Homeປ່ອງຢ້ຽມດວງດາວຈະເກີດຫຍັງຂຶ້ນຖ້າຫາກດາວຫາງຂະໜາດຍັກພຸ່ງເຂົ້າຊົນດວງອາທິດ

ຈະເກີດຫຍັງຂຶ້ນຖ້າຫາກດາວຫາງຂະໜາດຍັກພຸ່ງເຂົ້າຊົນດວງອາທິດ

Published on

http://www.vcharkarn.com/media/images/

ມະນຸດ​ເຮົາ​ກໍ​ແປກ​ທີ່​ມັກ​ຈະ​ຈິ​ນຕະ​ນາ​ການ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກວ່າ​ມີ​ອຸກ​ກາ​ບາດ​ຂະໜາດມະ​ຫຶ​ມາ​ພຸ່ງ​ເຂົ້າ​ຊົນ​ໂລກ​ຂອງ​ເຮົາ ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຫາກ​ກ້ອນ​ຫິນ​ນ້ຳ​ແຂງ​ຂະໜາດ​ໃຫຍ່​ແຍກຕົວ​ເອງ​ເຂົ້າ​ຫາ​ດວງ​ອາທິດ​ລະ? ກຸ່ມ​ນັກ​ດາ​ລາ​ສາດ​ກຸ່ມ​ໜື່ງ​ໄດ້​ໃຊ້​ຄະ​ນິດ​ສາດ​ເພື່ອ​ຫາ​ຄຳ​ຕອບ​ຂອງ​ຄຳ​ຖາມ​ດັ່ງ​ກ່າວ “ຂ້ອຍ​ຂຶ້ນ​ໄປ​ເວົ້າ​ກ່ຽວກັບ​ເລື່ອງ​ເຫລົ່າ​ນີ້​ແລະ​ຂ້ອຍ​ໄດ້​ເອີ້ນມັນ​ວ່າ​ກ້ອນ​ຫິ​ມະ​ຄວາມ​ໄວ​ເໜືອ​ສຽງ​ໃນ​ນະຮົກ” John Brown ຈາກ Astronomer Royal for Scotland ກ່າວ

ຂະນະ​ທີ່​ດາວ​ຫາງ​ຂະໜາດ​ນ້ອຍ​ເຂົ້າ​ໃກ້​ດວງ​ອາທິດ​ນັ້ນ​ພວກ​ມັນ​ກໍ​ຈະ​ລະ​ເຫີຍ​ຢ່າງ​ວ່ອງໄວ​ພາຍໃຕ້​ພະລັງ​ງານ​ລັງສີ​ທີ່​ເຂ້ມ​ຂົ້ນ​ແລະ​ແຕ​ກລະ​ລາຍ​ອອກ​ເປັນ​ສ່ວນໆ​ໃນ​ທີ່ສຸດ ແຕ່​ກໍ​ມີ​ດາວ​ຫາງ​ຂະໜາດ​ໃຫຍ່​ບາງ​ດວງ​ທີ່​ສາມາດ​ຜ່ານ​ຊັ້ນ​ນອກ​ຂອງ​ດວງ​ອາທິດ​ຫລື corona ແລະ​ກໍ​ຜະເຊີນ​ກັບ​ສິ່ງ​ທີ່​ຮ້າຍແຮງ​ຂຶ້ນ​ໄປ​ອີກ ດັ່ງ​ນັ້ນ ຖ້າ​ຫາກວ່າ​ແທນ​ທີ່​ດາວ​ຫາງ​ຈະ​ໄປ​ຄູດ​ກັບ​ພື້ນ​ຜິວ​ຂອງ​ດວງ​ອາທິດ ມັນ​ກັບ​ສາມາດ​ພຸ່ງ​ຊົນ​ລົງ​ໄປ​ສູ່​ຊັ້ນ​ບັນ​ຢາ​ກາດ​ຊັ້ນ​ລຸມ​ຂອງ​ດວງ​ອາທິດ​ໄດ້​ເດ ​ຈະ​ເກີດ​ຫຍັງ​ຂຶ້ນ

ຢ່າງທຳອິດ​ເລີຍ​ກໍ​ຄື ການ​ຕົກ​ເຂົ້າ​ສູ່​ແຮງ​ໂນ້ມ​ຖ່ວງ​ຂອງ​ດວງ​ອາທິດ​ນັ້ນ​ຈະ​ໄປ​ເລັ່ງ​ຄວາມ​ໄວ​ຂອງ​ດາວ​ຫາງ​ໃຫ້​ສູງ​ຫລາຍ​ເຖິງ 600 ກິ​ໂລ​ແມັດ​ຕໍ່​ວິ​ນາ​ທີ ແລະ​ແຮງ​ຕ້ານ​ຈາກ​ຊັ້ນ​ບັນ​ຢາ​ກາດ​ຂອງ​ດວງ​ອາທິດ​ກໍ​ຈະ​ໄປ​ເຮັດໃຫ້​ດາວ​ຫາງ​ດວງ​ນີ້​ແບນ​ຈົນ​ຄ້າຍ​ແຜ່ນ​ແພນ​ເຄັກ​ກ່ອນທີ່ມັນ​ຈະ​ລະ​ເບີດ​ອອກ​ແລະ​ປົດປ່ອຍ​ພະລັງ​ງານ​ສູງ​ເທົ່າ​ກັບ​ການ​ປ່ອຍ​ມວນ​ຂອງ​ດວງ​ອາທິດ​ຫລື coronal mass ejection ເລີຍ​ ແລະ​ການ​ລະ​ເບີດ​ດັ່ງ​ກ່າວ​ອາດ​ສາມາດ​ເຮັດໃຫ້​ເກີດ​ການ​ສັ່ນ​ສະ​ເທືອນ​ຂອງ​ດວງ​ອາທິດ​ເປັນ​​ຄື້ນ​ໄປ​ທົ່ວ​ຊັ້ນ​ບັນ​ຢາ​ກາດ​ກໍ​ເປັນ​ໄດ້ ເຊີ່ງ​ຈາກ​ເທິງ​ໂລກ​ນັ້ນ​ເຮົາ​ອາດ​ກວດ​ຈັບ​ການ​ປະ​ທຸ​ຂອງ​ລັງສີ UV ແລະ​ລັງສີ X ດ້ວຍ​ກໍ​ໄດ້

ເພື່ອ​ທີ່​ຈະ​ຜະເຊີນ​ກັບ​ຊະ​ຕາ​ກຳ​ດັ່ງ​ທີ່​ວ່າ​ມາ​ນັ້ນ ດາວ​ຫາງ​ທີ່​ຈະ​ພຸ່ງ​ເຂົ້າ​ຊົນ​ດວງ​ອາທິດ​ນັ້ນ​ຈະ​ຕ້ອງ​ມີ​ນ້ຳ​ໜັກ​ຢ່າງ​ນ້ອຍ 1,000,000,000 ກິ​ໂລ​ກ ເຊີ່ງ​ຫລາຍ​ເທົ່າ​ກັບ​ມະຫາ​ພີ​ລະ​ມິດ​ແຫ່ງ​ກີ​ຊາ ແລະ​ເຖິງ​ຢ່າງ​ນັ້ນ​ມັນ​ກໍ​ຍັງມີ​ນ້ຳ​ໜັກ​ນ້ອຍ​ກວ່າ​ດາວ​ຫາງ ISON ແລະ Lovejoy ເຊີ່ງ​ເຄີຍ​ຖາກ​ຜິວ​ຂອງ​ດວງ​ອາທິດ​ໄປ​ແລ້ວ​ເມື່ອ​ບໍ່ດົນ​ມາ​ນີ້ ດັ່ງ​ນັ້ນ ເຖິງແມ່ນວ່າ​ເຫດການ​ດັ່ງ​ກ່າວ​ຈະ​ເປັນ​ໄປ​ໄດ້​ຍາກ​ ​ແຕ່​ມັນ​ກໍ​ຢູ່ໃນ​ຂອບ​ເຂດ​ຂອງ​ຄວາມ​ເປັນ​ໄປ​ໄດ້​ແນ່ນອນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...