spot_img
Homeລົດຍົນ-ຍານພາຫະນະພຶດຕິກຳ 10 ຢ່າງ​ທີ່​ບໍ່​ຢາກ​ພົບ​ຕອນ​ຂັບ​ລົດ

ພຶດຕິກຳ 10 ຢ່າງ​ທີ່​ບໍ່​ຢາກ​ພົບ​ຕອນ​ຂັບ​ລົດ

Published on

ໄລ​ຍະ​ເວລາ​ທີ່​ຜ່ານມາ​ຊ່ວງ​ຫລັງໆນີ້ ຖ້າ​ເຮົາ​ເປັນ​ຄົນ​ໃຊ້​ລົດ​ໃຊ້​ຖະໜົນ​ເຮົາ​ເຄີຍ​ສັງເກດ​ບໍ​ວ່າ​ໂລກ​ມັນ​ຢູ່​ຍາກ​ຂຶ້ນ​ທຸກ​ມື້​ໂດຍ​ສະເພາະ​ເວລາ​ເຮົາ​ຂັບ​ລົດ​ໃຊ້​ຖະໜົນ​ທຸກ​ມື້​ນີ້​ມັກ​ຈະ​ພົບເລື່ອງ​ທີ່​ເຮັດໃຫ້​ເຮົາ​ຫົວ​ເສຍ​ຈາກ​ພຶດຕິກຳ​ບໍ່ດີ ຂອງ​ເພື່ອນ​ມະນຸດ​ທີ່​ໃຊ້​ຖະໜົນ​ຮ່ວມ​ກັນ​ກັບ​ເຮົາເຊີ່ງ​ແທ້ໆແລ້ວ​ຄົົນທີ່​ມີ​ມານລະຍາດ​ໃນ​ການ​ຂັບ​ລົດ​ແລະ​ໃຊ້​ຖະໜົນ​ນັ້ນ​ກໍ​ຍັງ​ພໍ​ມີ​ຢູ່​ແຫລະ​ພຽງ​ແຕ່​ເຮົາ​ບໍ່​ຄ່ອຍ​ເຫັນ​ເພາະ​ວ່າ​ມັນ​ຫາ​ຍາກ​ຫລາຍ ມີ​ແຕ່​ຄົົນທີ່​ເຫັນ​ແກ່​ຕົວ ບໍ່​ແຄ​ໃຜ ນັກ​ເລງ​ແລະ​ມີ​ນິ​ໄສ​ຫລື​ພຶດຕິກຳ​ບໍ່ດີ ເຕັມ​ໄປຫມົດ

ແລະ​ນີ້​ຄື​ທີ່​ມາ​ທີ່​​ ບົດ​ຄວາມ​ຂອງ 10 ພຶດຕິກຳ​ບໍ່ດີ ທີ່​ພົບ​ເປັນ​ປະຈຳ​ຕອນ​ໃຊ້​ຖະໜົນ

ເປີດ​ໄຟ​ຕັດ​ໝອກ​ຕະຫລອດ​ເວລາ

TrailFrogLight

ໄຟ​ຕັດ​ໝອກ ເປັນ​ອຸປະກອນ​ເພີ່ມ​ຄວາມ​ປອດ​ໄພ​ໃນ​ສະພາ​ວະ​ທີ່​ມີ​ໝອກ​ລົງ​ຈັດ​ຫລື​ຝົນ​ຕົກ​ໜັກ​ຫລື​ໃນ​ສະພາ​ວະ​ທີ່​ວິ​ໄສ​ທັດ​ໃນ​ການ​ເບິ່ງເຫັນ​ບໍ່​ດີ ເພື່ອ​ໃຫ້​ລົດ​ຄັນ​ອື່ນ​ສາມາດ​ເຫັນ​ລົດ​ຂອງ​ເຮົາ​ໄດ້​ຈາກ​ໄລ​ຍະ​ໄກ ແຕ່​ປະຈຸບັນ​ກັບ​ມີ​ຜູ້​ເປີດ​ໃຊ້​ໄຟ​ຕັດ​ໝອກ​ຢ່າງ​ພ່ຳ​ເພື່ອ ແມ່ນ​ໃນ​ສະພາບ​ອາ​ກາດ​ປົກກະຕິ ເຊີ່ງ​ແສງ​ທີ່​ໄດ້​ນັ້ນ​ເຮັດໃຫ້​ລົບກວນ​ສາຍ​ຕາ​ຜູ້​ຂັບ​ຂີ່​ຄັນ​ອື່ນ​ເປັນ​ຢ່າງ​ຫລາຍ ຍິ່ງ​ເມື່ອ​ຕ້ອງ​ຂັບ​ຕາມ​ຫລັງ​ເປັນ​ເວລາ​ດົນ​ໆ ແລ້ວ ມັນ​ເຮັດໃຫ້​ເຮົາ​ເຊີ່ງ​ຂັບ​ຕາມ​ຫລັງ​ແສບ​ຕາ​ສຸດໆ ເພາະ​ໄຟ​ຕັດ​ໝອກ​ມັນ​ແຍງ​ຕາ ມັນ​ກໍ​ຍັງມີ​ຄົົນທີ່​ເປີດ​ໄຟ​ຕັດ​ໝອກ​ໄວ້​ຕະຫລອດ​ເວລາ​ ວ່າ​ຂ້ອຍ​ຫາກໍ່​ໄດ້​ມີ​ໄຟ​ຕັດ​ໝອກ​ເທື່ອ​ທຳອິດ​ໃຊ້​ຊີວິດ​ເລີຍ​ເປີດ​ໃຫ້​ຮູ້​ກັນ 3 ໂລກ​ໄປ​ເລີຍ​ວ່າ​ເຂົາມີ

ລ້ຽວ​ຫລື​ປ່ຽນ​​ເລນ​ໂດຍ​ບໍ່​ໃຫ້​ສັນ​ຍານ​ໄຟ​ລ້ຽວ

ໄຟ​ລ້ຽວ​ເປັນ​ອຸປະກອນ​ເພື່ອ​ເພີ່ມ​ຄວາມ​ປອດ​ໄພ​ຍາມ​ຕ້ອງ​ການ​ລ້ຽວ​ຫລື​ປ່ຽນ​ເລນ ແຕ່​ດຽວ​ນີ້​​ມີ​ຜູ້​ຂັບ​ຂີ່​ຈຳນວນ​ຫລາຍ​ທີ່​ປ່ຽນ​ເລນ​ຫລື​ລ້ຽວ​ໂດຍ​ບໍ່​ເປີດ​ໄຟ​ລ້ຽວ (ເຊີ່ງ​ຂ້ອຍ​ຈະ​ເອີ້ນຄົນ​ພວກ​ນີ້​ວ່າ​ພວກ​ມັກ​ງ່າຍ ຂ້ອຍ​ກໍ​ບໍ່​ເຂົ້າໃຈ​ແທ້ໆ ວ່າ​ມັນ​ຍາກ​ຫລາຍ​ບໍ​ທີ່​ຈະ​ເປີດໄຟ​ລ້ຽວ​ກ່ອນ​ລ້ຽວ​ຫລື​ປ່ຽນ​ເລນ) ເຊີ່ງ​ອາດ​ເຮັດໃຫ້​ເກີດ​ອຸປະຕິເຫດ​ໄດ້​ງ່າຍ​ຫລາຍ ເພາະ​ມັກ​ຈະ​ເຮັດໃຫ້​ລົດ​ຄັນ​ທີ່​ຢູ່ໃນ​ເລນ​ຕົກ​ໃຈ​ຢູ່​ເລື້ອຍໆ ຖ້າ​ຕາມ​ຫລັງ​ກັນ​ມາ​ກໍ​ເບ​ຣກ​ກັນ​ຈົນ​ຫົວ​ຕຳຫົວ​ຕຳ​ເພາະ​ບໍ່​ຮູ້​ວ່າ​ເຈົ້າ​ຈະ​ລ້ຽວ

TurnLight

ຂັບ​ຊ້າ​ແຊ່​ຊ້າຍ

ພຶດຕິກຳ​ຂັບ​ລົດ​ແຊ່​ໃນ​ຊ່ອງ​ຈະລາຈອນ​ດ້ານ​ຊ້າຍ ກໍ​ເປັນ​ພຶດຕິກຳ​ທີ່​ພົບ​ເຫັນ​ໄດ້​ເລື້ອຍ​ຂຶ້ນ (ເຊີ່ງທາງຊ້າຍກົດຈະລາຈອນວ່າໃຫ້ແຊງຊ້າຍ) ບໍ່​ວ່າ​ຈະ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຫລື​ບໍ່​ຕັ້ງ​ໃຈ​ຂອງ​ຄົນ​ຂັບ​ກໍ​ຕາມ ເຊີ່ງ​ການ​ຂັບ​ລົດ​ແຊ່​ຊ້າຍ​ຈະ​ເຮັດໃຫ້​ຜູ້​ຂັບ​ຂີ່​ທີ່​ຂັບ​ໄວ​ກວ່າ ຕ້ອງ​ແຊງ​ຂຶ້ນ​ໄປ​ທາງ​ດ້ານ​ຂວາ​ແທນ ເຊີ່ງ​ອາດ​ກໍ່​ໃຫ້​ເກີດ​ອັນຕະລາຍ​ໄດ້​ຫລາຍກວ່າ ຢ່າງ​ຫລາຍຄົນ​​ເຄີຍ​ຖາມວ່າ​ຖ້າ​ຕົວ​ເອງ​ຂັບ​ຢູ່​ທາງຊ້າຍ​ທີ່​ຄວາມ​ໄວ 140 ກມ. /ຊມ. ແລ້ວ​ມີ​ຄົນ​ມີ​ຈໍ່​ກົ້ນ​ແລະ​ເປີດໄຟ​ສູງ​ໄລ່​ຫລັງ​ເຮົາ​ຄວນ​ຈະ​ຫລົບ​ຫລື​ບໍ່​ສົນ​ໃຈ​ເພາະ​ເຮົາ​ກໍ​ບໍ່ຊ້າ ຂ້ອຍກໍ​ຕອບ​ໄປ​ວ່າ​ຖ້າ​ເຂົາ​ມາ​ໄວ​ກວ່າ​ເຮົາ​ຕໍ່​ໃຫ້​ເຮົາ​ຢູ່​ທີ່ 160  ຕາມ​ມາລະຍາດ​ເຮົາ​ກໍ​ຄວນ​ຈະ​ຫລົບ​ໃຫ້​ແລະ​ຄ່ອຍ​ກັບ​ໄປ​ຢູ່​ທາງຊ້າຍ​ຫລັງ​ຈາກ​ທີ່​ເຂົາ​ແຊງ​ເຮົາ​ໄປ​ແລ້ວ

CloseDrive

ຂັບ​ລົດ​ຈີ້​ຫລັງ​ມິດ​ຊິດ

ການ​ຂັບ​ລົດ​ຈີ້​ຄັນ​ໜ້າ​ຖື​ເປັນ​ພຶດຕິກຳ​ທີ່​ກໍ່​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ອຸບັດເຫດ​ໄດ້ ແລະ​ຍັງ​ຖື​ວ່າ​ເປັນ​ມາລະຍາດ​ທີ່​ບໍ່ດີຫລາຍ​ ທາງ​ທີ່​ດີ​ຄວນ​ເວັ້ນ​ໄລ​ຍະ​ຄັນ​ໜ້າ​ປະ​ມານ 2 ແມັດ ຫລື​ອາດ​ນ້ອຍ​ກວ່າ​ນັ້ນ​ຂຶ້ນ​ຢູ່​ກັບ​ສະພາບ​ຈະລາຈອນ ຫລື​ຫາກ​ຕ້ອງ​ການ​ແຊງ ກໍ​ຄວນ​ໃຊ້​ໄຟ​ສູງ​ຂໍ​ທາງ​ແທນ​ດີກວ່າ ຖ້າ​ຈີ້​ຫລາຍ​ໆ ລະ​ວັງ​ເບ​ຣກ​ບໍ່​ທັນລະວົງ​ຕຳກົ້ນກັນ​ເດີ

ແຊງ​ກະ​ຊັ້ນ​ຊິດ

ການ​ແຊງ​ກະ​ຊັ້ນ​ຊິດ​ບໍ່​ວ່າ​ຈະ​ຕັ້ງ​ໃຈ​ຫລື​ບໍ່​ກໍ​ຕາມ ເປັນ​ພຶດຕິກຳ​ທີ່​ອາດ​ເຮັດໃຫ້​ເກີດ​ອຸປະຕິເຫດ​ຕາມ​ມາ​ໄດ້​ ແຖມ​ເປັນການ​ຂັບ​ທີ່​ມາລະ​ຍາດ​ບໍ່ດີ​ອີກ​ດ້ວຍ ທາງ​ທີ່​ດີ​ກ່ອນ​ແຊງ​ຄວນ​ກະ​ໄລ​ຍະ​ຂອງ​ຄັນ​ທີ່​ສວນ​ມາ​ໃຫ້​ແນ່​ໃຈ​ວ່າ​ມີ​ໄລ​ຍະ​ທາງ​ຫລາຍ​ພໍ​ໃຫ້​ເລັ່ງ​ແຊງ ທີ່​ສຳຄັນ​ຄື​ເມື່ອ​ແຊງ​ພົ້ນ​ແລ້ວ ຄວນ​ຮີບ​ກັບ​ໄປ​ຍັງ​ຊ່ອງ​ທາງເດີນ​ທີ່​ຖືກ​ຕ້ອງ​ຢ່າງ​ວ່ອງໄວ ແຕ່​ຢ່າ​ລືມ​ວ່າ​ຕ້ອງ​ໃຫ້​ຮັກສາ​ໄລຍະ​ຫ່າງ​ໄວ້

ເປີດ​ໄຟ​ສູງ​ຄ້າງ​ໄວ້

ການ​ເປີດ​ໄຟ​ສູງ​ຄ້າງ​ໄວ້ ສ່ວນ​ຫລາຍ​ເກີດ​ຂຶ້ນ​ດ້ວຍ​ຄວາມ​ບໍ່​ຕັ້ງ​ໃຈ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຜູ້​ທີ່​ຫາກໍ່​ຂັບ​ລົດ​​ໃໝ່​ໆ ທີ່​ຍັງ​ໃຊ້​ອຸປະກອນ​ພາຍ​ໃນ​ລົດ​ໄດ້​ບໍ່​ຄ່ອງ​ແຄ່ວ ເຊີ່ງ​ຈະ​ເຮັດໃຫ້​ເກີດ​ອັນຕະລາຍ​ຕໍ່​ລົດ​ທີ່​ສວນ​ມາ​ຢ່າງ​ຫລາຍ ເພາະ​ໄຟ​ສູງ​ມີ​ຄວາມ​ເຂ້ມ​ຂອງ​ແສງ​ສູງ ເຮັດໃຫ້​ສາຍ​ຕາ​​ມົວ​​ ​ໄດ້ ເປັນ​ອັນຕະລາຍ​ຕໍ່​ຜູ້​ຮ່ວມ​ທາງ​ຢ່າງ​ຍິ່ງ

S-Klasse  (W221)  2008

ຂັບ​ລົດ​ດ້ວຍ​ຄວາມ​ໄວ​ເກີນ​ກົດ​ໝາຍ​ກຳນົດ

ທາງ​ຫລວງ​ຫລາຍໆເສັ້ນ ມັກ​ອະ​ນຸຍາດໃຫ້​ຜູ້​ຂັບ​ຂີ່ ສາມາດ​ໃຊ້​ຄວາມ​ໄວ​ໄດ້​ເຖິງ 120 ກມ. /ຊມ. ເຊີ່ງ​ກໍ​ນັບ​ວ່າ​ພຽງ​ພໍ​ແລ້ວ​ສຳລັບ​ການ​ຂັບ​ຂີ່​ໃນ​ຊີວິດ​ປະຈຳວັນ ການ​ຂັບ​ລົດ​ດ້ວຍ​ຄວາມ​ໄວ​ສູງ​ຫລາຍ​ໆ ນັ້ນ ຈະ​ເຮັດໃຫ້​ມີ​ເວລາ​ຕັດ​ສິນ​ໃຈ​ນ້ອຍ​ລົງ​ຫາກ​ເກີດ​ເຫດ​ສຸກ​ເສີນ​ຂຶ້ນ​ມາຫລາຍໆປະເທດ​ທົ່ວ​ໂລກ​ລວມ​ເຖິງ​ປະເທດ​ລາວເຮົາ ມີ​ໂຄສະນາ​ອອກ​ມາ​ເພື່ອ ​ຊ່ວຍ​ໃຫ້​ຜູ້​ຂັບ​ຂີ່​ໃຊ້​ຄວາມ​ໄວ​ຢ່າງ​ເໝາະ​ສົມ ເພາະ​ການ​ຂັບ​ລົດ​ໄວ​ຖື​ເປັນ​ປັດ​ໄຈ​ທີ່​ອາດ​ກໍ່​ໃຫ້​ເກີດ​ອຸປະຕິເຫດ​ທາງ​ລົດ​ເປັນ​ອັນ​ດັບ​ຕົ້ນໆ

ແຊກ/ບຽດ/ປາດ​ໜ້າ​ກ່ອນ​ເຖິງ​​ທາງ​ແຍກ

ພຶດຕິກຳ​ນີ້​ເປັນ​​ນິໄສບໍ່ດີທີ່ສຸດ ມັນ​ສະແດງ​ໃຫ້​ເຫັນ​ເຖິງ​ສັນ​ດານ​ແລະ​ນິ​ໄສ​ວ່າ​ຄົົນທີ່​ມີ​ພຶດຕິກຳ​ເຫລົ່າ​ນີ້​ເປັນ​ຄົນ​ຢ່າງໃດ ແລະ​ໜ້າ​ຕົກ​ໃຈ​ກໍ​ຄື​ມັນ​ເປັນ​ສິ່ງ​ທີ່​ພົບ​ເຫັນ​ໄດ້​ສະຕະຫລອດ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຊ່ວງ​ເວລາ​ລົດ​ຕິດ​ໜັກ ຄື​ຈະ​ມີ​ລົດ​ສ່ວນ​ນ້ອຍ​ທີ່​ບໍ່​ອົດ​ທົນ​ຕໍ່​ແຖວ​ໃນ​ເລນ​ຕາມ​ການ​ຈາລະຈອນ​ປົກກະຕິ ແຕ່​ຈະ​ໃຊ້​ວີ​ທີ​ແຊກ​ຫລື​ບຽດ​ຫົວ​ແຖວ ບໍລິເວນ​ກ່ອນ​ເຖິງ​ທາງ​ແຍກ​ເລັກນ້ອຍ ເຊີ່ງ​ເປັນ​ພຶດຕິກຳ​ທີ່​ໜ້າ​ລັງ​ກຽດ​ພໍໆ ກັບ​ແຊງ​ຄິວ​ຊື້​ຂອງ​ນັ້ນ​ແຫລະ ເພາະ​ນອກ​ຈາກ​ຈະ​ເປັນ​ການ​ກີດ​ຂວາງ​ຈາລະຈອນ​ເລນ​ອື່ນ​ແລ້ວ ກໍ​ຈະ​ເຮັດໃຫ້​ລົດ​ເຄື່ອນ​ຕົວ​ໄດ້​ຊ້າ​ກວ່າ​ປົກກະຕິ​ເມື່ອ​ໄດ້​ສັນ​ຍານ​ໄຟ​ຂຽວ​ອີກ​ດ້ວຍ ເພາະ​ຕ້ອງ​ປ່ອຍ​ໃຫ້​ຄົນ​ກຸ່ມ​ນີ້​ແຊງ​ໄປ​ກ່ອນ​ນັ້ນ​ເອງ

ເປີດ​ໄຟ​ສຸກ​ເສີນ​ເພື່ອ​ແລ່ນ​ທາງ​ແຍກ

ມີ​ຜູ້​ຂັບ​ຂີ່​ບໍ່​ນ້ອຍ​ທີ່​ມີ​ເຈດ​ນາ​ດີ​ດ້ວຍ​ການ​ເປີດ​ໄຟ​ສຸກ​ເສີນ​ກ່ອນ​ເຖິງ​ທາງ​ແຍກ ເພື່ອ​ບອກ​ໃຫ້​ຜູ້​ຮ່ວມ​ທາງ​ຮູ້​ວ່າ “ຂ້ອຍ​ຈະ​ຂັບ​ກົງໄປ​ເດີ!” ແຕ່​ເຈດຕະ​ນາ​ດັ່ງ​ກ່າວ​ບໍ່​ມີ​ປະໂຫຍດ​ເລີຍ​ແຖມ​ຍັງ​ກໍ່​ໃຫ້​ເກີດ​ຄວາມ​ສ່ຽງ​ອີກ​ດ້ວຍ ເນື່ອງ​ຈາກ​ລົດ​ທາງ​ດ້ານ​ຊ້າຍ​ແລະ​ຂວາ​ຈະ​ເຫັນ​ໄຟ​ກະ​ພິບ​ພຽງ​ຂ້າງ​ດຽວ ເຮັດໃຫ້​ເຂົ້າໃຈ​ຜິດ​ຄິດວ່າ​ຜູ້​ຂັບ​ຈະ​ລ້ຽວ​ຊ້າຍ​ຫລື​ຂວາ​ຫລາຍກວ່າ​ທີ່​ຈະ​ຂັບ​ກົງ​ໄປ ເຊີ່ງ​ໂດຍ​ປົກກະຕິ​ຫາກ​ຕ້ອງ​ການ​ຂັບ​ລົດ​ກົງ​ໄປ ກໍ​ບໍ່​ຈຳ​ເປັນ​ຈະ​ຕ້ອງ​ເປີດ​ສັນ​ຍານ​ໃດໆ​ຢູ່​ແລ້ວ

ເມົາ​ແລ້ວ​ຂັບ

ເຖິງວ່າ​ປະຈຸບັນ​ຈະ​ມີ​ການ​ໂຄສະນາ​ຕໍ່​ຕ້ານ​ການ​ເມົາ​ແລ້ວ​ຂັບ​ຢູ່​ເປັນ​ຈຳນວນ​ຫລາຍ ແຕ່​ກໍ​ຍັງ​ສາມາດ​ພົບ​ເຫັນ​ໄດ້​ຢູ່​ເລື້ອຍໆ ເພາະ​ບາງເທື່ອ​ຄົນ​ຂັບ​ຈະ​ຄິດວ່າ​ຕົວ​ເອງ​​ຮູ້ສຶກ​ມຶນໆ ແຕ່​ບໍ່​ເຖິງ​ກັບ​ເມົາ (ເຊີ່ງ​ກໍ​ຄື​ເມົາ​ນັ້ນ​ແຫລະ!) ເຊີ່ງ​ເປັນ​ພຶດຕິກຳ​ທີ່​ຂາດ​ຄວາມ​ຮັບ​ຜິດຊອບ​ຕໍ່​ສັງຄົມ​ຢ່າງ​ຍິ່ງ ແລະ​ອາດ​ກໍ່​ໃຫ້​ເກີດ​ອຸປະຕິເຫດ​ກັບ​ຄົນ​ບໍ່​ຮູ້ຫຍັງໄດ້

DrinkDrive

ນີ້ກໍ່ຄື​ 10 ພຶດຕິກຳ​ການ​ໃຊ້​ລົດ​ທີ່​ໄດ້​ກ່າວ​ໄປ​ຂ້າງ​ຕົ້ນ ເຊີ່ງ​ລ້ວນ​ແຕ່​ເປັນ​ສາ​ມັນ​ສຳ​ນີກ​ຂອງ​ຜູ້​ໃຊ້​ລົດ​​ທຸກ​ຄົນ​ຢູ່​ແລ້ວ ສະ​ນັ້ນ​ເຮົາ​ຈຶ່ງ​ຄວນ​ປະຕິບັດ​ຕາມ​ກົດ​ຈາລະຈອນ ເພື່ອ​ໃຫ້​ການເດິນທາງ​ເທິງ​ທ້ອງ​ຖະໜົນ​ເປັນ​ເລື່ອງ​ປອດ​ໄພ​ຫລາຍ​ຂຶ້​ນ

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...