ມະນຸດເຮົາສາມາດຄວບຄຸມສາຍຟ້າໄດ້ ຫລື ບໍ່

10316feb7aabc93ab1329a5a07315794

ຟ້າ​ຜ່າ​ຜ່ານ​ທ້ອງ​ຟ້າ​ໃນ​ເວລາ​ອັນ​ສັ້ນ ແມ່ນ​ເຮົາ​ຈະ​ມີ​ສາຍ​ດິນ​ທີ່​ຊ່ວຍ​ເພີ່ມ​ໂອ​ກາດ​ໃຫ້​ຟ້າ​ຜ່າ​ລົງ​ມາ​ທີ່​ຈຸດ​ໃດ​ຈຸດ​ໜຶ່ງ ແຕ່​ເສັ້ນ​ທາງ​ທີ່​ຟ້າ​ຜ່າ​ລົງ​ມາ​ນັ້ນ​ກໍ​ຍັງ​ຄົງ​ທຳນາຍ​ບໍ່​ໄດ້ ແມ່ນແຕ່​ໃນ​ຂົ້ວ​ໄຟ​ຟ້າ​ນ້ອຍ​ ໆ ການ​ຄາຍ​ປະ​ຈຸ​ລະຫວ່າງ​ຂົ້ວ​ໄຟ​ຟ້າ​ກໍ​ຍັງ​ເຮັດໃຫ້​ເກີດ​ສາຍ​ຟ້າ​ເປັນ​ຮູບ​ໂຄ້ງ​ເຖິງວ່າ​ຈຸດ​ຕົ້ນ​ແລະ​ຈຸດ​ປາຍ​ຈະ​ຖືກ​ຕຶງ​ເອົາ​ໄວ້ ດັ່ງ​ນັ້ນ ເຮົາ​ຈະ​ສາມາດ​ຄວບ​ຄຸມ​ທາງເດີນ​ຂອງ​ກະ​ແສ​ໄຟ​ຟ້າ​ໃຫ້​ມັນ​ແລ່ນໄປ​ຕາມ​ທາງ​ທີ່​ກຳນົດ​ໄວ້​ລ່ວງ​ໜ້າ​ໄດ້​ຫລື​ບໍ່

ສາດ​ສະດາຈານໂລ​ແບໂຕ ໂມ​ລານ​ດອດ​ຕິ ແລະ​ທີມ​ງານ​ໄດ້​ຄົ້ນ​ພົບ​ວິທີ​ການ​ທີ່​ຈະ​ຖ້າ​ໃຫ້​ກະ​ແສ​ໄຟ​ຟ້າ​ໄປ​ຕາມ​ເສັ້ນ​ທາງ​ທີ່​ກຳນົດ​ໄວ້ ຫລື​ໃຫ້​ແລ່ນອ້ອມ​ສິ່ງ​ກີດ​ຂວາງ​ໄດ້ ໂດຍ​ໃຊ້ “ເລ​ເຊີ” ການ​ຄົ້ນ​ພົບ​ເທື່ອ​ສຳຄັນ​ນີ້​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວິທະຍາສາດວິ​ຊາ​ການ Science Advances ແລ້ວ

ງານ​ວິ​ໄຈ​ທີ່​ທ້າ​ທາຍ​ນີ້ ເກີດ​ຂຶ້ນ​ໂດຍ​ນັກ​ວິ​ໄຈ​ຈາ​ກສະ​ຖາ​ບັນ​ພະລັງ​ງານ​ວັດ​ດຸ​ແລະ​ໂຊ​ຄົມ​ນາກົມ INRS ປະເທດ​ແຄ​ນາ​ດາ ໃຊ້​ເລ​ເຊີຂອງສະ​ຖາ​ບັນ​ຕົ້ນ​ກຳ​ເນີດ​ແສງ​ເລ​ເຊີ​ຂັ້ນ​ສູງ (ALLS) ໂດຍ​ຫົວຂໍ້​ດັ່ງ​ກ່າວ​ເປັນ​ງານ​ວິ​ໄຈ​ທີ່​ມີ​ການສຶກສາ​ກັນ​ຫລາຍ​ໂດຍ​ສະເພາະ​ໃນ​ຊ່ວງ​ທົດ​ສະວັດ 1970

ສາຍ​ຟ້າ ເປັນ​ເທກ​ໂນ​ໂລ​ຍີ​ທີ່​ໃຊ້​ກັນ​ມາ​ດົນ ເຊັ່ນ​ໃນ​ເຄື່ອງ​ຈັກ​ລະ​ເຜົາ​ໄໝ້ ການ​ຄວບ​ຄຸມ​ມົນ​ພາ​ວະ​ອາ​ກາດ ການ​ໃຫ້​ແສງ​ສະຫວ່າງ ເຮັດ​ເປັນ​ເຄື່ອງ​ຈັກ​ລະ​ຂະໜາດ​ໃຫຍ່​ແລະ​ນ້ອຍ ນອກ​ຈາກ​ນີ້ ເຮົາ​ຈະ​ສາມາດ​ໃຊ້​ງານ​ສາຍ​ຟ້າ​ໄດ້​ຫລາກ​ຫລາຍ​​ຍິ່ງ​ຂຶ້ນ​ຫາກວ່າ​ເຮົາ​ສາມາດ​ຄວບ​ຄຸມ​ເສັ້ນ​ທາງ​ຂອງ​ສາຍ​ຟ້າ​ໄດ້

ແມດ​ທີ​ໂອ ເຄ​ລິ​ຊີ ນັກ​ວິ​ໄຈ​ລະ​ດັບ​​ປະລິນ​ຍາ​ເອກ​ຂອງ​ສາດສະດາ​ຈານໂມ​ລານ​ດອດ​ຕິ ແລະ​ທີມ​ງານ ເລີ່ມ​ສຶກ​ສາ​ຈົນ​ໄດ້​ສາ​ທິດ​ວິທີ​ການສ້າງ​ສາຍ​ປະ​ຈຸ​ໄຟ​ຟ້າ​ເຄື່ອນ​ຕົວ​ເປັນ​ເສັ້ນ​ກົງ​ຫລື​ໂຄ້ງ​ເປັນ​ຮູບ​ພາ​ລາ​ໂບ​ລາ

ພາບ​ຈາກ​ການ​ທົດລອງ​ຊີ້​ວ່າ ຮູບ​ຮ່າງ​ຂອງ​ເລ​ເຊີ​ທີ່​ຕ່າງ​ກັນ​ກໍ​ເຮັດໃຫ້​ສາຍ​ຟ້າ​ນັ້ນ​ມີ​ຄຸນສົມບັດ​ແລະ​ເສັ້ນ​ທາງ​ທີ່​ແຕກ​ຕ່າງ​ກັນ ເມື່ອ​ໃຊ້​ເລ​ເຊີ​ລວມ​ກັນ​ເປັນ​​ໄປ​ໄດ້​ທີ່​ຈະ​ໄດ້​ສາຍ​ຟ້າ​ໂຄ້ງ​ເປັນ​ຮູບ​ຕົວ S ຫລື​ຮູບ​ຮ່າງ​ອື່ນໆ​ກໍ​ເຮັດ​ໄດ້​ເຊັ່ນ​ກັນ

ໃນ​ການສຶກສາ​ເທື່ອ​ນີ້ ສາດ​ສະດາ​ຈານໂມ​ລານ​ດອດ​ຕິ ຕ້ອງ​ການສຶກສາ​ວ່າ ຄຸນສົມບັດ​ຄືນ​ຮູບ​ຂອງ​ລຳ​ແສງ​ເລ​ເຊີ​ບາງ​ປະ​ເພດ (ເຊັ່ນ ລຳ​ແສງ Airy ແລະ​ລຳ​ແສງ Bessel) ຈະ​ສາມາດ​ໃຊ້​ໃນ​ການ​ທົດລອງ​ໃໝ່​ນີ້​ໄດ້​ຫລື​ບໍ່ ໂດຍ​ຄຸນສົມບັດ​ຂອງ​ລຳ​ແສງ​ນີ້​ຄື ຄວາມ​ເຂັ້ມ​ສູງ​ສຸດ​ຈະ​ຖືກກົບ​ລັອກ​ໂດຍ​ເຄື່ອງ​ກີດ​ຂວາງ ແຕ່​ສາມາດ​ສ້າງ​ຕົວ​ເອງ​ໄດ້​ໃໝ່​ເມື່ອ​ຜ່ານ​ວັດ​ຖຸ​ນັ້ນ​ໄປ​ແລ້ວ

ສາດ​ສະດາຈານ ໂມ​ລານ​ດອດ​ຕິ ໄດ້​ວາງ​ວັດ​ຖຸ​ລະຫວ່າງ​ຂົ້ວ​ໄຟ​ຟ້າ​ສອງ​ອັນ​ແລະ​ສັງເກດ​ວ່າ​ສາຍ​ຟ້າ​ນັ້ນ​ຈະ​ກະ​ໂດດ​ຂ້າມ​ສິ່ງ​ກີດ​ຂວາງ​ໄດ້​ໂດຍ​ບໍ່​ທຳລາຍ​ສິ່ງ​ກີດ​ຂວາງ ແລ້ວ​ກັບ​ມາສູ່​ເສັ້ນ​ທາງ​ທີ່​ເລ​ເຊີວາງ​ໄວ້​ໃຫ້​ອີກ​ດ້ານ​ໜຶ່ງ​ຂອງ​ສິ່ງ​ກີດ​ຂວາງ ໄດ້​ຫລື​ບໍ່ ເຊີ່ງ​ປາກົດ​ວ່າ​ເຮັດ​ໄດ້

“ການ​ຄົ້ນ​ພົບ​ທາງ​ວິທະຍາ​ສາດ​ກ່ຽວກັບ​ສາຍ​ຟ້າ​ແລະ​ສາຍ​ບັນ​ຈຸ​ໄຟ​ຟ້າ​ນີ້​ມີ​ພາບລັກ​ແລະ​ເປີດ​ມຸມ​ມອງ​ໃໝ່​ຂອງ​ການ​ວິ​ໄຈ ງານ​ວິ​ໄຈ​ນີ້​ເປັນ​ການ​ພິສູດ​ຫລັກ​ການ​ທີ່​ດີ​ຫລາຍ ເປັນ​ການ​ທົດລອງ​ທີ່​ຕ້ອງ​ໃຊ້​ໄລ​ຍະ​ທາງ​ບໍ່​ຈັກ​​ແມັດ ແຕ່​ໃຊ້​ເລ​ເຊີ​ພະລັງ​ງານ​ສູງ ເຄື່ອງ​ມື​ທົດລອງ​ສຸດ​ລ້ຳ ແລະ​ສະພາບ​ແວດ​ລ້ອມ​ວິ​ໄຈ​ທີ່ສຸດ​ຍອດ​ທີ່ INRS ຊ່ວຍເຫລືອ ການ​ໄດ້​ເຮັດວຽກ​ໃນ​ຫ້ອງ​ປະຕິບັດການ​ວິ​ໄຈ​ທີ່​ລ້ຳ​ໜ້າ​ເຊັ່ນ​ນີ້​ຈະ​ເຮັດໃຫ້​ນັກ​ຮຽນ​ແລະ​ນັກ​ວິ​ໄຈ​ຫລັງ​ປະລິນຍາ​ເອກ​ຂອງ​ເຮົາ​ຄົ້ນ​ພົບ​ຫລັກ​ການ​ທາງ​ວິທະຍາ​ສາດ​ໃນ​ຂະນະ​ທີ່​ສຶກ​ສາ​ຢູ່​ໄດ້” ອີ​ບ ເບ​ແຈງ ຮອງປະທານ​ຝ່າຍ​ວິ​ໄຈ​ແລະ​ການສຶກສາ​ທີ່ INRS ເຜີຍ