spot_img
Homeຂ່າວເຫດການສືບຕໍ່​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ

ສືບຕໍ່​ເສີມ​ຂະຫຍາຍ ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ

Published on

laos-viet

 

(ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 38 ປີ (18/7/1977 – 18/7/2015)

ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ໄດ້ຮັບການລົງນາມ ເມື່ອວັນທີ 18 ກໍລະກົດ 1977 ໂດຍແມ່ນທ່ານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແຫ່ງ ສປປ ລາວ ເວລານັ້ນ ແລະ ທ່ານ ຟ້າມວັນດົງ ນາຍົກລັດຖະມົນຕີ ສສ ຫວຽດນາມອັນໄດ້ເປີດສັກກະລາດໃໝ່ໃຫ້ແກ່ການພົວພັນຮ່ວມມືຮອບດ້ານລະ ຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດທີ່ມີມາແຕ່ດົນນານແລ້ວນັ້ນຍິ່ງກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ ເຊິ່ງມັນສະແດງອອກໃຫ້ເຫັນຜ່ານຜົນສຳເລັດອັນພົ້ນເດັ່ນໃນແຕ່ລະດ້ານຄື:

ດ້ານການເມືອງ, ການຕ່າງປະເທດ: ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວ້ ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມຜູກພັນລະຫວ່າງການນຳ ແລະ ປະຊາຊົນສອງປະເທດໄດ້ມີຄວາມເລິກ ເຊິ່ງ ກວ່າເກົ່າ. ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນຂອງສອງປະເທດໄດ້ເພີ່ມທະວີການພົບປະ ແລກປ່ຽນບົດຮຽນ, ປະສານສົມທົບ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງແທດເໝາະກັບ ຕົວຈິງ ແລະ ມີປະສິດທິຜົນ. ໄດ້ເຮັດສຳເລັດໂຄງການຮຽບຮຽງປຶ້ມປະຫວັດສາດສາຍພົວພັນພິເສດ ລາວ-ຫວຽດນາມ (1930-2007) ໃນປີ 2011 ແລະ ໄດ້ກຳນົດເອົາປີ 2012 ເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ.

ການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ: ໄດ້ຮັບການເປີດກວ້າງດ້ວຍຫລາຍຮູບການ, ຕອບສະ ໜອງກັບຄວາມຮຽກຮ້ອງຕ້ອງການໃນການປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ນັບແຕ່ສະໄໝສົງຄາມ ມາຮອດປັດຈຸບັນ ຫວຽດນາມ ໄດ້ສ້າງພະນັກງານໃຫ້ລາວປະມານໜຶ່ງແສນກວ່າຄົນ, ປີ 2012 ມີພະນັກງານ, ນັກ ສຶກສາລາວທີ່ພວມຮຽນຢູ່ຫວຽດນາມມີທັງໝົດ 5.234 ຄົນ. ຈຳນວນນັກສຶກສາຫວຽດນາມຢູ່ລາວມີທັງໝົດ 494 ຄົນ.

ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນສະ ຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ສືບຕໍ່ດຳເນີນການປັກ ຫລັກໝາຍຊາຍແດນ ແລະ ເປີດດ່ານສາກົນນຳກັນເພື່ອເຮັດໃຫ້ຊາຍແດນຂອງສອງປະເທດກາຍເປັນຊາຍແດນຖາ ວອນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື, ພ້ອມກັນພັດທະນາເຂດຊາຍແດນຮອບດ້ານເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ດີຂຶ້ນ.

ການຮ່ວມມືທາງດ້ານເສດຖະກິດ: ວິສາຫະກິດຫວຽດນາມທີ່ມາລົງທຶນຢູ່ລາວມີທັງໝົດ 424 ໂຄງການ ມູນຄ່າ 3,57 ຕື້ໂດລາສະຫະລັດ, ຈັດຢູ່ໃນລຳດັບທີ 2 ໃນຈຳນວນ 52 ປະເທດ ແລະ ເຂດແຄວ້ນທີ່ມາລົງທຶນຢູ່ລາວ. ສະເພາະດ້ານການຄ້າ ໄດ້ສືບຕໍ່ປະຕິບັດກົນໄກບູລິມະສິດຜ່ອນຜັນດ້ານອັດຕາພາສີຂາເຂົ້າເຊິ່ງກັນ ແລະ ກັນ ສຳລັບສິນ ຄ້າທີ່ມີແຫລ່ງກຳເນີດຈາກແຕ່ລະປະເທດ, ສືບຕໍ່ປະສານສົມທົບກັນຄົ້ນຄວ້າເປີດກວ້າງລາຍການບັນດາປະເພດສິນຄ້າ ທີ່ໄດ້ຮັບອັດຕາພາສີຂາເຂົ້າ 0%.

ການຊ່ວຍເຫລືອຂອງຫວຽດນາມໃຫ້ແກ່ລາວ: ໄດ້ຊ່ວຍສ້າງພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ແລະ ອື່ນໆເຊັ່ນ: ການພັດທະນາຕົວເມືອງ, ຖະໜົນຫົນທາງ, ຂົວ, ຊົນລະປະທານ, ໄຟຟ້ານ້ຳຕົກ, ໂຮງໝໍ, ໂຮງຮຽນ, ຫໍພິພິທະພັນ ແລະ ອື່ນໆ. ພ້ອມນັ້ນ ກໍຍັງອະນຸຍາດໃຫ້ລາວນ ຳໃຊ້ທ່າເຮືອນ້ຳເລິກຢູ່ທະເລຂອງຫວຽດນາມຫລາຍແຫ່ງ.

ດ້ານວັດທະນະທຳ-ສັງຄົມ: ສປປ ລາວ ໄດ້ສ້າງອະນຸສາວະລີ “ນ້ຳໃຈສາມັກຄີຮ່ວມຮົບ”ຢູ່ແຂວງຊຽງ ຂວາງ, ອຸດົມໄຊ, ອັດຕະປື, ສະຫວັນນະເຂດ… ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມທີ່ມາ ເຮັດໜ້າທີ່ສາກົນຢູ່ລາວໃນໄລຍະການປະຕິວັດປົດປ່ອຍຊາດ, ສ້າງອະນຸສອນສະຖານ ປະທານ ໂຮ່ຈີມິງ ຢູ່ບ້ານຊຽງ ຫວາງ ເມືອງໜອງບົກ ແຂວງຄຳມ່ວນ ເຊິ່ງເປັນສະຖານທີ່ ປະທານ ໂຮ່ຈີມິງ ເຂົ້າມາລາວ ໃນປີ 1928 ເພື່ອເຄື່ອນ ໄຫວສ້າງຮາກຖານປະຕິວັດ; ໄດ້ຮ່ວມມືກັນປະຕິບັດການຊອກຄົ້ນ, ເກັບກູ້ ແລະ ທ້ອນໂຮມອັດຖິຂອງຊ່ຽວຊານ ແລະ ທະຫານອາສາສະໝັກຫວຽດນາມທີ່ເສຍຊີວິດຢູ່ລາວໃນສະໄໝສົງຄາມກັບຄືນປະເທດໄດ້ 20.000 ກວ່າຄົນ; ຫວຽດ ນາມໄດ້ຊ່ວຍສ້າງໂຮງຮຽນສິລະປະດົນຕີແຫ່ງຊາດ, ສະຖານີວິທະຍຸ, ໂທລະພາບ ຢູ່ສູນກາງ ແລະ ຢູ່ບາງທ້ອງຖິ່ນ ຄືຫລວງພະບາງ ແລະ ຈຳປາສັກ. ພ້ອມນັ້ນ ກໍໄດ້ມີການແລກປ່ຽນສິລະປະວັດທະນະທຳນຳກັນເປັນປົກກະຕິ; ໄດ້ເພີ່ມ ທະວີການຮ່ວມມືໃນຂົງເຂດສາທາລະນະສຸກເຊັ່ນ: ວຽກງານຄວບຄຸມ ແລະ ກັນພະຍາດລະບາດ, ອາຫານ ແລະ ຢາ, ການປິ່ນປົວ, ການກໍ່ສ້າງພະນັກງານ, ການຄົ້ນຄວ້າໂອນຖ່າຍເຕັກໂນໂລຊີ ແລະ ການແລກປ່ຽນບົດຮຽນລະຫວ່າງ ໂຮງໝໍຕ່າງໆຂອງສອງປະເທດ. ການພົວພັນຮ່ວມມືສຳລັບຂະແໜງການ ແລະ ທ້ອງຖິ່ນ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...