ການສູນເສຍການໄດ້ຍິນບໍ່ແມ່ນພະຍາດຮ້າຍທີ່ຄຸກຄາມຕໍ່ຊີວິດ ແຕ່ສ້າງບັນຫາໃຫ້ກັບການໃຊ້ຊີວິດປະຈຳວັນຂອງທຸກຄົນບໍ່ນ້ອຍ ແລະ ແມ່ນຈະບໍ່ມີສະຖິຕິລະບຸຊັດເຈນ ແຕ່ຜູ້ຊ່ຽວຊານຫລາຍຄົນເຊື່ອວ່າຮູບແບບການໃຊ້ຊີວິດສະໄໝໃໝ່ ຢ່າງເຊັ່ນການໃຊ້ຫູຟັງເພື່ອຟັງເພງຫລືເບິ່ງໜັງຜ່ານອຸປະກອນໂມບາຍເປັນເວລາດົນໆ ເລື່ອຍໄປຈົນເຖິງສຽງຕ່າງໆ ຮອບຕົວເຮົາທີ່ດັງຫລາຍຂຶ້ນເລື່ອຍໆ ອາດສົ່ງຜົນໃຫ້ເກີດພາວະການສູນເສຍການໄດ້ຍິນອັນເກີດຈາກສຽງ (ເອັນໄອເອດແອນ) ໄດ້ໃນຊ່ວງອາຍຸນ້ອຍກວ່າທີ່ຄວນຈະເປັນ
ສາສະດາຈານຍ໌ ຈິນລ໌ ກຸນວານດ໌ ນັກໂສດສຳຜັດວິທະຍາ (ອໍດິໂອໂລຈິດຕ໌) ຈາກສູນການແພດມະຫາວິທະຍາໄລແວນເດີລ໌ບິນທ໌ ໃນເມືອງແນດວິນລ໌ ລັດເທນເນດຊີ ສະຫາລັດອະເມລິກາ ບອກວ່າຄົນສ່ວນໃຫຍ່ບໍ່ສຳນຶກວ່າສະພາບແວດລ້ອມໃນຊີວິດຍຸກໃໝ່ດັງຫລາຍເກີນໄປຈົນເປັນອັນຕະລາຍຕໍ່ຫູຂອງຕົວເອງ ສະພາບແວດລ້ອມເກົ່າໆ ທີ່ເຮົາໄດ້ຍິນສຽງພຽງເພື່ອສົນທະນານັ້ນບໍ່ມີອີກຕໍ່ໄປແລ້ວ ທັງການໃສ່ຫູຟັງເພື່ອຮັບຟັງສຽງເປັນການສ່ວນຕົວ, ການເບິ່ງຄອນເສີດ, ສະພາບແວດລ້ອມໃນເທັກ, ໂຮງໜັງ ລ້ວນດັງຫລາຍແລະເປັນສິ່ງທີ່ເຮົາພົບພໍ້ເປັນປະຈຳໃນຊີວິດປະຈຳວັນ
ກຸນວານດ໌ຊີ້ວ່າ ການໄດ້ຍິນສຽງດັງຫລາຍໆ ເປັນໄລຍະເວລາດົນຍິ່ງເພີ່ມຄວາມສ່ຽງໃຫ້ເກີດການສູນເສຍການໄດ້ຍິນໃຫ້ກັບທຸກຄົນບໍ່ວ່າຈະຢູ່ໃນອາຍຸໃດ ແລະມີເຫດຜົນພໍທີ່ຈະບອກໄດ້ວ່າ ຜູ້ຄົນໃນຍຸກປະຈຸບັນມີບັນຫາເອັນໄອເອດແອນເກີດຂຶ້ນໃນອາຍຸນ້ອຍກວ່າ ຈາກສາເຫດທັງສະພາບແວດລ້ອມໃນການເຮັດວຽກງານແລະການພັກຜ່ອນຫຍ່ອນໃຈ
ເອັນໄອເອດແອນເປັນພາວະຄ່ອຍໆ ສູນເສຍຄວາມສາມາດໃນການໄດ້ຍິນລົງໄປເລື່ອຍໆ ປົກກະຕິຈະເກີດຂຶ້ນເມື່ອອາຍຸເພີ່ມຫລາຍຂຶ້ນ ແຕ່ການໄດ້ຮັບຟັງສຽງດັງຫລາຍໆ ຕັ້ງແຕ່ອາຍຸຍັງນ້ອຍ ສາມາດກໍ່ໃຫ້ເກີດພະຍາດນີ້ໄດ້ ເຊີ່ງຈະຮ້າຍກວ່າເກົ່າຫລາຍຂຶ້ນເມື່ອອາຍຸສູງຂຶ້ນໃນອະນາຄົດ
ສະຖາບັນເພື່ອຄວາມປອດໄພໃນງານອາຊີບແຫ່ງຊາດ (ເອັນໄອໂອເອດເອດ) ແລະສະມາຄົມເພື່ອສຸຂະພາບແລະຄວາມປອດໄພໃນງານອາຊີບ (ໂອເອດເອດເອ) ຂອງສະຫາລັດອະເມລິກາ ກຳນົດຄ່າມາດຕະຖານຂອງສຽງທີ່ເຮົາໄດ້ຍິນແລ້ວຍັງປອດໄພເອົາໄວ້ທີ່ລະດັບ 85 ເດຊິເບນ ເຊີ່ງດັ່ງເທົາໆ ກັບສຽງການຈະລາຈອນເທິງທ້ອງຖະໜົນທີ່ເຮົາໄດ້ຍິນເມື່ອນັ່ງຢູ່ພາຍໃນລົດ ການໄດ້ຍິນສຽງທີ່ດັ່ງກວ່າລະດັບດັ່ງກ່າວ ກໍ່ຄວາມສ່ຽງໃຫ້ເກີດການສູນເສຍການໄດ້ຍິນເມື່ອເວລາຜ່ານໄປດົນໆ
ການໃຊ້ຫູຟັງເພື່ອຟັງເພງຈາກອຸປະກອນຕ່າງໆ ສາມາດໃຫ້ສຽງໄດ້ສູງເຖິງ 120 ເດຊິເບນ ທັງນີ້ຈາກການສຶກສາຂອງນັກວິຊາການຈາກມະຫາວິທະຍາໄລເລດເຕີລ໌ ປະເທດອັງກິດ ເຊີ່ງເປັນລະດັບສຽງທີ່ເປັນອັນຕະລາຍຢ່າງຫລາຍ ເພາະສຽງໃນລະດັບເກີນກວ່າ 110 ເດຊິເບນຂຶ້ນໄປ ສາມາດເຮັດໃຫ້ “ເຍື່ອໄມອີລິນ” ຈີກຫລຸດອອກຈາກເຊວປະສາດ ເຊີ່ງຈະຕັດຂາດການສົ່ງສັນຍານໄຟຟ້າຈາກຫູໄປຍັງສະຫມອງໄດ້ທັນທີ ໃນກໍລະນີນີ້ການສູນເສຍການໄດ້ຍິນຈະເກີດຂຶ້ນຢ່າງຮຸນແຣງແລະບໍ່ສາມາດຟື້ນຟູໄດ້ອີກຕໍ່ໄປ
ເຄື່ອງໃຊ້ໄຟຟ້າທີ່ມີສຽງດັງອາດດັງໄດ້ເຖິງ 90 ເດຊິເບນ ຢ່າງເຊັ່ນ ຄອນເສີດອາດມີສຽງດັງເຖິງ 105 ເດຊິເບນ ການເປີດວິທະຍຸໃນລົດດັງຫລາຍ ອາດເຮັດໃຫ້ລະດັບສຽງສູງຂຶ້ນເຖິງ 120 ເດຊິເບນ ຫລືການຍືນຢູ່ຫ່າງຈາກປືນຂະນະທີ່ມີການຍິງອອກໄປ 2-3 ແມັດ ຈະໄດ້ຍິນສຽງລະດັບ 140 ເດຊິເບນ ທີ່ອາດເປັນລະດັບສຽງເລີ່ມຕົ້ນທີ່ເຮັດໃຫ້ປວດຫູໄດ້ສຳລັບບາງຄົນ
ການໄດ້ຍິນສຽງດັງຫລາຍໃນເວລາດົນໆ ບາງເທື່ອອາດກໍ່ໃຫ້ເກີດການສູນເສຍການໄດ້ຍິນຊົ່ວຄາວ ເຊັ່ນ ຫລັງການເບີ່ງຄອນເສີດ 2-3 ມື້ ເກີດຂຶ້ນຈາກອົງປະກອບທາງເຄມີໃນຫູສ້າງພາວະດັງກ່າວ ເພື່ອປ້ອງກັນຫູ
ການໄດ້ຍິນຈະກັບຄືນມາໄດ້ ແລະອາດຊ່ວຍໃຫ້ໄວຂຶ້ນໄດ້ດ້ວຍການໄປຢູ່ໃນທີ່ງຽບໆ ເພື່ອຟື້ນຟູຄວາມລະອຽດອ່ອນຂອງຫູອີກເທື່ອ
ຄຳແນະນຳຈາກຜູ້ຊ່ຽວຊານເພື່ອປ້ອງກັນພາວະຕ່າງໆ ເຫລົ່ານີ້ ຄືໃຫ້ລົດລະດັບຄວາມດັງສູງສຸດຂອງອຸປະກອນທີ່ໃຊ້ກັບຫູຟັງຂອງເຮົາລົງຈາກເດີມໃຫ້ເຫລືອພຽງ 70 ເປີເຊັນ, ໃຊ້ຫູຟັງແບບຄອບຫູ ແທນສະເບົ້າ
ເມື່ອໄປເບີ່ງຄອນເສີດຄວນນຳອຸປະກອນອຸດຫູຕິດມືໄປນຳ ເປັນການປ້ອງກັນໄວ້ກ່ອນນັ້ນເອງ