ຄ້າຂາຍຢາເສບຕິດ ຖືກສານຕັດສິນຈຳຄຸກຜູ້ລະ 5 ປີ

ดาวน์โหลด

ເມື່ອ​ບໍ່​ດົນ​ຜ່ານ​ມາ ຄະນະ​ສານ​ອາຍາ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ເປີດ​ຫ້ອງ​ປະຊຸມ​ໄຕ່​ສວນ​ຄະດີ ເລກ​ທີ 459/​ຂຕ.ນວ ລົງ​ວັນ​ທີ 29 ກໍລະກົດ 2013 ຂອງ​ທ້າວ ໄຊ​ຍາ ອາຍຸ 42 ປີ ແລະ ທ້າວ ວຽງ​ສະຫວັນ ອາຍຸ 24 ປີ ຊຶ່ງ​ຈຳເລີຍ​ທັງ​ສອງ​ຢູ່​ບ້ານ​ທ່າ​ພະ​ລານ​ໄຊ ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ທີ່​ເຫັນ​ວ່າ​ເປັນ​ການ​ກະທຳ​ຜິດ​ຕາມ​ມາດຕາ 146 ຂໍ້ 2 ວັກ 1 ຂອງ​ກົດໝາຍ​ອາຍາ ໃນ​ສະຖານ​ຄ້າຂາຍ​ຢາ​ເສບ​ຕິດ ປະເພດ​ຢາ​ບ້າ.

ຕາມ​ແຫຼ່ງ​ຂ່າວ​ໜັງສືພິມ​ຄວາມ​ສະຫງົບ ໃຫ້​ຮູ້​ວ່າ: ໃນ​ປີ 2003 ທ້າວ ໄຊ​ຍາ ເຄີຍ​ຖືກ​ສານ​ຕັດສິນ​ລົງໂທດ​ຕັດ​ອິດສະຫຼະພາບ 8 ປີ ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດ (ຢາ​ບ້າ) ມາ​ຮອດ​ວັນ​ທີ 14 ພຶດສະພາ 2010 ຜູ້ກ່ຽວ​ໄດ້​ພົ້ນ​ໂທດ​ອອກ​ມາ​ໄດ້​ປະມານ 4 ເດືອນ ກໍ​ເລີ່ມ​ພົວພັນ​ຊື້-ຂາຍ​ຢາ​ບ້າ​ອີກ ຊຶ່ງ​ຢາ​ບ້າ​ທີ່​ຊື້​ມາ​ເສບ ແລະ ຂາຍ​ນັ້ນ ແມ່ນ​ຊື້​ຢູ່​ບ້ານ​ຊຽງ​ຍືນ ເມືອງ​ຈັນທະ​ບູ​ລີ ໂດຍ​ຊື້​ຄັ້ງ​ລະ 10 ເມັດ ໃນ​ລາຄາ 180.000 ກີບ ຫຼັງ​ຈາກ​ຊື້​ຢາ​ບ້າ​ມາ​ແລ້ວ ຜູ້ກ່ຽວ​ແມ່ນ​ຈະ​ເອົາ​ມາ​ໃຫ້​ທ້າວ ວຽງ​ສະຫວັນ ທີ່​ເປັນ​ນ້ອງ​ຮັກ​ຢູ່​ເຮືອນ​ຫຼັງ​ດຽວ​ກັນ​ເປັນ​ຄົນ​ຂາຍ.

ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ທ້າວ ໄຊ​ຍາ ໄດ້​ເຄື່ອນ​ໄຫວ​ຊື້​ຢາ​ບ້າ​ໃນ​ຈຳນວນ​ຫຼາຍ​ຄັ້ງ ຈົນ​ບໍ່​ສາມາດ​ຈື່​ໄດ້ ສ່ວນ​ທ້າວ ວຽງ​ສະຫວັນ ທີ່​ເປັນ​ຄົນ​ຂາຍ​ແມ່ນ​ໄດ້​ຄ່າ​ຈ້າງ​ເປັນ​ຢາ​ບ້າ​ຄັ້ງ​ລະ 1-2 ເມັດ ມາ​ຮອດ​ວັນ​ທີ 2 ມັງກອນ 2013 ທ້າວ ໄຊ​ຍາ ໄດ້​ອອກ​ໄປ​ຊື້​ຢາ​ບ້າ​ຈຳນວນ 20 ເມັດ ໃນ​ລາຄາ 280.000 ກີບ ແລ້ວ​ນຳ​ເອົາ​ຢາ​ບ້າ​ມາ​ເສບ​ຢູ່​ເຮືອນ​ກັບ​ທ້າວ ວຽງ​ສະຫວັນ ຈຳນວນ 4 ເມັດ ໃນ​ຂະນະ​ທີ່​ກຳລັງ​ເສບ​ຢູ່​ນັ້ນ ເຈົ້າ​ໜ້າທີ່ ​ປກສ ກຸ່ມ​ວັດ​ນາກ ໄດ້​ເຂົ້າ​ຈັບ​ຕົວ​ພວກ​ກ່ຽວ​ທັງ​ສອງ ພ້ອມ​ທັງ​ກວດ​ຄົ້ນ​ຕົວ​ພົບ​ເຫັນ​ຂອງ​ກາງ​ຢາ​ບ້າ​ຈຳນວນ 16 ເມັດ ມາ​ດຳເນີນ​ຄະດີ​ຕາມ​ກົດໝາຍ.

ກ່ຽວ​ກັບ​ຄະດີ​ລາຍ​ນີ້ ຄະນະ​ສານ​ອາຍາ​ປະຊາຊົນ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຄົ້ນຄວ້າ​ບັນດາ​ຂໍ້​ມູນ​ຫຼັກ​ຖານ​ເອກະສານ​ຕ່າງໆ ທີ່​ປະກອບ​ຢູ່​ໃນ​ສຳນວນ​ຄະດີ​ຢ່າງ​ລະອຽດ​ຖີ່​ຖ້ວນ ແລະ ຜົນ​ຂອງ​ການ​ໄຕ່​ສວນ​ໃນ​ທີ່​ຫ້ອງ​ປະຊຸມ​ສານ​ຢ່າງ​ລະອຽດ​ແລ້ວ ເຫັນ​ວ່າ: ທ້າວ ໄຊ​ຍາ ແລະ ທ້າວ ວຽງ​ສະຫວັນ ທັງ​ສອງ​ເປັນ​ການ​ກະທຳ​ຜິດ​ໃນ​ສະຖານ​ຄ້າຂາຍ​ຢາ​ເສບ​ຕິດ (ຢາ​ບ້າ) ຈິ່ງ​ໄດ້​ຕັດ​ອິດສະຫຼະພາບ​ຜູ້​ລະ 5 ປີ ພ້ອມ​ທັງ​ປັບໄໝ​ຈຳນວນ 10.000.000 ກີບ ນີ້​ແລ້ວ​ເພີ່ນ​ວ່າ: “ໂທດ​ຂອງ​ຢາ​ບ້າ” ທັງ​ຜູ້​ຄ້າ​ຜູ້​ຂາຍ ແລະ ຜູ້​ເສບ ກໍ​ຍ່ອມ​ໜີ​ບໍ່​ມົ້ມ​ສານ​ຕັດສິນ​ລົງໂທດ ສະນັ້ນ​ຈິ່ງ​ຂໍ​ຮຽກຮ້ອງ​ມາ​ຍັງ​ທຸກ​ຄົນ​ໃນ​ສັງຄົມ ບໍ່​ຄວນ​ໄປ​ຫຍຸ້ງ​ກ່ຽວ​ກັບ​ສິ່ງ​ທີ່​ບໍ່​ດີ​ນັ້ນ​ເທາະ.

ທີ່ມາhttp://www.vientianemai.net