Homeຂ່າວການສຶກສາຫົວພັນ ຮ່ວມຕີລາຄາ 6 ໜ້າວຽກໃຫຍ່ວຽກງານສຶກສາ ແລະ ກິລາ ສົກປີ 2014-2015

ຫົວພັນ ຮ່ວມຕີລາຄາ 6 ໜ້າວຽກໃຫຍ່ວຽກງານສຶກສາ ແລະ ກິລາ ສົກປີ 2014-2015

Published on

ຕອນເຊົ້າວັນທີ 22 ກໍລະກົດ 2015 ນີ້ ຢູ່ທີ່ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ຈັດກອງປະຊຸມຮ່ວມສະຫຼຸບຕີລາຄາ 6 ໜ້າວຽກສຳຄັນຂອງການສຶກສາ ແລະ ກິລາ ລະຫວ່າງຫົວໜ້າ,ຄະນະພະແກນສຶກສາທິການ ແລະ ກິລາ ແຂວງຫົວພັນ ກັບ ຫົວໜ້າ,ຄະນະຫ້ອງການສຶກສາທິການ ແລະ ກິລາ 10 ເມືອງ ທົ່ວແຂວງຫົວພັນ ແລະ ໂຮງຮຽນອ້ອມຂ້າງແຂວງ

ພາຍໃຕ້ການເປັນປະທານ ແລະ ເຂົ້າຮ່ວມຂອງ ທ່ານ ເພີດ ມາປັນຍາ ກຳມະການພັກແຂວງ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ,ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ມາຈາກ 10 ເມືອງທົ່ວແຂວງ ແລະ ຜູ້ອຳນວຍການໂຮງຮຽນອ້ອມແຂວງເຂົ້າຮ່ວມຢ່າງຕັ້ງໜ້າ ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະ ຫຼຸບ 6 ໜ້າວຽກໃຫຍ່ທີ່ສຳຄັນຂອງວຽກງານການສຶກສາ ແລະ ກິລາ ໃນແຂວງຫົວພັນ ຈາກ 6 ຂະແໜງການຢູ່ໃນ ພະແນກສຶກສາທິການ ແລະ ກິລາແຂວງ ຂຶ້ນລາຍງານບົດສະຫຼຸບຕີລາການຈັດຕັ້ງປະຕິບັດໃນສົກປີ 2014-2015

ໃນໄລຍະຜ່ານມາເຊິ່ງເຫັນໄດ້ຫຼາຍດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນບຸກບືນສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າໂດຍສະເພາະແມ່ນ: ວຽກງານການຈັດຕັ້ງປະຕິບັດວຽກງານບໍລິຫານ-ການເງິນ ແລະ ວຽກກໍ່ສ້າງ ສົກປີ 2014-2015 ຜ່ານໂດຍ ທ່ານ ທອງວັນ ບຸນທະວົງ ຮອງຫົວໜ້າຂະແໜງບໍລິຫານ,ວຽກງານການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ຂອງກະຊວງສຶກສາທິການ ແລະ ກິລາ ຜ່ານໂດຍ ທ່ານ ສຸພາກອນ ແກ້ວຄຳພູ ຫົວໜ້າຂະແໜງ ອະນຸບານ ແລະ ປະຖົມສຶກສາ,ວຽກງານຈັດວາງຊັບຊ້ອນ,ຄັດເລືອກ,ຄຸ້ມຄອງ-ນຳໃຊ້ພະນັກງານ ສົກປີ 2014-2015 ຜ່ານໂດຍ ທ່ານ ວົງສີ ສິງດາທອງ ຫົວໜ້າຂະແໜງຈັດຕັ້ງ-ພະນັກງານ,ວຽກງານກວດກາສະພາບປະກົດການຫຍໍ້ທໍ້ຕ່າງໆຂອງຂະແໜງການສຶກສາ,ຮ່າງຄຳສັ່ງແນະນຳກ່ຽວກັບກການສະກັດກັ້ນ ແລະ ແກ້ໄຂນັກຮຽນ,ຄູ-ພະນັງານທີ່ເສບຢາເສບຕິດຢ່າງແທດເໝາະສົກປີ 2014-2015 ຜ່ານໂດຍ ທ່ານ ສີພອນ ຈັນດາວົງໄຊ ຫົວໜ້າຂະແໜງກວດກາ ແລະ ປະເມີນຜົນ,ວຽກງານວາງແຜນສ້າງກອງທຶນພັດທະນາກິລາກາຍຍະກຳທົ່ວແຂວງ ຜ່ານໂດຍ ເພັດລາວອນ ບໍລະສິງ ຫົວໜ້າຂະແໜງ ພະລະ ແລະ ສິລະປະສຶກສາ

ພ້ອມທັງທົບທວນຄືນການນຳສະເໜີການປະຕິບັດນະໂຍບາຍໂມງເກີນຄືນໃຫ້ພະນັກງານ-ຄູ ຕາມດຳລັດ 177 / ລບ ທັງນີ້ກໍ່ເພື່ອເປັນການຖອດຖອນບົດຮຽນໃນການພັດທະນາການສຶກສາ ຈາກຂັ້ນເທິງລົງສູ່ຂັ້ນທ້ອງຖິ່ນຫຼືຂັ້ນຕ່າງໆໃນຖັນແຖວການສຶກສາໃນຂອບເຂດທົ່ວປະເທດເວົ້າລວມ,ເວົ້າສະເພາະແຂວງຫົວພັນ ໃນການດຳເນີນກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ພ້ອມກັນພັດປ່ຽນກັນປະກອບຄຳເຫັນໃສ່ບົດມະຕິກອງປະຊຸມຢ່າງມີເຫດຜົນ ແລະ ເປັນບົດຮຽນໃນການວາງແຜນໃນສົກປີຕໍ່ໆໄປ

10256515_1633143360306128_6321781189924864957_n

11264835_1633143240306140_5980487417698993413_n

11737951_1633143396972791_8669083500767695830_n

11745919_1633143270306137_8204295716415453880_n

11751438_1633143243639473_1457192785786966055_n

11781800_1633143276972803_7819473763806649728_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...