ຫລື​ນາ​ຊ່າ ລະ​ບຸ​ວ່າ​ພື້ນ​ຜິວ​ຂອງ​ດາວ​ພູ​ໂຕ​ມີ​ຄວາມ​ຫລາກ​ຫລາຍ​ແລະ​ຊັ້ນ​ບັນ​ຢາ​ກາດ​ອຸດົມ​ໄປ​ດ້ວຍ​ແກສ໌​ໄນ​ໂຕຣ​ເຈນ ຢ່າງໃດ​ກໍ​ຕາມ ດາວພູໂຕ​ກຳ​ລັງ​ເສຍ​ໄນ​ໂຕຣ​ເຈນ​ອອກ​ສູ່​ບັນ​ຢາ​ກາດ​​ທຸກໆ​ຊົ່ວ​ໂມງ​ເພາະ​ມີ​ແຮງດັນ​ນ້ອຍ​ນັ້ນ​ເອງ

ແລ້ວ​ໄນ​ໂຕ​ຣເຈນ​ເຫລົ່າ​ນີ້​ມາ​ຈາກ​ໃສ? ດຣ. ເຄ​ຊີ ຊິງ​ເກີ ນັກ​ວິ​ໄຈ​ທີ່​ສະ​ຖາ​ບັນ​ວິ​ໄຈ​ເຊົາ​ເວດ ແລະ ດຣ. ອະ​ລັນສະເ​ທີ​ນ ຮອງ​ຜູ້​ອຳ​ນວຍ​ກາ​ນສະຖາບັນ ໜຶ່ງ​ໃນ​ຜູ້​ນຳ​ພາລະ​ກິດ​ຍານ​ນິວ​ຮໍ​ໄລ​ຊັນ​ໄດ້​ອອກ​ມາ​ຕອບ​ຄຳ​ຖາມ​ນີ້​ຈາກ​ງານ​ວິ​ໄຈ​ໃນ​ຫົວຂໍ້ On the Provenance of Pluto’s Nitrogen ທີ່​ໄດ້ຮັບ​ການ​ຍອມ​ຮັບ​ໃຫ້​ຕີ​ພິມ​ໃນ​ວາລະ​ສານ​ວິ​ຊາ​ການ The Astrophysical Journal Letters ແລ້ວ

“ໄນ​ໂຕຣ​ເຈນ​ຈຳນວນ​ຫລາຍ​ຈະ​ຕ້ອງ​ມາ​ຈາກ​ບ່ອນໃດບ່ອນໜື່ງແນ່ນອນ​ເພື່ອ​ຊົດ​ເຊີຍ​ໃຫ້​ກັບ​ນ້ຳ​ແຂງ​ໄນ​ໂຕຣ​ເຈນ​ທີ່​ກຳ​ລັງ​ເຄື່ອນ​ທີ່​ໄປ​ອ້ອມຮອບ​ພື້ນ​ຜິວ​ຂອງ​ດາວ​​ໃນ​ລະດູ​ການ​ແລະ​ໄນ​ໂຕ​ຣເຈນ​ຊັ້ນ​ເທິງ​ສຸດ​ທີ່​ກຳ​ລັງ​ອອກ​ສູ່​ບັນ​ຍາ​ກາດ​ເນື່ອງ​ຈາກ​ຄວາມ​ຮ້ອນ​ຈາກ​ລັງສີ​ຍູ​ວີ​ຈາກ​ດວງ​ອາທິດ” ດຣ. ຊິງ​ເກີ​ເຜີຍ

ດຣ. ຊິງ​ເກີ ແລະ ດຣ. ສະ​ເທີ​ນ ສົງ​ໄສ​ວ່າ​ດາວ​ຫາງ​ຈະ​​ເຮັດໃຫ້​ໄນ​ໂຕ​ຣເຈນ​ໄປ​ເກີດ​ທີ່​ພື້ນ​ຜິວ​ດວງ​ດາວ​ເພື່ອ​ຊົດ​ເຊີຍ​ກັບ​ໄນ​ໂຕຣ​ເຈນ​ທີ່​ຄ່ອຍໆ​ຫລຸດ​ອອກ​ໄປ​ຈາກ​ດາວ​ຫລື​ບໍ່ ຈຶ່ງ​ໄດ້​ເບິ່ງ​ຂຸມ​ເທິງ​ດາວ​ທີ່​ເກີດ​ຈາກ​ດາວ​ຫາງ​ເຂົ້າ​ຊົນ​ວ່າ​ໄນ​ໂຕຣ​ເຈນ​ຈະ​ຂຶ້ນ​ມາ​ທີ່​ຜິວ​ຫລາຍ​ໜ້ອຍ​ພຽງ​ໃດ ແຕ່​ຫາ​ກວ່າການຄາດການ​ນີ້​ເປັນ​ຈິງ ດາວ​ພູ​ໂຕ​ຈະ​ຕ້ອງ​ມີ​ຊັ້ນ​​ນ້ຳ​ແຂງ​ໄນ​ໂຕຣ​ເຈນ​ທີ່​ພື້ນ​ຜິວ​ທີ່​ໜາ​ຫລາຍ ແຕ່​ກໍ​ຍັງ​ບໍ່​ມີ​ໃຜ​ພິສູດ​ໄດ້​ຈົນ​ເຖິງ​ຕອນ​ນີ້

“ເຮົາ​ພົບ​ວ່າ​ປາກົດ​ການ​ທີ່​ບອກວ່າ​ໄນ​ໂຕຣ​ເຈນ​ສ່ວນ​ໃຫຍ່​ມາ​ຈາກ​ປ່ອງ​ພູເຂົາ​ໄຟ​ທີ່​ເກີດ​ຈາກ​ດາວ​ຫາງ​ຊົນ​ນັ້ນ ບໍ່​ໜ້າ​ຈະ​ເປັນ​ຈິງ ເພາະ​ໄນ​ໂຕຣ​ເຈນ​ບໍ່​ໜ້າ​ຈະ​ຂຶ້ນ​ມາ​ຫລາຍ​ພໍ​ທີ່​ຈະ​ຊົດ​ເຊີຍ​ໄນ​ໂຕຣ​ເຈນ​ທີ່​ອອກ​ໄປ​ສູ່​ອາວະ​ກາດ​ຕະຫລອດ​ເວລາ” ດຣ. ຊິງ​ເກີ​ອະທິບາຍ

“ເປັນ​ໄປ​ໄດ້​ວ່າ ອັດຕາ​ຂອງ​ໄນ​ໂຕຣ​ເຈນ​ທີ່​ອອກ​ໄປ​ໃນ​ອະ​ດີດ​ນັ້ນ​ບໍ່​ໄດ້​ສູງ​ເທົ່າ​ກັບ​ຕອນ​ນີ້ ເຮົາ​ຈຶ່ງ​ຄິດວ່າ​ບາງ​ທີ ການ​ທີ່​ດາວ​ພູ​ໂຕ​ຍັງມີ​ຄວາມ​ເຄື່ອນ​ໄຫວ​ທາງ​ທໍລະ​ນີ​ວິທະຍາ​ນີ້​​ທີ່​ເຮັດໃຫ້​ໄນ​ໂຕ​ຣເຈນ​ອອກ​ມາ​ຈາກ​ພາຍ​ໃນ​ດວງ​ດາວ​ຂຶ້ນ​ມາສູ່​ຜິວ​ດາວ​ໄດ້”

ເຖິງວ່າ​ໃນ​ຂະນະ​ທີ່​ຂຽນ​ບົດ​ຄວາມ​ວິ​ຊາ​ການ​ນີ້ ພາ​ບຫລ້າ​ສຸດ​ຂອງ​ດາວ​ພູ​ໂຕ​ຈະ​ຍັງ​ມາ​ບໍ່​ເຖິງ ແຕ່​ຫລ້າ​ສຸດ ເຮົາ​ໄດ້​ຮູ້​ແລ້ວ​ວ່າ ຄວາມ​ຮ້ອນ​ທີ່​ບໍລິເວນ​ໃຕ້​ພື້ນ​ຜິວ​ນັ້ນ​ຮ້ອນ​ແທ້ ແລະ​ພົບ​ຮອຍ​ແຕກ​ບໍລິເວນ​ຜິວ​ດາວ ຊຶ່ງ​ກໍ​ມີ​ຄວາມ​ກ່ຽວ​ຂ້ອງ​ກັນ

“ເຮົາ​ທຳນາຍ​ແລະ​ສົ່ງ​ບົດ​ຄວາມ​ໄປ​ກ່ອນທີ່ຈະ​ມີ​ການ​ໂຄຈອນ​ຜ່ານ ເຮົາ​ທຳນາຍ​ວ່າ​ດາວ​ພູ​ໂຕໜ້າ​ຈະ​ໄດ້​ໂນ​ໂຕຣ​ເຈນ​ມາ​ຈາກ​ພື້ນ​ຜິວ​ພາຍ​ໃນ​ແລະ​ເກີດ​ຂຶ້ນ​ມາ​ທີ່​ຜິວ​ດາວ ຈຶ່ງ​ເປັນ​ໄປ​ໄດ້​ວ່າ​ດາວ​ພູ​ໂຕ​ອາດຈະ​ຍັງມີ​ປ່ອງ​ນ້ຳ​ພຸ​ຮ້ອນ​ຫລື​ພູເຂົາ​ໄຟ​ເຢັນ​ຢູ່​ກໍ​ໄດ້ ແລະ​ເມື່ອ​ຂໍ້​ມູນ​ຈາກ​ຍານ​ນິວ​ຮໍ​ໄລ​ຊັນ​ມາ​ເຖິງ ເຮົາ​ກໍ​ຍິ່ງ​ສົນ​ໃຈ​ທີ່​ຈະ​ພິສູດ​ວ່າ​ແນວ​ຄິດ​ຂອງ​ເຮົາ​ຖືກ”

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...