spot_img
Homeຂ່າວພາຍ​ໃນລາວກຽມຈັດງານ ວຽງຈັນ ເອັກສ໌ໂປ 2015 ງານວາງສະແດງສິນຄ້າ ລະດັບພາກພື້ນຄັ້ງທຳອິດ!

ລາວກຽມຈັດງານ ວຽງຈັນ ເອັກສ໌ໂປ 2015 ງານວາງສະແດງສິນຄ້າ ລະດັບພາກພື້ນຄັ້ງທຳອິດ!

Published on

khemmany

ຂປລ. ງານ​ວາງສະ​ແດງ​ສິນຄ້າ ວຽງຈັນ ​ເອັກສ​ໂປ 2015 ຈະ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ​ໃນ​ລະ​ຫວ່າງ​ວັນ​ທີ 30 ພະຈິກ ​ເຖິງ 6 ທັນວາ 2015 ທີ່​ສູນ​ການ​ຄ້າ​ລາວ-​ໄອ​ເຕັກ ​ເຊິ່ງ​ເປັນ​ງານ​ວາງ ສະ​ແດງ​ລະ​ດັບ​ຊາດ ​ແລະ ພາກ​ພື້ນ ​ໂດຍ​ໄດ້​ລວມລວບ ​ເອົາ​ຜົນ​ສຳ​ເລັດ​ ຂອງ​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ຕະຫລອດ​ໄລຍະ 40 ປີ ​ແຫ່ງ​ການ​ສ້າງສາ ​ແລະ ​ພັດທະນາຂອງ ​ສປປ ລາວ ນຳ​ມາ​ວາງສະ​ແດງ ​ໂດຍ​ມີ ​ທ່ານ​ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​​ວ່າການ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ພ້ອມ​ທັງ​ທູຕາ​ນຸທູດ ຈາກ​ຫລາຍ​ປະ​ເທດ​ເຂົ້າ​ຮ່ວມ.

​ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​​ວ່າການ​ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ​​ ໄດ້​ກ່າວ​ໃນ​ງານ​ຖະ​ແຫລ​ງຂ່າວ ວຽງຈັນ​ ເອັກສ​ໂປ ​ໃນ​ວັນ​ທີ 18 ສິງຫາ 2015 ນີ້ວ່າ: ​ໃນການຈັດ​ງານ​ວາງ​ສະ​ແດງ​ ສິນຄ້າຄັ້ງນີ້​ແມ່ນ​ໄດ້​ລວບ​ລວມ​ເອົາ​​ ຫົວໜ່ວຍທຸ​ລະ​ກິດ​ທີ່​ພົ້ນ​ເດັ່ນ ​ແລະ ມີ​ບົດບາດ​ໃນ​ການ​ພັດທະນາ ​ເສດຖະກິດ​ຂອງ​ລາວ ​ ທັງ​ເປັນ​ເວທີ​ພົບ​ປະ​ແລກປ່ຽນ ຂໍ້​ມູນ​ຂ່າວສານ​ດ້ານ​ການ​ຄ້າ ​ແລະ ການ​ລົງ​ທຶນ​ຮ່ວ​ມກັນ ລະ​ຫວ່າງ​ນັກ​ທຸລະ​ກິດ​ລາວ ​ແລະ ປະ​ເທດ​ເພື່ອນ​ມິດ ຄາດ​ວ່າ​ຈະ​ມີ​ຜູ້​ເຂົ້າ​ຮ່ວມ ປະມານ 400 ກວ່າ​ບໍລິສັດ, ອົງການ ຈາ​ກພາຍ​ໃນ ​ແລະ ຕ່າງປະ​ເທດ; ມີ​ຮ້ານ​ຫລາຍ​ກວ່າ 600 ຮ້ານ ຈາກ​ບັນດາ​ກະຊວງ, ຫົວໜ່ວຍທຸລະ​ກິດ​ທີ່​ພົ້ນ​ເດັ່ນ ຈາກ 18 ​ແຂວງ ຈະ​ນຳ​ເອົາສິນ​ຄ້າ​​ມາ​ວາງສະ​ແດງ ໂດຍ​ສະ​ເພາະ ຜະລິດ​ຕະພັນ​ກະສິກຳ ​ແລະ ອາຫານ, ​ເຟີ​ນິ​ເຈີ ​ແລະ ຕົບ​ແຕ່ງ​ພາຍ​ໃນ, ຫັດຖະກຳ, ​ເຄື່ອງ​ປະດັບ​ອັນຍະ​ມະນີ, ສິນຄ້າ​ບໍລິ​ໂພ​ກ-ອຸປະ​ໂພ​ກ, ​ເຄື່ອງ​ນຸ່ງ​ຫົມ, ​​ເຄື່ອງ​ອີເລັກ​ໂທຣນິກ, ສິນຄ້າ ODOP ​ແລະ ອື່ນໆ

ການຈັດ ​ງານ​ວາງສະ​ແດງ​ໃນ​ຄັ້ງ​ນີ້ ​ເປັນ​ກິດຈະກຳໜຶ່ງທີ່​ນອນ ​​ໃນ​ຫລາຍ​ກິດຈະກຳ ທີ່​ຈັດ​ຂຶ້ນ​ເພື່ອ​ເປັນ​ການ​ສ້າງ​ຂະ​ບວນການ​ ສະ​ເຫລີ​ມສະຫລອງ​ ການ​ສະຖາປະນາ ສປປ ລາວ ຄົບຮອບ 40 ປີ ພ້ອມ​ກັນ​ນີ້​ກໍ​ຍັງ​ເປັນ​ການກຽມຄວາມ​ພ້ອມ ​ໃຫ້​ແກ່​ການເຂົ້າ​ຮ່ວມ​ປະຊາ​ຄົມ ​​ເສດຖະກິດ​ອາຊຽນ ​ໃນ​ທ້າຍ​ປີ 2015 ນີ້

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...