spot_img
Homeວິທະຍາສາດ-ວິທະຍາການຍີນທີ່ປ່ຽນໄປ ເຮັດໃຫ້ຄົນເຮົາໄຮ້ຄວາມຮູ້ສືກເຈັບປວດ

ຍີນທີ່ປ່ຽນໄປ ເຮັດໃຫ້ຄົນເຮົາໄຮ້ຄວາມຮູ້ສືກເຈັບປວດ

Published on

http://www.vcharkarn.com/media/images/

ການ​ປ່ຽນ​ແປງ​ເຊີ່ງ​ເກີດ​ຂຶ້ນ​ຕາມ​ທຳມະຊາດ​ໃນ​ກຸ່ມ​ຍີນ​ທີ່​ບໍ່​ໄດ້ຮັບ​ການສຶກສາ​ມາ​ກ່ອນ​ໜ້າ​ນີ້​ສາມາດ​ທີ່​ຈະ​ປ້ອງ​ກັນ​ຄົນ​ເຮົາ​ໃຫ້​ຮັບ​ຮູ້​ເຖິງ​ຄວາມ​ຮູ້ສຶກ​ເຈັບ​ປວດ​ໄດ້ ແລະ​ສິ່ງ​ນີ້​ເປັນ​ເລື່ອງ​ທີ່​ບໍ່​ດີ​ເລີຍ ມັນ​ຈະ​ເຮັດໃຫ້​ພວກ​ເຮົາ​ເກີດ​ອັນຕະລາຍ​ເນື່ອງ​ຈາກ​ບໍ່​ລະ​ວັງ​ເຖິງ​ໄພ​ຄຸກ​ຄາມ​ທີ່​ເຮັດໃຫ້​ເກີດ​ການ​ເຈັບ​ປວດ

ນັກ​ວິ​ໄຈ​ໄດ້​ນຳ​ສະເໜີ​ຜົນ​ງານ​ຂອງ​ພວກ​ເຂົາ​ໃນ​ວາລະ​ສານ​ທາງ​ວິ​ຊາ​ການ​ລະ​ດັບ​ນານາ​ຊາດ Nature Genetics

ຊື່​ຂອງ​ຍີນ​ຕົວ​ນີ້​ຄື PRDM12 ຄວາມ​ເຈັບ​ປວດ​ຄື​ສັນ​ຍານ​ຂອງ​ຮ່າງກາຍ​ທີ່​ບອກວ່າ ມີ​ບາງ​ສິ່ງ​ບາງຢ່າງ​ນັ້ນ​ຜິດ​ປົກກະຕິ​ໄປ ການ​ກາຍ​ພັນ​ທີ່ເກິດຂື້ນ​ໂດຍ​ທຳມະຊາດ​ໃນ​ຍີນ​ຕົວ​ນີ້​ຈະ​ເຮັດໃຫ້​ຄົນ​ເຮົາ​ມີ​ບັນຫາ​ກັບ​ການ​ຮັບ​ຮູ້​ຄວາມ​ເຈັບ​ປວດ ເມື່ອ​ປາສະຈາກ​ຄວາມ​ເຈັບ​ປວດ ຈະ​ສົ່ງ​ຜົນ​ໃຫ້​ຄົນ​ເຮົາ​ອາດຈະ​ມີ​ການ​ປ້ອງ​ກັນ​ຕົວ​ເອງ​ຈາກ​ອາການ​ບາດ​ເຈັບ​ຕ່າງໆ ນ້ອຍ​ລົງ ເຊີ່ງ​ອາການ​ບາດ​ເຈັບ​ມີ​ຕັ້ງ​ແຕ່​ຜິວ​ໜັງ​ທີ່​ຖືກ​ໄຟໄໝ້​ໄປ​ຈົນ​ເຖິງ​ການ​ໄດ້ຮັບ​ບາດ​ເຈັບຕ່າງໆ

ຢ່າງໃດ​ກໍ​ຕາມ ​ມີ​ຂ່າວ​ດີ​ຈາກ​ການ​ຄົ້ນ​ພົບ​ໃນ​ເທື່ອ​ນີ້​ ການ​ເຂົ້າໃຈ​ທີ່ເກິດຂື້ນ​ຂອງ​ການ​ກາຍ​ພັນ​ຂອງ​ຍີນ PRDM12 ບ່ອນເຮັດວຽກ​ຂັດ​ຂວາງ​ຄວາມ​ເຈັບ​ປວດ​ນັ້ນ​ໃນ​ມື້​ໜຶ່ງ​ອາດຈະ​ນຳ​ມາ​ເຊີ່ງ​ການ​ປິ່ນປົວ​ທີ່​ດີ​ຫລາຍ​ສຳລັບ​ກຸ່ມ​ຄົົນທີ່​ໄດ້ຮັບ​ຄວາມ​ເຈັບ​ປວດ​ທີ່​ຫລາຍ​ເກີນ​ໄປ (ອາການ​ເຈັບ​ປ່ວຍ​ຊຳເຮື້ອ)

“ມັນ​ເປັນ​ພຽງແຕ່​ຄວາມ​ຄາດ​ຫວັງ ເຊີ່ງ​ມັນ​ຍັງ​ເປັນ​ຫົນ​ທາງ​ທີ່​ຍາວ​ໄກ” Simon Halegoua ກ່າວ ພວກເຂົາ​ເປັນ​ນັກ​ປະສາດ​ວິທະຍາ​ທີ່ Stony Brook University ໃນ​ນິວ​ຍອກ ເຊີ່ງ​ບໍ່​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການສຶກສາ​ໃໝ່​ໃນ​ເທື່ອ​ນີ້

ນັກ​ວິທະຍາ​ສາດ​ຮູ້​ຢູ່​ແລ້ວ​ວ່າ ການ​ກາຍ​ພັນ​ໃນ​ຍີນ​ໃດໆ ກໍ່​ໃຫ້​ເກີດ​​ຂໍ້​ຜິດ​ພາດ​ຂຶ້ນ ໃນ​ການສຶກສາ​ໃໝ່​ຂອງ​ພວກ​ພວກເຂົາ Geoff Woods ຈາກ University of Cambridge

ໃນ​ປະເທດ​ອັງ​ກິດ ​ແລະ​ ທີມ​ວິ​ໄຈ​ຂອງ​ພວກເຂົາ​ໄດ້​ທຳການ​ລະ​ບຸ 11 ຄອບຄົວ​ທີ່​ມີ​ຮູບ​ແບບ​ຂອງ​ການ​ກາຍ​ພັນ​ຂອງ​ຍີນ PRDM12 ເຊີ່ງ​ໂດຍ​ປົກກະຕິ​ແລ້ວ ຍີນ​ຕົວ​ນີ້​ຈະ​ເຮັດໃຫ້​ເຊວ​ຜະລິດ​ໂປ​ຕີນ​ທີ່​ຊ່ວຍ​ພັດທະນາ​ເຊວປະສາດ​ທີ່​ຮັບ​ຮູ້​ຄວາມ​ເຈັບ​ປວດ ເຊວ​ປະສາດ​ທີ່​ຮັບ​ຮູ້​ຄວາມ​ເຈັບ​ປວດ ຫລື​ນິວ​ລອນ ຖືກ​ເອີ້ນວ່າ nociceptor ຄົົນທີ່​ເກີດ​ມາ​ແລ້ວ​ມີ​ການ​ກາຍ​ພັນ​ຂອງ PRDM12 ຈະ​ຂາດ​ບາງ​ສ່ວນ​ຂອງ nociceptor ທີ່​ຊ່ວຍ​ນຳ​ສົ່ງ​ສັນ​ຍານ​ຄວາມ​ເຈັບ​ປວດ​ໄປ​ທີ່​ສະຫມອງ ການສຶກສາ​ໃໝ່​ນີ້​ບອກ​ວ່າ “ພວກ​ເຮົາ​ຕ້ອງ​ການ PRDM12 ໃນ​ການ​ກະຕຸ້ນ​ການສ້າງ​ນິວ​ລອນ​ທີ່​ໃຊ້​ຮັບ​ຮູ້​ຄວາມ​ເຈັບ​ປວດ” Woods ກ່າວ

ໂປ​ຕີນ PRDM12 ໃນ​ບາງ​ທີ​ອາດຈະ​ຊ່ວຍ​ສົ່ງ​ຄຳ​ສັ່ງ​ໃນ​ການສ້າງ nociceptor ເມື່ອ​ເດັກ​ຍັງ​ພັດທະນາ​ຢູ່ໃນ​ມົດລູກ​ຂອງ​ແມ່ ແຕ່​ໂປ​ຕີນ​ຊະນິດ​ດຽວ​ກັນ​ນີ້​ຍັງ​ອາດຈະ​ມີ​ຫນ້າທີ່​ອື່ນ​ອີກ​ຫລັງ​ຈາກ​ທີ່​ເດັກ​ເກີດ​ອອກ​ມາ​ແລ້ວ ສິ່ງ​ນີ້​ບອກໃຫ້​ເຫັນ​ວ່າ ຍີນ​ນີ້​ມີ​ບົດ​ບາດ​ຫລັກ​ໃນ​ການ​ປິ່ນປົວ​ລະບົບ​ປະສາດ​ທີ່​ຮັບ​ຮູ້​ຄວາມ​ເຈັບ​ປວດ​ໃຫ້​ສົມບູນ​ແລະ​ເຮັດວຽກ​ໄດ້​ເປັນ​ຢ່າງ​ດີ

“ໂປ​ຕີນ​ຂອງ​ຍີນ​ເບິ່ງຄື-ວ່າ​ຈະ​ມີ​ບົດ​ບາດ​ຕໍ່​ກຸ່ມ​ເຊວ​ທີ່​ຮັບ​ຮູ້​ຄວາມ​ເຈັບ​ປວດ​ເທົ່າ​ນັ້ນ” Woods ກ່າວ ແລະ​ນັ້ນ​ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ພວກເຂົາ​ກ່າວ​ວ່າ “ມັນ​ຈະ​ເພີ່ມ​ໂອ​ກາດ​ໃຫ້​ວັນຫນຶ່ງ​ໄດ້​ທຳການ​ພັດທະນາ​ຢາ​ທີ່​ໃຊ້​ໃນ​ການຫ​ລຸດ​ອາການ​ເຈັບ​ປວດ​ຊຳເຮື້ອ​ໂດຍ​ປາສະຈາກ​ບັນຫາ​ຕ່າງໆ ທີ່ເກິດຂື້ນ​ໃນ​ຮ່າງກາຍ​ໄດ້” “ຍິ່ງ​ເຮົາ​ເຂົ້າໃຈ​ມັນ​ຫລາຍ​ເທົ່າ​ໃດ​ກ່ຽວກັບ​ການເຮັດວຽກ​ຂອງ nociceptor ພວກ​ເຮົາ​ກໍ​ຈະ​ຍິ່ງ​ມີ​ແນວ​ໂນ້ມ​ທີ່​ຈະ​ຫາ​ວິທີ​ການຮັກສາ​ທີ່​ຫລາກ​ຫລາຍ​ໄດ້​ຍິ່ງ​ຂຶ້ນ​ກັບ​ກຸ່ມ​ຄົົນທີ່​ມີ​ອາການ​ເຈັບ​ປ່ວຍ​ຊຳເຮື້ອ”

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...