ງານວິໄຈຈາກວາລະສານວິຊາການ American Journal of Public Health ເຜີຍວ່າ ຄົນອ້ວນມີໂອກາດທີ່ຈະມີນ້ຳໜັກປົກກະຕິພຽງແຕ່ 1 ໃນ 210 ເທົ່ານັ້ນສຳລັບຜູ້ຊາຍ ແລະ 1 ໃນ 124 ເທົ່ານັ້ນສຳລັບຜູ້ຍິງ ສ່ວນຄົົນທີ່ອ້ວນຫລາຍນັ້ນໂອກາດທີ່ຈະມີນ້ຳໜັກປົກກະຕິເຫຼືພຽງແຕ່ 1 ໃນ 1, 290 ເທົ່ານັ້ນສຳລັບຜູ້ຊາຍ ແລະ 1 ໃນ 677 ເທົ່ານັ້ນສຳຫົນຮັບຜູ້ຍິງ
ງານວິໄຈນີ້ໄດ້ຮັບການສະໜັບສະໜູນຈາກສະຖາບັນວິໄຈສຸກຂະພາບແຫ່ງຊາດ ແຫ່ງລາດສະອານາຈັກ ນັກວິໄຈໄດ້ສຶກສາຕົວຢ່າງ 278, 982 ຄົນ (ຊາຍ 129, 194 ຄົນ ຍິງ 149, 788 ຄົນ) ຈາກທີ່ເກັບຂໍ້ມູນຕັ້ງແຕ່ປີ 2004 ຈົນເຖິງປີ 2014 ງານວິໄຈນີ້ໄດ້ເບິ່ງທີ່ຄວາມໜ້າຈະເປັນທີ່ຄົນອ້ວນຈະມີນ້ຳໜັກຜິດປົກກະຕິຫລືຄິດເປັນລຸດນ້ຳໜັກໄດ້ 5 ເປີເຊັນ ໂດຍບໍ່ມີການຄິດລວມຜູ້ປ່ວຍທີ່ເຂົ້າຮັບການຜ່າຕັດເພື່ອລຸດໄຂມັນ ສ່ວນການປະເມີນການປ່ຽນແປງນ້ຳໜັກນັ້ນໃຊ້ຄ່າດັດສະນີ ໃນການປະເມີນ
ໂດຍລວມແລ້ວ ມີຜູ້ຊາຍພຽງ 1, 283 ຄົນ ແລະຜູ້ຍິງ 2, 245 ທີ່ມີດັດສະນີ 30-35 ສາມາດລຸດນ້ຳໜັກໄດ້ຈົນເຖິງລະດັບປົກກະຕິ ຫລືທຽບໄດ້ເປັນຄວາມໜ້າຈະເປັນ 1 ໃນ 210 ເທົ່ານັ້ນສຳລັບຜູ້ຊາຍ ແລະ 1 ໃນ 124 ເທົ່ານັ້ນສຳລັບຜູ້ຍິງ ສ່ວນຄົົນທີ່ມີດັດສະນີ 40 ນັ້ນ ໂອກາດທີ່ຈະກັບມາມີນ້ຳໜັກປົກກະຕິເຫລືອພຽງແຄ່ 1 ໃນ 1, 290 ເທົ່ານັ້ນສຳລັບຜູ້ຊາຍ ແລະ 1 ໃນ 677 ເທົ່ານັ້ນສຳລັບຜູ້ຍິງ
ນັກວິໄຈພົບວ່າປະມານ 1 ໃນ 3 ຂອງບັນດາຄົົນທີ່ເປັນພະຍາດອ້ວນນັ້ນມີວົງຈົນການເພີ່ມຂຶ້ນແລະລຸດລົງຂອງນ້ຳໜັກ ການສຶກສາເທື່ອນີ້ໄດ້ສະຫລຸບວ່າ ການປິ່ນປົວພະຍາດອ້ວນໃນປະຈຸບັນນັ້ນອາດຈະບໍ່ໄດ້ຜົນໃນລະດັບປະຊາກອນສຶກສາ
ດຮ.ອະລິຊອນ ຟິນເດດ ນັກວິໄຈແຫ່ງຄິງສ໌ຄອນເລດລອນດອນ ນັກວິໄຈຫລັກໃນການສຶກສາເທື່ອນີ້ຊີ້ວ່າ “ການລຸດນ້ຳໜັກ 5-10 ເປີເຊັນຂອງນ້ຳໜັກຮ່າງກາຍນັ້ນມີຄວາມຫມາຍຕໍ່ສຸຂະພາບຢ່າງຫລາຍ ແລະແພດມັກຈະແນະນຳໃຫ້ລຸດນ້ຳໜັກໃຫ້ໄດ້ລະດັບເປົ້າໝາຍນີ້ຢູ່ສະເໝີ ການສຶກສາເທື່ອນີ້ຊີ້ວ່າຄົນເຮົາຫາຍຈາກພະຍາດອ້ວນໄດ້ຍາກພຽງໃດ”
“ວິທີການປິ່ນປົວໃນລາດສະອານາຈັກມັກຈະເປັນຮູບແບບຂອງການເຂົ້າໂປແກມຄວບຄຸມນ້ຳໜັກໂດຍມີຜູ້ຊ່ຽວຊານຖ້າໃຫ້ຄຳແນະນຳ ຫລັກຖານການວິໄຈນີ້ຊີ້ວ່າລະບົບໃນປະຈຸບັນບໍ່ໄດ້ຜົນໃນລະດັບປະຊາກອນຄົນອ້ວນກຸ່ມໃຫຍ່ໆ”
“ເມື່ອຜູ້ໃຫຍ່ເລີ່ມອ້ວນ ໂອກາດທີ່ຈະກັບມາມີນ້ຳໜັກຮ່າງກາຍທີ່ພໍເໝາະນັ້ນເປັນໄປໄດ້ຍາກ ເຮົາຕ້ອງມີວິທີການໃໝ່ເພື່ອແກ້ໄຂບັນຫາເຫລົ່ານີ້ ການປິ່ນປົວພະຍາດອ້ວນຄວນຈະເນັ້ນໄປທີ່ການປ້ອງກັນບໍ່ໃຫ້ເກີດຄວາມອ້ວນຫລາຍກວ່າ ແລະຜູ້ປ່ວຍທີ່ອ້ວນໄປແລ້ວກໍບໍ່ຄວນຈະເຮັດໃຫ້ອ້ວນຫລາຍຂຶ້ນໄປອີກໃນຂະນະທີ່ພະຍາຍາມຈະລຸດນ້ຳໜັກລົງ ທີ່ສຳຄັນກວ່ານັ້ນ ຈະຕ້ອງມີການປ້ອງກັນບໍ່ໃຫ້ນ້ຳໜັກເພີ່ມຕັ້ງແຕ່ທຳອິດ”
ທາງດ້ານສາສະດາຈານຍ໌ມາລ໌ຕິນ ກຸນລິຟອລ໌ດ ນັກວິໄຈອາວຸໂສໃນການສຶກສາເທື່ອນີ້ເຜີຍວ່າ “ຍຸດທະສາດທີ່ຈະຕໍ່ກອນກັບພະຍາດອ້ວນໃນປະຈຸບັນນັ້ນບໍ່ສາມາດທີ່ຈະຊ່ວຍຄົນກຸ່ມໃຫຍ່ໆທີ່ເກີດພະຍາດອ້ວນໄດ້ ເພາະມັກຈະເນັ້ນໄປທີ່ການລຸດແຄລໍລີແລະເພີ່ມກິດຈະກຳທາງກາຍະພາບ ວິທີທີ່ໜ້າຈະດີທີ່ສຸດໃນການບໍ່ໃຫ້ເກີດການລະບາດຂອງພະຍາດອ້ວນໃນລະດັບສາທາລະນະສຸກຕອນນີ້ໜ້າຈະເປັນການປ້ອງກັນບໍ່ໃຫ້ເກີດພະຍາດອ້ວນຕັ້ງແຕ່ທຳອິດ”