Homeລົດຍົນ-ຍານພາຫະນະງ່າຍໆ ກັບ​ວິທີ​ກຳຈັດ​ຝ້າ​ກະ​ຈົກ

ງ່າຍໆ ກັບ​ວິທີ​ກຳຈັດ​ຝ້າ​ກະ​ຈົກ

Published on

ງ່າຍໆ ກັບ​ວິທີ​ກຳຈັດ​ຝ້າ​ກະ​ຈົກ

ຊ່ວງ​ທີ່​ຝົນ​ຕົກ ​ຫຼື​ ອາ​ກາດ​ເຢັນ​ລົງ​ ຫຼາຍ​ຄົນ​ອາດ​ປະ​ສົບ​ບັນຫາ​ເວລາ​ຂັບ​ລົດ​​ແລ້ວ​ກະ​ຈົກ​ໜ້າ ແລະ​ ກະ​ຈົກ​ຫຼັງ​ເກີດ​ຝ້າ ເຮັດໃຫ້​ທັດ​ສະນະ​ວິ​ໄສ​ໃນ​ການ​ຂັບ​ຂີ່​ບໍ່​ດີ​ເທົ່າ​ທີ່​ຄວນ ຕ້ອງ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ເປັນ​ພິເສດ ແຕ່​ພໍ​ຈະ​ລອງ​ໄລ່​ຝ້າ​ໃຫ້​ຫາຍ​ໄປ​ຈາກ​ກະ​ຈົກ​ໜ້າ​ຂອງ​ລົດ​ເຮົາ​ນັ້ນ ເຮົາ​ກໍ​ບໍ່​ຮູ້​ວິທີ​ການ​ທີ່​ແນ່ນອນ​ແລະ​ຊັດເຈນ ເຄີຍ​ເປັນ​ບໍ່ ພໍ​ຝ້າ​ຂຶ້ນ​ແລ້ວ​ເຮົາ​ພະຍາຍາມ​ໄລ່​ໃຫ້​ໝົດ​ໄປ ແຕ່​ກັບ​ໜັກ​ກວ່າ​ເກົ່າ ບາດນີ້​ລະ​ມືດ​ມົວ​ເບິ່ງ​ຫຍັງ​ຈົນ​ບໍ່​ເຫັນ​ເລີຍ ມື້​ນີ້​ ​ຈະ​ນຳ​ເອົາ​ສາ​ລະ​ວິທີ​ການ​ໄລ່​ຝ້າ​ແບບ​ໄດ້​ຜົນ​ເຫັນໆ ພ້ອມ​ທັງ​ສາ​ເຫດ​ທີ່​ເຮັດໃຫ້​ຝ້າ​ເກີດ​ຂຶ້ນ​ມາ​ໃຫ້​ຮູ້​ກັນ ຈະ​ໄດ້​ຮູ້​ວິທີ​ຈັດການ​ກັບ​ມັນ​ໃຫ້​ເຫັນ​ຜົນ

foggy-windshield

ຝ້າ​ທີ່​ກະ​ຈົກ​ເກີດ​ຈາກ​ອຸນຫະພູມ​ຄວາມ​ຊື້ນ​ພາຍ​ໃນ​ແລະ​ພາຍນອກ​ລົດ​ແຕກ​ຕ່າງ​ກັນ ຝ້າ​ທີ່​ກະ​ຈົກດ້ານ​ນອກ ເກີດ​ຈາກ​ອຸນຫະພູມ​ພາຍນອກ​ສູງ​ກວ່າ​ພາຍ​ໃນ ແລະ​ຝ້າ​ທີ່​ກະ​ຈົກ​ດ້ານ​ໃນ​ເກີດ​ຈາກ​ອຸນຫະພູມ​ພາຍ​ໃນ​ລົດ​ສູງ​ກວ່າ​ພາຍນອກ ວິທີ​ແກ້​ໄຂ​ງ່າຍໆ ຄື ປັບ​ເພີ່ມລຸດ​ຄວາມ​ເຢັນ​ແອ​ໃຫ້​ເກີດ​ຄວາມ​ສົມ​ດຸນ​ກັນ ການ​ປັບ​ທິດ​ທາງ​ຊ່ອງ​ລົມ​ແລະ​ຄວາມ​ແຮງ​ລົມ ການ​ໃຊ້​ທີ່​ປັດ​ນ້ຳ​ຝົນ ໃຊ້​ຜ້າ​ເຊັດ ແລະ​ການ​ແງ້ມ​ກະ​ຈົກ​ໃຫ້​ອຸນຫະພູມ​ພາຍ​ໃນ​ແລະ​ພາຍນອກ​ລົດ​ເທົ່າ​ກັນ ບໍ່ດົນ​ຝ້າ​ທີ່​ເກາະ​ເທິງ​ກະ​ຈົກ​ກໍ​ຫາຍ​ໄປ

Froggy

ການ​ໄລ່​ຝ້າ​ກະ​ຈົກ​ໜ້າ ບໍ່​ວ່າ​ຈະ​ດ້ວຍ​ສາ​ເຫດ​ໃດ​ກໍ​ຕາມ ຜູ້​ຂັບ​ຂີ່​ກໍ​ຕ້ອງ​ກຳຈັດ​ຝ້າ​ນັ້ນ​ອອກ​ໄປ​ເພື່ອ​ເພີ່ມ​ທັດ​ນະ​ວິ​ໄສ​ໃນ​ການ​ເບິ່ງເຫັນ ຜູ້​ຂັບ​ຂີ່​ຫຼາຍ​ທ່ານ​ໄດ້​ເຮັດ​ຄວາມ​ເຂົ້າໃຈ​ກັບ​ຄູ່​ມື​ການ​ໃຊ້​ລົດ​ກ່ຽວກັບ​ຝ້າ​ທີ່​ກະ​ຈົກ​ບັງ​ລົມ​ໜ້າ ແລະ​ໃນ​ຄູ່​ມື​ການ​ໃຊ້​ລົດ​ລະ​ບຸ​ໄວ້​ວ່າ​ການ​ໄລ່​ຝ້າ​ດ້ານ​ໃນ​ກະ​ຈົກ​ບັງ​ລົມ​ໜ້າ​ຄວນ​ປະຕິບັດ​ດັ່ງ​ນີ້
1. ຕັ້ງ​ຄວາມ​ແຮງ​ພັດ​ລົມ ໄປ​ທີ່​ຄວາມ​ແຮງ​ຕາມ​ຄວາມ​ຕ້ອງ​ການ ຍົກ​ເວັ້ນ OFF (ປິດ)
2. ຕັ້ງ​ອຸນຫະພູມ ໄປ​ທີ່​ອຸນຫະພູມ​ຕາມ​ຄວາມ​ຕ້ອງ​ການ ຍົກ​ເວັ້ນ OFF (ປິດ)
3. ຕັ້ງ​ຊ່ອງ​ອາ​ກາດ​ເຂົ້າ ໄປ​ທີ່​ຮັບ​ອາ​ກາດ​ພາຍນອກ

ການ​ເປີດ​ຊ່ອງ​ຮັບ​ອາ​ກາດ​ດ້ານ​ນອກ​ເຂົ້າ​ມາ ເພື່ອ​ປັບ​ອຸນຫະພູມ​ພາຍ​ໃນ​ຫ້ອງ​ໂດຍ​ສານ ໃຫ້​ໃກ້​ຄຽງ​ກັບ​ອຸນຫະພູມ​ດ້ານ​ນອກ​ຈະ​ຊ່ວຍ​ລຸດ​ການ​ເກີດ​ຝ້າ​ໄດ້ ແຕ່​ບາງເທື່ອ​ອາດ​ມີ​ສິ່ງ​ແປກປອມ​ເລັດ​ລອດ​ເຂົ້າ​ມາ​ໄປ​ຕິດ​ທີ່​ຕູ້​ແອ ສົ່ງ​ຜົນ​ໃຫ້​ຕູ້​ແອອຸດ​ຕັນ​ແລະ​ເກີດ​ການ​ເສຍຫາຍໃນ​ທີ່ສຸດ ດັ່ງ​ນັ້ນ ທາງ​ຜູ້​ຂັບ​ຂີ່​ຈະ​ຕ້ອງ​ລະ​ມັດ​ລະ​ວັງ​​ຈຸດ​ນີ້​ໄວ້​ນຳ ແຕ່​ຖ້າ​ຜູ້​ຂັບ​ຂີ່​ໝັ່ນໃຈ​ວ່າ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ມີ​ຜົນ​ຕາມ​ມາ​ກໍ​ສາມາດ​ກະທຳ​ໄດ້​ຕາມ​ຂໍ້ຄວາມ​ຂ້າງ​ຕົ້ນ

ການ​ໄລ່​ຝ້າ​ກະ​ຈົກ​ຫຼັງ ປຸ່ມ​ໄລ່​ຝ້າ ອຸປະກອນ​ທີ່​ຊ່ວຍ​ເພີ່ມ​ທັດສະ​ນະ​ວິ​ໄສ​ໃນ​ການ​ຂັບ​ຂີ່ ເພື່ອ​ຄວາມ​ປອດ​ໄພ​ຫາຍ​ຂຶ້ນ ເສັ້ນ​ໄລ່​ຝ້າ​ຕິດ​ຕັ້ງ​ຢູ່​ທີ່​ກະ​ຈົກ​ຫຼັງ (ສະເພາະ​ລຸ້ນ​ທີ່​ມີ) ເປັນ​ເສັ້ນ​ລວດ​ທີ່​ເຮັດ​ມາ​ຈາກ​​ທອງ​ແດງ ໂດຍ​ຝັງ​ຢູ່​ເທິງ​ຜິວ​ໜ້າ​ຂອງ​ກະ​ຈົກ ເມື່ອ​ມີ​ກະ​ແສ​ໄຟ​ຟ້າ​ໄຫຼ​ຜ່ານ​ເຂົ້າໄປ​ທີ່​ຂົດ​ລວດ ຈະ​ກໍ່​ໃຫ້​ເກີດ​ຄວາມ​ຮ້ອນ​ທີ່​ກະ​ຈົກ ຫຍົດ​ນ້ຳ​ທີ່ເກີດຂື້ນ​ເທິງ​ກະ​ຈົກຈະ​ຫາຍ​ໄປ ເຮັດໃຫ້​ເບິ່ງຜ່ານ​ກະ​ຈົກ​ໄດ້​ຢ່າງ​ຊັດເຈນ

AirCondition

ໃນ​ລົດ​​ແຕ່​ລະ​ລຸ້ນ​ຈະ​ແຕກ​ຕ່າງ​ກັນ​ໄປ ລວມ​ເຖິງ​ສັນຍະລັກ​ ຫຼື ​ຕຳແໜ່ງ​ຂອງສະ​ວິດ ເຊີ່ງ​ໃນ​ລົດ​​ບາງ​ລຸ້ນ​ສາມາດ​ທີ່​ຈະ​ຕັດ​ການເຮັດວຽກໂດຍ​ອັດຕະ​ໂນ​ມັດ ໃນ​ກໍລະນີ​ທີ່​ກະ​ຈົກ​ແຫ້ງ​ ຫຼື ​ຂົດ​ລວດ​ຮ້ອນ​ເກີນ​ໄປ ແຕ່​ຖ້າ​ຫາກ​ໃນ​ລົດ​​ທີ່​ບໍ່​ມີ​ຕົວ​ຕັດ​ການເຮັດວຽກ ອັນ​ນີ້​ຕ້ອງ​ລະ​ວັງ​ເປັນ​ພິເສດ ເພາະ​ອາດ​ເຮັດໃຫ້​ກະ​ຈົກ​ແຕກ​ເສຍ​ຫາຍ​ໄດ້ ດັ່ງ​ນັ້ນ ເມື່ອ​ເຫັນ​ວ່າ​ກະ​ຈົກ​ແຫ້ງ ກໍ​ຄວນ​ກົດສະວິດຕັດ​ການເຮັດວຽກ​ທັນ​ທີ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...