spot_img
Homeຂ່າວພາຍ​ໃນສື່ມວນຊົນສືບຕໍ່ເປັນກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ

ສື່ມວນຊົນສືບຕໍ່ເປັນກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ

Published on

       ສື່ມວນຊົນສືບຕໍ່ເປັນກະບອກສຽງໃຫ້ພັກ-ລັດ ແລະ ປະຊາຊົນ

11061202_421797428024043_6992639821132209432_n
ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ

       ຂປລ. ເນື່ອງໃນໂອກາດສະເຫລີມສະຫລອງວັນສື່ມວນຊົນລາວ ຄົບຮອບ 65 ປີ (13 ສິງຫາ 1950 – 13 ສິງຫາ 2015) ທີ່ຈະວຽກມາອີກວາລະໜຶ່ງນີ້, ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນາທຳແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ເປັນທີ່ຮັບຮູ້ນຳກັນແລ້ວວ່າ ສື່ມວນຊົນເປັນເຄື່ອງມືອັນສຳຄັນ ທີ່ຊ່ວຍໃຫ້ພັກເຮົາປະຕິບັດບົດບາດນຳພາຂອງຕົນ, ເປັນກົນໄກທີ່ຈຳເປັນຂອງລັດເພື່ອເຮັດໜ້າທີ່ຄຸ້ມຄອງທົ່ວສັງຄົມ ແລະ ເປັນເວທີອັນສັກສິດຂອງປະຊາຊົນໃນການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າຂອງຕົນ. ຕະຫລອດ 65 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ສື່ມວນຊົນລາວໄດ້ປະຕິບັດໜ້າທີ່ ດ້ວຍຄວາມຮັບພິດຊອບການເມືອງສູງເຂົ້າໃນການໂຄສະນາ ເຜີຍແຜ່ຜົນສຳເລັດແຫ່ງການປະຕິບັດ ພາລະກິດປົດປ່ອຍປະເທດຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ, ໂດຍສະເພາະແມ່ນພາລະກິດປ່ຽນແປງໃໝ່ ພາຍໃຕ້ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ການເຂົ້າຮ່ວມຂອງປະຊາຊົນບັນດາເຜົ່າ, ເຊິ່ງສະແດງອອກດ້ວຍຜົນງານອັນໂດດເດັ່ນ ໃນຫລາຍດ້ານຂອງສື່ມວນຊົນທີ່ໄດ້ຖືກຍອມຮັບ ຈາກການຈັດຕັ້ງພັກ, ລັດ ແລະ ສັງຄົມ.

         ປັດຈຸບັນ ສື່ມວນຊົນລາວໄດ້ຮັບການພັດທະນາດ້ານຈໍານວນ ແລະ ຄຸນນະພາບຢ່າງເດັ່ນຊັດ, ຍັງສືບຕໍ່ເປັນກະບອກສຽງທີ່ແຫລມຄົມຂອງພັກ, ລັດ ແລະ ປະຊາຊົນ ແລະ ເພື່ອສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຕົນ ແລະ ພັດທະນາສື່ມວນຊົນລາວໃຫ້ມີຄຸນນະພາບໃໝ່, ໃຫ້ສົມກຽດສັກສີທີ່ເປັນອາວຸດໂຄສະນາອັນແຫລມຄົມຂອງພັກ, ລັດ ແລະ ເປັນເວທີສົ່ງເສີມປະຊາທິປະໄຕຂອງປະຊາຊົນ, ດັ່ງນັ້ນ ພວກເຮົາຈະຕ້ອງເອົາໃຈໃສ່ບາງງດ້ານດັ່ງນີ້:
(1) ອົງການສື່ມວນຊົນທຸກຂະແໜງນັບທັງສູນກາງ, ທ້ອງຖິ່ນ ແລະ ທຸກພາກສ່ວນສັງຄົມຈະຕ້ອງສືບຕໍ່ ປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໂດຍສະເພາະແມ່ນມິຕິ 36 ຂອງກົມການເມືອງສູນກາງພັກ ວ່າດ້ວຍການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕໍ່ສື່ມວນຊົນ, ກົດໝາຍວ່າດ້ວຍສື່ມວນຊົນ, ຈັນຍາບັນສື່ມວນຊົນ, ເຊິ່ງຄະນະບັນນາທິການ, ນັກຂ່າວ, ບຸກຄະລະກອນສື່ມວນຊົນຈະຕ້ອງສືບຕໍ່ປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ກຳນົດໄວ້.
(2) ເຈົ້າຂອງອົງການສື່ມວນຊົນຈະຕ້ອງ ເພີ່ມທະວີຄວາມຮັບພິຊອບການເມືອງຂອງຕົນ ຕໍ່ໜ້າທີ່ກົດໝາຍໃນການຊີ້ນຳ, ຄຸ້ມຄອງ, ອຳນວຍຄວາມສະດວກກວດກາ ເຄື່ອນໄຫວຂອງອົງການສື່ມວນຊົນທີ່ຂຶ້ນກັບຕົນ.
(3)ສຳລັບການຈັດຕັ້ງຕ່າງໆທີ່ມີຈຸດປະສົງຢາກສ້າງຕັ້ງ ອົງການສື່ມວນຊົນທຸກປະເພດຈະຕ້ອງໄດ້ປະຕິບັດ ຕາມເງື່ອນໄຂສ້າງຕັ້ງອົງການສື່ມວນຊົນທີ່ລະບຸໄວ້ ໃນມາດຕາ 40 ຂອງກົດໝາຍວ່າດ້ວຍສື່ມວນຊົນ, ການຈັດຕັ້ງ ແລະ ບຸກຄົນ ທີ່ເຄື່ອນໄຫວວຽກງານສື່ມວນຊົນ ເຊັ່ນ: ພີມວາລະສານໂດຍບໍ່ໄດ້ຮັບອະນຸຍາດແມ່ນຜິດຕໍ່ກົດໝາຍ.
(4)ອົງການຄຸ້ມຄອງສື່ມວນຊົນໃນທຸກຂັ້ນ ຈະຕ້ອງສືບຕໍ່ປັບປຸງວຽກງານການຄຸ້ມຄອງສື່ມວນຊົນ ໃຫ້ມີປະສິດທິພາບດ້ວຍການວາງຂໍ້ກຳນົດ, ກົດລະບຽບ, ຄຳແນະນຳໃນການຄຸ້ມຄອງສື່ມວນຊົນ ທີ່ແທດເໝາະກັບສະພາບຕົວຈິງ, ສົ່ງເສີມ, ຊຸກຍູ້, ກວດກາແລະປະຕິບັດນະໂຍບາຍຕໍ່ສື່ມວນຊົນ, ສືບຕໍ່ເຜີຍແຜ່ມະຕິ 36, ກົດໝາຍວ່າດ້ຍສື່ມວນຊົນ ໃຫ້ແກ່ວົງການສື່ມວນຊົນ ແລະ ສັງຄົມ, ສິ່ງສຳຄັນແມ່ນຕ້ອງຍົກສູງຄຸນນະພາບຂອງ ພະນັກງານຄຸ້ມຄອງສື່ມວນຊົນໃຫ້ກຳແໜ້ນ ແນວທາງຂອງພັກ, ລະບຽບກົດໝານຂອງລັດ, ມີຄວາມຮູ້ ແລະ ຄວາມສາມາດດ້ານວຽກງານຄຸ້ມຄອງສື່ມວນຊົນ, ສົ່ງເສີມ ແລະ ຕິດຕາມກວດກາການເຄື່ອນໄຫວຂອງອົງການສື່ມວນຊົນຢ່າງໃກ້ຊິດ
ແລະ (5) ທຸກການຈັດຕັ້ງ, ທຸກພາກສ່ວນໃນສັງຄົມສືບຕໍ່ເຂົ້າຮ່ວມ ໃນວຽກງານສື່ມວນຊົນດ້ວຍການສະໜອງຂໍ້ມູນຂ່າວສານ, ຜົນສຳເລັດ, ບົດຮຽນ, ບັນຫາ, ຂໍ້ສະເໜີ ແລະ ຄວາມມຸ້ງມາດປາດຖະໜາອັນຊອບທຳ ຜ່ານສື່ມວນຊົນເພື່ອສັງຄົມຢ່າງເປັນປົກກະຕິ, ວ່ອງໄວ ແລະ ທັນການ, ພ້ອມນີ້ກໍສືບຕໍ່ປະກອບຄຳຄິດເຫັນທີ່ສ້າງ ສັນໃນການພັດທະນາສື່ມວນຊົນໃຫ້ເຄື່ອນໄຫວ ຖືກຕ້ອງຕາມໜ້າທີ່ການເມືອງຂອງຕົນທີ່ກຳນົດໄວ້ ໃນກົດໝາຍວ່າດ້ວຍສື່ມວນຊົນ, ຈັນຍາບັນສື່ມວນຊົນ ກໍຄືມະຕິ 36 ຂອງກົມການເມືອງສູນກາງພັກ, ສະນັ້ນການປະຕິບັດກົດໝາຍຂອງອົງການສື່ມວນຊົນ ຢ່າງເຂັ້ມງວດຈະເປັນປັດໄຈໜຶ່ງທີ່ຮັບປະກັນ ໃຫ້ວຽກງານສື່ມວນຊົນ ເຄື່ອນໄຫວຢ່າງຖືກທິດ ແລະ ພັດທະນາກ້າວສູ່ຄຸນນະພາບໃໝ່.

ຂ່າວຈາກ:
11822705_421088098094976_3970842708351530393_n

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...