spot_img
Homeວິທະຍາສາດ-ວິທະຍາການມະນຸດສາມາດເບີ່ງເຫັນສີໄດ້ຕ່າງອອກໄປຕາມລະດູການ

ມະນຸດສາມາດເບີ່ງເຫັນສີໄດ້ຕ່າງອອກໄປຕາມລະດູການ

Published on

46eb462022b0f1bf9d9acd9c566c3462

ໃນ​ຫລາຍໆ​ພື້ນ​ທີ່​ຂອງ​ໂລກ​ນັ້ນ ລະດູ​ຕ່າງໆ​ປະຈຳ​ປີ​ນັ້ນ​ມາ​ພ້ອມ​ກັບ​ສີ​ຂອງ​ມັນ​ເອງ ສີ​ຂຽວ​ທີ່​ຫລາຍ​ຂຶ້ນ​ໃນ​ລະດູ​ຮ້ອນ ສີ​ຂາວ​ແລະ​ເທົາ​ທີ່​ຫລາຍ​ຂຶ້ນ​ໃນ​ລະດູ​ໜາວ

ທີ່​ໜ້າ​ສົນ​ໃຈ​ກໍ​ຄື ການ​ປ່ຽນ​ແປງ​ຂອງ​ລະດູ​ນັ້ນ​ອາດຈະ​ສົ່ງ​ຜົນ​ກະທົບ​ຕໍ່​ວິທີ​ທີ່​ເຮົາ​ເບິ່ງເຫັນ​ສີ​ບາງ​ສີ​ດ້ວຍ ຊຶ່ງ​ເປັນ​ສິ່ງ​ທີ່​ງານ​ວິ​ໄຈ​ຊິ້ນ​ໃໝ່​ຊິ້ນ​ໜຶ່ງ​ທີ່​ຖືກ​ຕີ​ພິມ​ລົງ​ໃນ Current Biology ຄົ້ນ​ພົບ

ສີ​ທີ່​ວ່າ​ນັ້ນ​ກໍ​ຄື​ສີ​ເຫລືອງ ແລະ​ຕາ​ຂອງ​ເຮົາ​ກໍ​ມັກ​ຈະ​ຕີ​ຄວາມ​ວ່າ​ສີ​ເຫລືອງ​ແທ້ໆ​ນັ້ນ​ເປັນ​ຢ່າງໃດ​ ໄດ້​ແຕກ​ຕ່າງ​ກັນ​ໃນ​ລະດູ​ໜາວ​ເມື່ອ​ທຽບ​ກັບ​ລະດູ​ຮ້ອນ

ສີ​ເຫລືອງ​ນັ້ນ​ເປັນ​ໜຶ່ງ​ໃນ​ສີ່ “ສີ​ພິເສດ” ທີ່​ຮັບ​ຮູ້​ໄດ້​ໂດຍ​ສາຍ​ຕາ​ຂອງ​ມະນຸດ​ໄປ​ພ້ອມ​ກັບ​ສີ​ນ້ຳ​ເງີນ ສີ​ຂຽວ ສີແດງ ແລະ ​ສີດຳ ການ​ແບ່ງ​ແຍກ​ນີ້​ໝາຍ​ຄວາມ​ວ່າ​ສີ​ເຫລົ່າ​ນັ້ນ​ຖືກ​ອ່ານ​ໂດຍ​ດວງ​ຕາ​ວ່າ​ເປັນ​ສີ “ບໍລິສຸດ” ຫລື​ເປັນ​ສີ​ທີ່​ບໍ່​ມີ​ການ​ປະສົມ​ກັບ​ສີ​ອື່ນໆເລີຍ

ແຕ່​ສີ​ເຫລືອງ​ນັ້ນ​ໂດດ​ເດັ່ນ​ຢູ່​ເປັນ​ສີ​ດຽວ​ແມ່ນ​ແຕ່ກຸ່ມ “ສີ​ພິເສດ” ນຳກັນ​ເອງ ນັ້ນ​ກໍ​ເປັນ​ເພາະ​ວ່າ ຜູ້​ຄົນ​ສ່ວນ​ໃຫຍ່​ນັ້ນ​ເຫັນ​ກົງ​ກັນ​ວ່າ ສີ​ເຫລືອງ “ແທ້ໆ” ນັ້ນ​ເປັນ​ຢ່າງໃດ ເຖິງວ່າ​ດວງ​ຕາ​ນັ້ນ​ຈະ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ຄົນ​ກໍ​ຕາມ ຊຶ່ງ​ບ່ອນ​ນີ້​ເອງ​ທີ່​ນັກ​ວິ​ໄຈ​ໄດ້​ສົງ​ໄສ​ວ່າ ການ​ທີ່​ຄົນ​ຈຳນວນ​ຫລາຍ​ສາມາດ​ຮັບ​ຮູ້​ສີ​ເຫລືອງ​ໄດ້​ຢ່າງ​ຄົງ​ທີ່​ນັ້ນ​ແທ້​ຈິງ​ແລ້ວ​ເປັນ​ເພາະ​ເຫດຜົນ​ທາງ​ສິ່ງ​ແວດ​ລ້ອມ​ຫລາຍກວ່າ​ທີ່​ຈະ​ເປັນ​ເພາະ​ເຫດຜົນ​ທາງ​ກາຍ​ະພາບ​ຫລື​ບໍ່

ເພື່ອ​ທົດສອບ​ທິດສະດີ​ຂອງ​​ພວກເຂົາ ນັກ​ວິທະຍາ​ສາດ​ໄດ້​ຂໍ​ໃຫ້​ຊາຍ​ແລະ​ຍິງ​ ຈຳນວນ 67 ຄົນ​ຕັດ​ສິນ​ວ່າ ແສງ​ໄຟ​ທີ່​ມີ​ສີ​ນັ້ນ​ປ່ຽນ​ໄປ​ເປັນ​ສີ​ເຫລືອງ​ພິເສດ​ຕອນໃດ​ທັງ​ໃນ​ເດືອ​ນກໍລະກົດແລະ​ເດືອນ​ມິ​ຖຸ​ນາ ຊຶ່ງ​ພວກ​ເຂົາ​ພົບ​ຄວາມ​ແຕກ​ຕ່າງ​ຢ່າງ​ຫລາຍ​ຂອງ​ສີ​ເຫລືອງ​ຈາກ​ການ​ປ່ຽນ​ແປງ​ຂອງ​ລະດູ

“ສິ່ງ​ທີ່​ເຮົາ​ພົບ​ກໍ​ຄື ໃນ​ລະຫວ່າງ​ລະດູ​ຕ່າງໆ ນັ້ນ​ການ​ເບິ່ງເຫັນ​ຂອງ​ເຮົາ​ປັບ​ປ່ຽນ​ໃຫ້​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ”

ພວກເຂົາ​ຄາດການ​ວ່າ ລະບົບ​ການ​ເບິ່ງເຫັນ​ຂອງ​ເຮົາ​ນັ້ນ​ພະຍາຍາມ​ທີ່​ຈະ​ປັບ​ສົມ​ດຸນ​ການ​ເບິ່ງເຫັນ​ສີ​ເອງ​ໂດຍ​ທຳມະຊາດ​ເວລາ​ທີ່​ສີ​ຕ່າງໆ ຮອບ​ຕົວ​ເຮົາ​ປ່ຽນ​ໄປ​ພ້ອມ​ກັບ​ລະດູ​ການ ຄ້າຍ​ກັບ​ການ​ທີ່​ເຮົາ​ອາດຈະ​ປັບ​ສີ​ໂທລະທັດ​ຂອງ​ເຮົາ​ນັ້ນ​ເອງ

“ໃນ​ເມືອງ York ນັ້ນ​​ມັກ​ຈະມີ​ລະດູ​ໜາວ​ທີ່​ມີ​ສີ​ເທົາ​ແລະ​ເບິ່ງ​ໝົ່ນ​ໝອງ ແຕ່​ໃນ​ລະດູ​ຮ້ອນ​ນັ້ນ​ກັບ​ມີ​ສີ​ຂຽວ​ຢູ່​ເຕັມ​ໄປຫມົດ ສາຍ​ຕາ​ຂອງ​ເຮົາ​ຊົດ​ເຊີຍ​ກັບ​ການ​ປ່ຽນ​ແປງ​ເຫລົ່າ​ນັ້ນ​ແຕ່​ເປັນ​ທີ່​ໜ້າ​ປະ​ຫລາດ​ໃຈ​ທີ່​ມັນ​ກໍ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ຂອງ​ເຮົາ​ທີ່​ມີ​ຕໍ່​ສີ​ເຫລືອງ​ໄປ​ນຳ”

ການ​ຄົ້ນ​ພົບ​ດັ່ງ​ກ່າວ​ອາດ​ບໍ່​ໄດ້​ມີ​ປະໂຫຍດ​ຕໍ່​ການ​ແພດ​ດ້ານ​ສາຍ​ຕາ​ເທົ່າໃດ ແຕ່​ກໍ​ສາມາດ​ຊ່ວຍ​ເພີ່ມ​ຄວາມ​ເຂົ້າໃຈ​ໃນ​ເລື່ອງ​ການ​ເບິ່ງເຫັນ​ແລະ​ວິທີ​ການ​ທີ່​ເຮົາ​ສຳ​ຫລວດ​ໂລກ​ອ້ອມຮອບຕົວ​ເຮົາ

“ຍິ່ງ​ເຮົາ​ຮຽນ​ຮູ້​ວ່າ ການ​ເບິ່ງເຫັນ​ແລະ​ສີ​ນັ້ນ​ຖືກ​ປະ​ມວນ​ໄດ້​ຫລາຍ​ເທົ່າໃດ ເຮົາ​ກໍ​ຈະ​ເຂົ້າໃຈ​ວ່າ​ເຮົາ​ເບິ່ງເຫັນ​ໂລກ​ໄດ້​ດີ​ຂຶ້ນ​ຫລາຍ​ເທົ່າ​ນັ້ນ”

 

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...