spot_img
Homeຂ່າວຍົນຕົກຫວນຄືນ 2 ເຫດການ ເຮືອບິນຕົກຄັ້ງໃຫຍ່ ໃນຮອບ 3 ປີຂອງລາວ

ຫວນຄືນ 2 ເຫດການ ເຮືອບິນຕົກຄັ້ງໃຫຍ່ ໃນຮອບ 3 ປີຂອງລາວ

Published on

1381938529-630-o

ຄັ້ງທີ 1 ວັນທີ 17 ຕຸລາ 2013 ຍົນໂດຍສານ ATR72 ຖ້ຽວບິນ QV301 ອອກບິນຈາກນະຄອນຫຼວງ ວຽງຈັນ ເມື່ອເວລາປະມານ 14 ໂມງ ແລະ 45 ນາທີ ເມື່ອວັນພຸດ ວັນທີ່ 16 ຕຸລາ ລົງໄປ ເມືອງປາກເຊ ແຂວງຈໍາປາສັກ ພາກໃຕ້ຂອງລາວ; ແຕ່ເມື່ອບິນມາເຖິງສນາມບິນເມືອງປາກເຊ ເຮືອບິນລົງບໍ່ໄດ້ເພາະສະພາບອາກາດປັ່່ນ ແລະໄດ້ເກີດເຫດເສົ້າສະຫຼົດໃຈແກ່ປະຊາຊົນລາວທົ່ວປະເທດ ເມື່ອຍົນລຳດັ່ງກ່າວໄດ້ເກີດອຸບັດເຫດແລ້ວລະເບີດລົງແມ່ນ້ຳຂອງເຮັດໃຫ້ຜູ້ໂດຍສານແລະຈຸບິນເສຍຊີວິດທັງໝົດ. ສົ່ງທ້າຍປີ 2013 ພ້ອມກັບງານບຸນຊ່ວງເຮືອປະຈຳປີ. ຈໍານວນຜູ້ເສັຍຊີວິດ 49 ຄົນນີ້ ລວມມີຄົນລາວ 17 ຄົນ, ສ່ວນເຫລືອເປັນຊາວຕ່າງປະເທດ ຄືມີຊາວຝຣັ່ງ 7 ຄົນ, ອັອສເຕຣເລຍ 5 ຄົນ, ໄທ 5 ຄົນ, ເກົາຫລີ 3 ຄົນ, ຫວຽດນາມ 2 ຄົນ ແລະ ຈາກຈີນ ໃຕ້ຫວັນ ການາດາ ແລະ ມາເລເຊັຍປະເທດລະ 1 ຄົນ.

ລາຍລະອຽດຂອງສາເຫດການເກີດອຸບັດເຫດຢ່າງແທ້ຈິງນັ້ນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖະແຫລງກ່ຽວ​ກັບຜົນຂອງການສືບສວນ- ສອບສວນ ສາເຫດທີ່ພາໃຫ້ເຮືອບິນ ອາ​ເຕ​ແອ (ATR) 72 -600 ຖ້ຽວ​ບິນ ຄິວ​ວີ 301 ວຽງ​ຈັນ-ປາກ​ເຊ ຂອງ​ບໍລິສັດ​ການບິນ​ລາວ ຕົກ​ທີ່​ເມືອງ​ປາກ​ເຊ ​ແຂວງ​ຈຳປາ​ສັກ​​ ໃນ​ວັນ​ທີ 16 ເດືອນ​ຕຸລາ ປີ 2013 ຜ່ານ​ມາ  ຂຶ້ນ​ໃນ​ວັນ​ທີ 28 ເດືອນ​ພະຈິກ ປີ 2014 ນີ້ ຢູ່​ທີ່​ໂຮງ​ແຮມ​ດອນ​ຈັນ​ພາ​ເລດ, ນະຄອນ ຫລວງ​ວຽງ​ຈັນ ໂດຍ​ມີ ທ່ານ ລັດຕະນະມະນີ ຄູນ​ນີວົງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ, ມີ​ບັນດາ​ຫົວໜ້າ​ກົມ, ຮອງ​ກົມ ​ແລະ ທູຕານຸທູດປະ​ຈຳ ສປປ ລາວ ພ້ອມ​ດ້ວຍພະນັກງານ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

ທ່ານ ລັດຕະນະມະນີ ຄູນ​ນິວົງ ​ໄດ້​ກ່າວ​ວ່າ: ຜົນ​ການ​ຖອດ​ລະຫັດ​ຈາກ​ໜ່ວຍບັນທຶກ​ຂໍ້​ມູນ​ການບິນ 2 ໜ່ວຍ​(ກ່ອງ​ດຳ) ເຊິ່ງມີ​ໜ່ວຍ​ບັນທຶກ​ຂໍ້​ມູນ​ຂອງ​ການບິນ 1 ໜ່ວຍ ​ແລະ ໜ່ວຍ​ບັນທຶກ​ສຽງ​ໃນ​ຫ້ອງ​ຂັບ 1 ໜ່ວຍ ​ເຊິ່ງໜ່ວຍບັນທຶກ​ຂໍ້​ມູນ​ທັງ​ສອງ​ໜ່ວຍ​ໄດ້​ຖື​ກ​ເກັບ​ຮັກສາ​ໄວ້​ໃນ​ທີບ​ທີ່​ບັນຈຸ​ນ້ຳ​ພາຍ​ຫລັງ​ທີ່​ນຳ​ຂຶ້ນມາ​ຈາກ​ແມ່ນ້ຳ​ຂອງ​. ຫລັງ​ຈາກ​ນັ້ນ​ໃນ​ວັນ​ທີ 4/11/2013 ໄດ້​ຖືກ​ນຳ​ໄປ​ສຳ ນັກງານ BEA ທີ່​ປະ​ເທດ​ຝຣັ່ງ​ ໂດຍ​ຄະນະ​ສືບສວນ-ສອບ​ສວນ​ຂອງ​ລາວ ​ແລະ BEA ໄດ້​ດຳ​ເນີນ​ການ​ເປີດ​ໜ່ວຍຂໍ້​ມູນ​ການ ບິນ​ທັງ​ສອງໜ່ວຍ ພ້ອມ​ຖອດ​ລະຫັດ​ຂໍ້​ມູນ​ການບິນ ແລະ ການ​ສົນທະນາ​ຕາມ​ຂັ້ນຕອນ​ ໂດຍ​ມີການ​ເຂົ້າ​ຮ່ວມ ​ແລະ ຕິດຕາມ​ຂອງ​ຄະນະ​ສືບສວນ-ສອບ​ສວນ ​ຂອງ​ລາວ​​ເຫັນ​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ອຸບັດ​ເຫດ​ໃນ​ຄັ້ງນີ້ ​ແມ່ນ​ເນື່ອງ​ຈາກ​ສະພາບ​ອາກາດ​ປ່ຽນ​ແປງ​ຢ່າງ​ກະ​ທັນ​ຫັນ ​ບວກ​ກັບ​ຄວາມ​ຜິດພາດ​ຂອງ​ຈຸ​ບິນ ​ໃນ​ການ​ປະຕິບັດ​ຕາມ​ວົງ​ຈອນ​ການ​ລົງ​ເດ່ີນ​ດ້ວຍ​ອຸປະ ກອນ​ເຄື່ອງ​ຊ່ວຍ ລວມທັງ​ການ​ປະຕິບັດ​ຂັ້ນຕອນ​ການບິນ​ຂຶ້ນຄືນ, ການ​ຕັດສິນ​ໃຈ​ສືບຕໍ່​ລົງ​ເດີ່ນ​ຂອງ​ຈຸ​ບິນ ​ດ້ວຍ​ຄວາມ​ສູງ​ໃນ​ລະດັບ​ຕ່ຳ​ກວ່າ​ຄວາມ​ສູງ​ທີ່​ໄດ້​ລະບຸ​ໄວ້​ໃນ​ວົງ​ຈອນ​ລົງ​ເດີ່ນ, ການ​ຕັ້ງຄ່າ​ຄວາມ​ສູງ​ທີ່​ບໍ່​ຖືກຕ້ອງ​ຂອງ​ຈຸ​ບິນ ​ພາ​ໃຫ້​ລະບົບ​ນຳພາ​ບິນ ​ສົ່ງ​ຜົນ​ຢ່າງ​ບໍ່​ຖືກຕ້ອງ​ຢູ່​ໂມງ​ຂອບ​ຟ້າ​ຈຳລອງ​ໃນ​ເວລາ​ເຮືອບິນ​ຂຶ້ນຄື່ນ, ອາດ​ເປັນ​ໄປ​ໄດ້​ທີ່​ເກີດ​ມີ​ພາບ​ຫລອນ​ຈົນ​ເຮັດ​ໃຫ້​ນັກ​ບິນ​ເສຍ​ທີ່​ຕັ້ງຂອງ​ຕົນ​ໃນ​ຂະນະ​ທີ່​ເຮືອບິນ​ຢູ່​ໃນ​ເຝື້ອ, ການ​ປະກົດ​ຂຶ້ນຄືນ​ໂດຍ​ອັດຕະ​ໂນ​ມັດ​ ຂອງ​ລະບົບ​ນຳພາ​ບິນ​ສະ​ແດງ​ຢູ່​ໜ້າ​ໂມງ​ຂອບ​ຟ້າ​ຈຳລອງ​ນັ້ນ ຢືນຢັນ​ວ່າ​ລະບົບ​ນຳພາ​ບິນ​ເຮັດ​ວຽກ​ປົກກະຕິ ແຕ່​ບໍ່​ສາ ມາດ​ນຳ​ໃຊ້​ໄດ້ ເນື່ອງ​ຈາກ​ຕັ້ງຄ່າ​ຜິດ​ໃນ​ການບິນ​ຂຶ້ນຄື່ນ, ການ​ຕິດຕາມ​ການສະ​ແດງ​ຜົນ​ຂອງ​ໜ່ວຍ ງານ​ໂມງ​ຕ່າງໆ​ໃນ​ຫ້ອງ​ຂັບ​ບໍ່​ມີ​ປະສິດທິພາບ​ພຽງພໍ​ ໃນ​ໄລຍະ​ເວລາ​ການບິນ​ຂຶ້ນຄື່ນ ຍ້ອນ​ຜູ້​ບັນຊາ​ຈຸ​ບິນ​ອາດ​ຈະ​ເອົາ​ໃຈ​ໃສ່​ການ​ເຮັດ​ວຽກ​ຂອງ​ລະບົບ​ໃດ​ໜຶ່ງ​ຫລາຍ​ຈົນ​ເກີນ​ໄປ​ ອັນ​ພາ​ໃຫ້​ເກີດ​ຄວາມ​ຜິດພາດ​ໃນ​ຈຸດ​ອື່ນ​ໄດ້, ການ​ປະສານ​ງານ ລະຫວ່າງ ນັກ​ບິນ​ທັງ​ສອງ​ຄົນ​ບໍ່​ດີ​ເທົ່າ​ທີ່​ຄວນ​ໂດຍ​ສະ​ເພາະ​ແມ່ນ​ ໄລຍະ​ສຸດ​ທ້າຍ​ຂອງ​ການ​ລົງ​ເດີ່ນ.
NjpUs24nCQKx
       ຄັ້ງທີ 2 ເຫດອັນເສົ້າສະຫຼົດໃຈຄັ້ງທີ 2 ຂອງລາວກໍໄດ້ເກີດຂຶ້ນອີກເມື່ອ ເຮືອບິນໂດຍສານAntonov AN 74-300 ຂອງກອງທັບປະຊາຊົນລາວ ທີ່ໂດຍສານພະນັກງານການນຳຂອງລາວແລະຈຸບິນລວມທັງໝົດ 17 ຄົນ ເດິນທາງໄປຍັງແຂວງຊຽງຂວາງ ເພື່ອຮ່ວມພິທີສະຫຼອງລະນຶກວັນໄຊຊະນະຜ່າວົງປິດລ້ອມສັດຕູຂອງກອງພັນທີ 2 ໃນວັນທີ 17 ພຶດສະພາ 2014 ໄດ້ເກີດອຸບັດເຫດຕົກລົງໃນເຂດບ້ານນາດີ, ເມືອງແປກ, ແຂວງຊຽງຂວາງ ກ່ອນເຮືອບິນໂດຍສານລຳດັ່ງກ່າວຈະລົງເດິ່ນພຽງບໍ່ທໍ່ໃດກິໂລແມັດ. ເຫດການສດັ່ງກ່າວໄດ້ສ້າງຄວາມເສົ້າສະຫຼົດໃຈແກ່ພັກ-ລັດ ແລະປະຊາຊົນລາວຫຼາຍທີ່ສຸດ ເຊິ່ງມີຜູ້ເສຍຊີວິດຄາທີ່ 14 ຄົນ, ບາດເຈັບສາຫັດ 3 ຄົນ ແລະຕໍ່ມາຜູ້ບາດເຈັບອີກຜູ້ໜຶ່ງໄດ້ເສຍຊີວິດ ລວມເປັນເສຍຊີວິດ 15 ຄົນ ແລະລອດຊີວິດ 2 ຄົນ.
ໃນຈຳນວນຜູ້ເສຍຊີວິດນັ້ນ ມີການນຳສຳຄັນຂອງລາວ ລວມຢູ່ 4 ທ່ານ ຄື:

ທ່ານ ພົນໂທ ດວງໃຈ ພິຈິດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ;
ທ່ານ ທອງບັນ ແສງອາພອນ, ເລຂາທິການສູນກາງພັກ,ລັດຖະມົນ ຕີວ່າການກະຊວງປ້ອງກັນຄວາມສະຫງົບ
ທ່ານ ສຸກັນ ມະຫາລາດ,ເລຂາທິ ການສູນກາງພັກ,ເລຂາຄະນະພັກ,ທັງເປັນ ເຈົ້າຄອງນະຄອນຫລວງວຽງຈັນ,
ແລະ ເຈືອງ ສົມບູນ ຂັນ, ເລຂາທິການສູນກາງພັກ,ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ສ່ວນສາເຫດການຕົກນັ້ນ ຍັງບໍ່ຖືກເປີດເຜີຍຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.

ຄລິກເບິ່ງເຫດການຍົນຕົກຕ່າງໆ ຫຼາຍເຫດການລຸ່ມນີ້:

ຂ່າວດ່ວນ! ເຮລິກັອບເຕີກອງທັບ ພ້ອມຈຸບິນແລະຜູ້ໂດຍສານລວມ 23 ຄົນ ຂາດການຕິດຕໍ່

ຍົນກອງທັບອາກາດລາວຕົກທີ່ຊຽງຂວາງ ການນຳລາວເສຍຊີວິດ

ຄວາມຕ່າງລະຫວ່າງການຫາຍໄປຂອງ MH370 ກັບ QZ8501

ຜູ້ຊ່ຽວຊານເຊື່ອວ່າ ກັບຕັນ MH370 ເຮັດໃຫ້ຜູ້ໂດຍສານຂາດອົກຊີແຊນ ກ່ອນດິ່ງລົງກົ້ນທະເລ

ສາເຫດການຕົກຂອງ ຍົນໂດຍສານການບິນລາວ QV301

ເຮືອບິນທຣານເອເຊຍຂອງໄຕ້ຫວັນຕົກ

ເຮືອບິນໂດຍສານຂອງມາເລເຊຍ MH17 ຕົກທີ່ອູແກຣນ

ຣັດເຊຍຕອກອາເມລິກາ ພາບຖ່າຍດາວທຽມຊີ້ MH17 ຖືກກອງທັບອູແກຣນສອຍ

ປະຫວັດອຸບັດເຫດຂອງເຮືອບິນ ATR

ພຽງ 4 ປີ ຍົນໃນອາຊ່ຽນຕົກນັບ 10 ລຳ

ເດັກນ້ອຍຜູ້ຍິງ 7 ປີລອດຢ່າງປະຕິຫານຫຼັງຍົນຕົກທີ່ສະຫະລັດ

ຍົນຕົກອີກແລ້ວ! ເປັນເຮລິຄັອບເຕີອິນເດຍ 

ດ່ວນ!! ເຮືອບິນໂດຍສານຕົກ ທີ່ເຕຮະຣານຕາຍ 40

 ເຮືອບິນໂດຍສານຂະໜາດນ້ອຍ ຕົກໃນໂກລົມບີ ເສຍຊີວິດຍົກລຳ!

 ຜູ້ສະໝັກຊິງຕຳແໜ່ງ ປະທານາທິບໍດີບຣາຊິນ ປະສົບອຸບັດເຫດເຮືອບິນຕົກ ເສຍຊີວິດຄາທີ່!

 ຊັອກໂລກ ນັກບິນຜູ້ຊ່ວຍເຢຍລະມັນວິງ ເຈຕະນາໃຫ້ເຮືອບິນຕົກ

ເກີດເຫດເຮືອບິນຕົກທີ່ຢີ່ປຸ່ນ

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...