Homeຂ່າວທ້ອງຖິ່ນເມືອງປາກກະດິງ ຜູ້ຄ້າຢາເສບຕິດຫລຸດລົງ ແຕ່ຜູ້ເສບເພີ່ມຂຶ້ນ!

ເມືອງປາກກະດິງ ຜູ້ຄ້າຢາເສບຕິດຫລຸດລົງ ແຕ່ຜູ້ເສບເພີ່ມຂຶ້ນ!

Published on

F-YABA
(ພາບປະກອບ)

ຂປລ. ​ເມືອງ​ປາກ​ກະດິງ ​ແຂວງ​ບໍລິ​ຄຳ​ໄຊ ​ໃນ 1 ປີຜ່ານມາ, ມີຜູ້​ຄ້າຂາຍ​ຢາ​ເສບ​ຕິດ146 ຄົນ, ທຽບ​ໃສ່​ປີ 2014 ຫລຸດລົງ 16 ຄົນ, ຜູ້​ເສບ​ຢາ​ເສບ​ຕິດ 1.289 ຄົນ, ທຽບ​ໃສ່ປີ 2014 ​ເພີ່ມ​ຂຶ້ນ 448 ຄົນ.

ທ່ານ​ ຄຳ​​ໃສ ຄຳ​ພູບານ ປະທານ​ຄະນະກຳມະການ ​ຊີ້ນຳ​ການ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ຂັ້ນ​ເມືອງ​ ໄດ້​ລາຍ​ງານ ຕໍ່ກ​ອງປະຊຸມ​ ປຶກສາ​ຫາລື​ກ່ຽວກັບ​ບັນຫາ​ຢາ​ເສບ​ຕິດ ທີ່ຈັດ​ຂຶ້ນ ​ເມື່ອ​ທ້າຍ​ເດືອນ ກໍລະກົດນີ້ ຢູ່​ເມືອງ​ປາກ​ກະດິງ​ ​ແຂວງ​ບໍລິ​ຄຳ​ໄຊ, ​ໂດຍມີ ທ່ານ ດຣ ສຸວັນ​ນີ ​ໄຊຊະນະ ຮອງ​ເຈົ້າ​ແຂວງ​​ໆບໍລິ​ຄຳ​ໄຊ ທັງ​ເປັນ​ປະທານ ຄະນະ​ກຳມະການ ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ ຂັ້ນ​ແຂວງ​, ທ່ານ ​ບຸ​ນຍູ້ ພົມມະ​ວົງສາ ​ ​ເຈົ້າ​ເມືອງ​ປາກ​ກະດິງ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ ເຂົ້າ​ຮ່ວມ​ນັ້ນວ່າ: ​ໃນ 1 ປີຜ່ານມາ​ ຢູ່​ເມືອງ​ປາກ​ກະດິງ ​ໄດ້​ເອົາ​ໃຈ​ໃສ່​ກວດກາ ​ແລະ ຄວບ ​ຄຸມ​ ຢາ​ເສບ​ຕິດ​ຢ່າງ​ຕໍ່​ເນື່ອງ, ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມສະຫງົບ ​​​ໂດຍ​ພື້ນຖານ, ບັນດາ​ປະກົດ​ການ​ ຫຍໍ້​ທໍ້​ຕ່າງໆ​ໃນ​ສັງຄົມ ​ໄດ້ຫລຸດໜ້ອຍຖອຍ​ລົງ ​ຢູ່​ໃນ​ລະດັບ ​ທີ່​ສາມາດ​ຄວບ​ຄຸມ​ໄດ້  ​ແລະ ​ໄດ້​ປະກາດ​ສ້າງ​ບ້ານ​ປອດ ​ຢາ​ເສບ​ຕິດ 2 ບ້ານ, ​ໂຮງຮຽນປອດ​ຢາ​ເສບ​ຕິດ 6 ​ແຫ່ງ. ​ເມືອງ​ປາກ​ກະດິງ ​ຍັງ​ມີ​ກຸ່ມ​ຄົນ​ຈຳນວນໜຶ່ງ ທີ່​ພົວພັນ​ກັບ​ ຢາ​ເສບ​ຕິດ​ເຊັ່ນ: ຜູ້​ຄ້າຂາຍ​ຢາ​ເສບ​ຕິດ 146 ຄົນ, ທຽບ​ໃສ່​ປີ 2014 ຫລຸດລົງ 16 ຄົນ, ຜູ້​ເສບ​ຢາ​ເສບ​ຕິດ 1.289 ຄົນ, ທຽບ​ໃສ່ປີ 2014 ​ເພີ່ມ​ຂຶ້ນ 448 ຄົນ, ຕໍ່ກັບ​ບັນຫາ​ດັ່ງກ່າວ  ທາງ​ເຈົ້າໜ້າທີ່​​ ໄດ້ຈັບ​ຕົວ​ຜູ້​ກະທຳ​ຜິດ ມາດຳ​ເນີນ​ຄະດີ​ ຕາມ​ລະບຽບກົດໝາຍ ຢ່າງ​ເຄັ່ງ​ຄັດ.

ທ່ານ ດຣ ສຸວັນ​ນີ ​ໄຊຊະນະ​ ກໍໄດ້​ ຊີ້ນຳ​ ໃຫ້​ມີ​ການ​ຕິດຕາມກວດກາ ​ເປົ້າໝາຍຜູ້​ເສບ, ຜູ້​ຂາຍ​ຢາ​ເສບຕິດ​ ​ ຕາມບ້ານ-​ໂຮງຮຽນ ທີ່​ໄດ້​ປະກາດ​ສ້າງ​ໃຫ້​ປອດ​ຢາ​ເສບ​ຕິດ ຢ່າງ​ໃກ້​ຊິດ ​ເພື່ອ​ເຮັດ​ໃຫ້​ບັນຫາ​ ຢາ​ເສບ​ຕິດຫລຸດໜ້ອຍຖອຍ​ລົງ ​ເທື່ອ​ລະ​ກ້າວ ​ແລະ ໝົ​ດ​ໄປຈາກສັງຄົມລາວເຮົາ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...