spot_img
Homeຂ່າວການສຶກສາໂຄງການ VELA ( ເວລາ ) ມອບທືນການສຶກສາສ້າງວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ 71 ຄົນມາຈາກ 10 ເມືອງ ທົ່ວແຂວງຫົວພັນ

ໂຄງການ VELA ( ເວລາ ) ມອບທືນການສຶກສາສ້າງວິຊາຊີບໃຫ້ແກ່ຜູ້ດ້ອຍໂອກາດ 71 ຄົນມາຈາກ 10 ເມືອງ ທົ່ວແຂວງຫົວພັນ

Published on

ຕອນເຊົ້າວັນທີ 17 ສິງຫາ 2015 ຢູ່ທີ່ ໂຮງຮຽນເຕັກນິກວິຊາຊີບແບບປະສົມ ແຂວງຫົວພັນ ໄດ້ຈັດພິທີມອບທືນການສຶກສາ ແລະ ເຝິກອົບຮົມວິຊາຊີບຊັ້ນຕົ້ນ C1 ( ຊີ1 ) ໃຫ້ແກ່ກຸ່ມດ້ອຍໂອກາດຢູ່ໃນ 10 ເມືອງທົ່ວ ແຂວງຫົວພັນ ທີ່ບໍ່ສາມາດເຂົ້າເຖິງການສຶກສາດ້ານວິຊາຊີບໃນທຸກລະດັບຂອງ ໂຄງການ VELA( ເວລາ ) ໂດຍເປັນກຽດການເຂົ້າຮ່ວມຂອງ ທ່ານ ມອນສິງ ເພັດວຽງສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ມີຜູ້ຕາງໜ້າກົມອະຊີວະ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າ, ຄະນະອຳນວຍການໂຮງຮຽນດັ່ງກ່າວຕະຫຼອດຮອດນັກສຶກສາເຂົ້າຮ່ວມນຳ ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຂຶ້ນຜ່ານແຜນດຳເນີນ ການຮຽນ-ການສອນ ວິຊາຊີບລະດັບຊັ້ນຕົ້ນ C1 ( ຊີ1 ) ໃນສົກຮຽນ 2015-2016 ຈາກ ທ່ານ ກົມແກ້ວ ບຸນຈະເລີນ ຜູ້ອຳນວຍການ ໂຮງຮຽນເຕັກວິຊາຊີບແບບປະສົມ ແຂວງຫົວພັນ ຜູ້ທີ່ໄດ້ຮັບທືນການສຶກສາໃນຄັ້ງນີ້ລວມມີ 71 ຄົນ, ຍິງ 24 ຄົນ ໂດຍຜ່ານການຄັດເລືອກຂອງແຕ່ລະເມືອງ 10 ເມືອງ ທົ່ວແຂວງຫົວພັນ ເຊິ່ງການຮຽນ-ການສອນ ແມ່ນຈະເລີ່ມແຕ່ວັນທີ 18 ສິງຫາ 2015 ຫາວັນທີ 18 ພະຈິກ 2015 ໂດຍແມ່ນການຈັດເປັນຮູບແບບໂມດູນ ໃນນັ້ນຈະມີ ການຮຽນ-ການສອນ ແລະ ວັດປະເມີນຜົນ ໃນແຕ່ລະໂມດູນຕາມໂຄງສ້າງຂອງຫຼັກສູດທີ່ໂຮງຮຽນວາງໄວ້ເຊິ່ງຄິດໄລ່ຕາມອັດຕາສ່ວນ 10 % ແລະ 90% ຄື: ທິດສະດີ 10 % ແລະ ພາກປະຕິບັດ 90% ວິຊາຮຽນທີເປີດ ການຮຽນ-ການສອນ ໃນຊຸດນີ້ປະກອບມີ 5 ສາຂາວິຊາຮຽນຄື: ປູກຝັງ, ລ້ຽງສັດ, ສ້ອມແປງ, ກໍ່ສ້າງ ແລະ ຕັດຫຍິບ ຈຸດປະສົງແມ່ນເພື່ອເຮັດໃຫ້ນັກຮຽນໃນກຸ່ມດ້ອຍໂອກາດທີ່ບໍ່ສາມາດເຂົ້າເຖິງການສຶກສາດ້ານວິຊາຊີບໃນທຸກລະດັບໄດ້ຮຽນຮູ້ວິຊາຊີບໃດໜຶ່ງຕາມຄວາມຕ້ອງການ, ເປັນການພັດທະນາຄຸນນະພາບ ຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ມີຄວາມສົມບູນໃນສັງຄົມໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ແລະ ໃຫ້ສັງ ຄົມມີຄວາມສົມບູນພູນສຸກ ປະເທດຊາດມີຄວາມຈະເລີນ ນັກຮຽນວິຊາຊີບລະດັບ C1 ( ຊີ1 ) ນີ້ແຕ່ລະຄົນແມ່ນຈະໄດ້ຮັບນະໂຍບາຍເບ້ຍລ້ຽງຜູ້ລະ 800.000 ( ແປດແສນກີບ ) ກີບຕໍ່ເດືອນ, ໃນນັ້ນຫັກຄ່າໃຊ້ຈ່າຍເຂົ້າໃນການບູລະນະໂຮງຮຽນ, ຄ່ານ້ຳ, ຄ່າໄຟຟ້າຕ່າງໆຜູ້ລະ 180.000 ( ໜຶ່ງແສນແປດສິບພັນກີບ ) ໂອກາດດຽວກັນນັກສຶກສາທຸກໆຄົນໄດ້ພ້ອມກັນຂຽນຊື່ ແລະ ລົງລາຍເຊັນໃສ່ໃບລົງທະບຽນຮຽນ ຕອນທ້າຍພິທີ ທ່ານ ມອນສິງ ເພັດວຽງສີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາ ແຂວງມີຄຳເຫັນໂອ້ລົມເນັ້ນໃຫ້ນັກສຶກສາມີຄວາມຕັ້ງໃຈສຶກສາຄົ້ນຄ້ວາຮ່ຳຮຽນໃຫ້ປະສົບຜົນສຳເລັດຕາມຫຼັກສູດເພື່ອນຳເອົາຄວາມຮູ້ທີ່ໄດ້ຮຽນມາໄປພັດທະນາການດຳລົງຊີວິດຂອງຄອບຄົວ, ພັດທະນາທ້ອງຖິ່ນ, ບ້ານເກີດເມືອງນອນ ແລະ ປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິໄລຂຶ້ນໃນຕໍ່ໜ້າ.

11880582_1642641369356327_3793242612966612476_n

11907132_1642641442689653_2208782411488726328_n

11916098_1642641432689654_7490249386854734760_n

ຂ່າວແລະພາບຈາກ: ສກຂ ຫົວພັນ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...