spot_img
Homeວິທະຍາສາດ-ວິທະຍາການການສູບຢາເພີ່ມຄວາມສ່ຽງຕໍ່ການເປັນພະຍາດຫລອດເລືອດໃນຫົວໃຈແກ່ຄົນທີ່ບໍ່ສູງເຖີງ 30%

ການສູບຢາເພີ່ມຄວາມສ່ຽງຕໍ່ການເປັນພະຍາດຫລອດເລືອດໃນຫົວໃຈແກ່ຄົນທີ່ບໍ່ສູງເຖີງ 30%

Published on

ປະຊາກອນ​ສະ​ຫາລັດ​ຫລາຍກວ່າ 800, 000 ຄົນ​ໄດ້​ປ່ວຍ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ໃນ​ແຕ່​ລະປີ ເຊີ່ງ​ພະຍາດ​ດັ່ງ​ກ່າວ​ນັ້ນ​ເປັນ​ສາ​ເຫດ​ຂອງ​ການ​ເສຍຊີວິດ​ຂອງ​ທຸກໆ 1 ໃນ 19 ລາຍ​ໃນ​ສະ​ຫາລັດ ແລະ​ເປັນ​ໜຶ່ງ​ໃນ​ສາ​ເຫດ​ຫລັກ​ຂອງ​ຄວາມ​ພິ​ການ ງານ​ວິ​ໄຈ​ໃໝ່​ຊະນິດ​ໜຶ່ງ​ເຊີ່ງ​ຖືກ​ຕີ​ພິມ​ລົງ​ໃນ American Journal of Preventive Medicine ໄດ້​ພົບ​ວ່າ ຄວັນຢາສູບ​ນັ້ນ​ໄປ​ເພີ່ມ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ກວ່າ 30% ຕໍ່​ຜູ້​ທີ່​ບໍ່​ໄດ້​ສູບ​ເລີຍ

ດ້ວຍ​ການ​ໃຊ້​ຂໍ້​ມູນ​ຈາກ​ໂຄງ​ການ​ສຶກ​ສາ Reasons for Geographic and Racial Differences in Stroke (REGARDS) ເຂີ່ງ​ເປັນ​ການສຶກສາ​ໄລ​ຍະ​ຍາວ​ກັບ​ປະຊາກອນ​ໃນ​ລະ​ດັບ​ຊາດ ເພື່ອ​ກໍ່ການ​ສືບ​ສວນ​ການ​ເກີດ​ຂຶ້ນ​ຂອງ​ພະຍາດ​ຫົວ​ໃຈ​ຕ່າງໆ ແລະ​ການ​ເສຍຊີວິດ​ໃນ​ກຸ່ມ​ຜູ້ໃຫຍ່​ຄົນ​ຜິວ​ຂາວ (55%) ແອ​ຟິກກາອາເມລິກາ (45%) ທີ່​ມີ​ອາ​ຍຸ​ຫລາຍ​ກວ່າ 45 ປີ​ເປັນ​ຕົ້ນ​ໄປ​ນັ້ນ ນັກ​ວິ​ໄຈ​ໄດ້​ພົບ​ວ່າ ແມ່ນ​ຫລັງ​ການ​ປັບ​ແຕ່ງ​ຄ່າ​ອື່ນໆ ຂອງ​ປັດ​ໄຈ​ການ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ ຢ່າງ​ເຊັ່ນນ ຄວາມ​ດັນ​ສູງ ເບົາ​ຫວານ ແລະ​ພະຍາດ​ຫົວ​ໃຈ​ແລ້ວ ອັດຕາ​ສ່ຽງ​ທີ່​ເພີ່ມ​ຂຶ້ນ 30% ຕໍ່​ຜູ້​ທີ່​ບໍ່​ໄດ້​ສູບ​ຢາເລີຍ​ນັ້ນ​ກໍ​ຍັງຄົງຢູ່​ຄືເກົ່າ

ງານ​ວິ​ໄຈ​ໃນ​ປະຈຸບັນ​ ມີ​ຜູ້​ເຂົ້າ​ຮ່ວມ​ຈຳນວນ​ທັງ​ໝົດ 22, 000 ຄົນ ເຊິ່ງ​ມີ​ຜູ້​ທີ່​ລາຍ​ງານ​ວ່າ ມີ​ເຫດການ​ເປັນ​ຜູ້​ສູບຢາ​ໃນ​ປີ​ທີ່​ຜ່ານ​ມາ 23% ໃນ​ລະຫວ່າງ​ຊ່ວງ​ເມ​ສາປີ 2003 ໄປ​ຈົນ​ເຖິງ​ເດືອນ​ມີ​ນາປີ 2012 ນັ້ນ​ໄດ້​ມີ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ກຳ​ເລີບ​ຂຶ້ນ 428 ເຫດການ​ດ້ວຍ​ກັນ ແລະ ​ຫລັງ​ຈາກ​ການ​ວິ​ເຄາະ​ກໍ​ໄດ້​ພົບ​ວ່າ ສາ​ເຫດ​ສ່ວນ​ໃຫຍ່​ຂອງ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ທີ່​ພົບນັ້ນ​ມາ​ຈາກ​ການ​ທີ່​ເສັ້ນ​ເລືອດ​ໄປ​ລ້ຽງ​ສະຫມອງ​ເກີດ​ການ​ອຸດ​ຕັນ

ງານ​ວິ​ໄຈ​ກ່ຽວກັບ​ຜົນ​ກະທົບ​ຕໍ່​ສຸກຂະພາບ​ທີ່​ຮ້າຍແຮງ​ຂອງ​ຢາສູບນັ້ນ​ເລີ່ມ​ມີ​ຫລາຍ​ຂຶ້ນເລື່ອຍໆ ແຕ່​ທຸກ​ງານ​ວິ​ໄຈ​ກໍ​ບໍ່​ໄດ້​ສະແດງ​ຄວາມ​ກ່ຽວ​ຂ້ອງ​ລະຫວ່າງ​ຄວັນຢາສູບ​ແລະ​ພະຍາດຫລອດ​ເລືອດ​ຫົວ​ໃຈ

ຈາກ​ຄຳ​ອ້າງ​ອິງ​ຈາກ Angela M. Malek ຊຶ່ງ​ເປັນ​ຜູ້​ນຳ​ງານ​ວິ​ໄຈ​ເທື່ອ​ນີ້​ຈາກ Medical University of South Carolina ໄດ້​ກ່າວ​ວ່າ “ງານ​ວິ​ໄຈ​ເທື່ອ​ກ່ອນໆນັ້ນ​ປະ​ສົບ​ບັນຫາ​ຕ່າງໆ ເຊັ່ນ ຂາດ​ການເບິ່ງ​ການໄກ ບັນຫາ​ການ​ປັບ​ແຕ່ງ​ຕົວ​ແບບທີ່​ແຕກ​ຕ່າງ​ຫລາກ​ຫລາຍ ການ​ກຳນົດ​ຄວາມຫມາຍ​ຂອງ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ແລະ​ການ​ເປັນ​ຜູ້​ສູບ​ຢາ​ທີ່​ບໍ່ສອດ​ຄ້ອງ​ກັນ ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ມັກ​ບໍ່​ໄດ້​ຖືກ​ປະ​ ເມີນ ແລະ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ທົດລອງ​ທີ່​ໜ້ອຍ​ເກີນ​ໄປ” ເຊີ່ງ​ຈຸດ​ແຂງ​ຂອງ​ງານ​ວິ​ໄຈ​ໃນ​ເທື່ອ​ນີ້​ຢູ່​ທີ່​ການ​ໃຊ້​ກຸ່ມ​ຕົວ​ຢ່າງ​ທີ່​ມີ​ຂະໜາດ​ໃຫ່ຍ ແລະ​ໄດ້ຮັບ​ການ​ຕິດ​ຕາມ​ເປັນ​ເວລາ​ດົນ ລວມ​ເຖິງ​ມີ​ການ​ແບ່ງ​ແຍກ​ຈັດ​ກຸ່ມ​ຢ່າງ​ຊັດເຈນ​ທີ່​ລວມ​ຊາວ​ແອ​ຟິກາ ອາເມລິກາ ແລະ ເຫດການ​ຂອງ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ທີ່​ໄດ້ຮັບ​ການ​ຮັບຮອງ​ຈາກ​ແພດ​ໄວ້​ເປັນ​ຈຳນວນ​ຫຼາຍ

“ການຄົ້ນ​ພົບ​ຂອງ​ເຮົາ​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຜົນ​ລັບ​ທາງ​ສຸຂະພາບ​ທີ່​ອັນຕະລາຍ​ເຊັ່ນ ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ໃນ​ກຸ່ມ​ຜູ້​ທີ່​ບໍ່​ໄດ້​ສູບ​ຢາ​ທີ່​ເປັນ​ຜູ້​ສູບ​ຢາ​ ແລະ ​ເພີ່ມ​ຫລັກ​ຖານ​ສະໜັບສະໜູນ​ການ​ຄວບ​ຄຸມ​ການ​ສູບ​ຢາ​ໃຫ້​ເຂ້ມ​ງວດ​ຂຶ້ນ​ກວ່າ​ເກົ່າ ງານ​ວິ​ໄຈ​ໃນ​ພາຍ​ພາກ​ໜ້າ​ນັ້ນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ສືບ​ສວນ​ບົດ​ບາດ​ຂອງ​ປັດ​ໄຈ​ສ່ຽງ​ ໃນການ​ເປັນ​ພະຍາດ​ຫົວ​ໃຈ​ຕ່າງໆ ລວມ​ເຖິງ​ການ​ສຳ​ລວດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຜະເຊີນ​ຕົວ​ແປ​ອື່ນໆ ເພິ່ມເຕິມ​ໃນ​ສະພາບ​ແວດ​ລ້ອມ ເຊັ່ນ ມົນ​ລະພິດ​ໃນ​ອາ​ກາດ​ວ່າ​ມີ​ຜົນ​ຕໍ່​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຢ່າງໃດ​” Malek ກ່າວ

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...