ຜູ້ປ່ວຍພະຍາດພາກິນສັນທີ່ມີອາການຫລາຍແລະເປັນມາດົນຈະພົບວ່າ ເຊວສະໝອງທີ່ເຮັດຫນ້າທີ່ສ້າງສານໂດປາມີນມີຈຳນວນຫລຸດລົງຫລາຍ ຈົນເກືອບບໍ່ມີ ຫລືໝົດໄປ ແລະທຳນອງດຽວກັນຕົວຮັບສານໂດປາມີນ (dopamine receptor) ໃນຕຳແໜ່ງທີ່ສານໂດປາມີນອອກລິດ ກໍຈະມີຈຳນວນຫລຸດໜ້ອຍລົງຫລາຍເຊັ່ນກັນ ດັ່ງນັ້ນ ຈຶ່ງມັກເກີດບັນຫາຕາມມາໃນການໃຫ້ຢາເລໂວໂດປາ ເພື່ອເພີ່ມສານໂດປາມີນໃນສະໝອງ ໂດຍຫລາຍຜູ້ປ່ວຍໃນໄລຍະນີ້ ມັກເປັນພະຍາດມາດົນກວ່າ 5 – 10 ປີ ແລະຜູ້ປ່ວຍເກືອບທຸກລາຍເຄີຍໄດ້ຮັບຢາເລໂວໂດປາມາແລ້ວບໍ່ນ້ອຍກວ່າ 5 ປີ ໂດຍຜູ້ປ່ວຍສ່ວນໃຫຍ່ (ຫລາຍກວ່າຮ້ອຍລະ 50) ມັກມີຜົນແຊກຊ້ອນຂອງການໃຊ້ຢາໃນໄລຍະຍາວ ປາກົດອອກມາໃນຮູບຂອງການເຄື່ອນໄຫວຜິດປົກກະຕິຕ່າງໆ ຄື
ກ. ການເຄື່ອນໄຫວຜິດປົກກະຕິແບບບິດຈັງ
ຂ. ການເຄື່ອນໄຫວຜິດປົກກະຕິແບບເຕັ້ນກະຕຸກ
ຄ. ການກະຕຸກຂອງຮ່າງກາຍເປັນພັກໆ
ງ. ການເຄື່ອນໄຫວຜິດປົກກະຕິຂອງຮ່າງກາຍບາງສ່ວນ ແຕ່ບາງສ່ວນກັບເຄື່ອນໄຫວຊ້າແລະຈັງເກີດຂຶ້ນພ້ອມກັນ
ຈ. ການອອກລິດແລະໝົດລິດຂອງຢາທີ່ບໍ່ສາມາດຄາດເດົາເວລາໄດ້
ສ. ການເຄື່ອນໄຫວຜິດປົກກະຕິກັບການເຄື່ອນໄຫວບໍ່ໄດ້ເລີຍ
ຊ. ພາວະຢຸດນິ່ງຫລືແຂງແລະກ້າວຍ່າງຕໍ່ໄປບໍ່ໄດ້
ນອກຈາກນີ້ຜູ້ປ່ວຍພາກິນສັນໃນໄລຍະນີ້ບາງເທື່ອຍັງເກີດອາການທາງດ້ານຈິດປະສາດຮ່ວມດ້ວຍໄດ້ຫລາຍຮູບແບບ ເຊັ່ນ ມີພາບຫລອນ ຫູແວ່ວ ສັບສົນວຸ້ນວາຍ ບໍ່ຍອມຢູ່ນິ່ງ ບໍ່ຍອມນອນ ບາງລາຍຊຶມເສົ້າທໍ້ແທ້ຫລືເກີດມີພາວະສະໝອງເສື່ອມຮ່ວມດ້ວຍໄດ້ ຈຶ່ງຈຳເປັນຕ້ອງໄດ້ຮັບການບຳບັດປິ່ນປົວທີ່ຖືກຕ້ອງຕາມສາເຫດເປັນລາຍໆ ຢ່າງເໝາະສົມ ສຳລັບການເວົ້າບໍ່ແຈ້ງ ກືນລຳບາກຫລືສຳລັກ ອາດເຮັດໃຫ້ຜູ້ປ່ວຍເກີດອາການປອດອັກເສບຕາມມາ ຫລືຜູ້ປ່ວຍບາງລາຍອາດເບັ່ງຍ່ຽວບໍ່ອອກ ເຮັດໃຫ້ມີຍ່ຽວຄັ່ງຄ້າງໃນກະເພາະຍ່ຽວ ແລະເປັນສາເຫດຂອງການຕິດເຊື້ອຕາມມາໃນທີ່ສຸດ ຜູ້ປ່ວຍບາງລາຍອາດມີການກົ້ມເລື້ອຍໆ ຈົນເຮັດໃຫ້ເກີດແຂນຫັກ ຫລືກະດູກຕົ້ນຂາຫັກ ເຮັດໃຫ້ຍ່າງບໍ່ໄດ້ ປວດຂາ ຫລືເສຍເລືອດຈົນຊັອກໄດ້ ສຳລັບລາຍທີ່ມີອາການຫລາຍແລະຕ້ອງນອນຢູ່ກັບຕຽງ ອາດມີຜົນແຊກຊ້ອນ ເກີດມີແຜກົດທັບ ແລະການຕິດເຊື້ອຕາມມາ ເຮັດໃຫ້ເກີດພາວະຕິດເຊື້ອໃນກະແສເລືອດ ເຊີ່ງອາດມີອັນຕະລາຍເຖິງເສຍຊີວິດໄດ້
ດັ່ງນັ້ນ ການບຳບັດປິ່ນປົວຜູ້ປ່ວຍພະຍາດພາກິນສັນໃນໄລຍະທີ່ມີອາການຫລາຍແລະເປັນມາດົນ ຈຶ່ງຈຳເປັນຕ້ອງອາໄສການເບິ່ງແຍງຂອງແພດຢ່າງໃກ້ຊິດ ໂດຍປັບຂະໜາດຢາໃຫ້ພໍເໝາະ ຫລືຈະປ່ຽນຢາເລໂວໂດປາ ເປັນຊະນິດທີ່ອອກລິດດົນ ຫລືໃຊ້ຢາປິ່ນປົວພາກິນສັນຫລາຍຊະນິດຮ່ວມກັນ ໂດຍຕ້ອງຢູ່ໃນການເບິ່ງແຍງຂອງແພດຜູ້ປິ່ນປົວ ຜູ້ປ່ວຍບໍ່ຄວນປັບຢາກິນເອງ ເພາະອາດເຮັດໃຫ້ອາການຂອງພະຍາດຮ້າຍແຮງກວ່າເກົ່າໄດ້
ປະຈຸບັນມີວິທີປິ່ນປົວລ່າສຸດໂດຍການຜ່າຕັດຜູ້ປ່ວຍພະຍາດພາກິນສັນ ເຊີ່ງໄດ້ຜົນດີີແລະເປັນທີ່ຍອມຮັບກັນທົ່ວໂລກວ່າປອດໄພ ແຕ່ມີລາຄາສູງຫລາຍ ຄື ການຜ່າຕັດສະໝອງຝັງເຄື່ອງກະຕຸ້ນໄຟຟ້າ ເພື່ອໃຫ້ກະຕຸ້ນສະຫມອງສ່ວນເລິກໃນຕຳແໜ່ງຊັບທາລາມິກແກ່ນນ້ອຍ (subthalamic nucleus) ຈົນເຖິງປະຈຸບັນ (ພ. ສ. 2015) ມີຜູ້ປ່ວຍທົ່ວໂລກທີ່ໄດ້ຮັບການຜ່າຕັດໄປແລ້ວຫລາຍໝື່ນຄົນ ແລະພົບວ່າ ໄດ້ຜົນດີີ ໂດຍສະເພາະໃນຜູ້ປ່ວຍພະຍາດພາກິນສັນໄລຍະຮຸນແຮງ ຫລືໄລຍະທ້າຍໆ ທີ່ຕອບສະຫນອງຕໍ່ຢາບໍ່ດີ ຫລືບໍ່ຕອບສະຫນອງຕໍ່ຢາ ພົບວ່າ ການຜ່າຕັດຊະນິດນີ້ ເຮັດໃຫ້ອາການສັ່ນດີຂຶ້ນຮ້ອຍລະ 45 ອາການຈັງຕົວຂອງກ້າມເນື້ອດີຂຶ້ນຮ້ອຍລະ 41 ອາການເຄື່ອນໄຫວຊ້າດີຂຶ້ນຮ້ອຍລະ 84 ໃນຊ່ວງໄລຍະຕິດຕາມຜົນ 8 ປີ
ສຳລັບວິທີການຜ່າຕັດ ແພດຈະທຳການຜ່າຕັດໂດຍການສີດຢາມຶນແລະເຈາະຮູນ້ອຍໆ ທີ່ກະໂຫລກຫົວຂອງຜູ້ປ່ວຍທັງສອງຂ້າງ ແລ້ວສອດສາຍຂົ້ວໄຟຟ້າເຂົ້າໄປໃນສະໝອງສ່ວນເລິກ ຈາກນັ້ນຈະໃຫ້ຜູ້ປ່ວຍດົມຢາສະຫລົບ ເພື່ອຝັງກ້ອນແບດເຕີລີ່ທີ່ໃຕ້ຜິວໜັງບໍລິເວນເອິກ ແລະນຳໄປເຊື່ອມຕໍ່ເປັນວົງຈົນເຂົ້າກັບຂົ້ວໄຟຟ້າທີ່ຝັງຢູ່ໃນສະຫມອງ ກະແສໄຟຟ້າຈາກແບດເຕີລີ່ ຈະຊ່ວຍແກ້ໄຂການເຮັດວຽກຂອງສະໝອງ ທີ່ຜິດປົກກະຕິໄປ ເນື່ອງມາຈາກພະຍາດພາກິນສັນ ໃຫ້ກັບມາເຮັດວຽກເປັນປົກກະຕິຫລາຍຂຶ້ນ ຈຶ່ງມີຜົນໃຫ້ອາການສັ່ນ ຕົວຈັງ ເຄື່ອນໄຫວເຊື່ອງຊ້າ ແລະການຊົງຕົວທີ່ບໍ່ດີຫລຸດລົງຢ່າງເຫັນໄດ້ແຈ້ງ ນອກຈາກນີ້ ຍັງຊ່ວຍລຸດປະລິມານຢາທີ່ໃຊ້ໃນການປິ່ນປົວໃຫ້ໜ້ອຍລົງ ຫລັງຈາກຜ່າຕັດ ແລະອາການແຂນຂາເຄື່ອນໄຫວຜິດປົກກະຕິ ເຊີ່ງເປັນຜົນແຊກຊ້ອນຈາກຢາກໍຫລຸດນ້ອຍລົງໄປນຳອີກ
ຢ່າງໃດກໍຕາມ ການຜ່າຕັດຝັງເຄື່ອງກະຕຸ້ນໄຟຟ້າໃນສະໝອງບໍ່ໄດ້ເຮັດໃຫ້ຜູ້ປ່ວຍພະຍາດພາກິນສັນຫາຍຂາດຈາກພະຍາດ ແຕ່ຈະຊ່ວຍໃຫ້ຜູ້ປ່ວຍ ທີ່ຢູ່ໄລຍະທ້າຍໆ ຂອງພະຍາດມີອາການດີຂຶ້ນ ສະນັ້ນ ຄວາມສຳເລັດຂອງການປິ່ນປົວຈຳເປັນຕ້ອງອາໄສການປະສານງານທີ່ດີຂອງທີມແພດ ບໍ່ວ່າຈະເປັນປະສາດສັນໄລຍະແພດ ປະສາດອາຍຸນແພດ ປະສາດສີນແພດ ປະສາດລັງສີແພດ ແລະນັກປະສາດຈິດວິທະຍາ
ແຕ່ຢູ່ປະເທດໄທຄະນະແພດຈາກຄະນະແພດສາດສິລິລາຊົບຢາບານສາມາດຜ່າຕັດຜູ້ປ່ວຍພະຍາດພາກິນສັນໄລຍະທ້າຍໆ ທີ່ບໍ່ຕອບສະຫນອງຕໍ່ຢາໄດ້ເປັນຜົນສຳເລັດເທື່ອທຳອິດ ເມື່ອເດືອນສິງຫາ ພສ. 2014 ທີ່ຜ່ານມາ ເຊີ່ງພົບວ່າ ໄດ້ຜົນດີີເປັນທີ່ໜ້າພໍໃຈ ຈົນເຖິງເດືອນມີນາ ພ. ສ. 2015 ມີຜູ້ປ່ວຍທີ່ໄດ້ຮັບການຜ່າຕັດໂດຍວິທີນີ້ໄປແລ້ວທັງສິ້ນ 105 ລາຍ ແລະປະສົບຜົນສຳເລັດ ໂດຍບໍ່ມີຜົນແຊກຊ້ອນສຳຄັນໃດໆ ຖືເປັນຄວາມສຳເລັດຂອງວົງການແພດ ທີ່ມີຄະນະເຮັດວຽກພ້ອມໃນການຜ່າຕັດ ແລະນັບເປັນກ້າວທີ່ສຳຄັນຍິ່ງທາງດ້ານເທກໂນໂລຍີ ຂອງການປິ່ນປົວແບບໃໝ່ ທີ່ຊ່ວຍໃຫ້ຜູ້ປ່ວຍພະຍາດພາກິນສັນໄລຍະທ້າຍ ຫລຸດຄວາມທຸກທໍລະມານ ແລະສາມາດກັບໄປໃຊ້ຊີວິດປະຈຳວັນໄດ້ ໃກ້ຄຽງຄົນປົກກະຕິຫລາຍທີ່ສຸດ ຄາດວ່າ ໃນອະນາຄົດການປິ່ນປົວພະຍາດພາກິນສັນໂດຍວິທີຜ່າຕັດ ຈະສາມາດເຂົ້າເຖິງຜູ້ປ່ວຍໄດ້ຫລາຍຂຶ້ນ ເຊີ່ງເປັນການເພີ່ມໂອກາດທາງການປິ່ນປົວແກ່ຜູ້ປ່ວຍພະຍາດພາກິນສັນ ຕໍ່ໄປໃນອະນາຄົດ
ຢ່າງໃດກໍຕາມ ການປິ່ນປົວໂດຍການຜ່າຕັດສະໝອງໃນອະດີດທີ່ຜ່ານມາ ເຊັ່ນ ຜ່າຕັດປູກຖ່າຍເຊວສ້າງສານໂດປາມີນໃນສະໝອງ ພົບວ່າ ໄດ້ຜົນດີີພຽງຊົ່ວຄາວ ແລະປະຈຸບັນ ຫລຸດຄວາມນິຍົມລົງໄປຫລາຍ ສ່ວນການຜ່າຕັດສະໝອງຜູ້ປ່ວຍພະຍາດພາກິນສັນໃນລາຍທີ່ມີອາການສັ່ນ ຫລືເຄື່ອນໄຫວຜິດປົກກະຕິທີ່ຄວບຄຸມບໍ່ໄດ້ດ້ວຍຢາ ກໍຍັງຄົງມີການເຮັດຢູ່ນຳ ແຕ່ການປິ່ນປົວໄດ້ຜົນບໍ່ດີເທົ່າກັບການຜ່າຕັດສະຫມອງ ຝັງເຄື່ອງກະຕຸ້ນໄຟຟ້າ ແຕ່ອຸປະກອນທີ່ໃຊ້ໃນການຜ່າຕັດມີລາຄາຂ້ອນຂ້າງສູງ ແລະຕ້ອງຜ່າຕັດໃໝ່ທຸກໆ 5 ປີ ເພື່ອປ່ຽນແບດເຕີລີ່ ທີ່ໝົດອາຍຸ