spot_img
Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການຜະລິດ ຢູ່ແຂວງໄຊຍະບູລີ

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການຜະລິດ ຢູ່ແຂວງໄຊຍະບູລີ

Published on

somv

ຂປລ. ​ລະຫວ່າງ​ວັນ​ທີ 22-23 ກໍລະກົດ 2015, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້ນຳ​ວຽກງານຂົງ​ເຂດ ​ເສດຖະກິດ​ການ​ຜະລິດ ​ແລະ ຈໍລະ​ຈອນ, ພ້ອມ​ດ້ວຍ​ຄະນະ ລົງຊຸກຍູ້ການ ຜະລິດຢູ່ແຂວງ ໄຊຍະບູລີ ​​ໂດຍມີທ່ານ ພົງ​ສະຫວັນ ສິດທະວົງ ​ເຈົ້າ​ແຂວງໆ​ໄຊ​ຍະ​ບູລີ, ຜູ້ຕາງໜ້າສະ​ຖາ​ບັນ ​ຄົ້ນຄວ້າ​ກະສິກຳ, ຄະນະ​ນຳ​ແຂວງ, ​ເຈົ້າ​ເມືອງ 3 ​ເມືອງ, ພະ​ແນ​ກກະສິກຳ​ແຂວງ ​ແລະ ຫ້ອງການ​ກະສິກຳ​ເມືອງ​ ໃຫ້ການ​ຕ້ອນຮັບ​.

ໃນ​ໂອກາດ​ນີ້, ທ່ານ ຮອງ​ນາຍົກລັດຖະມົນຕີ ໄດ້​​ລົງຕິດຕາມພື້ນຖານ​ໂຄງ​ລ່າງ, ເຂດ​ການ​ຜະລິດ ພ້ອມ​ທັງ​ໄດ້ຮັບ​ຟັງ​ການ​ລາຍ​ງານ ສະພາບ​ການ​ປູກຝັງ-ລ້ຽງສັດ​ ໃນ​ລະດູ​ຜ່ານ​ມາເຫັນວ່າ ແຜນການ​ຜະລິດ​ໃນເນື້ອທີ່ທັງໝົດ 15 ພັນ​ກວ່າ​ເຮັກຕາ ສາມາດປະຕິບັດ​ໄດ້​ປະມານ 97% ​ໃນ​ນັ້ນ ປູກ​ເຂົ້ານາ​ແຊງ ໂດຍ​ສຸມ​ໃສ່ 3 ທົ່ງພຽງຂອງ 3 ​ເມືອງຄື: ​ເມືອງ​ໄຊ​ຍະ​ບູລີ, ​ເມືອງ​ພຽງ ​ແລະ ​ເມືອງ​ຊຽງຮ່ອນ ​ແມ່ນປະຕິບັດ​ໄດ້ 2.600 ກວ່າ​ເຮັກຕາ ​ໃນ​ສະມັດ​ຕະພາບສະ​ເລ່ຍ 4 ​ໂຕນກວ່າ​ຕໍ່​ເຮັກຕາ ​ເທົ່າ​ກັບ 76% ຂອງ​ແຜນການທີ່​ວາງ​ໄວ້​ 3.500 ​ເຮັກຕາ​; ສໍາລັບ​ການ​ປູກ​ພືດ​ລະດູ​ແລ້ງ ປະຕິບັດ​ໄດ້ 12 ພັນ​ກວ່າ​ເຮັກຕາ ​ເທົ່າ​ກັບ 104% (ລື່ນ​ຄາດໝາຍ) ​ໂດຍ​ສຸມ​ໃສ່​ການ​ປູກ​ພືດ​ຜັກ, ສາລີ​ຫວານ, ໝາກ​ໂມ, ໝາກ​ແຕງ ​ແລະ ປະ​ເພດ​ຖົ່ວ​ຕ່າງໆ. ການ​ຜະລິດ​​ລະດູ​ການ​ທີ່​ຜ່ານ​ມານັ້ນ ຊາວ​ກະສິກອນ​ ມີ​ຄວາມ​ເອົາ​ໃຈ​ໃສ່ຫ້າວຫັນ ​ແລະ ​ເປັນ​ຂະ​ບວນການ​ດີ ອັນ​ພົ້ນ​ເດັ່ນ ​ແມ່ນ​ການ​ນຳ​ໃຊ້​ກົນ​ຈັກ​ທັນ​ສະ​ໄໝ ​ເຂົ້າ​ໃນ​ການ​ຜະລິດ, ການ​ຖອດ​ຖອນ​ບົດຮຽນ ​ແລະ ​ເຕັກນິກ​ ອັນ​ໃໝ່ ​ເວົ້າສະ​ເພາະ ກໍແມ່ນ​ເຕັກນິກ​ກະ​ເສດ​ສຸມ, ການ​ນຳ​ໃຊ້​ຝຸ່ນຊີວະ​ພາບ ​ແລະ ການໝູນ​ໃຊ້​ແນວ​ພັນ​ປັບ ປຸງທີ່​ສອດຄ່ອງ​ໃນ​ແຕ່ລະ​ທ້ອງ​ຖິ່ນ ອັນ​ໄດ້​ກາຍ​ເປັນໜໍ່​ແໜງ ​ແລະ ​​ມີ​ຕົວ​ແບບ​ການ​ຜະລິດ ໃນຫລາຍຄອບຄົວ, ສ່ວນ​ການ​ປູກ​ພືດ​ ລະດູຝົນ​ໃນ​ປີນີ້ ​ໄດ້​ວາງ​ແຜນ​ໄວ້​ທັງໝົດ 145 ພັນ​ກວ່າ​ເຮັກຕາ. ​ໃນ​ນັ້ນ, ຜະລິດ​ເຂົ້າ 45 ພັນ​ກວ່າ​ເຮັກຕາ. ມາ​ຮອດປັດຈຸບັນ, ປັກ​ດຳເຂົ້ານາປີ ສໍາເລັດ​ແລ້ວກວ່າ 70% ແຕ່ປຽບທຽບກັບປີຜ່ານມາ ຍັງເຫັນວ່າ​ຊັກ​ຊ້າ​ຢູ່ຍ້ອນ​ຝົນ​ມາ​ຊ້າ ເຮັດ​ໃຫ້​ເກີດສະພາບ​ແຫ້ງ​ແລ້ງ ຄາດ​ວ່າ​ໃນ​ປີນີ້ຈະ​ຜະລິດ​ ເຂົ້າ​ໄດ້​ເກືອບ 2 ​ແສນ​ໂຕນ. ນອກຈາກ​ນີ້, ຍັງ​ໄດ້​ມີ​ການ​ສົ່ງ​ເສີມ​ ການ​ປູກ​ເຂົ້າ​ໃນ​ເຂດ 3 ທົ່ງພຽງ​ໃຫຍ່​​ໃນ ເມືອງ​ໄຊ​ຍະ​ບູລີ, ​ເມືອງ​ພຽງ ​ແລະ ​ເມືອງ​ຊຽງຮ່ອນ ​​ໂດຍ​ຫັນ​​ໄປ​ສູ່ການ​ນຳ​ໃຊ້​ ແນວ​ພັນປັບປຸງ; ດ້ານ​ການ​ປູກ​ພືດ​ລະດູຝົນ ກໍມີ​ແຜນ​ທັງໝົດ 1 ​ແສນ​ກວ່າ​ເຮັກຕາ ເຊິ່ງປະຕິບັດ​ໄດ້​ເກືອບ​ທັງໝົດ ຂອງ​ແຜນການ​ສ່ວນຫລາຍ​ແມ່ນ​ປູກສາລີ​ແຂງ ​ເພື່ອ​ຜະລິດ​ຫົວອາຫານ​ສັດ 50 ພັນ​ກວ່າ​ເຮັກຕາ ຫລຸດຈາກ​ປີຜ່ານມາ 8 ພັນ​ກວ່າ​ເຮັກຕາ, ປູກໝາກ​ເດືອຍ 30 ພັນ​ກວ່າ​ເຮັກຕາ ​ເພີ່ມ​ຂຶ້ນ​ເກືອບ 4 ພັນ​ເຮັກຕາ, ມັນຕົ້ນ 11 ພັນ​ກວ່າ​ເຮັກຕາ ​ເພີ່ມ​ຂຶ້ນກວ່າ 4 ພັນ​ເຮັກຕາ; ດ້ານ​ການ​ລ້ຽງສັດໃນ 6 ​ເດືອນ​ຜ່ານ​ມາ ກໍສາມາດ​ສະໜອງຊີ້ນ, ​ໄຂ່ ​ແລະ ປາ ​ໄດ້ກວ່າ 11 ພັນ​ກວ່າ​ໂຕນ, ​ການ​ສົ່ງ​ເສີມ​ລ້ຽງ​ເປັນ​ຟາ​ມມີ​ເຖິງ 102 ຟາ​ມ ​ເພີ່ມ​ຂຶ້ນ 10 ກວ່າ​ຟາ​ມ.

ພ້ອມນີ້, ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ການ​ນຳ​ແຂວງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ທີ່​​ໄດ້​ໃກ້ຊິດຕິດ​ແທດ ພ້ອມ​ກັນ​ແກ້​ໄຂ​ບັນຫາ​ ຜົນ​ກະທົບ​ຈາກ​ໄພ​ແລ້ງ ​ເຮັດ​ໃຫ້​ບັນຫາ​ເຫລົ່ານັ້ນ​ເບົາບາງ​ລົງ. ສຳລັບ​ວຽກງານ​ການ​ຜະລິດ​ກະສິກຳ ​ໂດຍ​ສະ​ເພາະ ການ​ທີ່​ຈະ​ກ້າວ​ໄປ​ສູ່​ການ​ນຳ​ໃຊ້​ ກົນ​ຈັກທັນ​ສະ​ໄໝ​ ໃນ​ສະພາວະ​ທີ່​ມີ​ການ​ຂາດ​​ແຮງ​ງານ ​ແລະ ການ​ຫັນປ່ຽນ​ໄປ​ໃຊ້​ແຮງ​ງານ​ ໃນ​ຂະ​ແໜງການ​ອື່ນ ​ແມ່ນ​ສະ​ເໜີ​ໃຫ້​ມີ​ຕົວ​ແບບ​ ຈັດຕັ້ງກຸ່ມ​ບໍລິການ​ດ້ານ​ເຕັກນິກ ​​ໃນ​ການເຕົ້າ​ໂຮມ​ບັນດາ​ກົນ​ຈັກ ປະ​ເພດ​ຕ່າງໆ​ທີ່​ມີ​ຢູ່ ​ເພື່ອ​ບໍລິການ​ໃຫ້​ແກ່​ຊາວ​ກະສິກອນ, ຫລຸດຜ່ອນ​ຕົ້ນທຶນ​ການ​ຜະລິດ ​ແລະ ນຳ​ໃຊ້​ກົນ​ຈັກ​ເຫລົ່ານັ້ນ ຢ່າງ​ເຕັມ​ປະສິດທິພາບ. ຄຽງຄູ່​ກັນນັ້ນ, ກໍ​ໃຫ້​ກະກຽມ​ແນວ​ພັນ​ໃຫ້​ພຽງພໍ​ໃນ​ການ​ຜະລິດ; ດ້ານ​ການ​ລ້ຽງສັດ ກໍໃຫ້​ເບິ່ງ​ຄືນ​ບັນດາ​ປັດ​ໄຈ​ຕ່າງໆ ທີ່​ຈະ​ຕ້ອງ​ແກ້​ໄຂ ​ເພື່ອ​ສ້າງ​ຄວາມ​ຍືນ​ຍົງ​ໃຫ້​ແກ່​ການ​ລ້ຽງສັດ ທັງ​ການ​ຕອບ​ສະໜອງລູກ​ສັດ, ​ເຕັກ​ນິກ,​ ການ​ຜະລິດ ​ແລະ ການ​ຕອບ​ສະໜອງອາຫານ​ສັດ. ນອກຈາກ​ນີ້ ກໍ​ໃຫ້​ເບິ່ງ​ຕື່ມ​ກ່ຽວກັບ ​ການ​ລ້ຽງສັດ​ໃຫຍ່ ​ແລະ ພືດ​ເສດຖະກິດທີ່​ມີ​ຄວາມ​ຕ້ອງການ​ສູງ​ເຊັ່ນ: ງົວ, ຜັກ​ອີ່ຮຸມ ​ແລະ ໝາກຍໍ​ ເພື່ອ​ການ​ສົ່ງ​ອອກ​ໄປ​ຈີນ ລວມທັງການ​ລົງທຶນ​ໃສ່​ໂຮງງານ​ ອຸດສາຫະກຳ​ປຸງ​ແຕ່ງ ​ໃນ​ເຂດ​ທີ່​ສາມາດ​ຕອບ​ສະໜອງ ວັດຖຸ​ດິບ​ໄດ້ ​ເພື່ອຫລຸດຜ່ອນ​ດ້ານ​ຕົ້ນທຶນ ​ໃນ​ເງື່ອນ​ໄຂ​ການ​ເຊື່ອມ​ໂຍງ, ການ​ຍົກ​ລະດັບ​ໂຮງງານ​ປຸງ​ແຕ່ງ​ ໃຫ້​ສອດຄ່ອງ​ກັບ​ການ​ຜະລິດ ໃນ​ແຕ່ລະ​ໄລຍະ.

 

ຂອບໃຈຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...