Homeປ່ອງຢ້ຽມດວງດາວເດັກມັດທະຍົມອາຍຸພຽງແຕ່ 15 ປີຄົ້ນພົບດາວເຄາະດວງໃໝ່

ເດັກມັດທະຍົມອາຍຸພຽງແຕ່ 15 ປີຄົ້ນພົບດາວເຄາະດວງໃໝ່

Published on

http://www.vcharkarn.com/media/images/

ທອມວາກກ໌ ເດັກ​ມັດທະ​ຍົມ​​ອາ​ຍຸ 15 ປີ​ຄົ້ນ​ພົບ​ດາວ​ເຄາະ​ດວງ​ໃໝ່​ທີ່​ຢູ່​ຫ່າງ​ໄກ​ອອກ​ໄປ 1, 000 ປີ​ແສງ​ໃນ​ກາ​ແລກ​ຊີ່​ຂອງ​ເຮົາ

ທອມວາກກ໌ ກຳ​ລັງ​ເຮັດວຽກ​ຫາ​ປະສົບການ​ທີ່​ມະຫາ​ວິທະຍາ​ໄລ​ຄີນ ໂດຍ​ໄດ້​ຄົ້ນ​ພົບ​ວ່າ​ມີ​ດາວ​ເຄາະ​ດວງ​ໜຶ່ງ​ເຮັດໃຫ້​ແສງ​ຂອງ​ດາວ​ແມ່​ລຸດລົງ​ໄປ​ເມື່ອ​ດາວ​ເຄາະ​ດວງ​ນີ້​ໂຄຈອນ​ຜ່ານ​ໜ້າ​ດາວ​ແມ່

“ຂ້ອຍ​ຕື່ນ​ເຕັ້ນ​ຫລາຍ​ທີ່​ໄດ້​ຄົ້ນ​ພົບ​ດາວ​ເຄາະ​ດວງ​ໃໝ່ ແລະ​ຂ້ອຍ​ກໍ​ປະ​ທັບ​ໃຈ​ທີ່​ຂ້ອຍ​ສາມາດ​ຫາ​ມັນ​ໄດ້ທັງ​ທີ່​ມັນ​ໄກ​ອອກ​ໄປ” ທອມ ທີ່​ປະຈຸບັນ​ອາ​ຍຸ 17 ປີ​ກ່າວ ໂດຍ​ໄດ້​ໃຊ້​ເວລາ​ສອງ​ປີ​ສຳ​ຫລວດ​ເພິ່ມເຕີມ​ເພື່ອ​ຢືນຢັນ​ວ່າ​ສິ່ງ​ທີ່​ຄົ້ນ​ພົບ​ນັ້ນ​ເປັນ​ດາວ​ເຄາະ​ແທ້ໆ

ທອມ​ຄົ້ນ​ພົບ​ດາວ​ເຄາະ​ໂດຍ​ເບິ່ງ​ທີ່​ຂໍ້​ມູນ​ທີ່​ລວບລວມ​ມາ​ຈາກ​ໂຄງ​ການ​ຄົ້ນ​ຫາ​ດາວ​ເຄາະ​ມຸມ​ກວ້າງ (WASP) ທີ່​ມີ​ການ​ສຳ​ຫລວດ​ທ້ອງ​ຟ້າ​ຍາມ​ຄ່ຳ​ຄືນ​ເພື່ອ​ຕິດ​ຕາມ​ເບິ່ງ​ດວງ​ດາວ​ຫລາຍ​ລ້ານ​ດວງ​ເພື່ອ​ຫາ​ຮ່ອງ​ຮອຍ​ຂອງ​ການ​ເຄື່ອນ​ທີ່​ຜ່ານ​ໜ້າ (ການ​ຊານ​ຊິດ) ທີ່​ເກີດ​ຈາກ​ດາວ​ເຄາະ​ໂຄຈອນ​ຜ່ານ​ໜ້າ​ດາວ​ດວງ​ແມ່

ດາວ​ເຄາະ​ຂອງ​ທອມ​ມີ​ຊື່​ວ່າ WASP-142b ເປັນ​ດາວ​ເຄາະ​ລຳ​ດັບ​ທີ່ 142 ທີ່​ຖືກ​ຄົ້ນ​ພົບ​ໃນ​ໂຄງ​ການ WASP ຢູ່​ທາງ​ກຸ່ມ​ດາວ​ໄຮ​ດຣ້າ​​ທາງ​ຊີກ​ຟ້າ​ໃຕ້ ປັດຈຸບັນ​ນັກ​ດາ​ລາ​ສາດ​ທົ່ວ​ໂລກ​ຄົ້ນ​ພົບ​ດາວ​ເຄາະ​ນອກ​ລະບົບ​ສຸ​ລິ​ຍະ​ກວ່າ 1, 000 ດວງ​ແລ້ວ ແຕ່​ທອມ​ໜ້າ​ຈະ​ເປັນ​ນັກ​ວິທະຍາ​ສາດ​ທີ່​ອາ​ຍຸ​ນ້ອຍ​ທີ່ສຸດ​ທີ່​ໄດ້​ຄົ້ນ​ພົບ​ດາວ​ເຄາະ

“ຊອບແວລ໌​ຂອງ WASP ໜ້າ​ປະ​ທັບ​ໃຈ​ຫລາຍ ເຮັດໃຫ້​ຂ້ອຍ​ສາມາດ​ຄົ້ນ​ຫາ​ດາວ​ເຄາະ​ຈາກ​ດາວ​ແມ່​ຫລາຍ​ຮ້ອຍ​ດວງ​ໄດ້ ຫາ​ພຽງ​ແຕ່​ບໍ່​ຈັກ​ດວງ​ທີ່​ມີ​ດາວ​ເຄາະ” ທອມ​ໄດ້ກ່າວ

ດາວ​ເຄາະ​ດວງ​ທີ່​ພົບ​ນັ້ນ​ມີ​ຂະໜາດ​ເທົ່າ​ກັບ​ດາວ​ພະ​​ຫັດ ແຕ່​ໂຄຈອນ​ຮອບ​ດາວ​ແມ່​ໂດຍ​ໃຊ້​ເວລາ​ພຽງ​ສອງ​ມື້ ດ້ວຍ​ໄລ​ຍະ​ທີ່​ສັ້ນ​ເທົ່າ​ນີ້​ຈຶ່ງ​ເຮັດໃຫ້​ເກີດ​ການ​ຊານ​ຊິດ​ເລື້ອຍໆ ເຮັດໃຫ້​ດາວ​ເຄາະ​ດວງ​ນີ້​ພົບ​ໄດ້​ງ່າຍ

ແມ່ນ​ດາວ​ເຄາະ​ດວງ​ນີ້​ຈະ​ຢູ່​ໄກ​ອອກ​ໄປ​ຈົນ​ບໍ່​ສາມາດ​ເຫັນ​ໄດ້​ໂດຍ​ກົງ ສິນ​ລະປິນ​ກໍ​ໄດ້​ຈິ​ນຕະນາ​ການ​ວ່າ​ໜ້າ​ຕາ​ຂອງ​ດວງ​ດາວ​ຈະ​ເປັນ​ຢ່າງໃດ​ແລະ​ໄດ້​ວາດ​ພາ​ບອອກ​ມາ ທ້ອງ​ຟ້າ​ຂອງ​ດາວ​ເຄາະ​ມີ​ດາວ​ແມ່​ທີ່​ຮ້ອນ​ແລະ​ແຜ່​ລັງສີ​ໄປ​ສູ່​ດາວ ໃນ​ຄະນະ​ທີ່​ອີກ​ດ້ານ​ໜຶ່ງ​ຂອງ​ດາວ​ມີ​ຄວາມ​ໜາວ​ກວ່າ​ຫລາຍເທົ່າ

ທອມ ເປັນ​ນັກ​ຮຽນ​ທີ່​ໂຮງຮຽນ Newcastle-under-Lyme ມີ​ຄວາມ​ສົນ​ໃຈ​ໃນ​ດ້ານ​ວິທະຍາ​ສາດ ຈຶ່ງ​ໄດ້​ຫາ​ປະສົບການ​ເຮັດວຽກ​ຫລັງ​ເລີກ​ຮຽນ​ທີ່​ມະຫາ​ວິທະຍາ​ໄລ​ຄີນ​ຫລັງ​ຮູ້ວ່າ​ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້​ມີ​ໂຄງ​ການ​ສຳ​ຫລວດ​ດາວ​ເຄາະ​ນອກ​ລະບົບ​ສຸ​ລິ​ຍະ

“ທອມ​ພະຍາຍາມ​ຈະ​ຮຽນ​ຮູ້​ວິທະຍາ​ສາດ ແລະ​ການ​ສອນ​ພວກເຂົາ​ໃຫ້​ຄົ້ນ​ຫາ​ດາວ​ເຄາະ​ກໍ​ເປັນ​ເລື່ອງ​ງ່າຍ” ສາດ​ສະດາ​ຈານຍ໌​ໂຄ ເຮນ​ລິ​ເອີລ໌ ຫົວ​ໜ້າ​ໂຄງ​ການ WASP ທີ່​ຄີນ​ກ່າວໄວ້ ໂດຍ​ທອມ​ນັ້ນ​ຕ້ອງ​ການ​ຈະ​ເຂົ້າ​ມາ​ສຶກ​ສາ​ຟິ​ສິກຕໍ່​ທີ່​ມະຫາ​ວິທະຍາ​ໄລ​ແຫ່ງ​ນີ້

ດາວ​ເຄາະ​ດວງ​ນີ້​ຈັດ​ເປັນ”ດາວ​ພະ​​ຫັດ​ຮ້ອນ”ຊະນິດ​ໜຶ່ງ ກ່າວ​ຄື ບໍ່​ຄື​ກັບ​ດາວ​ເຄາະ​ໃນ​ລະບົບ​ສຸ​ລິ​ຍະ​ຂອງ​ເຮົາ ເພາະ​ມີ​ວົງ​ໂຄຈອນ​ທີ່​ໃກ້​ດາວ​ແມ່​ຫລາຍ ຄາດ​ວ່າ​ດາວ​ເຄາະ​ດວງ​ອື່ນໆ ຂອງ​ດາວ​ແມ່​ນີ້​ເຮັດໃຫ້​ເຂົ້າ​ມາ​ໃນ​ວົງ​ໂຄຈອນ​ຂ້າງ​ໃນ ດັ່ງ​ນັ້ນ​ຈຶ່ງ​ເປັນ​ໄປ​ໄດ້​ວ່າ ດາວ​ເຄາະ​ຂອງ​ທອມ​ນີ້​ບໍ່​ໄດ້​ເປັນ​ດວງ​ດຽວ​ທີ່​ໂຄຈອນ​ຮອບ​ດາວ​ແມ່​ດວງ​ນີ້

ດາວ​ເຄາະ​ດວງ​ນີ້​ຍັງ​ບໍ່​ໄດ້ຮັບ​ການ​ຕັ້ງຊື່​ຢ່າງ​ເປັນ​ທາງ​ການ ແຕ່​ສະ​ຫະ​ພັນດາ​ລາ​ສາດ​ສາກົນ​ໄດ້​ເລີ່ມ​ປະ​ກວດ​ຊື່​ແລ້ວ ທອມ​ກໍ​ກຳ​ລັງ​ຕັ້ງຊື່​ດາວ​ຂອງ​ພວກເຂົາ​ເອງ​ດ້ວຍ​ເຊັ່ນ​ກັນ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...