ຫລາຍຄົນຄົງເຫັນພາບຂ່າວດາວພູໂຕກັນເລື້ອຍໆແລ້ວ ລອງມາທົບທວນຄວາມຈຳຂອງດາວເຄາະ 8 ດວງກັນດີກວ່າໜ້າຕາເປັນຈັ່ງໃດ
MERCURY(ດາວພຸດ)
ດາວພຸດເປັນດາວເຄາະທີ່ດວງນ້ອຍທີ່ສຸດໃນລະບົບສຸລິຍະແລະຢູ່ໃກ້ດວງອາທິດຫລາຍທີ່ສຸດ ພື້ນຜິວເປັນຂຸມເປັນບໍ່ເພາະຖືກອຸກກາບາດຊົນຫລາຍເທື່ອ ອຸນຫະພູມໃນຕອນກາງເວັນສູງເຖິງກວ່າ 400 ອົງສາ ສ່ວນໃນຕອນກາງຄືນຫລຸດຮວບເຖິງ -173 ອົງສາເລີຍ ເຫັນພາບນີ້ຫລາຍຄົນຄົງຝັນສະຫລາຍ ເພາະໜ້າຈະຕິດຕາຈາກເຊນເລີລ໌ເມີຄິວລີ່ສີຟ້າໜ້າແບ໊ວ ເລີຍຄິດວ່າໄປດາວພຸດຄົງມີສີຟ້າງາມ ແຕ່ທີ່ຈິງແລ້ວ ກໍຕາມພາບທີ່ທີ່ເຫັນຫັ້ນແຫລະ
VENUS(ດາວສຸກ)
ດາວສຸກ ເປັນດາວທີ່ຮູ້ຈັກກັນດີໃນເລື່ອງຂອງຄວາມເປັນປະກາຍ ເພາະສະຫວ່າງຮອງຈາກດວງອາທິດແລະດວງຈັນ ຄວາມສຸດຍອດຂອງດາວສຸກຄື ດາວເຄາະດວງອື່ນໆ (ສ່ວນຫລາຍ) ຈະໝຸນຈາກທິດຕະເວັນຕົກໄປທາງທິດຕະເວັນອອກ (ໝຸນໄປທາງຂວາ) ແຕ່ດາວສຸກຈະກັບກັນຄືໝຸນຈາກທິດຕະເວັນອອກໄປທາງທິດຕະເວັນຕົກ (ໝຸນໄປທາງຊ້າຍ) ນອກຈາກນີ້ ໜຶ່ງມື້ເທິງດາວສຸກກໍຍັງຍາວນານຫລາຍ ທຽບກັບໂລກຄື ໜຶ່ງມື້ຂອງດາວສຸກ = 116 ມື້ 18 ຊົ່ວໂມງຂອງໂລກ
EARTH(ໂລກ)
ຄືຊິບໍ່ຕ້ອງອະທິບາຍຫຍັງຫລາຍ ເພາະທຸກຄົນຄົງກຳລັງອ່ານບົດຄວາມນີ້ກັນຢູ່ເທິງໂລກແນ່ນອນ ຄວາມສຸດຍອດຂອງໂລກຄືມີສິ່ງຊີວິດອາໄສຢູ່ຫລວງຫລາຍ ແຖມຍັງເປັນສິ່ງມີຊີວິດທີ່ສ້າງຍານອອກໄປສຳລວດຍັງນອກໂລກໄດ້ອີກຕ່າງຫາກ ເກັ່ງເນາະ
MARS(ດາວອັງຄານ)
ເປັນດາວເຄາະທີ່ຊາວໂລກຢ່າງເຮົາເບິ່ງຈະຄຸ້ນເຄີຍຫລາຍທີ່ສຸດ ແມ່ນຫຍັງກໍຈະຄິດເຖິງດາວອັງຄານໄວ້ກ່ອນ ແລະກໍເປັນດາວທີ່ຄົນຈຳນວນບໍ່ໜ້ອຍເຊື່ອວ່າໜ້າຈະມີສິ່ງມີຊີວິດອາໄສຢູ່ ລວມເຖິງວາງແຜນຈະລອງສົ່ງມະນຸດໄປຕັ້ງຮາກຖານກັນບ່ອນນັ້ນແບບບໍ່ກັບມາເທິງໂລກອີກແລ້ວໃນອີກບໍ່ຈັກປີຂ້າງໜ້າ
JUPITER(ດາວພະຫັດ)
ດາວພະຫັດເປັນດາວເຄາະທີ່ໃຫຍ່ທີ່ສຸດໃນລະບົບສຸລິຍະ ມີເສັ້ນຜ່າສູນກາງທີ່ຍາວກວ່າໂລກເຖິງ 12 ເທົ່າ ສິ່ງໜຶ່ງທີ່ເຮັດໃຫ້ດາວພະຫັດໄດ້ຮັບຄວາມສົນໃຈຄືມີຈຸດສີສົ້ມໆ ແດງໆ (ດ້ານຂວາລົງໄປດ້ານລຸ່ມໃນພາບ) ມັນຄືພາຍຸຂະໜາດໃຫຍ່ທີ່ກໍ່ຕົວມາແລ້ວເຖິງ 350 ລ້ານປີ ແຖມມີຂະໜາດໃຫຍ່ກວ່າໂລກຂອງເຮົາທັງໃບອີກນອກຈາກນີ້ດາວພະຫັດຍັງມີວົງແຫວນຢູ່ 4 ຊັ້ນແຕ່ບາງຫລາຍ ຈົນເບິ່ງເກືອບບໍ່ເຫັນ
SATURN(ດາວເສົາ)
ເປັນດາວເຄາະທີ່ໃຫຍ່ເປັນອັນດັບ 2 ຂອງລະບົບສຸລິຍະ ແລະເປັນດາວເຄາະທີ່ມາພ້ອມກັບວົງແຫວນຂະໜາດໃຫຍ່ ໂດຍວົງແຫວນຂອງດາວເສົາເກີດຈາກອານຸພາກຂະໜາດນ້ອຍຫລາຍຈົນເບິ່ງບໍ່ເຫັນດ້ວຍຕາເປົ່າຈົນເຖິງວັດຖຸຂະໜາດໃຫຍ່ຫລາຍແມັດ ລວມຕົວກັນ
URANUS(ດາວຍູເລນັດ)
ເຮົາຄຸ້ນເຄີຍກັບຊື່ຍູເລນັດ ແຕ່ຫລາຍຄົນອາດຈະລືມໄປວ່າ ມີຊື່ອີກຊື່ວ່າດາວມະລຶດຕະຍູ ດາວຍູເລນັດກໍມີວົງແຫວນ ແຕ່ມັນທັງບາງແລະມືດຫລາຍ ແລະເພາະຢູ່ໄກຈາກດວງອາທິດຫລາຍ ເຮັດໃຫ້ໄດ້ຮັບແສງສະຫວ່າງນ້ອຍຫລາຍ ດັ່ງນັ້ນກາງເວັນແລະກາງຄືນຈຶ່ງມີອຸນຫະພູມທີ່ບໍ່ແຕກຕ່າງກັນເລີຍຄືປະມານ -224 ອົງສາ ຄວາມອິນດີ້ອີກຢ່າງຂອງດາວຍູເລນັດຄື ໃນຄະນະທີ່ດາວດວງອື່ນໆ ໝຸນຈາກຕະເວັນຕົກໄປຕະເວັນອອກ (ຍົກເວັ້ນດາວສຸກທີ່ໝຸນຈາກຕະເວັນອອກໄປຕະເວັນຕົກ) ແຕ່ດາວຍູເລນັດລ້ຳກວ່ານັ້ນ ເພາະຫລິ້ນໝຸນຈາກທິດເໜືອລົງໄປທິດໃຕ້ເລີຍ ເວົ້າງ່າຍໆ ຄືໝຸນຈາກເທິງລົງລຸມນັ້ນເອງ
NEPTUNE(ເນບຈູນ)
ດາວເນບຈູນຫລືທີ່ມີຊື່ວ່າດາວເກດ ມີສີຄ້າຍກັບດາວຍູເລນັດ (ທີ່ມີສີຟ້າອົມຂຽວ) ແຕ່ດາວເນບຈູນມີສີຟ້າເຂ້ມອອກໄປທາງນ້ຳເງີນ ປະຈຸບັນຖືເປັນດາວເຄາະລຳດັບສຸດທ້າຍຂອງລະບົບສຸລິຍະທີ່ຫ່າງຈາກດວງອາທິດຫລາຍທີ່ສຸດ ແມ່ນຈະຢູ່ໄກຈາກດວງອາທິດຫລາຍກວ່າດາວຍູເລນັດ ແຕ່ອຸນຫະພູມຂອງດາວເນບຈູນນັ້ນພໍໆ ກັບດາວຍູເລນັດ ເພາະເຖິງຈະບໍ່ໄດ້ຮັບຄວາມຮ້ອນຈາກດວງອາທິດຈົນເຮັດໃຫ້ໜາວຈັດ ແຕ່ແກນກາງພາຍໃນຂອງດາວເນບຈູນກັບມີຫິນຮ້ອນແລະກ໊າດຮ້ອນຈຳນວນຫລາຍ
PLUTO(ພູໂຕ)
ຊາວໂລກຫາກໍ່ໄດ້ເຫັນພາບແຈ້ງໆ ຂອງດາວພູໂຕເປັນເທື່ອທຳອິດເມື່ອບໍ່ຈັກມື້ທີ່ຜ່ານມານີ້ ຫລັງຈາກຍານນິວຮໍໄລຊັນທີ່ໃຊ້ເວລາເດິນທາງເກືອບສິບປີໄດ້ເດິນທາງຜ່ານດາວພູໂຕແລະສົ່ງພາບປະຫວັດສາດກັບມາຍັງໂລກຂອງເຮົາ ກ່ອນໜ້ານີ້ ດາວພູໂຕເຄີຍເປັນດາວເຄາະດວງທີ່ 9 ຂອງລະບົບສຸລິຍະ ແຕ່ເມື່ອຫລາຍປີກ່ອນໄດ້ຖືກຕັດອອກໄປແລະກາຍເປັນດາວແຄະແທນ ເນື່ອງຈາກມີສະພາບຫລາຍຢ່າງທີ່ຕ່າງຈາກດາວເຄາະທັງແປດດວງ ລວມເຖິງນັກດາລາສາດຍັງໄປຄົ້ນພົບດາວອື່ນໆ ທີ່ມີຂະໜາດໃຫຍ່ກວ່າດາວພູໂຕແລະອາດເໝາະສົມທີ່ຈະເປັນດາວເຄາະຫລາຍກວ່າດາວພູໂຕເສຍອີກ ດັ່ງນັ້ນຈຶ່ງມີກາລົງມັດຕິແລະຜົນອອກມາຄື ດາວພູໂຕຖືກຕັດອອກຈາກການເປັນດາວເຄາະ (ເປັນຫຍັງຟັງເບິ່ງສະເທືອນໃຈແປກໆເນາະ ຄືກັບວ່າເຮົາຖືກໝູ່ຕັດອອກຈາກກຸ່ມຈັ່ງໃດນິແຫລະ)
ເປັນຈັ່ງໃດກັນແດ່ກັບດາວເຄາະທັງແປດແລະດາວພູໂຕ ບໍ່ແມ່ນແຕ່ໂລກເຮົາທີ່ມີສິ່ງອັດສະຈັນຫລວງຫລາຍ ແຕ່ນອກໂລກຍັງມີສິ່ງແປກໃໝ່ອີກ ບໍ່ແນ່ໃນອະນາຄົດເຮົາອາດຄົ້ນພົບຂອບເຂດຂອງຈັກກະວານກໍເປັນໄດ້!!