Homeວິທະຍາສາດ-ວິທະຍາການຍ່າງ​ຂຶ້ນ​ຂັ້ນ​ໄດ​ຈັ່ງໃດ​ບໍ່​ໃຫ້​ເໜື່ອຍ ມີ​ເທກ​ນິກ ແຕ່​ຈະ​ກ້າ​ເຮັດ​ຫລື​ບໍ່?

ຍ່າງ​ຂຶ້ນ​ຂັ້ນ​ໄດ​ຈັ່ງໃດ​ບໍ່​ໃຫ້​ເໜື່ອຍ ມີ​ເທກ​ນິກ ແຕ່​ຈະ​ກ້າ​ເຮັດ​ຫລື​ບໍ່?

Published on

ການ​ຂຶ້ນ​ທີ່​ສູງ​ປະຈຸບັນ​ກໍ​ມີ​ເທກ​ໂນ​ໂລ​ຍີ​ຫລາຍ​ຢ່າງ​ເຂົ້າ​ມາ​ຊ່ວຍ ເຊັ່ນ ລິ​ບ ຂັ້ນ​ໄດ​ເລື່ອນ ໄປ​ຈົນ​ເຖິງ​ກະ​ເຊົ້າ​ໄຟ​ຟ້າ​ຕາມ​ສະຖານ​ທີ່​ທ່ອງ​ທ່ຽວ​ຕ່າງ ໆ ແຕ່​ເທກ​ໂນ​ໂລ​ຍີ​ພວກ​ນີ້​ກໍ​ບໍ່​ໄດ້​ໄປ​ຢູ່​ທຸກ​ທີ່​ເທິງ​ໂລກ​ນີ້ ຫລາຍ​ທີ່​ກໍ​ຍັງ​ຕ້ອງ​ເພິ່ງ​ລຳ​ແຂ່ງ​ຂອງ​ເຮົາ​ຄ່ອຍ​ໆ ໄຕ່​ຕາມ​ຂັ້ນ​​ຂຶ້ນ​ໄປ ເຄີຍ​ເປັນ​ກັນ​ບໍ່? ພໍແຕ່ເຫັນຂັ້ນ​ໄດ​ສູງໆ ກໍ​ຮູ້ສຶກ​ທໍ້​ແທ້ ພໍ​ໄດ້​ຍ່າງ​ຂຶ້ນ​ໄປ ຄິດວ່າ​ຢູ່​ທ່າມ​ກາງ​ການ​ຝຶກ​ທະຫານ​ເລີຍ​ ແລະ​ຄວາມ​ເໜື່ອຍ​ທີ່​ວ່າ​ນີ້​ຈະ​ຍິ່ງ​ເພີ່ມ​ຂຶ້ນ​ໄປ​ຕາມ​ອາ​ຍຸ​ອີກ

ເປັນຫຍັງ​ເຮົາ​ເຖິງ​ຮູ້ສຶກ​ເໜື່ອຍ​ເວລາ​ຍ່າງ​ຂຶ້ນ​ຂັ້ນໄດ​ຫລື​ທີ່​ສູງ ເຫດຜົນ​ກໍ​ຄື ເລື່ອງ​ຂອງ​ແຮງ​ໂນ້ມ​ຖ່ວງ​ຂອງ​ໂລກ​ນັ້ນ​ເອງ ເວລາ​ທີ່​ເຮົາ​ຍ່າງ​ຂຶ້ນ​ຂັ້ນໄດ ກ້າມ​ເນື້ອ​ຕ່າງໆໃນ​ຮ່າງກາຍ​ຈະ​ຕ້ອງ​ເຮັດວຽກ​ໜັກ​ຂຶ້ນ ເພາະ​ຕ້ອງ​ແບກ​ຮ່າງ​ຝືນ​ແຮງ​ດຶງ​ດູດ​ທີ່​ດູດ​ເຂົ້າ​ຫາ​ໂລກ​ເພື່ອ​ໄປ​ໃນ​ທິດ​ທາງ​ກົງ​ກັນ​ຂ້າມ ເຊີ່ງ​ການ​ອອກ​ແຮງ​ທີ່​ຫລາຍ​ຂຶ້ນ ຫົວ​ໃຈ​ຈະ​ສູບ​ສີດ​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງ ໆ ຂອງ​ຮ່າງກາຍ ປອດ​ກໍ​ເຮັດວຽກ​ໜັກ​ຂຶ້ນ ເຮົາ​ຈຶ່ງ​ຫາຍ​ໃຈ​ໜັກ​ຂຶ້ນ​ແລະ​ເໜື່ອຍ​ຂຶ້ນ​ອີກ ເຊີ່ງ​ກົງ​ກັນ​ຂ້າມ​ກັບ​ການ​ຍ່າງ​ລົງ​ຂັ້ນ​ໄດ ເພາະ​ເປັນ​ທິດ​ທາງ​ຕາມ​ແຮງ​ດຶງ​ດູດ​ຂອງ​ໂລກ​ນັ້ນ​ເອງ

เดินขึ้นบันไดยังไงไม่ให้เหนื่อย มีเทคนิค แต่จะกล้าทำหรือเปล่า?

ແຕ່​ຄວາມ​ເໜື່ອຍ​ຈະ​ລຸດລົງ​ໄດ້​ ຖ້າ​ໃຊ້​ວິທີ​ຕາມ​ນີ້ (ພິຈາລະນາ​ກັນ​ເອົາ​ເອງ​ວ່າ​ຢາກ​ນຳ​ໄປ​ໃຊ້​ບໍ່)
ເທກ​ນິກ​ທີ່​ວ່າ ກໍ​ຄື ການ​ຈັບ​​ກົ້ນ​ຂອງ​ຕົວ​ເອງ​ຄະນະ​ຂຶ້ນ​ຂັ້ນ​ໄດ ຈະ​ຊ່ວຍ​ໃຫ້​ຂຶ້ນ​ຂັ້ນໄດ​ໄດ້​ສະບາຍ​ຂຶ້ນ ເວົ້າ​ງ່າຍໆ ວ່າ ບໍ່​ວ່າ​ຂັ້ນໄດ​ຈະ​ສູງ​ຊ່ຳໃດ ກໍ​ຍ່າງ​ຂຶ້ນ​ໄດ້​ສະບາຍ​ເລີຍ​ແຫລະ
ທີ່​ເປັນ​ເຊັ່ນ​ນີ້​ກໍ​ເພາະ​ວ່າ ການ​ຂຶ້ນ​ຂັ້ນ​ໄດ​ແບບ​ປົກກະຕິ ຈຸດ​ສູນ​ຖ່ວງ​ນ້ຳ​ໜັກ​ຈະ​ຍ້າຍ​ໄປ​ຢູ່​ຮ່າງກາຍ​ສ່ວນ​ເທິງ​ຫລື​ດ້ານ​ໜ້າ ສັງເກດ​ໄດ້​ຈາກ​ການ​ໂນ້ມ​ຕົວ​ໄປ​ດ້ານ​ໜ້າ​ຄະນະ​ຍ່າງ​ຂຶ້ນ​ຂັ້ນ​ໄດ ດັ່ງ​ນັ້ນ​ຖ້າ​ເຮົາ​ມີ​ແຮງ​ເສີມ​ສົ່ງ​ໄປ​ທິດ​ທາງ​ດຽວ​ກັບ​ທີ່​ຈຸດ​ສູນ​ຖ່ວງ​ກຳ​ລັງ​ເຄື່ອນ​ທີ່​ໄປ ແຮງ​ໜຸນ​ກໍ​ຈະ​ຊ່ວຍ​ໃຫ້​ເຄື່ອນ​ທີ່​ໄດ້​ງ່າຍ​ແລະ​ສະບາຍ​ຫລາຍ​ຂຶ້ນ ເຊີ່ງ​ໃນ​ທີ່​ນີ້ ການ​ຈັບ​​ກົ້ນ​ດ້ານ​ໜື່ງ​ກໍ​ຄື​ກັບ​ການ​ສົ່ງ​ແຮງ​ຈາກ​ດ້ານ​ທ້າຍ​ໄປ​ຍັງ​ດ້ານ​ຫນ້າທີ່​ເປັນ​ຈຸດ​ສູນ​ຖ່ວງ ຈຶ່ງ​ເໜື່ອຍ​ນ້ອຍ​ກວ່າ​ການ​ຍ່າງ​ຂຶ້ນ​ຕາມ​ປົກກະຕິ​ນັ້ນ​ເອງ
ແຕ່​ຄືວ່າແຫລະເນາະ ການ​ຈັບ​​ກົ້ນ​ຕົວ​ເອງ​ໃນ​ທີ່​ສາທາລະນະ​ອາດຈະ​ເບິ່ງ​ໜ້າອາຍ​ຈົນເກີນໄປ​ ເອົາ​ເປັນ​ວ່າ​ຈະ​ເອົາ​ເທກ​ນິກ​ນີ້​ໄປ​ໃຊ້​ກໍ​ເບິ່ງ​ຄົນ​ຮອບ​ຂ້າງ​ແຕ່ ເຂົາ​ຈະ​ໄດ້​ບໍ່​ຕົກ​ໃຈ ແລະ​ທີ່​ສຳຄັນ ຖ້າ​ຍ່າງ​ກັບ​ໝູ່ ກໍ​ຢ່າ​ຫລົງໄປ​ຈັບ​ກົ້ນ​ຄົນ​ອື່ນເດີ ງານ​ນີ້​ກົ້ນ​ໃຜ​ກົ້ນ​ມັນ ຢ່າ​ສວຍ​ໂອ​ກາດ​ລວນ​ລາມ​ໝູ່ໄດ໋ ອິ​ອິ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...