spot_img
Homeຂ່າວການພັດທະນາ40 ປີ ບົນເສັ້ນທາງການພັດທະນາ ແລະ ຫັນທິດສູ່ທັນສະໄໝຍືນຍົງຂອງ ສປປ ລາວ

40 ປີ ບົນເສັ້ນທາງການພັດທະນາ ແລະ ຫັນທິດສູ່ທັນສະໄໝຍືນຍົງຂອງ ສປປ ລາວ

Published on

thongloun

ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ(2 ທັນວາ 1975-2 ທັນວາ 2015), ທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນ ເມື່ອບໍ່ດົນນີ້ວ່າ: ຕະຫລອດໄລຍະ 40 ປີແຫ່ງພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໃຕ້ການ ນຳພາຂອງ ພັກປະຊາຊົນປະຕິວັດລາວ ແລະ ດ້ວຍການ ເສີມຂະ ຫຍາຍກຳລັງແຮງສັງລວມຂອງຊາດ ແລະ ຂອງຍຸກສະໄໝ, ສປປ ລາວ ໄດ້ຕັ້ງໜ້າປະຕິບັດມະຕິກອງ ປະຊຸມໃຫຍ່ຂອງພັກແຕ່ລະສະໄໝ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະຄັ້ງດ້ວຍຄວາມເປັນເຈົ້າການ ແລະ ມີຜົນສຳເລັດໃນຫລາຍດ້ານ, ສາມາດຮັບປະກັນຄວາມມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປົວແປງດີຂຶ້ນເປັນລຳດັບ, ບົດບາດອິດທິພົນຂອງ ສປປ ລາວ ຕໍ່ພາກພື້ນ ແລະ ສາກົນນັບມື້ພົ້ນເດັ່ນຂຶ້ນ, ລວມຍອດຜະລິດຕະພັນພາຍໃນ(GDP)ເພີ່ມຂຶ້ນໃນແຕ່ລະໄລຍະຄື ຈາກສະເລ່ຍ 5,5% ຕໍ່ປີໃນສົກປີ 1981-1985 ມາເປັນ 8,1% ຕໍ່ປີໃນສົກປີ 2011-2014. ໃນດ້ານສັງຄົມ ແລະ ການພັດທະນາໂດຍລວມກໍ່ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆມາ, ໃນນັ້ນອັດຕາຄວາມ ທຸກຍາກໄດ້ຫລຸດລົງເປັນກ້າວໆຈາກ 48% ໃນປີ 1992 ມາເປັນ 27,6% ໃນປີ 2008 ແລະ ມາຮອດປີ 2013 ຍັງເຫລືອພຽງ 20,5%, ເຊິ່ງຄາດວ່າໃນປີ 2015 ຈະຫລຸດລົງເຫລືອ 17%. ສ່ວນຂະແໜງການສຶກ ສາກໍໄດ້ຮັບການປັບປຸງດີຂຶ້ນບໍ່ວ່າທາງດ້ານປະລິມານ ແລະ ຄຸນນະພາບ, ໃນນີ້ອັດຕາການເຂົ້າຮຽນ ສຸດທິຂອງລະດັບຊັ້ນປະຖົມແມ່ນບັນລຸໄດ້ເຖິງ 95% ໃນທົ່ວປະເທດ, ຂະນະທີ່ການບໍລິການດ້ານສາທາ ລະນະສຸກໂດຍສະເພາະໂຮງໝໍກໍໄດ້ມີການປັບປຸງການບໍລິການ ແລະ ລະບົບການເກີດລູກໂດຍບໍ່ເສຍ ຄ່າກໍໄດ້ຮັບການຂະຫຍາຍຈາກສູນກາງລົງສູ່ທ້ອງຖິ່ນຢ່າງກວ້າງ ຂວາງ. ເວົ້າລວມແລ້ວ, ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແຫ່ງຊາດ ແລະ ສາກົນເປັນສ່ວນຫລາຍ, ເຊິ່ງເຮັດໃຫ້ປະຊາຊົນ ບັນດາເຜົ່າມີຄວາມເພິງພໍໃຈຕໍ່ການພັດທະນາປະເທດ, ຍ້ອນເຂົາເຈົ້າໄດ້ທຳມາຫາກິນຢ່າງສະ ຫງົບສຸກໃນຕະຫລອດ 40 ປີຜ່ານມາ.

ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກ່າວວ່າ: ເຖິງຢ່າງໃດກໍຕາມ, ເນື່ອງຈາກ ສປປ ລາວ, ຍັງເປັນປະເທດດ້ວຍພັດທະນາ ແລະ ບໍ່ມີຊາຍແດນຕິດກັບທະເລສະນັ້ນ, ຈຶ່ງປາສະຈາກບໍ່ໄດ້ສິ່ງ ທ້າທາຍຫລາຍຢ່າງ ເຊັ່ນ: ພື້ນຖານເສດຖະກິດຂອງປະເທດຍັງມີລັກສະນະບອບບາງສ່ວນໃຫຍ່ ແມ່ນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ, ການຜະລິດເປັນສິນຄ້າຍັງບໍ່ທັນຂະຫຍາຍຕົວ ແລະ ມີຄວາມຫລາກຫລາຍ, ການສ້າງຕັ້ງກຸ່ມຜູ້ຜະລິດຍັງຈຳກັດ ເຮັດໃຫ້ມີຄວາມອ່ອນໄຫວຕໍ່ປັດ​ໄຈພາຍນອກ ເປັນຕົ້ນ: ການປ່ຽນແປງຂອງລາຄາສີນຄ້າ, ຄຸນນະພາບ ແລະ ປະລິມານຂອງສີນຄ້າຍັງ ມີຄວາມສ່ຽງຕໍ່ກັບການແຂ່ງຂັນກັບຕະຫລາດສາກົນ. ສິ່ງທ້າທາຍອີກປະການໜຶ່ງກໍແມ່ນຄຸນ ນະພາບຂອງນັກລົງທຶນຍັງບໍ່ສູງ ເປັນຕົ້ນແມ່ນການໂອນຖ່າຍເຕັກໂນໂລຊີ ແລະ ການສ້າງວຽກເຮັດ ງານທຳໃຫ້ປະຊາຊົນບໍ່ທັນທົ່ວເຖິງ.

ສ່ວນໃນດ້ານສັງຄົມ, ເຖິງວ່າພວກເຮົາຈະສາມາດຈັດຕັ້ງປະຕິບັດເປົ້າໝາຍສະຫັດສະ ຫວັດໄດ້ເປັນ ສ່ວນໃຫຍ່, ແຕ່ກໍຍັງມີບາງເປົ້າໝາຍຍັງຕ້ອງໄດ້ເອົາໃຈໃສ່ຕື່ມ ເປັນຕົ້ນ: ບັນຫາການຂາດໂພສະ ນາການໃນເດັກອາຍຸຕ່ຳກວ່າ 5 ປີ, ອັດຕາການຕາຍຂອງເດັກ ແລະ ແມ່ ຍັງຖືວ່າສູງຖ້າທຽບໃສ່ມາດ ຕະຖານສາກົນ, ບັນຫາລະເບີດບໍ່ທັນແຕກຕົກຄ້າງໃນປາງສົງຄາມຍັງສືບຕໍ່ເປັນອຸປະສັກອັນໃຫຍ່ ຫລວງກີດຂວາງການພັດທະນາ ແລະ ເປັນໄພຂົ່ມຂູ່ຕໍ່ການດຳລົງຊີວິດຂອງປະຊາຊົນ, ເຊິ່ງລັດຖະບານໄດ້ກຳນົດເອົາການແກ້ໄຂຜົນກະທົບຈາກລະເບີດບໍ່ທັນແຕກເປັນເປົ້າໝາຍ (MDG) ແຫ່ງຊາດ(ເປົ້າໝາຍທີ 9). ສຳລັບການພັດທະນາຢູ່ແຕ່ລະທ້ອງຖິ່ນຍັງມີການແຕກໂຕນກັນລະຫວ່າງຂົ້ວທຸກກັບຂົ້ວຮັ່ງຍັງບໍ່ທັນຮັດແຄບໄດ້ເທົ່າທີ່ຄວນ, ການຂະຫຍາຍພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ຊີວິດການເປັນຢູ່ຕິດພັນກັບການສົ່ງເສີມ ການຜະລິດເປັນສີນຄ້າສ້າງລາຍໄດ້ຂອງຄອບຄົວ ແລະ ກຸ່ມການຜະລິດຍັງບໍ່ທັນທົ່ວເຖິງເຂດຫ່າງໄກ ສອກຫລີກ, ການຈັດສັນພູມລຳເນົາບ່ອນຢູ່ອາ​ໄສ, ບ່ອນທຳການຜະລິດທີ່ຖາວອນໝັ້ນຄົງ ແລະ ອາຊີບທີ່ໝັ້ນທ່ຽງຍັງໄດ້ບຸກບືນຫລາຍໃນຊຸມປີຕໍ່ໜ້າ. ຂະນະດຽວກັນດ້ານຊັບພະຍາກນມະນຸດຍັງຕ້ອງໄດ້ພັດທະນາຫລາຍກວ່ານີ້ ເພື່ອຕອບສະໜອງໃນ ເງື່ອນໄຂທີ່ປະເທດພວມເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ຄວາມສາມາດໃນການແຂ່ງຂັນຂອງພາກເອກະຊົນຍັງບໍ່ທັນສູງ, ການຮັກສາສະຖຽນລະພາບທາງດ້ານເສດຖະກິດ ມະຫາພາກຕາມ ກົນ ໄກເສດ ຖະກິດຕະຫລາດຕ້ອງໄດ້ມີມາດຕະການບໍລິການທີ່ດີກວ່ານີ້, ນອກຈາກນີ້, ສປປ ລາວ ຍັງຕ້ອງໄດ້ຮັບມືກັບການປ່ຽນແປງດິນຟ້າອາກາດ ເປັນຕົ້ນ: ໄພແຫ້ງແລ້ງ, ນ້ຳຖ້ວມ, ການປ່ຽນ ແປງຂອງອຸນຫະພູມ ແລະ ອື່ນໆ, ເຊິ່ງບັນຫາດັ່ງກ່າວກໍເປັນການທ່ວງດຶງບໍ່ໜ້ອຍຕໍ່ການພັດທະ ນາຂອງລາວ ແລະ ຕໍ່ສິ່ງທ້າທາຍທີ່ກ່າວມານັ້ນ, ລັດຖະບານຈຶ່ງກຳນົດຈຸດໝາຍລວມຍຸດທະສາດ ແລະ ບູລິມະສິດສຳລັບການພັດທະນາປະເທດໃນອີກໄລຍະ 5 -10 ປີຕໍ່ໜ້າ, ໂດຍສະເພາະແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ຄື: “ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສືບຕໍ່ແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ, ບັນລຸເງື່ອນໄຂຂອງການຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາໃນປີ 2020 ໂດຍຊຸກຍູ້ການເຕີບໂຕທີ່ຕໍ່ເນື່ອງ, ສົມດູນ ແລະ ຍືນຍົງ, ມີການຄຸ້ມຄອງ ແລະ ນຳໃຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນສູງ, ສ້າງໃຫ້ໄດ້ການຫັນ ປ່ຽນຮູບການພັດທະນາຕາມທິດເສີມຂະຫຍາຍທ່າແຮງທີ່ບົ່ມຊ້ອນ ແລະ ຂໍ້ໄດ້ປຽບຂອງປະເທດ, ເຂົ້າຮ່ວມໃນການເຊື່ອມໂຍງກັບພາກພື້ນ ແລະ ສາກົນຢ່າງເປັນເຈົ້າການ”.

ພ້ອມກັນນັ້ນ, ກໍໄດ້ຮ່າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 10 ປີ(2016-2025), ເຊິ່ງໃນນັ້ນລວມມີ: ຕັ້ງໜ້າປະຕິບັດບັນດາເງື່ອນໄຂເພື່ອຫລຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາໃນປີ 2020 ເພື່ອບັນລຸຢ່າງສົມບູນໃນປີ 2025, ສ້າງພື້ນຖານການພັດທະນາ ໃນຕໍ່ໜ້າຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ພັດທະນາຢ່າງສົມສ່ວນລະຫວ່າງເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດຍືນຍົງ ແລະ ສີຂຽວ. ຄຽງຄູ່ກັນນັ້ນກໍພັດທະນາການປົກຄອງ ແລະ ລະບອບລະບຽບການບໍລິ ຫານລັດດ້ວຍກົດໝາຍໃຫ້ມີຄວາມສັກສິດ, ຫັນບັນດາກະຊວງ-ອົງການຂັ້ນສູນກາງໃຫ້ປະຕິບັດພາລະ ບົບບາດຄຸ້ມຄອງມະຫາພາກເປັນຕົ້ນຕໍ ແລະ ເພີ່ມຄວາມຮັບຜິດຊອບໃຫ້ອົງການປົກຄອງທ້ອງຖິ່ນ ຫລາຍຂຶ້ນຕາມທິດ 3 ສ້າງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຍືນຍົງ ແລະ ຕໍ່ເນື່ອງ, ເພີ່ມທະວີການ ຮ່ວມມື, ການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ຫັນປະເທດໃຫ້ເປັນໃຈກາງ ເຊື່ອມຕໍ່ ແລະ ການບໍລິການຜ່ານຂອງພາກພື້ນໃຫ້ມີປະສິດທິຜົນສູງສຸດ, ເຂົ້າຮ່ວມຂະບວນການ ເຄື່ອນໄຫວຂອງສາກົນຢ່າງຫ້າວຫັນ ແລະ ສືບຕໍ່ປະຕິບັດພັນທະຕໍ່ສາກົນຢ່າງເປັນເຈົ້າການ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...