Homeຂ່າວພາຍ​ໃນກະກຽມຈັດງານມະຫາກຳ ສີມືຫັດຖະກຳລາວ

ກະກຽມຈັດງານມະຫາກຳ ສີມືຫັດຖະກຳລາວ

Published on

wed4sep5

ຢູ່ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຮ່ວມກັບສະ ມາຄົມຫັດຖະກຳລາວໄດ້ຈັດ ຖະແຫລງຂ່າວໃນວັນທີ 3 ກັນ ຍາ 2013 ກ່ຽວກັບການຈັດ ງານມະຫາກຳສີມືຫັດຖະກຳ ລາວຄັ້ງທີ 12 ຂຶ້ນ ໂດຍຈະເລີ່ມຕັ້ງແຕ່ວັນທີ 28 ຕຸລາຫາ 3 ພະຈິກ 2013 ນີ້ຢູ່ທີ່ສູນການ ຄ້າລາວ-ໄອເຕັກ ນະຄອນ ຫລວງວຽງຈັນ. ໂດຍການເປັນ ປະທານຂອງທ່ານ ຫານຊະ ນະ ສີສານ, ປະທານສະມາ ຄົມຫັດຖະກຳລາວ, ທ່ານຕາ ລີບູນ ລັດຕະນະວົງ, ຄະນະບໍ ລິຫານງານສະມາຄົມຫັດຖະ ກຳລາວ, ທ່ານສົມສະຫນຸກ ມີ ໄຊ, ຮອງປະທານສະມາຄົມ ນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍບັນດາສື່ມວນຊົນ ເຂົ້າຮ່ວມ.
ໃນການຈັດງານມະຫາ ກຳສີມືຫັດຖະກຳລາວປີນີ້ ທາງສະມາຄົມໄດ້ມີກິດຈະ ກຳຫລາຍຢ່າງເຊ່ິງການວາງ ສະແດງຂາຍສິນຄ້າຫັດຖະ ກຳລາວລວມມີຫລາຍຂະ ແຫນງການ ເປັນຕົ້ນແມ່ນຜະ ລິດຕະພັນຕຳ່ຜ້າພື້ນເມືອງ, ຜະລິດຕະພັນດ້ານຈັກສານ ຫລືເຄື່ອງປ່າຂອງດົງ, ຜະລິດ ຕະພັນເຄື່ອງເງິນ, ຄຳ ແລະ ວັດຖະມີຄ່າ, ຜະລິດຕະພັນ ດ້ານກະສິກຳ, ເຄື່ອງປັ້ນດິນ ເຜົາ ແລະ ຜະລິດຕະພັນອື່ນໆ ອີກຢ່າງຫລວງຫລາຍ.
ນອກຈາກນີ້ແລ້ວຍັງມີກິດ ຈະກຳດ້ານສຳມະນາ, ການ ສາທິດການຜະລິດຕະພັນຫັດ ຖະກຳ, ການປະກວດແຂ່ງຂັນ ຜະລິດຕະພັນດີເດ່ັນເຊ່ິງໃນ ຫົວຂ້ໍ“ສ່ົງເສີມຫັດຖະກຳລາວ ຫລຸດຜ່ານການໃຊ້ຖົງຢາງ ປຣາສະຕິກ”ເປີດໂອກາດໃຫ້ ສະມາຊິກສະມາຄົມຫັດຖະ ກຳລາວຊາວຊ່າງຫັດຖະກຳ ທ່ົວໄປ, ນັກຮຽນ-ນັກສຶກສາ, ເຍົາວະຊົນໄດ້ອອກແບບຜະ ລິດຕະພັນທີ່ສາມາດໃຊ້ແທນ ຖົງຢາງປຣາສຕິກໄດ້. ຈຸດປະ ສົງໃຫຍ່ກໍ່ຄືຢາກປຸກລະດົມ ໃຫ້ຄົນລາວເຮົາໃຫ້ຄວາມສຳ  ຄັນຂອງການອະນຸລັກສ່ິງ ແວດລ້ອມຫລຸດຜ່ອນການ ຊົມໃຊ້ສ່ິງທີ່ກໍ່ໃຫ້ເກີດມົນລະ ຜິດ. ສ່ວນລະດັບຄາດຫມາຍ ຫລືເງື່ອນໄຂການປະກວດສະ ເຫນີໃຫ້ຜູ້ສົນໃຈຕິດຕໍ່ພົວພັນ ກັບສະມາຄົມຫັດຖະກຳລາວ ໂດຍກົງ ເຊ່ິງຜູ້ຊະນະໃນງານ ປະກວດຈະມີລາງວັນເປັນໃບ ຢັ້ງຢືນ ແລະ ເງິນສົດຈຳນວນ ຫນ່ຶງທີ່ຈະມອບໃຫ້ຜູ້ທີ່ມີຫົວ ຄິດປະດິດສ້າງກ່ວາຫມູ່. ນອກຈາກນັ້ນຍັງມີກິດຈະກຳ ອີກເປັນຕົ້ນແມ່ນການເດີນ ແບບ.
ດ່ັງນັ້ນຈ່ິງຂໍເຊີນຊວນບັນດາ ທ່ານທັງຫລາຍ ປະຊາຊົນ ບັນ ດາເຜົ່າຢູ່ທ້ອງຖ່ິນຕ່າງໆເຂົ້າ ຊົມ ແລະ ອຸດຫນູນງານມະ ຫາກຳສີມືຫັດຖະກຳລາວໃນ ຄັ້ງນີ້

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...