spot_img
Homeລົດຍົນ-ຍານພາຫະນະສັນຍານຂອງລົດທີ່ຕ້ອງເຂົ້າສູນ​ສ້ອມແປງ

ສັນຍານຂອງລົດທີ່ຕ້ອງເຂົ້າສູນ​ສ້ອມແປງ

Published on

ອາການ​ຜິດ​ປົກກະຕິ​ຂອງ​ລົດ​ທີ່​ຄວນ​ຮີບ​ກວດເຊັກ​ແລະ​ສ້ອມແປງ​ໂດຍ​ໄວ ກ່ອນ​ຈະ​ເກີດ​ຄວາມ​ເສຍ​ຫາຍ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ໄດ້​ແກ່ ເຄື່ອງ​ຍົນ ຖ້າ​ຮ້ອນ​ຈົນ​ເກີນ​ໄປ ຂັບ​ໄປ​ໄດ້​ບໍ່​ເທົ່າໃດ ຄວາມ​ຮ້ອນ​ກໍ​ຂຶ້ນ​ສູງ, ເຢັນ​ເກີນ​ໄປ ແມ່ນ​ຈະ​ຂັບ​ມາ​ໄລ​ຍະ​ທາງ​ໄກ​ພໍ​ສົມຄວນ​ແລ້ວ ເຂັມ​ວັດ​ອຸນຫະພູມ​ຍັງ​ບໍ່​ເຄື່ອນໄຫວ, ມີ​ສຽງ​ດັ່ງ​ຜິດ​ປົກກະຕິ​ຈາກ​ເຄື່ອງ​ຍົນ

Car-Servicing-1

ຢາງ ຫາກ​ດອກ​ຢາງ​ສູນກາງ​ລໍ້​ເສຍຫາຍຫລາຍກວ່າ​ຂອບ ສະແດງ​ວ່າ​ເຕີມ​ລົມ​ແຂງ​ເກີນ​ໄປ, ດອກ​ຢາງ​ຂອບ​ລໍ້ ເສຍຫາຍຫລາຍກວ່າ​ສູນກາງ ສະແດງ​ວ່າ​ເຕີມ​ລົມ​ອ່ອນ​ເກີນ​ໄປ, ດອກ​ຢາງ​ເສຍຫາຍຂ້າງ​ໃດ​ຂ້າງ​ໜຶ່ງ ສະແດງ​ວ່າ​ມຸມ​ແນວ​ຕັ້ງ​ຂອງ​ຢາງ​ບໍ່​ກົງ, ດອກ​ຢາງ​ເປັນ​ບັ້ງໆ ສະແດງ​ວ່າ​ແນວ​ຂອງ​ຢາງ​ບໍ່​ຂະ​ໜານ​ກັບ​ແນວ​ເຄື່ອນ​ທີ່​ຂອງ​ລົດ ຄວນ​ນຳ​ລົດ​ເຂົ້າ​ສູນ​ສ້ອມແປງລົດເພື່ອ​ຕັ້ງ​ສູນ​ລໍ້ ຫລື​ປັບ​ແຮງ​ດັນ​ລົມ​ຢາງ​ໃໝ່

ຄາດ ທີ່​ມີ​ບັນຫາ ຈະ​ເຮັດໃຫ້​ຄວບ​ຄຸມ​ເກຍບໍ່​ໄດ້ ຢ່າ​ລະ​ເລີຍ​ອາການ​ເຫລົ່າ​ນີ້ ເຊັ່ນ ຄາດມື່ນ ຫລື​ເຂົ້າ​ເກຍ​ບໍ່​ຈຳ ຫລື​ຫຍຽບ​ແປ້ນ​ຄາດແລ້ວ ແຕ່​ຍັງ​ເຂົ້າ​ເກຍໄດ້​ຍາກ, ຄາດ​ມີ​ສຽງ​ດັ່ງ​ເມື່ອ​ຫຍຽບ​ແປ້ນ​, ຂະນະ​ກຳ​ລັງ​ຂັບ

ເກຍ ຈະ​ເຮັດ​ຫນ້າທີ່​ປ່ຽນ​ແຮງ​ບິດ​ຂອງ​ເຄື່ອງ​ຍົນ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ໄວ ສັນ​ຍານ​ບອກ​ເຫດ​ວ່າ​ເກຍມີ​ບັນຫາ​ຄື ມີ​ສຽງ​ດັງ​ທັງ​ໃນ​ຂະນະ​ທີ່​ເກຍວ່າ​ງ ຫລື​ເຂົ້າ​ເກຍໃດ​ເກຍໜຶ່ງ​ຢູ່, ປ່ຽນ​ເກຍ​ຍາກ ມີ​ອາການ​ຕິດ​ຂັດ ມີ​ສຽງ​ດັງ​ຂະນະ​ເຂົ້າ​ເກຍ​ທັງ​ທີ່​ຫຍຽບ​ຄາດ​ແລ້ວ ຫ້ອງ​ເກຍ​ມີ​ນ້ຳ​ມັນ​​ເຄື່ອງ​ໄຫລ​ອອກ​ມາ

ພວງ​ມາ​ໄລ ທີ່​ມີ​ບັນຫາ​ເຫລົ່າ​ນີ້ ຈະ​ເຮັດໃຫ້​ອຸປະກອນ​ອື່ນໆ ເຊັ່ນ ຢາງ​ເຟືອງ​ທ້າຍ​ເປ່ເພເສຍຫາຍ​ ໄດ້​ແກ່ ພວງ​ມາ​ໄລ​ໜັກ ຫລື​ຕ້ອງ​ໃຊ້​ແຮງ​ຫລາຍ​ຜິດ​ປົກກະຕິ​ໃນ​ການ​ບັງຄັບ​ລ້ຽວ, ພວງ​ມາ​ໄລ​ຫລົມເກີນ​ໄປ ໂດຍ​ມີ​ໄລ​ຍະ​ຟຣີ​ເກີນ 1 ນິ້ວ, ພວງ​ມາ​ໄລ​ສັ່ນ​ໃນ​ຂະນະ​ຂັບ ຄວນ​ນຳ​ເຂົ້າ​ສູນ​ບໍລິການ​ສະເພາະ​ຍີ່​ຫໍ້

ເບ​ຣກ ຖ້າ​ພົບ​ວ່າ​ເບ​ຣກ​ມີ​ອາການ​ຜິດ​ປົກກະຕິ ຕ້ອງ​ຮີບ​ແກ້​ໄຂ​ທັນ​ທີ ເຊັ່ນ ເບຣກມື່ນ ຢຸດ​ລົດ​ບໍ່​ຢູ່ ແມ່ນ​ຈະ​ບໍ່​ໄດ້​ຫຍຽບ​ນ້ຳ, ເບ​ຣກແລ້ວ​ລົດ​ປັດ​ໄປ​ຂ້າງ​ໃດ​ຂ້າງ​ໜຶ່ງ, ແປ້ນ​ເບ​ຣກ​ຍັງ​ຄ້າງຢູ່​ທັງ​ທີ່​ເອົາ​ຕີນ​ອອກ​ມາ​ແລ້ວ ຄວນ​ນຳ​ລົດ​ເຂົ້າສູນ​ສ້ອມແປງເບຣກທັນ​ທີ

Car-Servicing-3

ຫລອດ​ໄຟ ຖ້າ​ຂາດ​ເລື້ອຍ​ຫລື​ຕ້ອງ​ເຕີມ​ນ້ຳ​ກັ່ນ​ໃນ​ໝໍ້​ແບດ​ເຕີ​ລີ່​ເລື້ອຍ​ເກີນ​ໄປ ສະແດງ​ວ່າ​ອຸປະກອນ​ທີ່​ເຮົາ​ເອີ້ນວ່າ “ເລ​ກູ​ເລ​ເຕີ” ເຮັດ​ຫນ້າທີ່​ຄວບ​ຄຸມ​ກະ​ແສ​ໄຟ​ໃຫ້​ເໝາະ​ສົມ​ເສຍຫາຍ ຄວນ​ນຳ​ລົດ​ເຂົ້າ​ສ້ອມແປງ​ລະບົບ​ໄຟ ເພື່ອ​ແປງ​ເລ​ກູ​ເລ​ເຕີ ຫລື​ຫາກ​ເສຍຫາຍ​ກໍ​ອາດຈະ​ຕ້ອງ​ປ່ຽນ​ໃໝ່

ນ້ຳ​ມັນ​​ເຄື່ອງ ຖ້າ​ສັນ​ຍານ​ໄຟ​ເຕືອນ​ລະບົບ​ນ້ຳ​ມັນ​ເຄື່ອງ​ຮຸ່ງ​ຂຶ້ນ​ໃນ​ຂະນະ​ຂັບ​ຂີ່​ລົດ​ ໝາຍ​ເຖິງ​ວ່າ ເຄື່ອງ​ຍົນ​ກຳ​ລັງ​ເຮັດວຽກ ໂດຍ​ປາສະຈາກ​ນ້ຳ​ມັນ​ເຄື່ອງ ຮີບ​ນຳ​ລົດ​ໄປ​ຍັງສູນ​ສ້ອມແປງລົດທີ່​ໃກ້​ທີ່ສຸດ​ທັນ​ທີ ແຕ່​ຖ້າສູນ​ສ້ອມແປງລົດ​ຢູ່​ໄກ​ໃຫ້​ເຕີມ​ນ້ຳ​ມັນ​ເຄື່ອງ​ໃສ່​ລົງ​ໃນ​ຖັງ​ນ້ຳ​ມັນ​ເຄື່ອງ​ໄປ​ກ່ອນ​ເປັນ​ການ​ແກ້​ບັນຫາ​ສະເພາະ​ໜ້າ ແຕ່​ຖ້າ​ເປັນ​ສາ​ເຫດ​ອື່ນ​ທີ່​ບໍ່ແມ່ນ​ນ້ຳ​ມັນເຄື່ອງ​ແຫ້ງ ຄວນ​ໃຊ້​ລົດ​ລາກ​ໄປ​ສູນ​ສ້ອມແປງລົດ

Car-Servicing-2

 

ບົດຄວາມຫຼ້າສຸດ

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...