Homeນານາສາລະເຊື່ອຫຼືບໍ່? ປະເທດລາວຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ

ເຊື່ອຫຼືບໍ່? ປະເທດລາວຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ

Published on

11050263_871152669616527_7635160357536557754_n

ຄຳຖາມຂອງນັກຂ່າວຕ່າງປະເທດ ທີ່ມາຮ່ວມສຳມະນາຢູ່ວຽງຈັນ ໄດ້ຖາມຜູ້ຮ່ວມສຳມະນາທີ່ກະຕຸ້ນ ຄວາມສົນໃຈຄື “ຮູ້ບໍວ່າປະເທດໃດໃນໂລກນີ້ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນໂລກ?”

ຕ່າງຄົນຕ່າງທວາຍວ່າ ບາງຄົນວ່າ ຍີ່ປຸ່ນ, ເກົາຫຼີ, ຫວຽດນາມ, ອີຣັກ, ເຢຍລະມັນ, ຝຣັ່ງ ແລະອື່ນໆ ແລະຄຳຕອບທີ່ຖືກຕ້ອງນັ້ນ ຄືປະເທດລາວ (Laos: The Most Bombed Country on Earth)

ຄົງບໍ່ຕ້ອງບອກກໍຮູ້ເນາະວ່າ ໃຜຄືຜູ້ທີ່ເຮັດສົງຄາມໃນລາວ ແຕ່ຕອນນີ້ກຳລັງເປັນອິນຊີປີກຫັກ ເພາະບັນຫາດ້ານທຶນນິຍົມຕີກັບ ແລະທີ່ແປກໃຈທີ່ສຸດຄື ກ່ອນໜ້ານີ້ ຄົນອາເມລິກາ ບໍ່ຮູ້ວ່າ ກອງທັບອາເມລິກາໄດ້ມາ ເຮັດສົງຄາມໃນປະເທດລາວ.

ບໍ່ຕ້ອງແປກໃຈດອກ ເພາະຕອນເຮັດສົງຄາມໃນໄລຍະປີ 1964-1973 ໄດ້ຊື່ວ່າເປັນສົງຄາມລັບ  (Secret Wars) ພາຍໃຕ້ສີມືຂອງ CIA ແລະການປົກປິດຂອງລັດຖະານແລະກອງທັບສະຫະລັດ ຈຶ່ງເຮັດໃຫ້ປະຊາຊົນອາເມລິກາແລະລັດຖະສະພາອາເມລິກາ ຮູ້ພຽງແຕ່ວ່າ ກອງທັບຂອງຕົນກຳລັງເຮັດສົງຄາມ ຢູ່ໃນຫວຽດນາມ ເອີ້ນວ່າກວ່າຈະຮູ້ກໍແມ່ນ ຮອດຕອນອະວະສານແລ້ວ.

ລອງຄິດໄລ່ນຳກນເບິ່ງວ່າ ປະລິມານລະເບີດທີ່ຕົກຄ້າງ ແລະຍັງບໍ່ລະເບີດ  (Unexploded Ordnance : UXO) ມີຫຼາຍປານໃດ?

  • ມີຕົກຄ້າງທັງໝົດ 270 ລ້ານລູກ ຈາກປະລິມານບະເບີດ ທີ່ຖິ້ມລວມປະມານ 3 ລ້ານໂຕນ ຈາກການລະດົມຖິ້ມ-ປະຕິບັດພາລະກິດຂອງນັກບິນ ແຫ່ງກອງທັບສະຫະລັດຫຼາຍກວ່າ 5 ແສນທ່ຽວບິນ.
  • ຄອບຄຸມພື້ນທີ່ 87,200 ຕາກິໂລແມັດ ໃນພື້ນທີ່ 15 ແຂວງ ຈາກທັງໝົດ 17 ແຂວງ ແລະ 1 ນະຄອນຫຼວງ ທີ່ມີເນື້ອທີ່ລວມທັງໝົດ 236,800 ກິໂຕຕາແມັດ.
  • ໃນໄລຍະກວ່າ 44 ປີມານີ້ ມີປະຊາຊົນລາວຫຼາຍກວ່າ 15,000 ຄົນແລ້ວ ທີ່ຕ້ອງຮັບເຄາະຈາກລະເບີດຕົກຄ້າງ ແຕ່ປາງສົງຄາມ.

ພື້ນທີ່ທີ່ມີລະເບີດບໍ່ທັນແຕກຕົກຄ້າງ ຫຼາຍທີ່ສຸດຢູ່ແຂວງຊຽງຂວາງ ເຊິ່ງເປັນທີ່ຕັ້ງຂອງທົ່ງໄຫກິນ (The Plain of Jars) ວ່າທີ່ ມໍລະດົກໂລກ (World Heritage) ແຫ່ງທີ 3 ຂອງລາວ ທີ່ຄາດວ່າຈະຖືກຮັບຮອງຈາກ Unesco ໄວໆນີ້ ແຕ່ນັກທ່ອງທ່ຽວຕ້ອງລະມັດລະວັງ ຄືຕ້ອງປະຕິບັດຕາມຄຳແນະນຳຂອງ ພະນັກງານນຳທ່ຽວຢ່າງເຄັ່ງຄັດ ຫຼືຢ່າອອກຈາກເສັ້ນທາງທີ່ກຳນົດໃຫ້ ຍ່າງເດັດຂາດ ເພື່ອຄວາມປອດໄພ.

ເຊິ່ງຈາກການປະເມີນຂອງ ອົງການເກັບກູ້ລະເບີດແຫ່ງຊາດລາວ ( Lao National Unexploded Ordnance Programme) ວ່າ ຖ້າການເກັບກູ້ລະເບີດບໍ່ທັນແຕກໃນລາວ ຍັງຄົງດຳເນີນໄປຄືກັບໃນໄລຍະ 10 ທີ່ຜ່ານມາ ຄົງຕ້ອງໃຊ້ເວລາອີກນັບ 100 ປີ ຂ້າງໜ້າກໍຍັງຄົງຈະເກັບກູ້ບໍ່ທັນໝົດ ເວັ້ນເສຍແຕ່ວ່າ ອົງການເກັບກູ້ລະເບີດບໍ່ທັນແຕກຂອງລາວ ໄດ້ຮັບການຊ່ວຍເຫຼືອຢ່າງພຽງພໍ ດ້ວຍເງິນຫຼາຍກວ່າ 300 ລ້ານລູກ x 300 ໂດລາສະຫະລັດ = 90,000 ລ້ານ ໂດລາສະຫະລັດ.

ຂໍ້ມູນທີ່ມາຂອງບົດ: ສົງຄາມ ປະຫວັດສາດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...