Homeຂ່າວພາຍ​ໃນສຳເລັດບັ້ນຝຶກອົບຮົມເຕັກນິກການກອບກູ້ໄພພິບັດ

ສຳເລັດບັ້ນຝຶກອົບຮົມເຕັກນິກການກອບກູ້ໄພພິບັດ

Published on

wed4sep3

ກົມຊ່າງແສງກົມໃຫຍ່ ເສນາທິການກອງທັບ ໃນຖາ ນະເປັນກອງວິຊາສະເພາະ ໃຈກາງທີ່ໄດ້ຮັບການມອບ ໝາຍຈາກລັດຖະບານກໍ່ຄືກະ ຊວງປ້ອງກັນປະເທດຮັບຜິດ ຊອບວຽກງານກອບກູ້ໄພພິ ບັດ ໄດ້ຈັດຊຸດອົບຮົມການນຳໃຊ້ອຸປະກອນຊ່ວຍກອບກູ້ ແລະ ເຕັກນິກໃນການກອບກູ້ ໄພພິບັດໃຫ້ແກ່ພະນັກງານ ນັກຮົບກໍ່ຄືນັກວິຊາການຂອງ ຕົນ, ເຊິ່ງການຝຶກອົບຮົມໄດ້ ຈັດຂຶ້ນໃນລະຫວ່າງວັນທີ 15 ສິງຫາເຖິງວັນທີ 2 ກັນຍານີ້ ທີ່ ທ່າເຮືອບັກບ້ານຫາດສວນ ເມືອງທຸລະຄົມແຂວງວຽງຈັນ, ເຂົ້າຮ່ວມໃນພິທີປິດບັ້ນອົບ ຮົມມີຄະນະກົມ, ກອງ, ຫ້ອງ ການ ຂອງກົມຊ່າງແສງ ແລະ ອຳນາດການປົກຄອງເຂດໃກ້ ຄຽງເຂົ້າຮ່ວມ.
ສະຫາຍພັນໂທ ສົມເພັດ ເຄນໄຊສີ, ຫົວໜ້າພະແນກ ເຕັກນິກກົມຊ່າງແສງ, ທັງ ເປັນຄະນະຮັບຜິດຊອບຝຶກ ອົບຮົມໃຫ້ຮູ້ວ່າ: ບັ້ນຝຶກອົບ ຮົມຄັ້ງນີ້ໄຂຂຶ້ນຕາມທິດຊີ້ນຳ ຂອງກະຊວງປ້ອງກັນປະເທດ ກົມໃຫຍ່ເສນາທິການກອງ ທັບ, ຄະນະກຳມະການປ້ອງ ກັນ ແລະ ຄວບຄຸມໄພພິບັດ ແຫ່ງຊາດ, ໂດຍແມ່ນກົມຊ່າງ ແສງເປັນຜູ້ຮັບຜິດຊອບດ້ານ ວິຊາສະເພາະຕົວຈິງ, ການ ຝຶກອົບຮົມນີ້ມີຈຳນວນພົນ ເຂົ້າຮ່ວມໜຶ່ງກອງຮ້ອຍ, ມີ ເຮືອ 6 ລຳ, ໂດຍໄດ້ມີການສາ ທິດການນຳໃຊ້ເຮືອ, ການ ກອບກູ້ ແລະ ເຕັກນິກພື້ນ ຖານທີ່ຈຳເປັນຈຳນວນໜຶ່ງ, ເມື່ອປະເຊີນກັບສະພາບດິນ ຟ້າອາກາດປັ່ນປວນ, ນ້ຳຊຸທັ່ງ ນ້ຳນິ້ງ, ພື້ນທີ່ຄັບຂັນຕ່າງໆ. ນອກນັ້ນນັກສຳມະນາກອນ ຍັງໄດ້ສາທິດການຊ່ວຍເຫຼືອ ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍກົງຈາກໄພພິບັດທຳມະ ຊາດນຳອີກ. ທັງນີ້, ກໍ່ເພື່ອສະ ສົມຄວາມຊຳນິຊຳນານ ແລະ ທັກສະໃນການກອບກູ້ໄພພິ ບັດຕາມເງື່ອນໄຂສະພາບ ແວດລ້ອມພູມີປະເທດຕົວຈິງ.
ໃນຊຸມປີຜ່ານມາສະພາບ ດິນຟ້າອາກາດຢູ່ປະເທດເຮົາ ມີການປ່ຽນແປງຫຼາຍແນວ ໂນ້ມຂອງການເກີດໄພພິບັດ ທຸກຮູບແບບສູງຂຶ້ນ, ມີຄວາມ ຖີ່ ແລະ ແຮງຂຶ້ນຊັກໃຊ້, ໂດຍ ສະເພາະແມ່ນນ້ຳຖວ້ມ, ນຳ້ ປ່າໄຫຼຊຸທັ່ງແຮງ, ດິນເຊາະ ເຈື່ອນ, ໄພແຫຼ້ງແລ້ງ, ໄຟໄໝ້ ປ່າ, ການລະບາດຂອງພະ ຍາດ, ລະເບີດບໍ່ທັນແຕກທີ່ ຕົກຄ້າງໃນປາງສົງຄາມສິ່ງ ເຫຼົ່ານີ້ລ້ວນແລ້ວແຕ່ເປັນອຸ ປະສັກໃຫ້ແກ່ການພັດທະນາ ເສດຖະກິດສັງຄົມຂອງຊາດ ຕົ້ນຕໍແມ່ນໄພພິບັດທຳມະ ຊາດກໍ່ໃຫ້ເກີດຄວາມເສຍ ຫາຍຢ່າງໃຫຍ່ຫຼວງເຖິງຊີວິດ   ແລະ ຊັບສິນຂອງປະຊາຊົນ ເຮົາ.
ສະຫາຍພັນເອກ ສິງສະ ຫວັດ ພົມມະສັກ, ຫົວໜ້າກົມ ຊ່າງແສງ, ຄະນະອະນຸກຳມະ ການປ້ອງກັນຄວບຄຸມໄພພິ ບັດກອງທັບກ່າວວ່າ: ໄພພິ ບັດເປັນສິ່ງທ້າທາຍອັນໜຶ່ງ ກົດໜ່ວງຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ  ຄວາມໝັ້ນຄົງຂອງປະເທດ ຊາດ, ການກອບກູ້ໄພພິບັດ ແມ່ນໜ້າທີ່ການເມືອງຂອງ ພະນັກງານນັກຮົບໃນກອງ ທັບປະຊາຊົນລາວ ໂດຍສະ ເພາະແມ່ນເຫຼົ່າຮົບຊ່າງແສງ ທີ່ເປັນເຫຼົ່າຮົບວິຊາສະເພາະ ຮັບຜິດຊອບທາງດ້ານວັດຖຸອຸ ປະກອນເຕັກນິກໂດຍກົງ.
ຫົວໜ້າກົມຊ່າງແສງກ່າວ ໂດຍສະຫຼຸບວ່າ: ການຝຶກອົບ ຮົມນອກຈາກຈະເພີ່ມຄວາມ ຄ່ອງແຄ້ວຊຳນິຊຳນານແລ້ວ ຍັງເປັນການກຽມພ້ອມຮັບມື ກັບໄພພິບັດທີ່ອາດຈະເກີດ ຂຶ້ນຢູ່ທຸກເວລາ ແລະ ສະຖານ ທີ່ໄດ້ຢ່າງທັນການ ແລະ ເຮັດ ໃຫ້ຜົນກະທົບຈາກໄພພິບັດ ໃຫ້ຢູ່ໃນລະດັບໜ້ອຍທີ່ສຸດ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...