Homeຂ່າວການສຶກສາພິທີ ປະກາດຜູ້ບໍລິຫານ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ ແຂວງຫົວພັນ ຄົນໃໝ່

ພິທີ ປະກາດຜູ້ບໍລິຫານ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ ແຂວງຫົວພັນ ຄົນໃໝ່

Published on

ຕອນແລງວັນທີ 12 ສິງຫາ 2015 ນີ້ຢູ່ທີ່ ສະໂມສອນໃຫຍ່ ເມືອງແອດ ແຂວງຫົວພັນ, ໄດ້ມີການຈັດພິທີປະກາດຕຳແໜ່ງຜູ້ບໍລິຫານ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ ຄົນໃໝ່ ໂດຍການເຂົ້າຮ່ວມຂອງ ທ່ານ ເພີດ ມາປັນຍາ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ທ່ານ ທອງຜາຍ ແພງກອງຜິວ ຄະນະປະຈຳພັກເມືອງ, ຮອງເຈົ້າເມືອງໆແອດ ຜູ້ຊີ້ນຳຂົງເຂດວຽກງານວັດທະນາທຳ-ສັງຄົມ, ຫົວໜ້າ,ຄະນະ ຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນພະຍານນຳ.

ໃນພິທີ ທ່ານ ວົງສີ ສິງດາທອງ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ສະບັບເລກທີ 487 / ສກຂ.ຈຕ ລົງວັນທີ 21 ກໍລະກົດ 2015 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດ ບຸກຄົນທີ່ໄດ້ຮັບຕຳແໜ່ງຜູ້ບໍລິຫານໃນຄັ້ງນີ້ປະກອບມີ 1 ທ່ານ ຄື: ທ່ານ ສອນທອງ ວິໄຊ ສັງກັດລັດວັນທີ 28 ສິງຫາ 1991 ໃນຕຳແໜ່ງເກົ່າເປັນຫົວໜ້າໜ່ວຍງານບໍລິຫານຂື້ນມາເປັນຮອງຫົວໜ້າ ຫ້ອງການສຶກສາທິການ ແລະ ກິລາ ເມືອງແອດຄົນໃໝ່ ຜູ້ທີ່ຖືກແຕ່ງຕັ້ງມີສິດໄດ້ຮັບເງິນອູດໜູນຕາມດຳລັດຂອງນາຍົກລັດຖະມົນຕີ,ສະບົບເລກທີ 99 / ນຍ ລົງວັນທີ 23 ມີຖຸນາ 2008

11889530_1640902066196924_8100879872774370215_n

11898928_1640902102863587_4260920582576489525_n

11899865_1640902092863588_1230852943375012817_n

ຂ່າວແລະພາບ: ສກຂ ຫົວພັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...