ການສຶກສາໃໝ່ແນະນຳວ່າ ການທົດສອບພຽງແຕ່ 10 ນາທີສາມາດຊ່ວຍໃຫ້ທ່ານໝໍຄົ້ນພົບພະຍາດອໍທິດຕິກໄດ້
ເດັກສ່ວນຫລາຍຈະຫາຍໃຈເອົາກິ່ນທີ່ມັກເຂົ້າໄປໄດ້ເລິກກວ່າກິ່ນທີ່ເໝັນ ແຕ່ໃນເດັກທີ່ເປັນພະຍາດອໍທິດຕິກນັ້ນຈະສູບອາກາດເຂົ້າໄປໄດ້ໃນປະລິມານດຽວກັນບໍ່ວ່າຈະເປັນກິ່ນຫອມຂອງດອກໄມ້ຫລືກິ່ນສົ້ມຂອງນົມ ນັກວິໄຈໄດ້ລາຍງານການຄົ້ນພົບຂອງພວກເຂົາໄວ້ໃນວາລະສານທາງວິຊາການລະດັບນານາຊາດ Current Biology
ການຄົ້ນພົບຊີ້ວ່າ ການທົດສອບການສູບຫາຍໃຈເຂົ້າແລະການດົມໃນມື້ໜຶ່ງຈະກາຍເປັນວິທີທີ່ງ່າຍແລະໄວໃນການລະບຸວ່າເດັກຄົນໃດເປັນພະຍາດອໍທິດຕິກ ການທົດສອບແບບນີ້ໄດ້ຖືກລອງນຳມາໃຊ້ໃນການຄົ້ນຫາຄວາມສ່ຽງຂອງພະຍາດສະຫມອງເສື່ອມໃນຜູ້ໃຫຍ່ (ເພາະວ່າການຮັບຮູ້ຂອງກິ່ນຈະຫລຸດລົງກ່ອນທີ່ຈະສູນເສຍຄວາມຊົງຈຳໃນຜູ້ໃຫຍ່ສຳລັບກຸ່ມທີ່ເປັນພະຍາດອັນໄຊເມີ) ແຕ່ການສຶກສາຂອງພະຍາດອໍທິດຕິກນັ້ນຍັງມີພຽງເລັກນ້ອຍ ແລະບໍ່ແມ່ນນັກວິໄຈທັງໝົດຈະຄິດວ່າມັນເບິ່ງໜ້າເຊື່ອຖື
“ມັນເປັນຄວາມຄິດທີ່ດີ” Neil Martin ກ່າວ ພວກເຂົາເປັນນັກຈິດວິທະຍາຈາກ Regent’s University London ໃນປະເທດອັງກິດເຊີ່ງເຮັດການສຶກສາການຮັບຮູ້ກິ່ນ ພວກເຂົາກ່າວວ່າ “ພວກເຮົາຍັງບໍ່ສາມາດທີ່ຈະສະຫລຸບທຸກຢ່າງຈາກການສຶກສາໃນເທື່ອນີ້”
Johannes Frasnelli ເຫັນດ້ວຍວ່າ ງານນີ້ຍັງມີຫົນທາງອີກຍາວໄກກ່ອນທີ່ມັນຈະພ້ອມນຳໄປໃຊ້ໃນຄຣີນິກທາງການແພດ ໂດຍທີ່ພວກເຂົາເປັນນັກກາຍວິພາກສາດທາງດ້ານປະສາດ ພວກເຂົາເຮັດການສຶກສາກ່ຽວກັບໂຄງສ້າງຂອງສະຫມອງແລະລະບົບປະສາດໃນ University of Quebec ທີ່ Trois-Rivières ໃນປະເທດແຄນາດາ ແຕ່ Frasnelli ກ່າວວ່າ “ການສຶກສາຂອງຜູ້ຂຽນງານວິໄຈນັ້ນເປັນຂໍ້ມູນທີ່ໜ້າສົນໃຈ”
ໃນຫລາຍໆການທົດສອບກ່ອນໜ້ານີ້ນັ້ນ ຄຳແນະນຳໄດ້ຖືກໃຫ້ໃນຮູບແບບຂອງຄຳເວົ້າຫລືເປັນແບບຟອມການຂຽນ ເຊີ່ງມັນເຮັດໃຫ້ເກີດຄວາມເຂົ້າໃຈໄດ້ຍາກ “ເດັກທີ່ເປັນພະຍາດອໍທິດຕິກອາດຈະບໍ່ເຂົ້າໃຈວ່ານັກວິໄຈຕ້ອງການທີ່ຈະຖາມຫຍັງ” Rozenkrantz ກ່າວ ໂດຍທີ່ນາງເຮັດວຽກໃຫ້ກັບ Weizmann Institute of Science ໃນ Rehovot ປະເທດອິສາລະເອນ ເຊີ່ງນາງເປັນນັກຊີວະວິທະຍາທາງດ້ານປະສາດ ນາງເຮັດວຽກກ່ຽວກັບສະຫມອງແລະລະບົບປະສາດ Rozenkrantz ແລະທີມວິໄຈຂອງນາງກໍ່ຫລີກລ້ຽງບັນຫາເຫລົ່ານີ້ທີ່ເກີດຂື້ນ ພວກເຂົາໄດ້ຕິດອຸປະກອນທີ່ໃຊ້ໃນການປ່ອຍກິ່ນເຂົ້າກັບເດັກ ມັນຈະວັດລັກສະນະການດົມທີ່ເລິກແລະຍາວໄດ້ໂດຍອັດໂນມັດ
ນັກວິໄຈໄດ້ເຮັດການສຶກສາເດັກທີ່ເປັນພະຍາດອໍທິດຕິກຈຳນວນ 18 ຄົນ ແລະອີກ 18 ຄົົນທີ່ເຫລືອເຊີ່ງບໍ່ໄດ້ເປັນພະຍາດອໍທິດຕິກໃນຊ່ວຍງອາຍຸໃກ້ໆກັນ ທັງໝົດນັ້ນມີອາຍຸເກືອບ 7 ປີ ໃນເວລາກວ່າ 10 ນາທີ ນັກວິໄຈປ່ອຍກິ່ນໄປໄດ້ເຖິງ 20 ກິ່ນ (ເຊັ່ນ ແຊມພູ ກຸຫລາບ ນົມສົ້ມ ຫລືປາເນົ່າ) ໄປທີ່ດັງຂອງເດັກໆ ໃນກຸ່ມທີ່ບໍ່ໄດ້ເປັນພະຍາດອໍທິດຕິກຈະກໍ່ການສູບກິ່ນທີ່ດີເຂົ້າໄປໄດ້ເລິກກວ່າກຸ່ມທີ່ເປັນພະຍາດ ແຕ່ເດັກທີ່ມາພ້ອມກັບພະຍາດອໍທິດຕິກຈະບໍ່ປັບປ່ຽນການດົມຂອງພວກເຂົາເລີຍ
Rozenkrantz ເຕືອນວ່າ ການທົດສອບຍັງຕ້ອງການງານວິໄຈອີກ “ສິ່ງທີ່ເຮົາເຮັດໄປຕອນນີ້ນັ້ນເປັນແຕ່ການພິສູດຮູ້ຄວາມຄິດຂອງພວກເຮົາ” ນາງກ່າວ “ພວກເຮົາຍັງຢູ່ອີກໄກມາທີ່ຈະອ້າງໄດ້ວ່າພວກເຮົາສາມາດໃຊ້ມັນເປັນເຄື່ອງມືໃນການພິຈາລະນາ”
Martin ບໍ່ເຫັນດ້ວຍກັບງານວິໄຈນີ້ “ການສຶກສາບໍ່ໄດ້ກໍ່ການກວດສອບເດັກໆຢ່າງໃກ້ຊິດຫລາຍພໍ” ພວກເຂົາກ່າວ ແລະນັກວິໄຈບໍ່ໄດ້ກວດສອບວ່າເດັກໆນັ້ນມີການຮັບຮູ້ກິ່ນທີ່ດີຫລືບໍ່ໃນຕອນເລີ່ມຕົ້ນ