Homeວິທະຍາສາດ-ວິທະຍາການໃຜວ່າຢ່າດີແຕ່ເວົ້າ? ງານວິໄຈໃໝ່ຊີ້ວ່າການກະທຳບໍ່ໄດ້ດີກວ່າຄຳເວົ້າສະເໝີໄປ

ໃຜວ່າຢ່າດີແຕ່ເວົ້າ? ງານວິໄຈໃໝ່ຊີ້ວ່າການກະທຳບໍ່ໄດ້ດີກວ່າຄຳເວົ້າສະເໝີໄປ

Published on

ຖ້າຫາກ​ເປັນ​ເລື່ອງ​ຂອງ​ສາດ​ແຫ່ງ​ການ​ໂນ້ມ​ນ້າມ​ແລ້ວ ເຈົ້າ​ສາມາດ​ທີ່​ຈະ​ດຶງ​ດູດ​ຜູ້​ສະໜັບສະໜູນ​ໄດ້​ຫລາຍ​ຂຶ້ນ​ຖ້າ​ຫາກ​ເຈົ້າ​ນຳ​ຄວາມ​ຮູ້​ດັ້ງ​ເດີມ​ມາ​​ໃຊ້​ແລະ​ເນັ້ນ​ຄວາມ​ສຳຄັນ​ໃນ​ສິ່ງ​ທີ່​ເຈົ້າ​ມັກ ບໍ່ແມ່ນ​ສິ່ງ​ທີ່​ເຈົ້າ​ເຮັດ

http://www.vcharkarn.com/media/images/

ງານ​ວິ​ໄຈ​ເທື່ອໃໝ່​ຊຶ່ງ​ກຳ​ລັງ​ຈະ​ຖືກ​ຕີ​ພິມ​ລົງ​ໃນ​ວານ​ສານ Journal of Personality and Social Psychology ນັ້ນ​ພົບ​ວ່າ  ຜູ້​ຄົນ​ມີ​ແນວ​ໂນ້ມ​ທີ່​ຈະ​ປັບ​ປ່ຽນ​ໄປ​ຕາມ​ຄວາມ​ພຶງ​ພໍ​ໃຈ​ຂອງ​ຄົນ​ອື່ນ​ໆຫລາຍກວ່າ​ທີ່​ຈະ​ປັບ​ປ່ຽນ​ໄປ​ຕາມ​ການ​ກະທຳ​ຂອງ​ຄົນ​ອື່ນ ຫລື​ໃນ​ອີກ​ຄວາມຫມາຍ​ໜຶ່ງ​ກໍ​ຄື ຄົນ​ນັ້ນ​ມັກ​ທີ່​ຈະ​ມັກ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ມັກ ແຕ່​ພວກ​ເຂົາ​ຢາກ​ຈະ​ມີ​ຫລື​ເຮັດ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ບໍ່​ມີ​ຫລື​ບໍ່​ໄດ້​ເຮັດ​ຕ່າງ​ຫາກ

ໃນ​ງານ​ວິ​ໄຈ​ຈາກ University of Chicago Booth School of Business ໂດຍ ສາດ​ສະດາ​ຈານ Ayelet Fishbach ແລະ​ອະ​ດີດ​ນັກ​ຮຽນ​ປະລິນ​ຍາ​ເອກ Yanping Tu ນັ້ນ ນັກ​ວິ​ໄຈ​ໄດ້​​ອອກ​ແບບ​ການ​ທົດລອງ 6 ຮູບ​ແບບ​ທີ່​ກ່ຽວ​ຂ້ອງ​ກັບ​ກິດຈະກຳ​ປະຈຳວັນ​ເຊັ່ນ ​ການ​ເລືອກ​ຊະນິດ​ຂອງ​​ໝາກ​ຝຣັ່ງ ເລືອກ​ຊື້​ຂອງ​ຍ່ອຍ ເລືອກ​​ແກ້ວ​ທີ່​ມັກ ແລະ​ເບິ່ງ​ວິ​ດີ​ໂອ​ສັດ​ລ້ຽງ​ເທິງ​ຍູ​ທູບ

“ແນວ​ໂນ້ມ​ໃນ​ການ​ປັບ​ປ່ຽນ​ຕາມ​ນັ້ນ​ມີ​ແພ່​ຫລາຍ​ແລະ​ເປັນ​ຮາກ​ຖານ​ໃນ​ຈິດ​ວິທະຍາ​ຂອງ​ມະນຸດ” Fishbach ກ່າວ “ເວລາ​ທີ່​ຜູ້​ຄົນ​ປັບ​ປ່ຽນ​ຕາມ​ນັ້ນ​ພວກເຂົາ​ມັກ​ຈະ​ປ່ຽນ​ຕາມ​ສິ່ງ​ທີ່​ຄົນ​ອື່ນ​ມັກ​ແລະ​ຕາມ​ຄົນ​ອື່ນ ແຕ່​ໃນ​ດ້ານ​ຂອງ​ສິ່ງ​ທີ່​ພວກ​ເຂົາ​ເຮັດ​ນັ້ນ ພວກເຂົາ​ຕ້ອງ​ການ​ທີ່​ຈະ​ແຕກ​ຕ່າງ ດັ່ງ​ນັ້ນ​ຖ້າ​ຫາກ​ເຈົ້າ​ຕ້ອງ​ການ​ທີ່​ຈະ​ໂນ້ມ​ນ້າວ​ຜູ້​ຄົນ​ແລ້ວ ເຈົ້າ​ຄວນ​ທີ່​ຈະ​ເວົ້າ​ກ່ຽວກັບ​ຄວາມ​​ມັກ ບໍ່ແມ່ນ​ການ​ມີ​ຫລື​ການ​ເປັນ​ເຈົ້າ​ຂອງ”

ນັກ​ວິ​ໄຈ​ໄດ້​ພົບ​ວ່າ  ຄົນ​ມັກ​ຈະ​ປັບ​ປ່ຽນ​ຕາມ​ຄວາມ​ພຶງ​ພໍ​ໃຈ​ຢ່າງ​ນ້ອຍ​ສ່ວນໜື່ງ​ກໍ​ເປັນ​ເພາະ​ວ່າ​ພວກ​ພວກເຂົາ​ຮັບ​ເອົາ​ການ​ຕັດ​ສິນ​ໃຈ​ຕ່າງໆ ຂອງ​ຄົນ​ອື່ນ​ມາ​ເປັນ​ຂອງ​ຕົວ​ເອງ ​ພວກເຂົາ​ຍັງ​ພົບ​ເພິ່ມເຕິມ​ອີກ​ວ່າ  ເວລາ​ທີ່​ຄົນ​ປະພຶດ​ຕົວ​ຄືກັບ​ວ່າ​ບໍ່​ໄດ້​ປັບ​ປ່ຽນ​ຕາມ​ຢູ່​ນັ້ນ ແທ້ໆ ແລ້ວ​ແຮງ​ບັນ​ດານ​ໃຈ​ຂອງ​ພວກ​ພວກເຂົາ​ອາດຈະ​ເປັນ​ການ​ປະ​ສານ​ຫລື​ສົ່ງ​ເສີມ​ການ​ກະທຳ​ຂອງ​ຕົວ​ເອງ​ກັບ​ການ​ກະທຳ​ຂອງ​ຄົນ​ອື່ນ​ກໍ​ເປັນ​ໄດ້

ຍົກ​ຕົວ​ຢ່າງ​ເຊັ່ນ ເວລາ​ຄົນ​ນັ້ນ​ມີ​ກິດຈະກຳ​ຮ່ວມ​ກັນ​ຜ່ານ​ທາງ​ຈິດ ເຊັ່ນ​ການ​ເບິ່ງ​ໝູ່​ກິນ​ເຂົ້າ​ ລະຫວ່າງ​ອາຫານ​ເຊົ້າ​ນັ້ນ  ​ພວກເຂົາ​ກໍ​ຈະ​ຮູ້ສຶກ​ວ່າ​​ພວກເຂົາ​ໄດ້​ກິນ​ເຂົ້າ​​ຄືກັນ ດັ່ງ​ນັ້ນ​ພວກເຂົາ​ກໍ​ຈະ​​ຫາ​ສິ່ງ​ທີ່​ມາ​ເຕີມ​ເຕັມ​ປະສົບການ​ຂອງ​ຕົນເອງ​ໂດຍ​ການ​ເລືອກ​ສິ່ງ​ທີ່​ແຕກ​ຕ່າງ​ອອກ​ໄປ​ເຊັ່ນ ໄຂ່​ດາວ ເປັນ​ຕົ້ນ ແຕ່​ເວລາ​ທີ່​​ພວກເຂົາ​ມີ​ຄວາມ​ພຶງ​ພໍ​ໃຈ​ຮ່ວມ​ກັນ​ທາງ​ຈິດ ເຊັ່ນ ການ​ຊື່ນ​ມັກ​ເຂົ້າ​​ຫລາຍກວ່າ​ໄຂ່​ດາວ​ແລ້ວ​​ພວກ​ເຂົາ​ຈະ​ຮັບ​ເອົາ​ຄວາມ​ພຶງ​ພໍ​ໃຈ​ຂອງ​ຄົນ​ອື່ນ​ມາ​ເປັນ​ຂອງ​ຕົວ​ເອງ​ແລະ​ບອກວ່າ​ພວກ​ພວກເຂົາ​ມັກ​ເຂົ້າ​ກວ່າ​ໄຂ່​ດາວ

ແມ່ນ​ເວລາ​ທີ່​ຂໍ້​ມູນ​ກ່ຽວກັບ​ຄວາມ​ພຶງ​ພໍ​ໃຈ​ແລະ​ການ​ກະທຳ​ຂອງ​ຜູ້​ອື່ນ​ນັ້ນ​ມີ​ພ້ອມ​ກັນ ເຊັ່ນ ການ​ຊື້​ຂອງ​ອອນ​ໄລນ໌​ເທິງ​ເວັບ​ໄຊຕ໌​ທີ່​ມີ​ລາຍ​ຊື່​ຂອງ​ຜະລິດຕະພັນ​ທີ່​ຂາຍ​ດີ​ທີ່ສຸດ​ແລະ​ສິນ​ຄ້າ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ສູງ​ສຸດ​ນັ້ນ  ຄົນ​ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ຕາມ​ສິ່ງ​ທີ່​ຄົນ​ອື່ນ​ມັກ​ຫລາຍກວ່າ​ສິ່ງ​ທີ່​ຄົນ​ອື່ນ​ຊື້​ຢູ່​ດີ

ງານ​ວິ​ໄຈ​ດັ່ງ​ກ່າວ​ນັ້ນ​ມີ​ຄວາມໝາຍ​ຕໍ່​ການ​ຊື້​ຂອງ​ອອນ​ໄລນ໌ social media marketing ແລະ​ການ​ລົນນະ​ລົງທາງ​ການ​ເມືອງ ຍົກ​ຕົວ​ຢ່າງ​ເຊັ່ນ​ນັກ​ກາ​ນຕະຫລາດ​ນັ້ນ​ສາມາດ​ທີ່​ຈະ​ສະ​ສົມ “like” ຈາກ​ຜູ້​ໃຊ້​ງານ Facebook ແທນ​ທີ່​ຈະ​ເກັບ​ສະ​ສົມ​ຂໍ້​ມູນ​ໃນ​ເລື່ອງ​ຂອງ​ສິ່ງ​ທີ່​ຜູ້​ໃຊ້​ຊື້ ກິນ ຫລື​ມີ​ຢູ່ໃນ​ຄອບຄອງ​ ໃນ​ທຳນອງ​ດຽວ​ກັນ ​ພວກເຂົາ​ກໍ​ສາມາດ​ນຳ​ສະເໜີ​ສິນ​ຄ້າ​ໃນ​ຮູບ​ແບບ​ຂອງ “ສິ່ງ​ທີ່​ທຸກ​ຄົນ​​ມັກ” ແທນ​ທີ່​ຈະ​ນຳ​ສະເໜີ​ວ່າ​ເປັນ “ສິ່ງ​ທີ່​ທຸກ​ຄົນ​ຊື້”

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...